ປາດໂທ໋! ກວດພົບລາຍຮັບບໍ່ມອບເຂົ້າງົບປະມານລັດ 141 ຕື້ກວ່າກີບ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ທັນວາ ທີ່ຜ່ານມາ, ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ.

ໄດ້ລາຍງານການເຄື່ອນ ໄຫວວຽກງານປະຈຳປີ 2022 ແລະ ທິດທາງປະຈຳປີ 2023 ຂອງອົງການກວດສອບແຫ່ງລັດ ເຊິ່ງຜົນການກວດສອບຄືນ ການແກ້ໄຂຜົນການກວດສອບ ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການ ຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021;

ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຫລາຍເຂດເລືອກຕັ້ງ ກໍໄດ້ປະກອຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ.

ທ່ານ ວຽງທະວີສອນ ເທບພະຈັນ ລາຍງານໃຫ້ຮູ້ວ່າ: ຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາປີ 2021

, ຜ່ານການກວດສອບຕາມຫລັກວິຊາການບົດສະ ຫລຸບຂາດຕົວການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ ປະກອບມີລາຍຮັບຕາມແຜນການ 27.629 ຕື້ກວ່າກີບ ປະຕິບັດໄດ້ 28.905 ຕື້ກວ່າກີບ ເທົ່າກັບ 104,62% ຂອງແຜນການ; ລາຍຈ່າຍຕາມແຜນ ການ 31.583 ຕື້ກວ່າກີບ ປະຕິບັດໄດ້ 29.507 ຕື້ກວ່າກີບ ເທົ່າກັບ 93,43% ຂອງແຜນການ; ການ ດຸ່ນດ່ຽງຊໍາລະໜີ້ສິນສາທາລະນະຕາມແຜນການ 16.395 ຕື້ກວ່າກີບ ປະຕິບັດໄດ້ 12.592 ກວ່າຕື້ກີບ ເທົ່າກັບ 76,81%; ການດຸ່ນດ່ຽງງົບປະມານແຫ່ງລັດຕາມແຜນການ 20.349 ຕື້ກວ່າກີບ ປະຕິບັດໄດ້ 14.492 ຕື້ກວ່າກີບ ເທົ່າກັບ 71,22% ຂອງແຜນການ.

ຜ່ານການກວດສອບພົບເຫັນລາຍຮັບ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ 141,30 ຕື້ກີບ;

ໃນນັ້ນ, ໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ 35,18 ຕື້ກີບ ຍັງເກັບຮັກສາໄວ້ຢູ່ຄັງເງິນສົດຝາກໄວ້ຢູ່ທະນາຄານ ແລະ ຝາກໄວ້ໃນລະບົບບັນຊີເງິນຝາກຄັງເງິນ 106,12 ຕື້ກີບ; ກວດສອບເຫັນເງິນຈ່າຍລ່ວງໜ້າຄ້າງ ໃນລະບົບຄັງເງິນປະຈໍາແຂວງ ທີ່ບໍ່ສາມາດສະສາງໄດ້ຍົກມາຈາກປີກ່ອນ 1.294 ກວ່າຕື້ກີບ ເກີດຂຶ້ນໃໝ່ປີ 2021 ຈໍານວນ 85,73 ຕື້ກີບ ກວດສອບພົບໜີ້ຕ້ອງຮັບສ່ວຍສາອາກອນ ຊັບສິນແຫ່ງລັດ ແລະ ຈາກບັນດາຫົວໜ່ວຍງົບປະມານ ທີ່ບໍ່ມອບເຂົ້າງົບ ປະມານແຫ່ງລັດ ທັນຕາມກໍານົດເວລາມີຍົກມາຈາກປີກ່ອນ 1.879 ຕື້ກວ່າກີບ ເກີດຂຶ້ນໃໝ່ປີ 2021 ຈໍານວນ 551,43 ຕື້ກີບ; ກວດສອບເຫັນຍອດເຫລືອເງິນລາຍຮັບໃນບັນຊີລໍຖ້າຈັດສັນ(ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດ 9,48 ຕື້ກີບ; ກວດສອບເຫັນການນຳໃຊ້ເງິນຄັງພັດທະນາທ້ອງຖິ່ນ ເງິນຄັງພັດທະນາຊຸມຊົນ ແລະ ເງິນລະດົມ, ເງິນເກີນແຜນປີ 2021, ເງິນແຮ່ທ້ອງຖິ່ນ, ເງິນກອງທຶນຄົ້ນຄວ້າວິທະຍາສາດ ແລະ ເງິນງົບປະມານແຫ່ງລັດ ລວມທັງໝົດ 78,46 ຕື້ກີບ ໄປຈ່າຍບໍ່ຖືກຕາມເປົ້າໝາຍ; ກວດສອບເຫັນການຈັດຕັ້ງປະຕິບັດ ໂຄງການນອກແຜນງົບປະມານແຫ່ງລັດ 13 ໂຄງການ ມູນຄ່າຕາມສັນຍາ 23,07 ຕື້ກີບ ໃນນັ້ນ ມູນຄ່າປະຕິບັດຕົວຈິງ 21,72 ຕື້ກີບ.

ທ່ານ ວຽງທະວີສອນ ເທບພະຈັນ ຍັງໃຫ້ຮູ້ອີກວ່າ: ຜົນການກວດສອບຄືການແກ້ໄຂຜົນການກວດສອບຕາມມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງການແກ້ໄຂຜົນການກວອສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2020 ເລັ່ງທວງເອົາຍອດເຫລືອລາຍຮັບທີ່ກວດເຫັນເພີ່ມ 106,17 ຕື້ກີບ ເຂົ້າງົບປະມານແຫ່ງລັດ; ໃນນັ້ນ, ໄດ້ຮັບການແກ້ໃນປີ 2021 ຈຳນວນ 34,57 ຕື້ກີບ ເລັ່ງທວງໜີ້ສິນຕ້ອງຮັບສ່ວຍສາອາກອນ ແລະ ຊັບສິນຂອງລັດ ເຂົ້າງົບປະມານແຫ່ງລັດສະສົມຮອດທ້າຍປີ 2020 ຈຳນວນ 5.000 ຕື້ກວ່າກີບ; ໃນນັ້ນ, ເກັບໄດ້ປີ 2021 ຈຳນວນ 315 ຕື້ກວ່າກີບ, ຍັງຄ້າງຮອດທ້າຍປີ 2021 ມີ 4.000 ຕື້ກວ່າກີບ, ການສະສາງເງິນລາຍຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດສະສົມຮອດປີ 2020 ມີ 1.000 ຕື້ກວ່າກີບ, ໄດ້ຮັບການແກ້ໄຂໃນປີ 2021 ຈຳນວນ 44,13 ຕື້ກີບ ປະກອບເອກະສານເປັນລາຍຈ່າຍ 23 ຕື້ກວ່າກີບ ເກັບຄືນເປັນເງິນໄດ້ 20 ຕື້ກວ່າກີບ ຍັງຄ້າງຮອດປີ 2021 ຈຳນວນ 1.000 ຕື້ກວ່າກີບ.

ທີ່ມາ: ຂປລ

ຂ່າວດີ ປີນີ້ຈັດແນ່ນອນ ງານມະຫາກໍາບຸນຊ້າງ ໄຊຍະບູລີ 13-20 ກຸມພາ 2023

ເພື່ອເປັນການສືບຕໍ່ເສີມຂະຫຍາຍວັດທະນະທໍາ ແລະ ຮີດຄອງປະເພນີທີ່ເປັນເອກະລັກໃນແບບວິຖີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ບູຮານນະການ ແລະ ເພື່ອໃຫ້ຄົນຮຸ່ນຕໍ່ໆໄປໄດ້ມີຄວາມຮັບຮູ້ກ່ຽວກັບຊ້າງຫຼາຍຂຶ້ນ, ເພາະຊ້າງເປັນປະເພດສັດໃຫຍ່, ເປັນສັດຄໍາຮູ້ທີ່ສາມາດຮັບຟັງຄໍາສັ່ງຂອງຜູ້ເປັນເຈົ້າຂອງໄດ້ເປັນຢ່າງດີ, ແລະ ເພື່ອໃຫ້ທຸກຄົນຄວນໄດ້ຮູ້ ແລະ ອານຸລັກຮັກສາ ແລະ ຫວງແຫນຊ້າງໃຫ້ຍືນຍົງຄົງຢູ່ຄູ່ກັບປະຊາຊົນຕະຫຼອດໄປ ໃຫ້ສົມກັບທີ່ວ່າປະເທດລາວເປັນ ດິນແດນລ້ານຊ້າງ.

ງານມະຫາກຳບຸນຊ້າງ ປະຈຳປີ 2023 ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-20 ກຸມພາ 2023 ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ.

ຂໍເຊີນຊວນບັນດາທ່ານແຂກ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ພາຍໃນງານທ່ານຈະໄດ້ພົບກັບກິດຈະກຳທີ່ຫລາກຫລາຍຂອງຊ້າງ ເຊັ່ນວ່າ ຂີ່ຊ້າງ ຊົມຊ້າງນ້ອຍຄຳຮູ້, ຊ້າງເຕັ້ນລຳວົງ ແລະ ອື່ນໆ.

ປັບລາຄານ້ຳມັນແລ້ວເດີ ເລິ່ມປະຕິບັດມື້ນີ້

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 22/12/2022

ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1884/ອຄ

ລົງວັນທີ 21 ທວ 2022.ສະເພາະຈຸດນະຄອນຫຼວງ .

ດ່ວນ! ເຜີຍໂສມໜ້າ ສອງໄຮໂຊສາວ ຄະດີຂົ່ນຢາໃນລົດສະແຕັກຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທຈັບໄດ້

ໃນເວລາ 14:00 ໂມງ ຂອງວັນທີ 19 ທັນວາ 2022, ເຈົ້າໜ້າທີ່ໄດ້ຖະແຫຼງຂ່າວຄວາມຄືບໜ້າກ່ຽວກັບການສືບສວນ-ສອບສວນຂະຫຍາຍຜົນດຳເນີນຄ ະດີຢ າ ເ ສ ບ ຕິ ດ ປະເພດ ຢ າ ບ້ າ ຈຳນວນ: 3.860.000 ເມັດ, ໄອສ໌ ຈຳນວນ 10 ກິໂລກຼາມ ແລະ ຢ າ ອີ 5.000 ເມັດ ທີ່ເຈົ້າໜ້າທີ່ໄທຢຶດດໄດ້ຢູ່ໃນລົດສະແຕັກຂົນສົ່ງນ້ຳມັນ ທີ່ດ່ານຂົວມິດຕະພາບລາວ-ໄທ ແຂວງໜອງຄາຍ ປະເທດໄທ ໃນຄັ້ງວັນ 23 ພະຈິກ 2022 ສາມາດຈັບຕົວຜູ້ຖືກຫາ 2 ຄົນ.

ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານ ຢ າ ເສ ບ ຕິ ດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຖະແຫຼງວ່າ: ໃນວັນທີ 24 ພະຈິກ 2022, ເຈົ້າໜ້າທີ່ຕຳຫຼວດໄດ້ຮັບຂໍ້ມູນ ແລະ ປະສານງານກັບເຈົ້າໜ້າທີ່ໄທ ມີເປົ້າໝາຍທີ່ເປັນຄົນລາວມີສ່ວນພົວພັນກັບການຂົນສົ່ງ ຢ າ ເ ສ ບ ຕິ ດ ໃນຄັ້ງນີ້.

ຕໍ່ກັບເຫດການດັ່ງກ່າວ, ກະຊວງ ປກສ ແລະ ກໍຄືກົມໃຫຍ່ຕຳຫຼວດ ກໍໄດ້ແຕ່ງຕັ້ງໃຫ້ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານ ຢ າ ເ ສ ບ ຕິ ດ ລົງພິສູດໄລ່ຊອກ-ໄລ່ຈັບເປົ້າໝາຍໂດຍມີການປະສານສົມທົບກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງທີ່ກ່ຽວຂ້ອງ. ຮອດວັນທີ 30 ພະຈິກ 2022, ຈຶ່ງສາມາດຈັບຕົວບຸກຄົນທີ່ມີສ່ວນພົວພັນກັບການຂົນສົ່ງຢາເສບຕິດດັ່ງກ່າວ ຈຳນວນ 2 ຄົນ ຄື: ນາງ ໜູແດງ ຫຼື ວັນ, ອາຍຸ 29 ປີ, ເຮັດນາຢູ່ບ້ານ ຄູນມະນີ ເມືອງຄູນຄຳ ແຂວງຄຳມ່ວນ ແລະ ນາງ ດອນ, ອາຍຸ 45 ປີ, ຄ້າຂາຍ, ຢູ່ບ້ານຄູນຄຳ ເມືອງຄູນຄຳ ແຂວງ ຄຳມ່ວນ ມາດຳເນີນຄະດີຕາມ ກົດໝາຍ ຂອງ ສປປ ລາວ.

ຜ່ານການສືບສວນ-ສອບສວນທັງສອງຄົນ, ກໍໄດ້ຮັບສາລະພາບວ່າ: ໄດ້ມີການພົວ ພັນກັບການຂົນສົ່ງຢາເສບຕິດໃນຄັ້ງນີ້ກັບ ທ້າວ ປຣະສິດ ປັນພູມີ ( ຄົນໄທ ) ທີ່ຂັບລົດສະແຕັກຂົນສົ່ງນ້ຳມັນ ຊຸກເຊື່ອງຢາເສບຕິດທີ່ຖືກເຈົ້າໜ້າທີ່ໄທຈັບຕົວໃນວັນທີ 23 ພະຈິກ 2022 ນັ້ນແທ້ ແລະ ພວກກ່ຽວທັງສອງຍັງໃຫ້ການອີກວ່າ: ເລີ່ມແຕ່ປີ 2019 ເປັນຕົ້ນມາ, ແມ່ນເຄີຍຕິດຕໍ່ພົວພັນກັບການຂົນສົ່ງຢ າ ເ ສ ບ ຕິ ດ ປະເພດຢາບ້າ ແລະ ຄັນຊາ ກັບ ທ້າວ ປຣະສິດ ປັນພູມີ ມາແລ້ວ 7 ຄັ້ງ ລວມທັງຄັ້ງນີ້.

ໃນແຕ່ລະຄັ້ງແມ່ນ ນາງ ດອນ ເປັນຜູ້ຕິດຕໍ່ຫາ ນາງ ໜູແດງ ແລ້ວ ນາງ ໜູແດງ ກໍຕິດຕໍ່ຫາທ້າວ ປຣາສິດ ປັນພູມີ ໃນເວລາຜູ້ກ່ຽວມາສົ່ງນ້ຳມັນຢູ່ ສປປ ລາວ ແລ້ວຈະກັບປະເທດໄທ ແລ້ວກໍໄດ້ນັດໝາຍຈຸດສົ່ງຢາເສບຕິດ. ຈາກນັ້ນ, ນາງ ດອນ ກໍຈະບອກໃຫ້ຄົນເອົາຢາ ເ ສ ບ ຕິ ດ ມາສົ່ງໃຫ້ບ່ອນຈຸດນັດໝາຍ. ຫຼັງຈາກນັ້ນ, ນາງ ດອນ ກໍຈ່າຍເງິນຄ່າຂົນສົ່ງໃຫ້ ທ້າວ ປຣະສິດ ປັນພູມີ ( ຄັ້ງລະ 40.000 ບາດ ຫາ 100.000 ບາດ ) ແລ້ວ ທ້າວ ປຣາສິດ ປັນພູມີ ກໍຈະຈ່າຍໃຫ້ ນາງ ໜູແດງ ຕາມການຕົກລົງກັນໄວ້.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວກເຮົາກໍາລັງສືບຕໍ່ດໍາເນີນການສືບສວນ-ສອບສວນເກັບກຳຂໍ້ມູນ, ຫຼັກຖານໃຫ້ຄົບຖ້ວນ ແລະ ຂະຫຍາຍຜົນເຖິງຜູ້ທີ່ມີສ່ວນພົວພັນກັບການຄ້າຂາຍ, ຂົນສົ່ງຢ າ ເ ສ ບ ຕິ ດ ເພື່ອນຳຕົວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ບຸນຖິນ

ທະນາຄານ ແຫ່ງ ສປປ ລາວ ຊີ້ແຈງກ່ຽວກັບ ສະຫລະ ໃນທະນະບັດ ໃບ 50000 ກີບ (ໃໝ່)

ການຊີ້ແຈງຕົວໜັງສື “ຫ້າສິບພັນກີບ” ຢູ່ໃນທະນະບັດໃບ 50.000 ກີບ (ລຸ້ນປີ 2020)

ຕໍ່ກະແສສັງຄົມຈໍານວນໜຶ່ງກ່ຽວກັບການເບິ່ງໂຕໜັງສືໃນທະນະບັດປະເພດໃບ 50.000 ກີບ “ຫ້າສິບພັນກີບ” (ລຸ້ນປີ 2020) ທີ່ຖ່າຍພາບຈາກກ້ອງຂອງຕົນເອງແລ້ວໂພສລົງ Facebook, ເຊິ່ງເບິ່ງຜິວເຜີນແລ້ວເຫັນເງົາໂຕໜັງສືຄ້າຍຄືເປັນຄຳວ່າ “ຫ້າສຶບພັນກືບ”

ນັ້ນເປັນການສ້າງປະເດັນໃນສື່ສັງຄົມອອນລາຍ. ສຳລັບໂຕໜັງສື “ຫ້າສິບພັນກີບ” ແມ່ນໄດ້ຂຽນຖືກຕ້ອງຕາມຫຼັກການທັງໝົດ ແລະ ໄດ້ຜ່ານການອອກແບບທີ່ໄດ້ມາດຕະຖານທາງວິຊາການຄົບຖ້ວນ,

ຖ້າພວກເຮົາເບິ່ງຕາມໂທນສີຂອງໂຕໜັງສືກໍຈະເຫັນເປັນສະຫຼະຢ່າງຊັດເຈນ ແລະ ການອອກແບບແມ່ນໄດ້ໃຊ້ຂອບສີຂາວໃສ່ໂຕໜັງສື ເປັນການອອກແບບໂດຍໃຊ້ເອັບເຟັກ (effect) ເງົາຂອງຟ້ອນ (Font) ໂຕໜັງສື, ເຮັດໃຫ້ຕົວໜັງສືໜາ ແລະ ໂດດເດັ່ນຂຶ້ນຈາກອົງປະກອບອື່ນໆຈາກສີພື້ນຫຼັງ, ນັ້ນແມ່ນເຕັກນິກການອອກແບບເພື່ອເຮັດໃຫ້ແຕ່ລະອົງປະກອບຂອງທະນະບັດມີຄວາມຈະແຈ້ງຊັດເຈນ.

ສ່ວນການຍົກປະເດັນທີ່ປະກົດຕາມສື່ສັງຄົມອອນລາຍນັ້ນແມ່ນເປັນພຽງພາບສະທ້ອນອອກຈາກພື້ນລາຍໃນໃບເງິນ ເຊິ່ງອາດຈະເກີດມາຈາກຄວາມຄົມຊັດຂອງກ້ອງຖ່າຍຮູບຂອງຜູ້ຖ່າຍທີ່ບໍ່ຊັດເຈນ ແລະ ຮູບພາບທີ່ເຫັນກໍ່ຂຶ້ນກັບຄວາມລະອຽດຂອງກ້ອງຖ່າຍຮູບຂອງໃຜມັນ. ຖ້າໃຊ້ກ້ອງຖ່າຍຮູບທີ່ມີຄວາມລະອຽດສູງ ແລະ ຢູ່ໃນຈັງຫວະການວາງກ້ອງທີ່ຖືກຕ້ອງກໍ່ຈະສາມາດຈໍາແນກສະຫຼະເທິງທະນະບັດໄດ້ຢ່າງຊັດເຈນ.

ຂໍໃຫ້ສັງຄົມຈົ່ງເຊື່ອໝັ້ນຕໍ່ການນໍາເອົາທະນະບັດໃບໃໝ່ອອກສູ່ສັງຄົມເພື່ອນໍາໃຊ້, ບໍ່ໃຫ້ໄປຫຼົງເຊື່ອຕໍ່ກະແສສື່ສັງຄົມອອນລາຍທີ່ບໍ່ຫວັງດີ.

ທ່ານ ນາງ ວາລີ ເວດສະພົງ ກອງປະຊຸມສະໄໝສາມັນ ເທື່ອທີ 4 “ເງິນເດືອນພະນັກງານ ບໍ່ແມ່ນແນວຕິດໜີ້”

ທ່ານ ນາງ ວາລີ ເວດສະພົງ ສສຊ ປະຈຳ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ສະເໜີຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022 ໃຫ້ແກ້ໄຂບັນຫາການເບີກຈ່າຍເງິນເດືອນທີ່ຊັກຊ້າ ເຊິ່ງ ທ່ານ ນາງ ວາລີ ໄດ້ປະກອບຄໍາຄິດເຫັນ ແລະ ສະເໜີ ໃນກອງປະຊຸມວ່າ:

ເງິນເດືອນພະນັກງານບໍ່ແມ່ນແນວຕິດໜີ້ ເດືອນໜຶ່ງຕ້ອງໄດ້ເບີກເງິນ ເຖິງຈະມີຄວາມຫຍຸ້ງຍາກພຽງໃດກໍຕາມ ຢາກສະເໜີໃຫ້ກະຊວງການເງິນຫາວິທີແກ້ໄຂ ເພາະບາງຄົນກໍຖ້າກິນແຕ່ເງິນເດືອນ ບາງຄົນບໍ່ໄດ້ຮອດ 3 ເດືອນ ເຂົາເຈົ້າຈະຢູ່ແນວໃດ ບັນຫານີ້ຍາກພຽງໃດກໍຕ້ອງແກ້ ແລະ ບໍ່ຄວນມີອີກ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ກໍໄດ້ຕໍ່ຄຳສະເໜີຂອງ ສສຊ ຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022 ວ່າ:

ສຳລັບຂັ້ນຕອນການເບີກເງິນເດືອນ ຈະບໍ່ໃຫ້ມີ 24 ລາຍເຊັນອີກ ສະເພາະເງິນເດືອນລັດຖະມົນຕີກະຊວງທີ່ກ່ຽວຂ້ອງເຈົ້າແຂວງເຊັນແມ່ນສາມາດປະຕິບັດໄດ້ເລີຍ ທີ່ຜ່ານມາແມ່ນຜ່ານເຖິງ 24 ລາຍເຊັນ ຈຶ່ງຜ່ານການອະນຸມັດແບບຄົບຖ້ວນ ເຮັດໃຫ້ມີການຊັກຊ້າໃນການຈ່າຍເງິນເດືອນ, ແຕ່ລະປີໃນເດືອນມັງກອນ ແມ່ນໄດ້ຂໍຢືມລ່ວງໜ້າໃນແຕ່ລະແຂວງ ທຸກກະຊວງບໍ່ສາມາດປະຕິບັດແຜນລາຍຈ່າຍ.

ຕໍ່ໄປຈະໃຫ້ລັດຖະມົນຕີເຊັນແມ່ນສຳເລັດ ບໍ່ຈຳເປັນຕ້ອງຮອດ 24 ລາຍເຊັນ ຄືທີ່ຜ່ານມາ, ສ່ວນເງິນເດືອນທີ່ຢູ່ຫ່າງໄກສອກຫຼີກ ກະຊວງການເງິນກໍໄດ້ຄົ້ນຄວ້າແລ້ວ ເຖິງຈະບໍ່ມາເອົາເງິນກໍຕາມ ທາງກະຊວງຈະເປີດບັນຊີເງິນຝາກໄວ້ ເມື່ອຮອດມື້ແລ້ວຈະເອົາເງິນຝາກບັນຊີໄວ້ ຖ້າບໍ່ມາຖອນກໍບໍ່ໃຫ້ມາຕິລັດຖະບານອີກ.

ປີ 2023 ລັດຖະບານຈະຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9%

ທະນາຄານແຫ່ງ ສປປ ລາວ ຈະປັບປຸງ ແລະ ຈັດຕັ້ງປະຕິບັດກົນໄກການຄຸ້ມຄອງເງິນຕາຕ່າງປະເທດຂອງ ສປປ ລາວ ໃຫ້ມີປະສິດທິຜົນ, ສ້າງຄວາມເຊື່ອໝັ້ນຕໍ່ລະບົບທະນາຄານ ແລະ ສະຖາບັນການເງິນຮູບແບບຕ່າງໆ ແລະ ທັງເປັນກົນໄກໃນການຄວບຄຸມອັດຕາເງິນເຟີ້ສະເລ່ຍໝົດປີ 2023 ໃຫ້ຢູ່ໃນລະດັບບໍ່ເກີນ 9%.

ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ລາຍງານຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ IV ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022, ໂດຍເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງທ່ານໄດ້ກ່າວວ່າ:

ໃນປີ 2023 ລັດຖະບານຖືເອົາການຮັກສາສະຖຽນລະພາບທາງ ດ້ານເງິນຕາເປັນກົກ ດ້ວຍການດໍາເນີນນະໂຍບາຍເງິນຕາໃນທິດທາງ ທີ່ຮັດກຸມຫຼາຍຂຶ້ນ ເພຶ່ອແນ່ໃສ່ສ້າງກົນໄກທີ່ເຂັ້ມແຂງໃນການຄວບຄຸມຫຼາຍບັນຫາເງິນຕາທີ່ເກີດຂຶ້ນໃນ ສປປ ລາວ ໃຫ້ມີການຄວບຄຸມໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ເຊັ່ນ:

ຄວບຄຸມອັດຕາເງິນເຟີ້ສະເລ່ຍໜົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 9%, ຄຸ້ມຄອງໃຫ້ອັດຕາແລກປ່ຽນເໜັງຕີງສອດຄ່ອງກັບລະດັບດຸນຍະພາບທາງດ້ານເສດຖະກິດ-ເງິນຕາ ແລະ ບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້, ຄວບຄຸມປະລິມານເງິນ M2 ໃຫ້ຂະຫຍາຍຕົວບໍ່ເກີນ 26% ທຽບໃສ່ປີຜ່ານມາ, ສ້າງຄວາມເຂັ້ມແຂງຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າໄດ້ບໍ່ຫຼຸດ 3 ເດືອນ,

ຊຸກຍູ້ທະນາຄານທຸລະກິດສຶບຕໍ່ລະດົມເງິນຝາກ ໃຫ້ຍອດເງິນຝາກທະນາຄານທຸລະກິດບັນລຸໄດ້ 85% ຂອງ GDP, ຊຸກຍູ້ທະນາຄານທຸລະກິດປ່ອຍສິນເຊື່ອໃຫ້ໂຄງການທີ່ມີ ປະສິດທິຜົນ ໂດຍສົ່ງໃສ່ສົ່ງເສີມການຜະລິດ ເພຶ່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການ ສົ່ງອອກ ເປັນບູລິມະສິດ, ສົ່ງເສີມຈຸນລະວິສາຫະກິດ,

ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຮັດໃຫ້ຍອດເຫຼືອສິນເຊື່ອຂອງຂະແໜງການທະນາຄານບັນລຸໄດ້ 65% ຂອງ GDP, ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ ຂອງທະນາຄານທຸລະກິດໃຫ້ຢູ່ໃນລະດັບບໍ່ເກີນ 3%. ຄຽງຄູ່ກັນນີ້, ຍັງຈະໄດ້ດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ໃນທິດທາງທີ່ຮັດກຸມກວ່າເກົ່າ ເປັນຕົ້ນແມ່ນທົບທວນ ແລະ ປັບອັດຕາດອກເບ້ຍພື້ນຖານຂອງທະນາຄານ ແຫ່ງ ສປປ ລາວ ເມື່ອຈໍາເປັນ ເພຶ່ອຄວບຄຸມປະລິມານເງິນ,

ຄວບຄູ່ກັບການສຶບຕໍ່ອອກພັນທະບັດທະນາຄານ ແຫ່ງ ສປປ ລາວ ເພຶ່ອທົດແທນບ້ວງ 5.000 ຕື້ກີບ ທີ່ອອກໄປໃນປີ 2022 ຕາມຄວາມເໝາະສົມ, ປັບອັດຕາສ່ວນເງິນແຮຝາກບັງຄັບໃຫ່ສອດຄ່ອງກັບເງື່ອນໄຂດ້ານສະພາບຄ່ອງ ຄວາມໝັ້ນຄົງຂອງທະນາຄານທຸລະກິດ, ຈັງຫວະການຂະຫຍາຍຕົວຂອງປະລິມານເງິນ ແລະ ການຂະຫຍາຍຕົວຂອງເສດຖະກິດ ພ້ອມທັງຮັບປະກັນການຄວບຄຸມເງິນເຟີ້ ແລະ ອັດຕະແລກປ່ຽນໃຫ້ໄດ້ຕາມທີ່ກໍານົດໄວ້.

ຂໍ້ມູນ: ຄວາມສະຫງົບ

ລາຍຈ່າຍທີ່ໃຊ້ງົບປະມານລັດ ຟູມເຟືອຍຫຼາຍທີ່ສຸດ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງານເງິນ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ

ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 7 ທັນວາ 2022 ຕໍ່ກັບບັນຫາການໃຊ້ຈ່າຍຟູມເຟືອຍ ແລະ ມາດຕະການຕ້ານການຟູມເຟືອຍ.

…..

Cr: ໜັງສືພິມລາວພັດທະນາ Laophattana News

ຫ້າມຕຳຫລວດຈະລາຈອນ ນວ ກະທຳ 9 ຂໍ້.

ວັນທີ 6 ທັນວາ 2022 ກົມຕຳຫລວດຈະລາຈອນ ໄດ້ລົງເປີຍແຜ່ 9 ຂໍ້ຫ້າມ ໃຫ້ຈະລາຈອນ ນະຄອນຫລວງວຽງຈັນຄື.

1 ຫ້າມຕັ້ງຈຸດກວດກາຍານພາຫະນະຕາມເສັ້ນທາງຫຼວງທີ່ບໍ່ໄດ້ຮັບການຕົກລົງຈາກຂັ້ນເທິງຢ່າງເດັດຂາດ.

2 ຫ້າມຕັ້ງຈຸດກວດກາ ຢູ່ເສັ້ນທາງແຄບ ແລະ ລົດບໍ່ສາມາດສວນທາງກັນໄດ້ເຊິ່ງຈະເຮັດໃຫ້ລົດແອອັດ.

3 ຫ້າມປະຈວຍ, ປ້າຍ ຫຼື ເຄື່ອງໝາຍ ໄວ້ຈຸດກວດກາ ແລະ ປ້ອມ ເມື່ອຢຸດເຊົາການເຮັດໜ້າທີ່.

4 ຫ້າມກວດກາເອກະສານເຄື່ອນຍ້າຍສິນຄ້າ ແລະ ສິນຄ້າ ຍົກເວັ້ນກໍລະນີມີການແຈ້ງຂ່າວ, ການປະສານສົມທົບຈາກພາກສ່ວນທີ່ກ່ຽວຂ້ອງ.

5 ຫ້າມປັບໃໝເກີນອັດຕາທີ່ໄດ້ກຳນົດຕາມ ດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ສະບັບເລກທີ 568/ລບ ແລະ ບໍ່ມີບິນຮັບເງິນ ກ1 ຢ່າງເດັດຂາດ.

6.ຫ້າມປັບໃໝຜູ້ຂັບຂີ່ທີ່ລະເມີດດໍາລັດວ່າດ້ວຍກົດຈະລາຈອນທາງບົກ ໃນເວລາຕັ້ງຈຸດກວດກາ ໂດຍອີງໃສ່ປະມວນ ກົດໝາຍອາຍາຢ່າງເດັດຂາດ.

7 ໃຫ້ປະຕິບັດໜ້າທີ່ບໍລິການດ້ວຍມາລະຍາດທີ່ດີເປັນທີ່ເພີ່ງຂອງສັງຄົມ.

8 ຫ້າມສວຍໃຊ້ສິດ, ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ພັກພວກຢ່າງເດັດຂາດ.

9.ຫ້າມມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ຢ່າງເດັດຂາດ.

ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີ ເປີດນຳໃຊ້ຫລຽນຈຳລອງ ຫົວພັນວິລະຊົນ

ແຂວງຫົວພັນ ຈັດພິທີເປີດຫລຽນຈຳ ລອງຫົວພັນວິລະຊົນ ໃນວັນທີ 7 ທັນວາ 2022 ຢູ່ສວນສາທາລະນະຫົວພັນ- ແທັງຮວ່າ ຕິດກັບໜ່ວຍແກ້ວຫລັກເມືອງ ເທສະບານ ເມືອງຊຳເໜືອ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາທ່ານການນຳຂັ້ນສູນກາງ, ການນຳແຂວງ, ການນຳ 10 ເມືອງ, ພະນັກງານອາວຸດໂສບຳນານປະຕິວັດ, ພະນັກ ງານລັດຖະກອນ, ກຳລັງປ້ອງກັນຊາດ-ປ້ອງຄວາມສະຫງົບ, ມີອຳນາດການປົກຄອງທ້ອງຖິ່ນ ແລະ ຜູ້ຕາງໜ້າປະຊາຊົນບັນດາເຜົ່າອ້ອມຂ້າງເທສະບານແຂວງ ເຂົ້າ ຮ່ວມ.

ໃນພິທີ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງຫລຽນຈຳລອງດັ່ງກ່າວວ່າ: ການເປີດຫລຽນຈຳລອງຫົວພັນວິລະຊົນ ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມ ຄວາມດີຂອງບັນດາບັນພະບຸລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນ ດາເຜົ່າ ແຂວງຫົວພັນທີ່ໄດ້ອຸທິດຊີວິດ,

ເລືອດເນື້ອກໍຄືລູກຫລານອັນແສນຮັກຂອງຕົນ ເຂົ້າໃນການຕໍ່ສູ້ຕ້ານການກົດຂີ່ຂູດຮີດ ແລະ ຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ໃໝ່ເພື່ອກອບກູ້ເອົາສິດເປັນເຈົ້າປະເທດຊາດ ຜືນແຜນດິນອັນຄົບຖ້ວມຄືນມາໄດ້ຢ່າງສົມບູນໃນແຕ່ລະໄລຍະ ໄວ້ໃຫ້ສະມາ ຊິກພັກ, ພະນັກງານ, ນັກຮຽນຮູ້, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງຫົວພັນ ຜູ້ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮ່ຳຮຽນເອົາມູນເຊື້ອ ທີ່ບັນດາບັນພະບູລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ແຂວງຫົວພັນ ໄດ້ສ້າງໄວ້ນັ້ນ ປະ ກອບເຂົ້າໃນການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນ ພະນັກງານທີ່ສືບຖອດທີ່ດີເດັ່ນ ສາມາດແບກຫາບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຢ່າງ ຮອບດ້ານທີ່ມີຫລັກການຂອງພັກ ນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ທີ່ພັກໄດ້ກຳນົດໄວ້.

ທ່ານ ອານົງລັກ ແສງສຸລິຍາ ເຈົ້າເມືອງຊຳເໜືອ, ທັງເປັນປະທານອົງການພັດທະນາ ແລະ ບໍລິ ຫານຕົວເມືອງຊຳເໜືອ ໃນ ນາມເຈົ້າຂອງໂຄງການກໍ່ສ້າງຫລຽນຈຳ ລອງຫົວພັນວິລະຊົນ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ມີຄວາມໝາຍຄວາມສຳຄັນຕໍ່ແຂວງຫົວພັນ ເຊິ່ງຕິດພັນກັບປະຫວັດສາດ, ຮີດຄອງປະເພນີ, ວິຖີການດຳລົງຊີວິດ, ການຕໍ່ສູ້ປົດປ່ອຍປະ ເທດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ ມີທີ່ຕັ້ງຢູ່ສວນສາທາລະນະມິດຕະພາບຫົວພັນ-ແທັງຮວ່າ ຕິດກັບບໍລິເວນ ໜ່ວຍແກ້ວຫລັກເມືອງ, ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນມັງກອນ 2022 ແລະ ສຳເລັດໃນທ້າຍເດືອນກັນຍາ 2022, ມີໄລຍະກໍ່ສ້າງ 9 ເດືອນ, ໂຄງການປະກອບດ້ວຍ:

ກໍ່ສ້າງເສົາຮອງຮັບຮູບຈຳລອງຫລຽນວິລະຊົນ ເປັນຮູບ 10 ຫລ່ຽມ ແລະ ຕົບແຕ່ງດ້ວຍລວດລາຍເອກະລັກຕ່າງໆ, ຕີນເສົາມີເສັ້ນຜ່າກາງ 8 ແມັດ, ປາຍເສົາມີເສັ້ນຜ່າກາງ 1,33 ແມັດ, ແທ່ນເສົາມີລວງສູງ 7,20 ແມັດ, ລວມມີ 7 ຂັ້ນ ແຕ່ລະຂັ້ນມີຄວາມໝາຍແຕກຕ່າງກັນ. ສະເພາະໜ່ວຍຫລຽນຈຳລອງ ຫົວພັນວິລະຊົນ ມີຂະໜາດ ແລະ ຄວາມໜາ 15 ຊັງຕີແມັດ, ກວ້າງ 1,33 ແມັດ, ສູງ 1,88 ແມັດ, ຜະລິດດ້ວຍທອງເຫລືອງ ມີ 2 ໜ້າ, ລວມມູນຄ່າກໍ່ສ້າງທັງໝົດ 569 ລ້ານກວ່າກີບ.

ໃນພິທີຄັ້ງນີ້, ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ກໍໄດ້ເລົ່າຄືນມູນເຊື້ອຫົວພັນວິລະຊົນ ເຊິ່ງໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງແຂວງຫົວພັນໂດຍຫຍໍ້, ສະພາບການກົດຂີ່ຂູດຮີດຂອງຈັກກະພັດຕ່າງດ້າວ ແລະ ການລຸກຮື້ຂື້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດຂອງປະຊາຊົນບັນດາ ເຜົ່າຢູ່ແຂວງຫົວພັນນັບແຕ່ປີ 1890 ເປັນຕົ້ນມາ ໃນນັ້ນ ລົງເລິກເຖິງຜົນງານຂອງກອງທັບ ແລະ ປະ ຊາຊົນບັນດາເຜົ່າແຂວງຫົວພັນ ທີ່ຍາດມາໄດ້ ເປັນຕົ້ນ ສາມາດເປີດບັ້ນຮົບນ້ອຍໃຫຍ່ທັງໝົດ 7.633 ຄັ້ງ, ສາມາດປັດເຂ່ຍສັດຕູອອກຈາວົງສູ້ຮົບໄດ້ 22.654 ຄົນ, ຂ້າຕາຍ 12.340 ຄົນ, ບາດເຈັບ 4.240 ຄົນ, ຈັບໄດ້ ແລະ ອອກມາຍອມ 4.090 ຄົນ, ໂຕນປະຖັນແຖວ 1.944 ຄົນ, ຢືດ ແລະ ທຳລາຍປືນຊະນິດຕ່າງໆ 15.126 ກະບອກ, ຢືດ ແລະ ທຳລາຍລົດຊະນິດຕ່າງໆ ໄດ້ 3 ຄັນ, ທຳລາຍສູນເຣດາ 1 ແຫ່ງ, ທຳລາຍສາງອາວຸດ 3 ແຫ່ງ, ຢືດ ແລະ ທຳລາຍພາຫະນະສົງຄາມ 60 ໂຕນ, ຍິງຍົນຕົກ 258 ລຳ, ຢືດຈັກໄຟຟ້າ 6 ເຄື່ອງ, ຢືດ ແລະ ທຳລາຍຈັກໂທລະເລກ-ໂຟນີ 176 ເຄື່ອງ.

ເພື່ອສະໜັບສະໜູນຂະບວນການປົດ ປ່ອຍຊາດ ໂດຍສະເພາະແມ່ນປົດປ່ອຍແຂວງຫົວພັນ ນັ້ນ, ປະຊາຊົນບັນດາເຜົ່າ ໄດ້ປະກອບສ່ວນທາງດ້ານກຳລັງຊັບ ແລະ ກຳລັງຄົນເຂົ້າໃນຂະບວນການດັ່ງກ່າວຢ່າງເປັນຂະບວນຄື: ສົ່ງລູກຫລານເຂົ້າເປັນທະຫານ 15.459 ຄົນ, ເປັນພະນັກງານ 16.649 ຄົນ, ຊ່ວຍຊຸກເຊື່ອງທະຫານ-ພະນັກງານ 12.240 ຄັ້ງ, ຊ່ວຍປີ່ນປົວທະຫານ-ພະນັກງານຖືກບາດເຈັບຈາກສົງຄາມ 16.121 ເທື່ອຄົນ, ຊ່ວຍລຳລຽງເຄື່ອງຮັບໃຊ້ແນວໜ້າ 5.051 ເທື່ອຄົນ, ຊ່ວຍເງິນ 699 ລ້ານກວ່າກີບ, ເງິນຂັນ 56 ຂັນ, ອອກເຂົ້າຊ່ວຍຊາດ 433.997 ໂຕນ, ຊ່ວຍງົວ, ຄວາຍ, ໝູ, ເປັດ, ໄກ່ ເກືອບ 2 ແສນໂຕ, ເຄື່ອງນຸ່ງຫົ່ມ 20.000 ກວ່າຜືນ ແລະ ຊ່ວຍວັດຖຸອື່ນໆເກືອບ 2 ລ້ານໂຕນ.

ຈາກຜົນງານດັ່ງກ່າວນັ້ນ, ໃນກອງປະຊຸມນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດທົ່ວປະເທດ ຄັ້ງທີ 2 ແຂວງຫົວພັນ ໄດ້ຮັບນາມມະຍົດເປັນແຂວງວິລະຊົນແຫ່ງ ຊາດ ຕາມຂໍ້ຕົກລົງຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 17/ປທປທ ລົງວັນທີ 5 ເມສາ 1979 ເພື່ອຈາລຶກຄຸນງາມຄວາມດີອັນດີເດັ່ນ ເປັນຕົວແທນໃຫ້ບັນດາກົມກອງ ແລະ ບຸກຄົນທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ການປະຕິວັດສູນກາງ.

ຂ່າວ-ພາບ: ໄອແກ້ວ