ຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການບໍ່ຄຳ-ທອງເຊໂປນ ໄປອີກຢ່າງຕ່ຳ 10 ປີ

ໃນວັນທີ 23 ມີຖຸນາ 2020, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄຳແທ່ງທຳອິດ ເປັນຂີດໝາຍ ‘ຍຸກໃໝ່ແຫ່ງການຜະລິດຄຳ’ ຂອງໂຄງການຄຳ-ທອງເຊໂປນ ທີ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ. ການກັບຄືນມາຜະລິດຄຳຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄຳ-ທອງເຊໂປນ ໄປອີກຢ່າງຕ່ຳ 10 ປີ ແລະ ຈະສືບຕໍ່ສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ ກໍຄື ປັບປຸງຊີວິດການເປັນຢູ່ຂອງຊຸມຊົນເຈົ້າພາບ.

LXML ຈະສືບຕໍ່ປະກອບສ່ວນໃສ່ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄຳ ໄດ້ປະມານ 250.000 ອອນສ໌ ຕໍ່ປີ ພ້ອມທັງລົງທຶນຫຼາຍຂຶ້ນໃສ່ວຽກງານສຳຫຼວດ ແລະ ໂຄງການຂະຫຍາຍອື່ນໆ.

ໃຫ້ກຽດເປັນສັກຂີພິຍານໃນພິທີຫຼອມຄຳຄັ້ງນີ້ ແມ່ນ ຮອງເຈົ້າແຂວງໆສະຫວັນນະເຂດ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ, ເຈົ້າເມືອງໆວິລະບູລີ ທ່ານ ຄຳຜຸຍ ສີບຸນເຮືອງ, ປະທານ LXML ທ່ານ ຝູ ເຊຍເຊີນ, ຜູ້ຈັດການໃຫຍ່ LXML ທ່ານ ພໍ ແຮຣິສ, ຕາງໜ້າຈາກບໍລິສັດ ແລະ ພະແນການຂັ້ນແຂວງ ແລະ ເມືອງ ທີ່ກ່ຽວຂ້ອງ.

ຂໍ້ມູນຈາກ: ບໍລິສັດ ຊືເຟິງ ຈີຫຼົງ ຂຸດຄົ້ນຄຳ ກຳຈັດ (ຊືເຟິງ)

ອຸຕຸເຕືອນ ໃນໄລຍະວັນທີ 1 ຫາ 5 ກໍລະກົດຈະມີຝົນຕົກທົ່ວທຸກພາກ

ອີງຕາມ​ການ​ລາຍງານ​ຂອງ ກົມອຸຕຸນິຍົມ​ ແລະອຸທົກກະສາດໃຫ້ຮູ້ວ່າ: ອາກາດໃນໄລຍະວັນທີ 29 ຫາ 30 ມິຖຸນາຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກໍາລັງປານກາງປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນ ວັນທີ 1 ຫາ 5 ກໍລະກົດ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະເພີ່ມກໍາລັງແຮງຂຶ້ນປົກ ຄຸມຢູ່ພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ປານກາງຫາຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ.

ຄໍາເຕືອນ: ໃນໄລຍະວັນທີ 1 ຫາ 5 ກໍລະກົດນີ້ໃຫ້ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ຈົ່ງມີສະຕິ ຕໍ່ສະພາບຝົນຕົກໜັກ ແລະ ຈະມີລົມພັດແຮງ ທີ່ອາດຈະ ເກີດມີນໍ້າຖ້ວມຊຸ ແລະ ດິນເຈື່ອນຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ແມ່ຍິງນະຄອນຫຼວງວຽງຈັນ ດື່ມເຫຼົ້າເປັນອັນດັບ 1​ ຂອງປະເທດຂະນະທີ່ຝ່າຍຊາຍແມ່ນແຂວງຊຽງຂວາງ

ການດື່ມເຫຼົ້າ (ສິ່ງມຶນເມົາ) ມີຄວາມສ່ຽງດ້ານຜົນກະທົບທາງລົບຕໍ່ສຸຂະພາບ ແລະ ສັງຄົມ ເຊິ່ງເຮັດໃຫ້ຮ່າງກາຍຂອງຜູ້ດື່ມ ມີຄວາມຶນເມົາ, ເປັນພິດ ແລະ ພາໃຫ້ຕິດເຫຼົ້າ. ນອກຈາກພາໃຫ້ເກີດພະຍາດທີ່ຮ້າຍແຮງອັນເນື່ອງມາຈາກການດື່ມເຫຼົ້າເປັນປະລິມານທີ່ຫຼາຍ ເປັນເວລາຫຼາຍປີ, ເຫຼົ້າຍັງເພີ່ມຄວາມສ່ຽງກໍ່ໃຫ້ເກີດບັນຫາສຸຂະພາບທີ່ຮຸນແຮງເຊັ່ນ: ການໄດ້ຮັບບາດເຈັບຈາກອຸປະຕິເຫດ.

ການດື່ມເຫຼົ້າຍັງສົ່ງຜົນໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ ແລະ ສຸຂະພາບຈິດຂອງຜູ້ດື່ມ, ຊີວິດການເປັນຢູ່ ແລະ ສຸຂະພາບຂອງຄົນອ້ອມຂ້າງ. ຄົນທີ່ມີອາການມຶນເມົາຍັງສາມາດສ້າງອັນຕະລາຍໃຫ້ຜູ້ອື່ນ, ມີຄວາມສ່ຽງເຮັດໃຫ້ເກີດອຸປະຕິບັດຢ່າງຮ້າຍແຮງ, ກໍ່ໃຫ້ເກີດຄວາມຮຸນແຮງທາງດ້ານຮ່າງກາຍ ຫຼື ມີຜົນກະທົບທາງດ້ານລົບຕໍ່ເພື່ອນຮ່ວມງານ, ຍາດພີ່ນ້ອງ, ໝູ່ເພື່ອນ ຫຼື ບຸກຄົນທົ່ວໄປ ເຊິ່ງມັນໄດ້ກ້າວໄປສູ່ການສ້າງບັນຫາໃຫ້ແກ່ສັງຄົມ. ການສຳຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ II ແມ່ນໄດ້ຈັດຕັ້ງຂຶ້ນໃນປີ 2016 ຫາ 2017 ແມ່ນການສຳຫຼວດຄົວເຮືອນລະດັບຊາດ ທີ່ກວມເອົາຕົວແທນເຖິງ 23,400 ຄົວເຮືອນ ໃນທັງໝົດ 18 ແຂວງທົ່ວປະເທດ ແນ່ໃສ່ສ້າງຂໍ້ມູນໃນລະດັບແຂວງ, ໄຈ້ແຍກໂດຍອາຍຸ, ສະຖານທີ່ຢູ່ອາໄສ, ເພດ, ສະຖານະພາບທາງດ້ານເສດຖະກິດ ແລະ ກຸ່ມຊົນເຜົ່າໃຫ້ຮູ້ວ່າ:

– ອັດຕາສ່ວນຮ້າຍຂອງປະຊາກອນອາຍຸ 15-49 ປີ ທີ່ດື່ມເຫຼົ້າໃນເວລາໃນໜຶ່ງໃນໄລຍະ 1​ເດືອນຜ່ານມາ ແມ່ຍິງກວມເອົາ 31% ຂະນະທີ່ຜູ້ຊາຍກວມເອົາ 65.2% ຂອງປະຊາກອນ. ນອກຈາກນີ້ການດື່ມເຫຼົ້າກ່ອນອາຍຸ 15 ປີ ແມ່ຍິງກວມເອົາ 11.6% ຜູ້ຊາຍກວມເອົາ 15.6% ຂອງປະຊາກອນ.

– ອັດຕາສ່ວນຮ້າຍຂອງປະຊາກອນອາຍຸ 15-49 ປີ ທີ່ດື່ມເຫຼົ້າໃນເວລາໃນໜຶ່ງໃນໄລຍະ 1​ເດືອນຜ່ານມາ ແມ່ຍິງກວມເອົາ 31% ຂະນະທີ່ຜູ້ຊາຍກວມເອົາ 65.2% ຂອງປະຊາກອນ. ນອກຈາກນີ້ການດື່ມເຫຼົ້າກ່ອນອາຍຸ 15 ປີ ແມ່ຍິງກວມເອົາ 11.6% ຜູ້ຊາຍກວມເອົາ 15.6% ຂອງປະຊາກອນ.

+ ແບ່ງຕາມແຂວງ
1. ນະຄອນຫຼວງວຽງຈັນ 50.3% ຂອງປະຊາກອນ
2. ແຂວງຜົ້ງສາລີ 37.3% ຂອງປະຊາກອນ
3. ແຂວງຫຼວງນ້ຳທາ 44.8% ຂອງປະຊາກອນ
4. ແຂວງອຸດົມໄຊ 41.8% ຂອງປະຊາກອນ
5. ແຂວງບໍ່ແກ້ວ 40.6% ຂອງປະຊາກອນ
6. ແຂວງຫຼວງພະບາງ 34.6% ຂອງປະຊາກອນ
7. ແຂວງຫົວພັນ 23.9% ຂອງປະຊາກອນ
8. ແຂວງໄຊຍະບູລີ 34.0% ຂອງປະຊາກອນ
9. ແຂວງຊຽງຂວາງ 26.9% ຂອງປະຊາກອນ
10. ແຂວງວຽງຈັນ 40.0% ຂອງປະຊາກອນ
11. ແຂວງບໍລິຄຳໄຊ 42.2% ຂອງປະຊາກອນ
12. ແຂວງຄຳມ່ວນ 28.6% ຂອງປະຊາກອນ
13. ແຂວງສະຫວັນນະເຂດ 14.8% ຂອງປະຊາກອນ
14. ແຂວງສາລະວັນ 4.2% ຂອງປະຊາກອນ
15. ແຂວງເຊກອງ 17.6% ຂອງປະຊາກອນ
16. ແຂວງຈຳປາສັກ 21.2% ຂອງປະຊາກອນ
17. ແຂວງອັດຕະປື 29.5% ຂອງປະຊາກອນ
18 ແຂວງໄຊສົມບູນ 21.9% ຂອງປະຊາກອນ

+ ແບ່ງຕາມກຸ່ມອາຍຸ
– 15-19 ປີ 30.8% ຂອງປະຊາກອນ
– 20-24 ປີ 33.6% ຂອງປະຊາກອນ
– 25-29 ປີ 33.6% ຂອງປະຊາກອນ
– 30-34 ປີ 33.6% ຂອງປະຊາກອນ
– 35-39 ປີ 31.4% ຂອງປະຊາກອນ
– 40-44 ປີ 27.8% ຂອງປະຊາກອນ
– 45-49 ປີ 21.5% ຂອງປະຊາກອນ

+ ແບ່ງຕາມກຸ່ມພາສາປາກເວົ້າ
– ລາວ-ໄຕ 35.4% ຂອງປະຊາກອນ
– ມອນ-ຂະແມ 26.0% ຂອງປະຊາກອນ
– ມົ້ງ-ອິວມ້ຽນ 10.8% ຂອງປະຊາກອນ
– ຈີນ-ຕີເບດ 30.3% ຂອງປະຊາກອນ
– ພາສາອື່ນໆ, ບໍ່ຮູ້, ບໍ່ລະບຸ 27.0% ຂອງປະຊາກອນ

* ຜູ້ຊາຍ ອາຍຸ 15-49 ປີ ທີ່ໄດ້ດື່ມເຫຼົ້າຢ່າງໜ້ອຍ 1 ຈອກໃນໄລຍະເວລາໃດໜຶ່ງໃນ 1 ເດືອນທີ່ຜ່ານມາ:
+ ແບ່ງຕາມພາກ:
– ພາກເໜືອ ກວມເອົາ 66.6% ຂອງປະຊາກອນ
– ພາກກາງ ກວມເອົາ 66.8% ຂອງປະຊາກອນ
– ພາກໃຕ້ ກວມເອົາ 58.8% ຂອງປະຊາກອນ

+ ແບ່ງຕາມແຂວງ
1. ນະຄອນຫຼວງວຽງຈັນ 81.1% ຂອງປະຊາກອນ
2. ແຂວງຜົ້ງສາລີ 78.7% ຂອງປະຊາກອນ
3. ແຂວງຫຼວງນ້ຳທາ 56.2% ຂອງປະຊາກອນ
4. ແຂວງອຸດົມໄຊ 67.1% ຂອງປະຊາກອນ
5. ແຂວງບໍ່ແກ້ວ 76.6% ຂອງປະຊາກອນ
6. ແຂວງຫຼວງພະບາງ 62.0% ຂອງປະຊາກອນ
7. ແຂວງຫົວພັນ 73.4% ຂອງປະຊາກອນ
8. ແຂວງໄຊຍະບູລີ 60.6% ຂອງປະຊາກອນ
9. ແຂວງຊຽງຂວາງ 82.8% ຂອງປະຊາກອນ
10. ແຂວງວຽງຈັນ 69.3% ຂອງປະຊາກອນ
11. ແຂວງບໍລິຄຳໄຊ 70.3% ຂອງປະຊາກອນ
12. ແຂວງຄຳມ່ວນ 64.7% ຂອງປະຊາກອນ
13. ແຂວງສະຫວັນນະເຂດ 47.2% ຂອງປະຊາກອນ
14. ແຂວງສາລະວັນ 52.5% ຂອງປະຊາກອນ
15. ແຂວງເຊກອງ 63.7% ຂອງປະຊາກອນ
16. ແຂວງຈຳປາສັກ 57.4% ຂອງປະຊາກອນ
17. ແຂວງອັດຕະປື 79.2% ຂອງປະຊາກອນ
18 ແຂວງໄຊສົມບູນ 69.7% ຂອງປະຊາກອນ

+ ແບ່ງຕາມກຸ່ມອາຍຸ
– 15-19 ປີ 46.4% ຂອງປະຊາກອນ
– 20-24 ປີ 66.2% ຂອງປະຊາກອນ
– 25-29 ປີ 71.1% ຂອງປະຊາກອນ
– 30-34 ປີ 73.6% ຂອງປະຊາກອນ
– 35-39 ປີ 67.5% ຂອງປະຊາກອນ
– 40-44 ປີ 73.3% ຂອງປະຊາກອນ
– 45-49 ປີ 67.8% ຂອງປະຊາກອນ

+ ແບ່ງຕາມກຸ່ມພາສາປາກເວົ້າ
– ລາວ-ໄຕ 67.9% ຂອງປະຊາກອນ
– ມອນ-ຂະແມ 64.3% ຂອງປະຊາກອນ
– ມົ້ງ-ອິວມ້ຽນ 48.7% ຂອງປະຊາກອນ
– ຈີນ-ຕີເບດ 64.5% ຂອງປະຊາກອນ
– ພາສາອື່ນໆ, ບໍ່ຮູ້, ບໍ່ລະບຸ 66.1% ຂອງປະຊາກອນ

ຈາກຜົນການສຳຫຼວດປາກົດວ່າ: ແມ່ຍິງພາກເໜືອດື່ມເຫຼົ້າເປັນອັນດັບໜຶ່ງຂອງປະເທດກວມເອົາ 36.1%, ຂະນະທີ່ຜູ້ຊາຍແມ່ນພາກກາງ ກວມເອົາ 66.8%; ໃນລະດັບແຂວງ ແມ່ຍິງນະຄອນຫຼວງວຽງຈັນດື່ມເຫຼົ້າເປັນອັນດັບໜຶ່ງຂອງປະເທດກວມເອົາ 50.3%, ຂະນະທີ່ຜູ້ຊາຍແມ່ນແຂວງຊຽງຂວາງ ກວມເອົາ 82.8%.

ເຊິ່ງການສຳຫຼວດດັດຊະນີໝານສັງຄົມລາວ ຄັ້ງທີ II ໄດ້ດຳເນີນຂຶ້ນໃນປີ 2017 ໂດຍສູນສະຖິຕິແຫ່ງຊາດ ໂດຍຮ່ວມກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກີລາ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການສຳຫຼວດສຸຂະພາບແມ່ ແລະ ເດັກ ໂດຍໄດ້ຮັບການຊຸກຍູ້ທາງການເຕັກນິກຈາກ ອົງການສະຫະປະຊາຊາດສຳລັບເດັກ ພ້ອມທັງໄດ້ຮັບການຊຸມຍູ້ທາງດ້ານການເງິນຈາກລັດຖະບານລາວ, ອົງການສະຫະປະຊາຊາດສຳລັບເດັກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ສະຫະພາບເອີຣົບ, ລັດຖະບານລຸກຊຳບວກ, ອົງການພັດທະນາສາກົນຂອງສະຫະລັດ ອາເມຣິກາ, ອົງການພັດທະນາ ແລະ ການຮ່ວມມືສະວິດ, ອົງການອາຫານໂລກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ອົງການອານະໄມໂລກ, ອົງການຮ່ວມມືສາກົນຂອງຍີ່ປຸ່ນ ພ້ອມນັ້ນອົງການພັດທະນາສາກົນຂອງສະຫະລັດ ອາເມຣິກາ ຍັງໄດ້ຊຸກຍູ້ທາງດ້ານເຕັກນິກສຳລັບການເກັບກຳຂໍ້ມູນ ແລະ ການວິເຄາະໂລກເລືອດຈາງ.

ເພື່ອສະໜອງຂໍ້ມູນທີ່ຈຳເປັນສຳລັບບັນດາຕົວຊີ້ວັດກ່ຽວກັບການພັດທະນາ ເພື່ອຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະແມ່ນສະໜອງຂໍ້ມູນ ເຂົ້າໃນການຂຽນບົດລາຍງານແບບສະໝັກໃຈແຫ່ງຊາດ ໃນປີ 2018. ພ້ອມນີ້ກໍ່ຈະສະໜອງຖານຂໍ້ມູນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8, ແຜນພັດທະນາເສດຖະກິດສັງຄົມຂັ້ນແຂວງ ລວມທັງການປະເມີນໄລຍະກາງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງງຊາດ ຄັ້ງທີ 8.

ລາຍຊື່ນາຍົກລັດຖະມົນຕີ ລາວ ຕັ້ງແຕ່ຜູ້ທຳອິດໃນປະຫວັດສາດຊາດລາວ ເຖິງ ປັດຈຸບັນ(ມີພາບແຕ່ລະທ່ານນັບແຕ່ປີ 1975-ປັດຈຸບັນ)

• ອານາຈັກລ້ານຊ້າງຫຼວງພະບາງ
1. ເຈົ້າເພັດຊະລາດ ລັດຕະນະວົງສາ ເລີ່ມ 1940 – 10 ຕຸລາ 1945

• ລາຊະອານາຈັກລາວ (ຄ.ສ 1945 – ຄ.ສ 1975)
1. ພະຍາ ຄຳມ້າວ ວິໄລ (ຫົວໜ້າຄະນະລັດຖະບາຍຊົ່ວຄາວ) 20 ຕຸລາ 1945 – 23 ເມສາ 1946
2. ເຈົ້າກິນດາວົງ 23 ເມສາ 1946 – 15 ມີນາ 1947
3. ເຈົ້າສຸວັນນະລາດ 15 ມີນາ 1947 – 25 ມີນາ 1948
4. ເຈົ້າບຸນອຸ້ມ ນະ ຈຳປາສັກ (ສະໄໝທີ 1) 25 ມີນາ 1948 – 24 ກຸມພາ 1950
5. ທ່ານ ຜຸຍ ຊະນະນິກອນ (ສະໄໝທີ 1) 24 ກຸມພາ 1950 – 15 ຕຸລາ 1951
6. ເຈົ້າສີສະຫວ່າງວັດທະນາ 15 ຕຸລາ 1951 – 21 ພະຈິກ  1951
7. ເຈົ້າສຸວັນນະພູມາ ລັດຕະນະວົງ (ສະໄໝທີ 1) 21 ພະຈິກ 1951 – 20 ຕຸລາ 1954
8. ທ່ານ ກະຕ່າຍ ໂດນສະໂສລິດ 25 ພະຈິກ 1954 – 21 ມີນາ 1956
9. ເຈົ້າສຸວັນນະພູມາ ລັດຕະນະວົງ (ສະໄໝທີ 2) 21 ມີນາ 1956 – 17 ສິງຫາ 1958
10. ທ່ານ ຜຸຍ ຊະນະນິກອນ (ສະໄໝທີ 2) 17 ສິງຫາ 1958 – 31 ທັນວາ 1959
11. ທ່ານ ສຸນທອນ ປະຖຳມະວົງ (ຜູ້ບັນຊາການກອງທັບລາຊະອານາຈັກລາວ) 31 ທັນວາ 1959 – 7 ມັງກອນ 1960
12. ທ່ານ ກຸ ອະໄພ 7 ມັງກອນ 1960 – 3 ມິຖຸນາ 1960
13. ເຈົ້າສົມສະໜິດ 3 ມິຖຸນາ 1960 – 15 ສິງຫາ ຄ.ສ 1960
14. ເຈົ້າສຸວັນນະພູມາ ລັດຕະນະວົງ (ສະໄໝທີ 3) 30 ສິງຫາ 1960- 13 ທັນວາ 1960
15. ເຈົ້າບຸນອຸ້ມ ນະ ຈຳປາສັກ (ສະໄໝທີ 2) 13 ທັນວາ 1960 – 23 ມິຖຸນາ 1962
16. ເຈົ້າສຸວັນນະພູມາ ລັດຕະນະວົງ (ສະໄໝທີ 4) 23 ມິຖຸນາ 1962 – 2 ທັນວາ 1975


• ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຄ.ສ 1975 – ປັດຈຸບັນ)
1. ທ່ານ ໄກສອນ ພົມວິຫານ 8 ທັນວາ 1975 – 15 ສິງຫາ 1991


2. ທ່ານ ຄຳໄຕ ສີພັນດອນ 15 ສິງຫາ 1991 – 24 ກຸມພາ 1998


3. ທ່່ານ ສີສະຫວາດ ແກ້ວບຸນພັນ 24 ກຸມພາ 1998 – 27 ມີນາ 2001


4. ທ່ານ ບຸນຍັງ ວໍລະຈິດ 27 ມີນາ 2001 – 8 ມິຖຸນາ 2005


5. ທ່ານ ບົວສອນ ບຸບຜາວັນ 8 ມິຖຸມາ 2005 – 23 ທັນວາ 2010


6. ທ່ານ ທອງສິງ ທຳມະວົງ 23 ທັນວາ 2010 – 20 ເມສາ 2016


7. ທ່ານທອງລຸນ ສີສຸລິດ 20 ເມສາ  2016 – ປັດຈຸບັນ

ຢ່າລືມແບ່ງປັນບົດຄວາມ ແລະ ຕິດຕາມພວກເຮົາໄວ້ເດີ…

ວອນສັງຄົມຊ່ວຍເຫຼືອ ຄົນເຈັບຄອບຄົວທຸກຍາກຂາດເຂີນຕ້ອງການກັບບ້ານເງິນກະບໍ່ມີ…

ນາງ ຈັນທອນ ສີຫາລາດ ອາຍຸ42ປີ ປະຈຸບັນຢູ່ບ້ານ ແຈ້ງ ເມືອງ ທຸລະຄົມ ແຂວງ ວຽງຈັນ ໄດ້ເກີດອຸບັດຕິເຫດແລະໄດ້ມາປິ່ນປົວຢູ່ໂຮງໝໍມິດຕະພາບ150ຕຽງແຕ່ອາການກະບໍ່ດີຂື້ນເງິນສີປີ່ນປົວຕໍ່ກະບໍ່ມີຢາກກັບບ້ານເງິນສິຈ້າງຄ່າລົດກະບໍ່ມີ.

ในภาพอาจจะมี 1 คน

ດັ່ງນັ້ນເລີຍວອນຂໍໜ່ວຍກູ້ໄພນະຄອນຫລວງ1624ຊ່ວຍເຫຼືອ ບໍ່ວ່າເວລາໃດຖ້າປະຊາຊົນຂໍຄວາມຊ່ວຍເຫຼືອມາພວກເຮົາຍີນດີຮັບໃຊ້ຕະຫຼອດ24ຊົ່ວໂມງຕາມການສະເໜີມາໂດຍມີລາຍລັກອັກສອນ.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

#ທ່ານໃດຍາກຊ່ວຍເຫຼືອຮ່ວມກັບໜ່ວຍງານສາມາດບໍລິຈາກເຂົ້າບັນຊີກາງ ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໂດຍລະບຸການບໍລິຈາກດ້ວຍ.
ຄ່າໃຊ້ຈ່າຍການເດີນໄປສົ່ງໃນຄັ້ງນີ້ແມ່ນ 600.000ກີບ.

ในภาพอาจจะมี หนึ่งคนขึ้นไป

.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

.

ในภาพอาจจะมี 1 คน

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK010120000993902001
#ທີມກູ້ຊີບກູ້ໄພນະຄອນຫຼວງ1624.
#020 58857373.020 22441624.

ກຽມພົບກັບ! ໂຄງການລາວທ່ຽວລາວ ຈະເລີ່ມຂຶ້ນໃນເດືອນກໍລະກົດນີ້ !

ໜັງສືພິມວຽງຈັນທາຍ ໄດ້ລາຍງານວ່າ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໄດ້ຮ່ວມກັບສະມາຄົມຮ້ານອາຫານ ແລະ ໂຮງແຮມ ກຳລັງກະກຽມທີ່ຈະເປີດໂຄງການລາວທ່ຽວລາວ ໃນຕົ້ນເດືອນກໍລະກົດນີ້, ທັງນີ້ ກໍ່ເພື່ອເປັນການສົ່ງເສີມ ແລະ ຊູ້ຍູ້ການທ່ອງທ່ຽວພາຍໃນປະເທດ ໃຫ້ກັບມາຄຶກຄື້ນກວ່າເກົ່າ

ໂດຍທ່ານອິນທີ ເດືອນສະຫວັນ ປະທານໂຄງການລາວທ່ຽວລາວ ໄດ້ເປີດເຜີຍວ່າ: ປະຈຸບັນ ກຳລັງຢູ່ໃນໄລຍະຂອງການຮວບຮວມຂໍ້ມູນຂ່າວສານຂອງແຫຼ່ງທ່ອງທ່ຽວ ໂຮງແຮມ ແລະ ຮ້ານອາຫານຕ່າງໆທີ່ຈະເຂົ້າຮ່ວມໂຄງການ ແລະ ຈະມີການເຜີຍແຜ່ຜ່ານໃນເວັບໄຊ ແລະ ເຟສບຸກ ເພື່ອອໍານວຍຄວາມສະດວກໃຫ້ແກ່ສັງຄົມ

ຂໍ້ມູນ: ໜັງສືພິມວຽງຈັນທາຍ

ແມ່ໃຈບາບເກີດລູກແລ້ວມາຖິ້ມລົງຮ່ອງນໍ້າ ທີ່ແຂວງໄຊຍະບູລີ

ແມ່ໃຈບາບເກີດລູກແລ້ວມາຖິ້ມລົງຮ່ອງນໍ້າ ລາຍງານຈາກປະຊາຊົນບ້ານແກ່ນ ໃຫ້ຮູ້ວ່າ ເມື່ອວັນທີ່ 29/06/2020 ເວລາປະມານ 5ໂມງແລງ ໄດ້ພົບເຫັນເດັກແຮກເກີດ ຖືກຖິ່ມລົງຮ່ອງນ້ຳຂ້າງທາງ ເປັນເພດຍິງ

ເຫດເກີດທີ່ ບ້ານແກ່ນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ

.

.

ແຊຣຕໍ່ໆໄປໃຫ້ແມ່ໄດ້ເຫັນ

ຢ່າເລື່ອນຜ່ານ! ວອນສັງຄົມຊ່ວຍເຫຼືອ ເຫດຕຳແລ້ວໜີ ຕ້ອງການເລືອດກຸບ A ດ່ວນ…

ສະບາຍດີລົບກວນແນ່ເດີ ອ້າຍເພີ່ນກຳລັງປິ່ນປົວຢູ່ໂຮງໝໍມະໂຫສົດ ຕອນນີ້ເພີ່ນເສຍເລືອດຫຼາຍ ເລີຍຕ້ອງການຂໍຄວາມຊ່ວຍເຫຼືອນຳທຸກຄົນ
#ຕ້ອງການເລືອດໝວດA
#ອ້າຍເພີ່ນປະສົບອປະຕິເຫດຕຳແລ້ວໜີ

ຄົນເຈັບຊື່ ທ້າວ ອ້າຍ (ອານຸປັນຍາ)
ເວລາເກີດເຫດແມ່ນໃນວັນທີ 28/06/20 ຢູ່ໄຟແດງ ອາກາດ
020 98 807 886 ( ປຸກກີ້)
ໃຫ້ເລືອດ ໃຫ້ຊີວິດ

ດ່ວນ ! ສະຖານທູດໄທປະຈຳລາວແຈ້ງຢຸດອອກໜັງສືເດີນທາງຊົ່ວຄາວ ຍັງບໍ່ສາມາດໄປໄທໄດ້ເທື່ອ

ຫຼາຍຄົນທີ່ເຝົ້າຕິດຕາມການເດີນທາງໄປະເທດໄທ ແມ່ນຍັງບໍ່ສາມາດໄປໄດ້ເທື່ອ, ເນື່ອງຈາກຫຼາຍປັດໄຈບໍ່ເອື້ອຍອຳນວຍ ຫຼ້າສຸດສະຖານທູດໄທປະຈຳລາວ ທີ່ນະຄອນຫຼວງວຽງຈັນໄດ້ອອກແຈ້ງການຢຸດການອອກໜັງສືເດີນທາງວັນທີ 27/2563 ເລື່ອງ ການລະງັບຄຳຮ້ອງໜັງສືເດີນທາງເປັນການຊົ່ວຄາວ

ໂດຍໃນແຈ້ງການລະບຸວ່າ ເລື່ອງມາດຕະການຊົ່ວຄາວໃນການງົດ ຫຼື ຂໍສະລໍການເຮັດໜັງສືໃນການຊ່ວງທີ່ໂຄວິດລະບາດ ປັດຈຸບັນກະຊວງການການຕ່າງປະເທດຢູ່ໃນໄລຍະປັບປຸງລະບົບຮັບຄຳຮ້ອງໜັງສືເດີນທາງໃໝ່ ດັ່ງນັ້ນທາງສະຖານທູດຈຶ່ງໄດ້ລະງັບການໃຫ້ບໍລິການຄຳຮ້ອງໜັງສືເດີນທາງຕັ້ງແຕ່ວັນທີ 29 ມິຖຸນາ 2020ເຖິງວັນທີ 10 ກໍລະກົດ 2020.

ການເດີນທາງໃນໄລຍະນີ້ບໍ່ວ່າຈະໄປປະເທດໃດລ້ວນມີຄວາມສ່ຽງ ສະນັ້ນ ຕ້ອງປ້ອງກັນຕົນເອງໄວ້ດີກວ່າແກ້ ບໍ່ແມ່ນເລື່ອງຄໍຂາດບາດຕາຍກໍ່ເລື່ອນໄປກ່ອນ ເພື່ອຄວາມປອດໄພຂອງຕົວທ່ານເອງ ແລະຄົນທີ່ຮັກ ເພາະໂຄວິດເປັນໄພງຽບທີ່ບໍ່ໄດ້ແຈ້ງເຮົາລ່ວງໜ້າບໍ່ມີກິ່ນຫຼືສຽງໃຫ້ລົບຫຼີກໄດ້ ດ້ວຍຄວາມຫວັງດີຈາກທີມຂ່າວ.

ຂົວມິດຕະພາບ ສປປລາວ ແລະ ຣາຊະອານາຈັກໄທ ແຫ່ງທີ 05 ລະຫວ່າງ ປາກຊັນ ແລະ ບຶງການ ຈະໄດ້ເລີ່ມລົງມືກໍ່ສ້າງ

ຂົວມິດຕະພາບ ສປປລາວ ແລະ ຣາຊະອານາຈັກໄທ ແຫ່ງທີ 05 ລະຫວ່າງ ປາກຊັນ ແລະ ບຶງການ ຈະໄດ້ເລີ່ມລົງມືກໍ່ສ້າງພາຍຫຼັງສຳເລັດການປະມູນຄັດເລືອກບໍລິສັດຮັບເໝົາການກໍສ້າງ ແລະ ລົງນາມສັນຍາເດືອນສິງຫາ 2020 (ກຳນົດການສ້າງໃຫ້ສຳເລັດພາຍໃນເວລາ 03 ປີ).

(1) ຂົວມິດຕະພາບປາກຊັນ ແລະ ບຶງການ ມີມູນຄ່າກໍ່ສ້າງທັງໝົດຫຼາຍກວ່າ 40 ລ້ານໂດລາສະຫະລັດ (ປະເທດໄທ 25.7 ລ້ານໂດລາສະຫະລັດ ແລະ ສປປລາວ 15.41 ລ້ານໂດລາສະຫະລັດ), ປັດຈຸບັນທາງລັດຖະບານ ແລະ ຄະນະຮັບຜິດຊອບທັງສອງຝ່າຍ ໄດ້ຕົກລົງເປັນເອກະພາບກັນເອົາຮູບແຄນເປັນສັນຍາລັກຮູບຊົງເສົາກາງນໍ້າ;
(2) ວຽກທາງເຊື່ອມຕໍ່ເບື້ອງໄທ 1.340 ລ້ານບາດ, ອາຄານດ່ານ 610 ລ້ານບາດ, ກໍ່ສ້າງຂົວ 680 ລ້ານບາດ ລວມເປັນ 2.630 ລ້ານບາດ ປະມານ 680ຕື້ກີບ;

(3) ສ່ວນເບື້ອງລາວ ມູນຄ່າການກໍ່ສ້າງທາງເຊື່ອມຕໍ່ 370 ລ້ານບາດ, ອາຄານດ່ານ 440 ລ້ານບາດ, ມູນຄ່າກໍ່ສ້າງຂົວ 490 ລ້ານບາດ ລວມທັງໝົດ 1.300 ລ້ານບາດ 340 ຕື້ກີບ;

(4) ສຳລັບຮູບຊົງສັນຍາລັກໜ້າອາຄານ ໄດ້ຕົກລົງເປັນເອກະພາບກັນ ເລືອກເອົາ ສັນຍາລັກ ເປັນໂຕເສົາລາ 03 ໂຕ (ໂຕຜູ້, ໂຕແມ່ ແລະ ລູກ) ຢູ່ເທິງແທ່ນ ຫຼື ເດີ່ນຫຍ້າ ຕໍ່ໜ້າອາຄານດ່ານ, ເນື່ອງຈາກວ່າໂຕເສົາລາ ເປັນສັດທີ່ຫາຍາກ ແລະ ມີຖິ່ນອາໄສ ຊຶ່ງພົບເຫັນຢູ່ແຂວງບໍລິຄຳໄຊ ເທົ່ານັ້ນ ໃນ ສປປລາວ ແລະ ຮູບຊົງສັນຍາລັກປະຕູເມືອງ ແມ່ນກຳນົດເອົາຈອມທາດພະບາດໂພນສັນມາໃສ່ເປັນສັນຍາລັກ;

(5) ການຊົດເຊີຍຜົນກະທົບເນື້ອທີ່ດິນສວນ, ນາ ຂອງພໍ່ແມ່ປະຊາຊົນທີ່ຢູ່ບໍລິເວນສົ້ນຂົວຜ່ານການຄົ້ນຄວ້າມີມູນຄ່າທັງໝົດປະມານ 3,3 ຕື້ກີບ;
(6) ເນື້ອທີ່ດິນທີ່ໄດ້ຮັບຜົນກະທົບຢູ່ບໍລິເວນສົ້ນຂົວໃນເບື້ອງຕົ້ນສະເພາະແລວທາງ, ແລວຂົວ ແລະ ບໍລິເວນອາຄານດ່ານ ມີປະມານ 78 ເຮັກຕາ;

(7) ປັດຈຸບັນທາງຄະນະຮັບຜິດຊອບກຽມທາບທາມລາຄາຫົວໜ່ວຍການຊົດເຊີຍເບື້ອງຕົ້ນໃຫ້ປະຊາຊົນ ເບື້ອງສອງຝາກທາງທີ່ເປັນເຂດຈະກໍ່ສ້າງສາງ ແລະ ອາຄານຕ່າງໆທີ່ເປັນການລົງທຶນຂອງບໍລິສັດເອກະຊົນຕື່ມອີກຈຳນວນ 109 ເຮັກຕາ ເພື່ອມາຄິດໄລ່ລາຄາຫົວໜ່ວຍຊົດເຊີຍແຕ່ລະປະເພດ;

(8) ຈຸດທີ່ຕັ້ງຂອງຂົວ ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ ຫ່າງຈາກເທດສະບານແຂວງບໍລິຄຳໄຊ ມາທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລແມັດ ແລະ ຈາກທາງເລກ 13 ໃຕ້ ເຂົ້າໄປຫານໍ້າຂອງ ປະມານ 2,5 ກິໂລແມັດ.

ໂດຍ: Sourioudong Sundara