ຄລິບສອງແມ່ລູກຂາຍຊີ້ນທີ່ຜິດກັບລູກຄ້າ ແມ່ນຄົນໆນີ້ເອງ

ຈາກກໍລະນີ ມີຄລິບ ແມ່ຄ້າ ໂກງເງີນລູກຄ້າ ເບິ່ງຕາມຄລິບໃຜຜິດໃຜຖືກ​? ສອງແມ່ລູກຂາຍຊີ້ນທີ່ຜິດກັບລູກຄ້າເລື່ອງເງີນທອນ 50 ພັນສາວຜູ້ລາວໄປຍາດເອົາໂທລະສັບກັບຜູ້ມາຖາມເງີນຫັ້ນ

.

ທ່ານຍັງຈື່ໄດ້ບໍ່ລາວເປັນຕຳນານເດີ ເຄີຍສ້າງແຮງຊັ່ນສະເທືອນ ເຄີຍຖືກຄົນດ່າເໝິດບ້ານເໝິດເມືອງມາແລ້ວ

.

ເຕືອນໄພ..!! ໃຫ້ເປັນບົດຮຽນຢ່າໃວ້ໃຈໝູ່ຫຼາຍເກີນໄປ ຫມູ່ຮັກຫມູ່ແພງຫມູ່ແທງຫຼັງຫມູ່

ປະຈານເດີ້ ຫມູ່ຮັກຫມູ່ແພງຫມູ່ແທງລັງຫມູ່ບໍ່ຄີດບໍ່ຝັນວ່າຫມູ່ຊີເຮັດແບບນີ້ກັບເຮົາມາລັກແຮກບັນຊີ BCEL One.

ລັກໂອນເງີນກູແບບນຽນໆກູອຸດສາຮັກໄວ້ມືງມາເຮັດແບບນີ້ກັບກູມືງບໍ່ມີເງີນມືງກະເວົ້າກະບອກກູຊິມາລັກແບບນີ້ເຮັດຍັງຫມູ່ກັນເຂົາເຮັດກັນແບບນີ້້.

ບໍ່ຫມູ່ກັນກູແຄ້ນໃຈເຈັບໃຈທີ່ກູໄວ້ໃຈຜີດຄົນໄວ້ໃຈຄົນຊົ່ວແບບນີ້(ມີຄີບເດີ້ເຂົ້າເບີ່ງໄດ້)

ຝາກແຊຣ໌ແດ່ເດີ້ທຸກຄົນຢ່າໃ້ວໃຈຫລາຍຫມູ່ເກີນໄປ ຂ້ອຍລະຫຼາບແລ້ວຖືວ່າເປັນບົດຮຽນຄັ້ງຍີ່ງໃຫຍ່ໃຫ້ຂ້ອຍໄດ້ຮູ້ວ່າຄົນເຮົາຮູ້ຫນ້າບໍຮູ້ໃຈ

(ຊົມຄຼີບ 1):

(ຄຣິບ 2): 

ດ່ວນ… ປກສ ແມ່ນໄດ້ມາຈັບອ້າຍຄຳໄພ(ຕຸຍ)ໄປເຂົ້າຄຸກແລ້ວ

ຊ່ວຍກັນແຊຣ໌ໃຫ້ຮອດທ່ານວິໄລຫຼ້າຄຳຟອງແນ່ ອັບເດດເພິ່ມຕື່ມເຫດທີ່ເກີດໃນຕອນແລງວັນທີ14/5/2021

ຢູ່ບ້ານດອນຕະລາດ ເມືອງຈຳປາສັກ ແຂວງຈຳປາສັກກໍລະນີຕຳຫລວດກັກລົດອ້າຍຄຳໄພຊື່ຫລິ່ນ(ຕຸຍ)

ເປັນອາດີດຄູສອນມວຍເມືອງຈຳປາສັກຄົນບ້ານດອນຕະລາດເພິ່ນກັບຈາກໄປຊື້ເຄື່ອງກິນຂາໄປແມ່ນໄປໄດ້ແຕ່ຂາກັບຕຳຫລວດກັກລົດເພິ່ນແຕ່ລົດມັນບໍ່ດີມອດຈັກກະຍາກຫລັງຈາກນັ້ນຈັງມີຄລິບຕາມທີ່ເຮົາເຫັນກັນນີ້ອອກມາ

ສ່ວນຕຳຫລວດຜູ້ຕົບຫົວລາວລະແມ່ນຊື່ ລົມ ຕອນແລງວານນີ້14/5/2021 ທາງ ປກສ ແມ່ນໄດ້ມາຈັບອ້າຍຄຳໄພ(ຕຸຍ)ໄປເຂົ້າຄຸກແລ້ວປະຊາຊົນໃນບ້ານຍັງສົງໃສວ່າຈັບເພິ່ນເຮັດຫຍັງທັ້ງທີ່ເພິ່ນເປັນຜູ່ຖືກທຳຮ້າຍຮ່າງກາຍແລະອີກປະການຫນຶ່ງລົດໃຫ່ຍແມ່ນຍັງປ່ອຍໄປມາໄດ້ສະດວກ(ຂໍຂອບໃຈທ່ານຜູ້ໃຫ້ຂ່າວ).

ຂໍຊີ້ແຈງ ແລະ ແກ້ຂ່າວ ມີຄົນແອບອ້າງຮູບຂ້ອຍໄປຕົວະເອົາເງິນຄົນອື່ນ.

ເລື່ອງ: ກ່ຽວກັບຮູບຂ້ອຍ ທີ່ມີຄົນໂພດລົງວັນທີ 18,11,2020 ວ່າເປັນນັກຕົ້ມຕຸ້ນ ຕົວະໃຫ້ໂອນເງິນແລ້ວບ໋ອກໜີ ທີ່ຈິງແລ້ວບໍ່ແມ່ນຂ້ອຍ, ມີຄົນຮ້າຍເອົາຮູບຂ້ອຍໄປແອບອ້າງໃສ່ເຟສບຸກ ແລະ ໃສ່ເບີວ໋ອດແອັບ ຕ່າງໆນາໆ ແລ້ວໄປຕົວະຂາຍເຄື່ອງອອນລາຍໃຫ້ຄົນອື່ນ

ເມື່ອໂອນເງິນຄ່າເຄື່ອງນັ້ນນີ້ແລ້ວ ກໍບ໋ອກ ປິດເຂົາໄປ ເຮັດໃຫ້ຄົນທີ່ເສຍຫາຍເອົາຮູບຂ້ອຍໄປປະຈານເພື່ອຕາມຕົວຂ້ອຍ ເຮັດໃຫ້ຂ້ອຍເສຍຫາຍ ແລະ ຄອບຄົວ, ໜ້າທີ່ວຽກງານຂອງຂ້ອຍສັບສົນເຂົ້າໃຈຜິດຕ່າງໆນາໆ ທັ້ງໆທີ່ຂ້ອຍບໍ່ໄດ້ຂາຍເຄື່ອງອອນລາຍ ບໍ່ຮູ້ຫຍັງເລີຍ ຂ້ອຍເປັນພະນັກງານການເງິນຢູ່ນະຄອນຫຼວງວຽງຈັນ ແຕ່ມີຄົນເອົາໄປຕົວະກັນວ່າຂ້ອຍຢູ່ຕ່າງແຂວງ ,

ຕອນນີ້ຫຼາຍຄົນໄດ້ເຂົ້າມາຂໍໂທດຂ້ອຍ ແລະ ຍັງອີກຫຼາຍຄົນຍັງບໍ່ຮູ້ ແລະ ຍັງເຂົ້າໃຈຜິດຢູ່ ສະນັ້ນຈຶ່ງແຈ້ງມາຍັງຊາວເຟສບຸກທັງຫຼາຍ ຄວນມີສະຕິລະວັງຕົວ ແລະ ຢ່າເຊື່ອຖືເລື່ອງແບບນີ້ງ່າຍໆ ໃຜເຫັນຮູບຂ້ອຍໄປຕົວະຄົນອື່ນລະຫາແຈ້ງແດ່ເດີ່, ຫາກົດໄລ້ກົດແຊ ເພື່ອເຕືອນສັງຄົມຊ່ວຍກັນແດ່ ຂໍຂອບໃຈ, (ຮູບຂ້ອຍແມ່ນເສື້ອສີເຫຼືອງ)

ມ້າງເຄືອຂ່າຍລັກລົດ ແລະ ຊື້-ຂາຍລົດຈັກຜິດກົດໝາຍ ໄດ້ 13 ຄົນ

ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສາມາດມ້າງ ເຄືອຂ່າຍລັກລົດ ແລະ ຊື້-ຂາຍລົດຈັກຜິດກົດໝາຍ ໄດ້ຈໍານວນ 13 ຄົນ ພ້ອມທັງເກັບກູ້ຂອງກາງຄືນມາໄດ້ 10 ຄັນ ພາຍໃນເດືອນມິຖຸນາ 2020.

.

.

ພັທ ບຸນອ້ອມ ໄຊຍະວົງ ຮອງຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກ່າວຕໍ່ສື່ມວນຊົນ ປກສ ໃນວັນທີ 19 ພະຈິກ 2020 ວ່າ: ໃນໄລຍະເດືອນມິຖຸນາ 2020, ເຈົ້າໜ້າທີ່ຕຳຫຼວດກົມສືບສວນ-ສອບສວນ ໄດ້ລົງມ້າງຄະດີລັກຊັບພົນລະເມືອງ (ລັກລົດຈັກ) ສາມາດກັກຕົວຜູ້ລັກຊັບ ແລະ ຜູ້ຊື້ຊັບຜິດກົດໝາຍທັງໝົດ 13 ຄົນ ມາສອບສວນຂະຫຍາຍຜົນ. ຜ່ານການສອບສວນຂະຫຍາຍຜົນ, ເຈົ້າ ໜ້າທີ່ ສາມາດເກັບກູ້ຂອງກາງປະເພດລົດຈັກຄືນມາໄດ້ ທັງໝົດ 10 ຄົນ ແລະ ມອບຄືນໃຫ້ກັບເຈົ້າຂອງ ເດີມ ແລ້ວ 3 ຄັນ, ຍັງເຫຼືອ 7 ຄັນລໍຖ້າໃຫ້ເຈົ້າຂອງເດີມເອົາເອກະສານລົດມາພົວພັນເອົານຳເຈົ້າໜ້າທີ່.

.

.

ທ່ານຮອງຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ ກ່າວຕື່ມອີກວ່າ: ຈາກຄະດີດັ່ງກ່າວທີ່ເກີດຂຶ້ນນັ້ນມີຜູ້ຮ່ວມຂະບວນການນຳກັນ 20 ກວ່າຄົນ;

ເຈົ້າໜ້າທີ່ສາມາດກັກຕົວກຸ່ມລັກລົດຈັກໄດ້ທັງໝົດ 6 ຄົນ ຄື:

  1. ທ້າວ ພອນພະຈັນ ຫຼື ອ້າຍ ອາຍຸ 30 ປີ ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ຮັບສາລະພາບວ່າ: ໄດ້ລັກລົດຈັກມາແລ້ວທັງໝົດ 3 ຄັນ;
  2. ທ້າວ ມ໋ອນ ອາຍຸ 13 ປີ ຢູ່ບ້ານດອນແດງ ເມືອງຈັນທະບູລີ ໄດ້ລັກລົດຈັກເວບ 100 ມາແລ້ວທັງໝົດ 20 ຄັນ;
  3. ທ້າວ ພົມມະຈັນ ຫຼື ໂບ້ນ້ອຍ ອາຍຸ 28 ປີ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ໄດ້ລັກ ລົດຈັກເວບ 100 ມາແລ້ວ ຈໍານວນ 5 ຄັນ,
  4. ທ້າວ ທິບພະຈັນ ຫຼື ໂຫຍ ອາຍຸ 26 ປີ ບ້ານໜອງບົວ ທອງເໜືອ ເມືອງສີໂຄດຕະບອງ ໄດ້ລັກລົດຈັກ ມາແລ້ວ 5 ຄັນ,
  5. ທ້າວ ໄມສີ ຫຼື ຕຸ້ຍ ອາຍຸ 30 ປີ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ໄດ້ລັກລົດຈັກ ມາແລ້ວ 2 ຄັນ,
  6. ທ້າວ ໜານ ອາຍຸ 28 ປີ ຢູ່ບ້ານ ຊໍາເຄ້ ເມືອງໄຊເສດຖາ ໄດ້ລັກລົດຈັກ ມາແລ້ວທັງໝົດ 18 ຄັນ.

.

ສຳລັບວິທີການລັກຂອງພວກເຂົາແມ່ນມີການເຄື່ອນໄຫວນຳໃຊ້ພາຫະນະເລາະຊອກຫາລັກລົດຈັກ ແລະ ອາໃສຕອນເຈົ້າຂອງລົດຈອດລົດຊະຊາຍຕາມແຄມທາງ, ໜ້າເຮືອນ, ໜ້າຫ້ອງເຊົ່າ ແລ້ວພວກເຂົາກໍໃຊ້ອຸປະກອນມ້າງກະແຈລົດຈັກແລ້ວຕິດຈັກລົດຂີ່ໄປແບບໜ້າຕາເສີຍ ແລ້ວນຳລົດທີ່ລັກໄດ້ໄປຂາຍ ໃຫ້ກຸ່ມຮັບຊື້-ຂາຍລົດຈັກເຖື່ອນ (ລົດບໍ່ມີເອກະສານ).

.

ສຳລັບກຸ່ມຮັບຊື້-ຂາຍລົດຈັກທີ່ລັກມາ ສາມາດກັກຕົວໄດ້ທັງໝົດ 7 ຄົນ ປະກອບມີ:

  1. ທ້າວ ນະລົງລັດ ຫຼື ໂບລິ້ງ ອາຍຸ 37 ປີ ພັກເຊົາຢູ່ບ້ານ ດົງນາໂຊກເໜືອ ເມືອງສີໂຄດຕະບອງ ຮັບສາລະພາບວ່າ ໄດ້ຮັບຊື້-ຂາຍລົດທີ່ລັກ ມາທັງໝົດ 7 ຄັນ;
  2. ທ້າວ ປອງ ຫຼື ແງ້ ຫຼື ເຈົ້າເວຫາ ອາຍຸ 28 ປີພັກເຊົາຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ໄດ້ຮັບຊື້-ຂາຍລົດທີ່ລັກມາ ທັງໝົດ 8 ຄັນ;
  3. ທ້າວ ສີສຸພັນ ຫຼື ເຈ ອາຍຸ 25 ປີບ້ານປາກທ້າງ ເມືອງສີໂຄດຕະບອງ ໄດ້ຮັບຊື້-ຂາຍລົດທີ່ລັກມາ ທັງໝົດ 14 ຄັນ;
  4. ທ້າວ ເອວທອງ ອາຍຸ 18 ປີ ຢູ່ບ້ານສົມຫວັງ ເມືອງໄຊທານີ ໄດ້ຮັບຊື້-ຂາຍລົດທີ່ລັກມາທັງໝົດ 2 ຄັນ;
  5. ທ້າວ ລາຍ ວາແຊ່ຈ່າວ ຫຼື ລາຍວາ ອາຍຸ 33 ປີ ຢູ່ບ້ານນາທອນ ເມືອງນາຊາຍທອງ ໄດ້ຮັບຊື້-ຂາຍລົດ ທີ່ລັກມາທັງໝົດ 7 ຄັນ;
  6. ທ້າວ ໂອເວັ້ນ ຫຼື ຫົງ ອາຍຸ 17 ປີ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ໄດ້ ຮັບຊື້-ຂາຍລົດທີ່ລັກມາທັງໝົດ 5 ຄັນ;
  7. ທ້າວ ສັງທອງ ອາຍຸ 43 ປີ ບ້ານຫ້ວຍນ້ຳເຢັນ ເມືອງນາ ຊາຍທອງ ໄດ້ຮັບຊື້-ຂາຍລົດທີ່ລັກມາທັງໝົດ 4 ຄັນ.

ສຳລັບຮູບແບບການຊື້-ຂາຍລົດຈັກທີ່ລັກມາ, ພວກເຂົາໄດ້ຕັ້ງເຟສບຸກ ແລ້ວໂພດຂາຍລົງເຟສບຸກວ່າເປີດຮັບຊື້ລົດຈັກທຸກລຸ້ນ, ທຸກປະເພດ ລົດເຖື່ອນກໍເອົາ, ຕ້ອງການຊື້ເວບ 100 ລົດ ເຖື່ອນເທົ່ານັ້ນ; ຈາກນັ້ນ, ໄດ້ມີຫຼາຍຄົນທີ່ລັກລົດມາ ແລ້ວນຳໄປຂາຍໃຫ້, ພາຍຫຼັງພວກເຂົາຊື້ ລົດຈັກມາແລ້ວ ພວກເຂົາໄດ້ນຳລົດຄັນດັ່ງກ່າວ ໄປດັດແປງສະພາບລົດຄືນໃໝ່ ແລ້ວນຳມາໂພດຂາຍທາງເຟສບຸກ.

.

ຕໍ່ກັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ຕໍາຫຼວດ ສືບສວນ-ສອບສວນກຳລັງເລັ່ງຊອກຫາຜູ້ຮ່ວມ ຂະບວນການທີ່ເຫຼືອມາດຳເນີນຄະດີ ແລະ ເລັ່ງ ເກັບກູ້ຂອງກາງທີ່ຄົນຮ້າຍລັກມາ ແລະ ຂາຍໄປ ກັບຄືນມາໃຫ້ໄດ້ ເພື່ອມອບຄືນໃຫ້ກັບເຈົ້າຂອງ ເດີມ.

.

ປະກົດການລັກລົດຈັກແມ່ນປະກົດການທີ່ພົ້ນເດັ່ນທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະໃນຕົວເມືອງໃຫຍ່ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຈົ້າຂອງຊັບເປັນຈໍານວນຫຼວງຫຼາຍ ໃນນະຄອນຫຼວງວຽງຈັນ ແລະ ທົ່ວປະເທດ; ສະນັ້ນ, ຈຶ່ງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າ-ຊາວຂາຍ, ພໍ່-ແມ່ປະຊາຊົນລາວໃນທົ່ວປະເທດ ຈົ່ງມີສະຕິລະວັງຕົວ, ເອົາໃຈໃສ່ປົກປັກຮັກສາຊັບສິນຂອງຄອບຄົວ, ຂອງຕົນເອງ ເພື່ອອັດຊ່ອງຫວ່າງບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກເອົາຊັບຂອງຕົນ ໂດຍສະເພາະແມ່ນລົດຈັກຕ້ອງເກັບມຽນໃຫ້ດີໃນເວລາໃຊ້ວຽກງານແລ້ວ, ຄວນມີກະແຈລ໋ອກຕີນໃນເວລາຈອດໄວ້ຕາມແຄມທາງ, ໃນເວລາໄປຕະຫຼາດກໍຄວນນຳລົດຂອງທ່ານໄປຝາກບ່ອນຮັບຝາກ ເພື່ອປ້ອງກັນບໍ່ໃຫ້ລົດຂອງທ່ານຖືກລັກໄປ; ຕໍ່ກັບບັນຫາລັກລົດຈັກນີ້, ຖ້າຫາກບັນດາທ່ານຫາກພົບເຫັນບຸກຄົນໄດ້ມີພືດຕິກຳເຄື່ອນໄຫວລັກຊັບໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງຮັບຮູ້ຢ່າງວ່ອງໄວ ເພື່ອພ້ອມກັນແກ້ໄຂໃຫ້ທັນເວລາ.

“​ເປັນຕາດີຕົນແມ່ປ້າ” ມີຄົນຂວາງ ກໍ່ເຫດຈູດກອງເຂົ້າອີກແລ້ວ.

ຕອນກາງຄືນຂອງວັນທີ 27/10/2020 ໄດ້ມີຄົນກໍ່ເຫດ​ ວາງເພີງກອງເຂົ້າ ປ້າຄຳນາງ ປະຊາຊົນບ້ານ ນາແດງ ເມືອງ ຊົນບູລີ ແຂວງ ສະຫວັນນະເຂດ ເຮັດນາໝົດປີໄຟໄໝ້ເລົ້າເຂົ້າ ເປັນຕາອີຕົນ ແມ່ປ້າ

ຄົນກໍ່ເຫດ ຈັ່ງແມ່ນຊາດມັນຂວາງຄັກເນາະ ຮູ້ບໍ່ຊົ່ວຊິໄດ້ເຂົ້າມາຊ່ຳນີ້ເຮັດນາມາມັນທຸກຍາກລຳບາກພຽງໃດ ມີຫຍັງຜິດໃຈກັນກໍ່ຄວນລົມກັນດີໆບໍ່ຄວນເຮັດແນວນີ້

ທີ່ຜ່ານມາເຮົາໄດ້ເຫັນເຫດການແບບນີ້ເກີດຂື້ນຢູ່ເລື້ອຍໆ ສະນັ້ນ, ຂໍໃຫ້ທຸກຄົນເພີ່ມຄວາມລະມັດລະວັງຂື້ນຕື່ມ ເວລາເກັບກ່ຽວເຂົ້າແລ້ວ ຄວນຕ້ອງໄດ້ເກັບມ້ຽນເປັນຢ່າງດີ ຫຼື ຕ້ອງມີຄົນນອນເຝົ້າເພື່ອບໍ່ໃຫ້ເຫດການແບບນີ້ເກີດຂື້ນອີກ.

ສອບສວນທີ່ມາ “ຄລິບ” ດັງ 2 ສາວ (ມີຄລິບ)

ອີງຕາມການເປີດເຜີຍຂອງ ພັທ ສາລີ ພຸດທະວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງ ປກສ ໃຫ້ຮູ້ກ່ຽວກັບການສອບສວນຄະດີທຳຊຳເລົາ 2 ສາວ ທີ່ເກີດຂຶ້ນວ່າງບໍ່ດົນມານີ້ວ່າ: ໃນວັນທີ 9 ຕຸລາ 2020, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ໄດ້​ເຫັນ​ຄລິບວີ​ດີ​ໂອຈາກ​ເຟສບຸກກ່ຽວ​ກັບ​ຄົນ​ບໍ່​ດີ​ ເຜີຍແຜ່ສິ່ງລາມົກ​, ທຳ​ຊຳ​ເລົາ​ ​ແລະ ທຳອະນາຈານເດັກ ​ເຈົ້າ​ໜ້າ​ທີ່​ພວກ​ເຮົາ ຈຶ່ງໄດ້ເກັບ​ກຳ​ຂໍ້​ມູນ ​ແລະ ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ.

ຮອດວັນທີ 10 ຕຸລາ 2020, ຈຶ່ງສາມາດຊອກ​ເຫັນ​ ​ແລະ ນຳ​ເອົາເດັກຍິງລາວທີ່ຖືກທໍາຊຳ​ເລົາ ​ແລະ ຖືກທຳອະນາຈານ ຈໍານວນ 2 ຄົນນັ້ນ ມາສໍາພາດເພື່ອຂະຫຍາຍຜົນ, ​​ເຊິ່ງ​ໄດ້​ຊັດ​ທອດ​ເຖິງ​ບຸກຄົນ​ທີ່​ກະທຳ​ຜິດ ຄື: ນາງ ດວງຕາ ເບີກໄຊຍະພູມ ( ຄົນ​ລາວ) ​ແລະ ຄົນ​ຕ່າງປະ​ເທດ 1 ຄົນ, ​ເຊິ່ງພວກ​ກ່ຽວ​ທັງ​ສອງ​ໄດ້ເອົາ​ຕົວ​ຫຼົບໜີ.

ຕໍ່​ກັບ​​ເຫດການດັ່ງກ່າວ ​ໂດຍ​ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່​ຊີ້​ນຳ-ນຳພາຂອງ ​ການ​ນຳ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ກໍຄື​ ກົມ​ໃຫຍ່​ຕຳຫຼວດ ​ແລະ ກົມ​ໃຫຍ່​ສັນຕິ​ບານ ​ໄດ້​ຊີ້​ນຳ​ບັນດາເຫຼົ່າລົບວິຊາສະເພາະ ປະສານສົມທົບກັບ ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ຈຶ່ງສາມາດຈັບຕົວ ນາງ ດວງຕາ ເບີກໄຊຍະພູມ ​ໄດ້​​ໃນ​ວັນ​ທີ 18 ຕຸລາ 2020 ມາ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ.

ຜ່ານ​ການ​ສືບສວນ-ສອບ​ສວນ ນາງ ດວງຕາ ເບີກໄຊຍະພູມ ກໍ​ໄດ້​ຮັບ​ສາລະພາບ​ ວ່າ:

ໃນ​ຊ່ວງ​ໄລຍະ​ເດືອນພຶດສະພາ 2020, ຜູ້ກ່ຽວ​ໄດ້​ຕິດ​ຕໍ່​ເອົາ​ເດັກ​ຍິງທັງ 2 ຄົນ ​ໄປ​ໃຫ້​ຜູ້ ຊາຍ​ຄົນ​ຕ່າງປະ​ເທດ ທຳ​ຊຳ​ເລົາ ​ແລະ ທຳ​ອານາ​ຈານ ​ເພື່ອ​ຖ່າຍ​ຄລິບວີ​ດີ​ໂອ ​ໂດຍ​ແມ່ນ​ຜູ້ກ່ຽວ​ຖ່າຍ​ເອງ; ​ແຕ່ກ່ອນ​ຈະ​ໄປ​ຖ່າຍ​ວີ​ດີ​ໂອ​ທຳ​ອະນາຈານ​ດັ່ງກ່າວ​ນັ້ນ ຜູ້ກ່ຽວ​ແມ່ນ​ໄດ້​ຊື້​ເສື້ອ​ຊາວ​ໜຸ່ມ ​ແລະ ສິ້ນ​ນັກຮຽນ​ໄປ​ພ້ອມ, ​ເມື​່ອຮອດ​ສະຖານ​ທີ່ ຜູ້ກ່ຽວ​ກໍ​ໄດ້​ແຕ່ງ​ໜ້າ ​ແລະ ​ເປຍ​ຜົມໃຫ້​ເດັກ​ຍິງ​ດັ່ງກ່າວ.

ການ​ກະທຳ​ດັ່ງກ່າວ ​ແມ່ນ​ເປັນ​ອັນຕະລາຍ​ຕໍ່​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງສັງຄົມ, ກຽດ​ສັກ​ສີຂອງ​ພົນລະ​ເມືອງ, ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ​ອັນ​ດີງາມຂອງ​ຊາດ. ສ່ວນ​ຜູ້​ຊາຍ​ຄົນ​ຕ່າງປະ​ເທດ ທີ່​ຮ່ວມ​ກະທຳ​ຜິດ​ກັບ​ຜູ້ກ່ຽວນັ້ນ ຍັງ​ເອົາ​ຕົວ​ຫຼົບໜີ. ປັດຈຸ​ບັນ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ພວກ​ເຮົາ ພວມ​ສືບ​ຕໍ່​ຕິ​ດຕາມ​ນຳ​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ ຕາມ​ຂັ້ນ​ຕອນ​ຂອງ​ກົດໝາຍຕໍ່ໄປ.

ດັ່ງນັ້ນ, ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ພໍ່​ແມ່​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ ​ໃຫ້​ມີ​ສະຕິ​ລະວັງ​ຕົວ ເພື່ອ​ປ້ອງ​ກັນ​ຕົນ​​ເອງ, ຄອບຄົວ​ ​ແລະ ສຶກສາ​ອົບຮົມ​ລູກ​ຫຼານ​ໃນ​ການ​ພົວພັນ​ສັງຄົມ, ຢ່າ​ຫຼົງ​ເຊື່ອ​ບຸກຄົນ ຫຼື ກຸ່ມ​ຄົນທີ່​ຕົວະ​ຍົວະ​ຫຼອກ​ລວງ. ຖ້າ​ບໍ່​ດັ່ງ​ນັ້ນ, ​ຈະ​ຕົກ​ເປັນ​ເຫຍື່ອຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ.

ຖ້າ​ໃນ​ກໍລະນີພົບ​ເຫັນ​ພຶດຕິ​ກຳ ຫຼື ການ​ກະທຳທີ່​ສົງ​ໄສ ວ່າ ເປັນການກະທຳຜິດ ຂໍ​ໃຫ້​ແຈ້ງ​ຕໍ່​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ ຫຼື ກົມ​ຕຳຫຼວດ 312 ​ເບີໂທລະສັບ​ສາຍ​ດ່ວນ 1300 ຫຼື 1362.

ຄວາມຈິງແນວໃດກັນແທ້..!!ແມ່ສາບແຊ່ງຕຳຫຼວດ ຍ້ອນລູກຊາຍຖືກກັກລົດ ພ້ອມປັບໄໝເງິນ 200.000 ກີບ (ມີຄລິບ)

ສຽງຈົ່ມຈາກປະຊາຊົນ​ (ທີ່ອ້າງຕົນວ່າເປັນຜູ້ບໍລິສຸດ)​ ພ້ອມທັງທຳການສາບແຊ່ງ ເຈົ້າໜ້າທີ່ສຸດລາຍ” ຈາກກໍລະນີຕຳຫຼວດຊຸດລາຍ ໄດ້ກັກໂຕລູກຊາຍຜູ້ກ່ຽວ ພ້ອມປັບໄໝເງິນ 200.000 ກີບ (25/10/2020)

.

ເຫດການເກີດຂຶ້ນໃນ ວັນທີ 25/10/2020 ທີ່ຜ່ານມາ ແມ່ໄດ້ໃຊ້ລູກໄປຊື້ໝີ່ມາກິນ ແຕ່ບັງເອີນລູກຊາຍໄດ້ຖືກຕຳຫຼວດຊຸດລາຍລັດລົດ ພ້ອມກັກກວດລົດຢູ່ທີ່ປ້ອມຕຳຫຼວດຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼັງຈາກກວດລົດແລ້ວໄດ້ເອົາກະແຈລົດໄວ້ ແລະ ບອກລູກຊາຍໄປຢູ່ປ້ອມຖ້າ ລູກຊາຍກໍ່ເລີຍໂທຫາແມ່ ອ້າຍຕຳຫຼວດຊຸດລາຍເພີ່ນຂໍເງິນ 200.000 ກີບ ຈື່ງຈະປ່ອຍຕົວ

.

ຈາກເຫດການດັ່ງກ່າວ ຈຶ່ງເຮັດໃຫ້ຜູ້ເປັນແມ່ບໍ່ພໍໃຈ ແລະ ຮູ້ສຶກເສຍໃຈຕໍ່ຕຳຫຼວດໄດ້ຂໍເງິນ 200.000 ກີບ ຈຶ່ງໄດ້ນຳເອົາເກືອ,ໝາກເຜັດ ມາເຜົາໄຟພ້ອມທັງສາບແຊ່ງຕຳຫຼວດ

(ຄລິບທີ 1)

(ຄລິບທີ 2)

ແນວໃດກໍ່ຕາມຂໍໃຫ້ທຸກຄົນອ່ານຢ່າງມີສະຕິ ແລະ ຄອມເມັ້ນຢ່າງລະມັດລະວັງ ເພາະນີ້ເປັນພຽງຄວາມຝ່າຍດຽວ ຂໍໃຫ້ຕຳຫຼວດດັ່ງກ່າວອອກມາຊີ້ແຈງດ່ວນ

ແບບນີ້ກໍ່ມີເນາະ..!!!ເຮັດກັນໄດ້ລົງຄໍໝູ່ໄປນຳກັນແທ້ໆຍັງລັກເງິນກັນໄດ້

ນີ້ແຫຼະເພີ່ນວ່າຮູ້ໜ້າບໍ່ຮູ້ຈິດໃຈຂ້າງໃນໄປນຳກັນແທ້ໆຍັງເຮັດແບບນີ້ເສີຍ ຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສໃນວັນທີ 16 ຕຸລາ 2020ວ່າ:   #ເຕືອນໄພສັງຄົມທຸກມື້ນີ້ຢູ່ຍາກຂື້ນນັບມື້ໝູ່ມານຳກັນຍັງລັກເອົາເງິນກັນໄດ້

ຮູບພາບນີ້ແມ່ນມີສອງສ່ຽວໄປນັ່ງກິນເຂົ້ານຳກັນ ຜູ້ສາວເຈົ້າຂອງກະເປົາສີດຳໄດ້ຍ່າງໄປເຂົ້າຫ້ອງນ້ຳ ພໍແຕ່ເຈົ້າຂອງອອກໄປຮອດຫ້ອງນ້ຳ ສາວເສື້ອດຳກະບໍ່ລໍຊ້າ ຫຼຽວຊ້າຍຫຼຽວຂວາ ມືຈົກເອົາເງິນຢູ່ກະເປົາຂອງໝູ່ມາເກັບໃສ່ຖົງໂສ້ງທາງຫຼັງໜ້າຕາເສີຍ

ໝູ່ໄປຫ້ອງນ້ຳ

.

ກຳລັງລັກເງິນໃນກະເປົ່າໝູ່

ແອັດວ່າສົງໄສເພີ່ນບໍ່ຮູ້ວ່າມີກ້ອງໄດ້ຫັ້ນເນາະ ມີແນມຫຼັງອີກ 555 ແນວກໍ່ຕາມມີສະຕິນຳກັນຕື່ມເດີພີ້ນ້ອງ.

ຊອກເບິ່ງຄົນ

.

ເອົາເງິນຍັດໄວ້ຖຸງສົງ

.

ເຮັດໂຕປົກກະຕິຄື່ບໍ່ມີຫຍັງເກີດຂຶ້ນ

ຄລິບ:

ເຕືອນສາວຕົວະເອົາເງິນແຟນແລ້ວຫນີໄປຢູ່ນຳຜູ້ບ່າວ

ຈາກຜູ້ໃຊ້ເຟສບຸກທ່ານຫນຶ່ງໄດ້ຂໍຄວາມເຫລືອຜ່ານສື່ສັງຄົມອອນລາຍ ໂດຍເລົ່າວ່າ ໃຜພົບເຫັນຍິງຄົນນີ້ລາວຊື່ປານ້ອຍ.(.​ຊື່ຫຼີ້ນອີ່ແດັດ..)​ລາວຢູ່ເມືອງມື່ນແຂວງວຽງຈັນ.​ ລາວມາຕົວະເອົາ..​ເງີນຂ້ອຍຈຳນວນ 37 ລ້ານ ກີບ ຕົວະວ່າຖ້າເອົາເງິນໃຫ້ແລ້ວຈະມາຢູ່ນຳ..​

ສຸດທ້າຍໄດ້ເງິນແລ້ວຫນີໄປລີ້ຢູ່ນຳຜູ້ບ່າວລາວ..​ຢູ່ວຽງຈັນ…​ຕອນນີ້ທາງຄອບຄົວລາວເຫັນດີໃຫ້ຂ້າພະເຈົ້າແຈ້ງຈັບໄດ້ແລ້ວ…​ຖ້າໃຜພົບເຫັນຊ່ວຍແຈ້ງ ຫາເບີ 02098025578 ແລ້ວຈະມີລາງວັນໃຫ້ຢ່າງງາມ…​ຊ່ວຍແຊຮຕໍ່ໃຫ້ແດ່.

.

.

.

ທີ່ມາ: ບຸນລັດ ສຸມາລີ