ແຂວງ ສະຫວັນນະເຂດ ເລັ່ງກະກຽມສູນກັກກັນສຳລັບແຮງງານທີ່ກັບມາຈາກຕ່າງປະເທດ.

ແຂວງ ສະຫວັນນະເຂດ ເລັ່ງກະກຽມສູນກັກກັນສຳລັບແຮງງານທີ່ກັບມາຈາກຕ່າງປະເທດ.

ໃນວັນທີ 25 ກໍລະກົດ 2021 ນີ້ ແຂວງສະຫວັນນະເຂດ ໄດ້ເລັ່ງໃສ່ກະກຽມສະຖານທີ່ກັກກັນສຳລັບແຮງງານລາວທີ່ກັບມາຈາກຕ່າງປະເທດ ເຊິ່ງໄດ້ກຳນົດເອົາອາຄານເກົ່າ ທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ ເປັນສູນກັກກັນຊົ່ວຄາວ ໂດຍໄດ້ເລັ່ງລະດົມແຮງງານຈາກອົງການຈັດຕັ້ງມະຫາຊົນຂອງພະແນກການ ແລະ ກຳລັງປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ເພື່ອອະນາໄມສະຖາທີ່ໃຫ້ມີຄວາມສະອາດ ແລະ ປອດໄພ ໂດຍພາຍໃຕ້ການຊີ້ນຳ ນຳພາຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ,ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຂັ້ນແຂວງ ພ້ອມຄະນະໄດ້ພ້ອມກັນເຂົ້າຮ່ວມຂະບວນການຄັ້ງນີ້.

ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ໄດ້ເປີດເຜີຍວ່າ: ເພື່ອເປັນການຮອງຮັບດ້ານສະຖານທີ່ຈຳກັດບໍລິເວນ 14 ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ ຜ່ານດ່ານສາກົນຂົວມິດຕະພາບ 2 ສະຫວັນນະເຂດ – ມຸກດາຫານ ໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ 19 ພາຍໃນສູນ ກໍ່ຄືການປ້ອງກັນພະຍາດບໍ່ໃຫ້ມີການລະບາດອອກສູ່ຊຸມຊົນ ຊຶ່ງແຂວງສະຫວັນນະເຂດກໍ່ເປັນແຂວງທີ່ໃຫຍ່ອັນດັບຕົ້ນໆຂອງປະເທດ ແລະ ກໍ່ມີແຮງງານເປັນຈຳນວນຫຼວງຫຼາຍທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງໂດຍສະເພາະແມ່ນປະເທດໄທ ໃນແຕ່ລະວັນໄດ້ມີແຮງງານກັບຄືນປະເທດຈຳນວນ 300 ກວ່າຄົນ ໃນນີ້ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ສູງເຖິງ 30 – 45% ເຊິ່ງຜ່ານມາແຂວງສະຫວັນນະເຂດພວກເຮົາ ກໍ່ໄດ້ມີສູນກັກກັນທັງໝົດຈຳນວນ 11 ສູນໃນນັ້ນໄດ້ຂະຫຍາຍລົງເມືອງມີ 3 ສູນຄື: ເມືອງອຸທຸມພອນ,ຈຳພອນ ແລະ ເມືອງສອງຄອນ ເມືອງລະ 1 ສູນ ແຕ່ຖ້າອີງໃສ່ກັບມາດຕະການໃນການປ້ອງກັນແລ້ວ ໂດຍສະເພາະແມ່ນມາດຕະການຮັກສາໄລຍະຫ່າງຂອງແຮງງານພາຍໃນສູນ ເຫັນວ່າຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ດັ່ງນັ້ນ ທາງຄະນະສະເພາະກິດຂັ້ນແຂວງຈຶ່ງໄດ້ເລັ່ງໃສ່ສ້າງສູນກັກກັນຕື່ມອີກ ໂດຍກຳນົດເອົາສະຖານທີ່ອາຄານຫຼັງເກົ່າທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນພົມວິຫານ ເປັນສະຖານທີ່ກັກກັນແຮງງານແຫ່ງໃໝ່ຂອງແຂວງ ເຊິ່ງສະຖານທີ່ດັ່ງກ່າວມີເນື້ອທີ່ກວ້າງຂວາງສາມາດຮອງຮັບແຮງງານໄດ້ຫຼາຍເຖິງ 10.000 ກວ່າຄົນ.

ທ່ານຮອງເຈົ້າແຂວງຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ແຮງງານທີ່ເຂົ້າມາແຂວງສະຫວັນນະເຂດ ຈາກຕົວເລກຫຼ້າສຸດປະຈຳວັນທີ 24 ກໍລະກົດ 2021 ມີທັງໝົດ 2.907 ຄົນ,ທົ່ວແຂວງມີຜູ້ຕິດເຊື້ອພະຍາດໂຄວິດ 19 ທີ່ກຳລັງປິ່ນປົວຢູ່ໂຮງໝໍພາກສະໜາມຂອງແຂວງໃນປັດຈຸບັນມີຈຳນວນທັງໝົດ 1.020 ຄົນ ແລະ ໃນໂອກາດດັ່ງກ່າວນີ້ ທ່ານຮອງເຈົ້າແຂວງ ກໍ່ໄດ້ຮຽກຮ້ອງມາຍັງພະນັກງານ,ທະຫານ,ຕຳຫຼວດ ຕະຫຼອດຮອດປະຊາຊົນທຸກຄົນທັງໃນຕົວເມືອງ ແລະ ຊົນນະບົດ ຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມມາດຕະການ,ແຈ້ງການ ກໍ່ຄືຄຳສັ່ງຕ່າງໆຂອງຄະນະສະເພາະກິດຂັ້ນສູນກາງ,ຂັ້ນແຂວງວາງອອກຢ່າງເຂັ້ມງວດ ໃນການປ້ອງກັນ,ສະກັດກັ້ນ ແລະ ຕອບໂຕ້ການແຜ່ລະບາດພະຍາດໂຄວິດ 19.

ຍິນດີນຳສາວ ແພັດ ເພັດດາວອນ ມາແລ້ວ ທາຍາດແຊ້ມ 21 ຖືພາແລ້ວ

ຍິນດີນຳນັກຮ້ອງສາວ ສຽງດີ ມີເອກະລັກ ແພັດ ເພັດດາວອນ ແຊ້ມ 21 ສະໄໝ ທີ່ໄປປະກວດຮ້ອງເພງ ໃນລາຍການໄທ ສຶກວັນດວນເພງ ຈົນກາຍເປັນຄົນໂດ່ງດັງທັງໃນປະເທດ ແລະ ປະເທດໄທ ເພາະມີເອັມຊີຫຼາຍຂຶ້ນ ແລະ ຄົນຕິດຕາມຫຼາຍສຸດໆ

ແຕ່ກ່ອນໜ້ານັ້ນ ສາວ ແພັດເພິ່ນກໍເປັນນັກຮ້ອງຢູ່ ຮ້ານອາຫານແຫ່ງໜຶ່ງ ຮ້ອງເພງປະຈຳ ລູກຄ້າ ຫຼື ຄົນໃນວົງການກໍຈະຮູ້ຈັກຢູ່ ແລ້ວ ແຕ່ວ່າກໍຖືເປັນການສ້າງຊື່ສຽງໃຫ້ເປັນທີ່ຮູ້ຈັກໄປຕື່ມອີກ ຈົນມາເຖິງປັດຈຸບັນ

ແລະ ດ້ານຄອບຄົວຂອງເພິ່ນ ໃນຊີວິດຄູ່ທີ່ຫາກໍແຕ່ງດອງ ດົນເຕີບລະແຫຼະ ປັດຈຸບັນມີຂ່າວດີ ເພາະສາວແພັດຈະໄດ້ເປັນແມ່ຄົນແລ້ວ

ແອັດໄປລັກເຫັນຢູ່ໃນ ຕິກຕ້ອກ ສາວແພັດເພິ່ນລົງຄຣິບໃນຕິກຕ້ອກ ເປັນຮູບຄູ່ ແລະ ທາຍາດນ້ອຍທີ່ສະແກນໃນທ້ອງ ພ້ອມແຄັບຊັນວ່າ

ລູກຄື ດວງໃຈຂອງແມ່ ກັບພໍ່ ຮັກລູກເດີ້ ຢາກເຫັນເຫັນໜ້າລູກແລ້ວ

ແມ່ນແລ້ວ ສາວແພັດຖືພາ ມີທາຍາດແລ້ວແຟນໆ ເຊິ່ງບໍ່ຮູ້ວ່າຈັກເດືອນແລ້ວ ແນວໃດກໍຖ້າລຸ້ນ ແລະ ຕິດຕາມນຳກັນ

ຍິນດີນຳຫຼາຍໆ ແມ່ແພັດ ພໍ່ ໂຕ່ໂຕ້… ຍິງຫຼືຊາຍ ຫຼື ແຝດນໍ ?

ເກ໊ໄກ໋ ສະໄລເດີ້ ເນັດ​ໄອ​ດໍ້​ດັງ ເຜີຍສະຖານະ ເລີກແຟນໜຸ່ມ ສະໄປ໋ແລ້ວ ຫຼັງຄົບກັນມາ 7 ປີ

ເກ໊ໄກ໋ ສະໄລເດີ້ ຢູທູບເບີທີ່ຄົນກົດຊັບ 10 ລ້ານກວ່າ ຜູ້ໄດ້ຮັບ “Best Influencer On Social Media (Lifestyle)”

.

ຜູ້ຊົງອິດທິພົນ ທີ່ຜະລິດເນື້ອຫາຕາມສະຕາຍ ໃນ Social Media ຄົນໄທ ເຊິ່ງຄົນລາວກໍຮູ້ຈັກດີ

.

ໄດ້ເຜີຍສະຖານະຂອງຕົນເອງກັບແຟນໜຸ່ມ ສະໄປ໋ ວ່າ ເລີກກັນແລ້ວ ແລະ ຍັງຄົງເປັນໝູ່ກັນ ຮ່ວມວຽກເຮັດວຽກນຳກັນຄືເກົ່າ

.

ງານນີ້ເຮັດເອົາແຟນໆ ເສຍດາຍ ແລະ ເສຍໃຈໃນຄວາມສຳພັນຂອງທັງ 2 ຫຼັງຄົບກັນມາດົນເຖິງ 7 ປີ

ຂອບໃຈທຸກຄົນທີ່ມີນ້ຳໃຈຊື້ເຄື່ອງຊ່ວຍພໍ່ຄ້າ ແມ່ນໄດ້ເຮັດບຸນຮ່ວມກັນເຈົ້າພໍ່ຕູ້ພັນ

ສະບາຍດີທຸກຄົນ ບໍຊ່ວຍດ້ວຍເງີນ ກໍ່ຊ່ວຍແຊ໌
ຂອບໃຈທຸກຄົນທີ່ມີນ້ຳໃຈຊື້ເຄື່ອງຊ່ວຍພໍ່ຄ້າ ແມ່ນໄດ້ເຮັດບຸນຮ່ວມກັນເຈົ້າ
ພໍ່ຕູ້ພັນ ບ້ານເວີນຄຳຮ່ວມ7 ເຊີ່ງເປັນຄົນທຸກຢາກຢູ່ໂຕຄົນດຽວ ຂາດແຄນອາຫານ ເຄື່ອງນຸ່ງ ບ້ານຢູ່ກໍຊຸດໂຊມ

ປວກຂື້ນ ຝົນຮົ່ວ ຫ້ອງນ້ຳບໍມີ ລຸກຢ່າງລຳບາກ ຂ້ອຍເຫັນເພີ່ນຍີ້ວໃສ່ໂສ້ງແລະບ່ອນນອນນ່າເຫັນໃຈ ລຳບາກຫຼາຍຕອນນີ້ ຫຼັງຈາກທີ່ໄດ້ເວົ້າໃດ້ລົມນຳ

ນ້ຳຕາຊືມເລີຍຂ້ອຍ ຖ້າເປັນໄປໄດ້ຂ້ອຍແລະທີມງານຢາກຊ່ວຍສ້າງບ້ານພໍຄຸ້ມຟ້າຄຸ້ມຝົນໃຫ້ເພີ່ນໄຫມ່ ຊ່ວຍກັນຄົນລະເລັກລະນ້ອຍ

ໃຜມີນ້ຳໃຈສັດທາສາມາດຊ່ວຍອີ່ພໍ່ໄດ້ຜ່ານເລກບັນຊີ 165120001963912001
CHAMPATHONG SYHALATH MS

ພໍ່ຄ້າໄດ້ຊື້ເຂົ້າສານ10ໝື່ນເພີ່ນໃຫ້ເພີ່ນມີເຂົ້າກິນຕະຫຼອດປີແລະນ້ຳດື່ມອາຫານ

ເຖີ່ງວ່າອີ່ພໍ່ສິທຸກສິລຳບາກສ່ຳໃດສິ່ງທີ່ຂ້ອຍເຫັນຄືຮອຍຍິ້ມຂ້ອງຄົນສູ້ຊີວິດ💪

ແລະສ່ວນໂຕຂອງພໍ່ຄ້າເອງຂໍ້ເປັນກຳລັງໃຫ້ພໍ່ຕູ້ພັນສູ້ຊົນຕໍ່ໄປສູ້ສູ້ເດີ້ພໍ່ຕູ້ພັນ❤️

.

.

.

.

ຕາງຫນ້າ ສປປລາວ ປະຈໍາອົງການ ສປຊ “ຕ້ອນຮັບ ຄຣິສຕີນາ ລາຊະສິມມາ ພາຍຫລັງສໍາເລັດການເຂົ້າຮ່ວມໃນເວທີປະກວດນາງງາມຈັກກະວານທີ່ ລັດຟໍລີດາ ສະຫະລັດ ອາເມລິກາ.

ສຳນັກງານຜູ້ຕາງຫນ້າຖາວອນແຫ່ງ ສປປລາວ ປະຈໍາອົງການ ສປຊ “ຕ້ອນຮັບ ຄຣິສຕີນາ ລາຊະສິມມາ ພາຍຫລັງສໍາເລັດການເຂົ້າຮ່ວມໃນເວທີປະກວດນາງງາມຈັກກະວານທີ່ ລັດຟໍລີດາ ສະຫະລັດ ອາເມລິກາ.”

ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ, ຜູ້ຕາງຫນ້າຖາວອນແຫ່ງ ສປປລາວ ປະຈຳອົງການ ສປຊ, ຕາງຫນ້າໃຫ້ບັນດານັກການທູດ ແລະ ພະນັກງານປະຈໍາສໍານັກງານ ໄດ້:

ສະແດງຄວາມຍິນດີ ແລະ ຊົມເຊີຍ ທີ່ ຄຣິສຕີນາ ໄດ້ເຮັດສຳເລັດຫນ້າທີ່ ທັງໄດ້ປະກອບສ່ວນໃນວຽກງານການທູດດ້ານວັດທະນະທໍາ ໂດຍຕາງຫນ້າໃຫ້ຊາວຫນຸ່ມລາວ ແລະ ແມ່ຍິງລາວ ໃນທົ່ວປະເທດ ມາເຜີຍແຜ່ວັດທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ ໃນເວທີສາກົນໃນຄັ້ງນີ້,

ເປັນການປະກອບສ່ວນເຮັດໃຫ້ສາກົນຮູ້ຈັກ ແລະ ຊື່ນຊົມຍິນດີ ຕໍ່ຄວາມເປັນເອກະລັກຂອງຊາດລາວເຮົາຫລາຍຍິ່ງຂຶ້ນ;

ຄຣິສຕີນາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຄົນລາວ ທີ່ປະຕິບັດຫນ້າທີ່ຢູ່ຕ່າງປະເທດ ລວມທັງຄົນເຊື້ອຊາດລາວເຮົາທີ່ດໍາລົງຊີວິດຢູ່ ສ. ອາເມລິກາ ພ້ອມທັງໄດ້ເລົ່າຄືນເຖິງ ປະສົບການບາງດ້ານ ແລະ ຄວາມປະທັບໃຈ ຈາກການເຂົ້າຮ່ວມໃນເວທີໂລກໃນຄັ້ງນີ້;

ນອກຈາກນັ້ນ, ຄຣິສຕີນາ ຍັງມີໂອກາດໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບບາງວຽກງານທີ່ພົ້ນເດັ່ນໃນຂອບອົງການ ສປຊ ລວມທັງ ບູລິມະສິດຂອງ ສປປລາວ ໃນການເຄື່ອນໄຫວຢູ່ເວທີສາກົນ ໃນຊຸມປີຕໍ່ຫນ້າ. ຄຣີສຕີນາ ມີຄວາມສົນໃຈເປັນພິເສດ ຕໍ່ວຽກງານຂອງອົງການ ສປຊ ເນື່ອງຈາກພໍ່ຂອງ ຄຣີສຕີນາ ໄດ້ຮ່ວມເຮັດວຽກນໍາອົງການ ເຄືອຂ່າຍ ສປຊ ປະຈໍາ ສປປລາວ ມາຫລາຍປີ ແລະ ຕົນເອງກໍໄດ້ເຮັດຫນ້າທີ່ ເປັນອາສາສະຫມັກໃນການເຜີຍແຜ່ວຽກງານຂອງອົງການ UNFPA ໃນລະດັບປະເທດ.

ເປີດໃຈ ຫຍິງ ລະຖາ ງານແຕ່ງບໍ່ມີສິນສອດຫຍັງ ມີພຽງແຫວນແທນໃຈຂອງທັງສອງຄົນເທົ່ານັ້ນ

ເອີ້ນໄດ້ວ່າເຂົ້າພິທີໝັ້ນໄປເປັນທີ່ຮຽບຮເອຍແລເວ ສໍາລັບ ຫຍິງ ລະຖາ ເຊິ່ງຈັດແບບລຽບງ່າຍ ຕາມມາດຕະການປ້ອງກັນໂຄວິດ-19 ທຸກຢ່າງ ເຊິ່ງກ່ອນອື່ນ ແອັດຂໍສະແດງຄວາມຍິນດີກັບທັງຄູ່ ທີ່ເຂົ້າພິທີໝັ້້ນ ແລະ ຈົດທະບຽນສົມລົດກັນແລ້ວ ເປັນໄປແບບລຽບງ່າຍ ບໍ່ຫວືຫວາ ຈັດຂຶ້ນເມື່ອວັນທີ 25 ພຶດສະພາ ທີ່ຜ່ານມາ.

ໂດຍງານໝັເນ ແລະ ຫານຈົດທະບຽນຂອງທັເງຄູ່ ກໍ່ເປັນໄປຢ່າງອົບອຸ່ນ ມີພຽງແຕ່ຄົນທີ່ສະນິດໃນຄອບຄົວ ແລະ ໝູ່ສະນິດທີ່ໄດ້ເດີນທາງໄປຮ່ວມເປັນສັກຂີພິຍານຮັກໃນຄັ້ງນີ້ ສ່ວນງານສະຫຼອງມົງຄຸນສົມຣົດຂອງທັ້ງຄູ່ ກໍ່ຍັງຄົງເປັນຕີມ ດີສນີ ເຊິ່ງຈາກແຜນເດີມທີ່ວາງໄວ້ຈະຈັດປາຍປີນີ້ ກໍ່ຄາດວ່າໜ້າຈະໄດ້ເລື່ອນໄປຈັດໃນຕົ້ນປີໜ້່ ເນື່ອງຈາກສະຖານະການໂຄວິດ-19.

ທັ້ງນີ້ ພາຍຫຼັງແລ້ວພິທີໝັ້ນ ສາວຫຍິງ ລະຖາ ເຜີຍວ່າ ງານນີ້ທີ່ຕ້ອງປິດງຽບເນື່ອງຈາກໝໍດູເນັ້ນວ່າບໍ່ໃຫ້ບອກໃຜ ເລີຍມີພຽງຄອບຄົວ ແລະ ມູ່ສະນິດບໍ່ເທົ່າໃດຄົນເທົ່ານັ້ນ ໂດຍໃນພິທີກໍ່ມີຣືກສວມແຫວນ 11:11ໂມງ ແລະ ຣືກຈົດທະບຽສົມຣົດ 15:15ໂມງ.

ສ່ວນເລື່ອງຂອງສິນສອດຂອງໝັ້ນນັ້ນ ສາວຫຍິງ ເຜີຍວ່າ ພາຍໃນງານບໍ່ໄດ້ມີສິນສອດຫຍັງ ມີພຽງແຫວນເພັດຂະໜາດ 2ກະຣັດ ສ່ວນຕົວບໍ່ໄດ້ຄິດຫາເລື່ອງນີ້ຢູ່ແລ້ວ ເພາະຫຼັງຈາກຈົດທະບຽນສົມລັດແລ້ວ ຊັບສິນຂອງທັ້ງຄູ່ກໍ່ຕ້ອງມາລວມກັນຢູ່ແລ້ວນັ້ນເອງ.

ແນວໃດກໍ່ຕາມ ແອັດຂໍອວຍພອນໃຫ້ທັ້ງສອງຈົ່ງມີຄວາມສຸກໃນຊີວິດຄູ່ ແລະ ທີ່ສໍາຄັນມີຄົນນ້ອຍໃຫ້ພວກເຮົາໄດ້ຊື່ນຊົມນໍາໄວໆເດີ້.

ຖືກໝາຍຈັບຫຼັງຊູປ້າຍ “Pray for Myanmar” ນາງງາມມຽນມາຈຶ່ງກັບປະເທດບໍ່ໄດ້

ຊາວມຽນມາຮຽກຮ້ອງນານາຊາດໃຫ້ຊ່ວຍເຫຼືອປະເທດຂອງຕົນ ພ້ອມທັງຊ່ວຍປົກປ້ອງ ນາງງາມມຽນມາ ນາງ ທູຊາ ວິນ ລວິນ “Thuzar Wint Lwin” ເພາະນາງໄດ້ຖືກອອກໝາຍຈັບຈາກລັດຖະບານມຽນມາ ຫຼັງຈາກທີ່ໄດ້ຊູປ້າຍທີ່ມີຂໍ້ຄວາມວ່າ “Pray for Myanmar”.

ນາງ ທູຊາ ວິນ ລວິນ ໄດ້ໃຫ້ສຳພາດກັບທາງ ນິວຢອກທາມ ວ່າ ກ່ອນໜ້າທີ່ນາງຈະເດີນທາງມາທີ່ອາເມລິການັ້ນ ນາງຕ້ອງໄດ້ກວດເບິ່ງວ່າຕົວເອງມີຢູ່ໃນລາຍຊື່ທະຫານທີ່ຕ້ອງການຕົວ ຫຼື ບໍ່ ເພາະນາງເຫັນລາຍງານຂອງບຸກຄົນທີ່ມີຊື່ສຽງຖືກຄວບຄຸມຕົວໃນຂະນະທີ່ພວກເຂົາພະຍາຍາມເດີນທາງອອກນອກປະເທດ.

ຫຼັງຈາກເກີດການລັດຖະປະຫານໃນມຽນມາຂຶ້ນ ນາງ ທູຊາ ວິນ ລວິນ ໄດ້ເຂົ້າຮ່ວມເດີນຂະບວນກັບປະຊາຊົນມຽນມາຫຼາຍຄັ້ງ ນາງກ່າວວ່າການໂຈມຕີຂອງທະຫານເຮັດໃຫ້ປະເທດຕ້ອງຕົກຢູ່ໃນຄວາມຢ້ານກົວ “ທະຫານລາດຕະເວນໃນເມືອງທຸກມື້ ແລະ ບາງຄັ້ງພວກເຂົາກໍ່ຕັ້ງເຄື່ອງກີດຂວາງເພື່ອຂັດຂວາງຄົນທີ່ຜ່ານໄປມາ ໃນບາງຄັ້ງພວກເຂົາກໍ່ຍິງຄົນໂດຍບໍ່ລັງເລ ພວກເຮົາຢ້ານທະຫານຂອງເຮົາເອງ ເວລາພວກເຮົາພົບທະຫານ ພວກເຮົາເຮັດໄດ້ພຽງຮູ້ສຶກຄຽດ ແລະ ຮູ້ສຶກຢ້ານ”.

ແນວໃດກໍ່ຕາມ ມີຂໍ້ມູນເປີດເຜີຍວ່າຫຼັງຈາກຈົບການປະກວດແລ້ວ ນາງຈະເດີນທາງໄປທີ່ນິວຢອກ ເພື່ອໄປຫາ ບິວຕີ້ ເພື່ອນຊາວມຽນມາທີ່ເປັນນາງແບບໃນສັງກັດແຫ່ງໜຶ່ງ ແລະ ຈະເຮັດວຽກຮ່ວມກັນໃນງານ ນິວຢອກແຟຊັ່ນວີກ ທີ່ກຳລັງຈະເກີດຂຶ້ນ ຈົນກວ່າສະພາບການໃນປະເທດຈະດີຂຶ້ນ.

ກ່ອນໜ້ານີ້, ນາງ ຮານ ເລ ຜູ້ເຂົ້າປະກວດມີສແກຣນມຽນມາ ທີ່ເດີນທາງເຂົ້າມາປະກວດໃນປະເທດໄທ ກໍ່ໄດ້ສະແດງອອກ ແລະ ເວົ້າເຖິງສະພາບການໃນມຽນມາເຮັດໃຫ້ນາງຖືກອອກໝາຍຈັບ ແລະ ບໍ່ສາມາດກັບເຂົ້າໄປເທດບານເກີດໄດ້ ເນື່ອງຈາກມີຄວາມກັງວົນເລື່ອງຄວາມປອດໄພຂອງຕົນເອງ.

ນາງງາມມຽນມາ ນາງ ທູຊາ ວິນ ລວິນ “Thuzar Wint Lwin” ໄດ້ປະກົດຕົວເທິງເວທີ Miss Universe 2020 ເຖິງຈະຜ່ານເຂົ້າຮອບພຽງ 21 ຄົນສຸດທ້າຍ ແລະ ໄດ້ຮັບລາງວັນຊະນະເລີດຊຸດປະຈຳດີເດັ່ນ. ເຖິງແມ່ນວ່າຊຸດປະຈຳຊາດໂຕຈິງຈະຫາຍໄປພ້ອມກັບການເດີນທາງ ແຕ່ຊຸດທີ່ນາງສວມໃສ່ຂຶ້ນປະກວດເທິງເວທີກໍ່ເປັນຊຸດທີ່ຊົງອິດທິພົນບໍ່ໜ້ອຍ ເນື່ອງຈາກເປັນຊຸດທີ່ ທ່ານ ນາງ ອອງຊານ ຊູຈີ ເຄີຍສວມໃສ່ ແລະ ເທິງເວທີນາງໄດ້ສົ່ງສຽງໃຫ້ຄົນທົ່ວໂລກຮັບຮູ້ດ້ວຍການຍົກປ້າຍ “Pray for Myanmar”.

ຮຽບຮຽງຂ່າວ: ພຸດສະດີ laopost.com @ສື່ລາວ

ຄຣິສຕີນາ ລາຊະສິມມາ ມີສຢູນີເວີສ ລາວ​ 2020​ນາງງາມຜູ້ຊະນະຫົວໃຈຄົນລາວ

ເວລາ7ໂມງເຊົ້າມື້ນີ້,​ ຕາມເວລາໃນປະເທດລາວ ພີ່ນ້ອງຄົນລາວຫລາຍໝື່ນຄົນທີ່ອາໄສຢູ່ປະເທດລາວ ແລະຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ຕ່າງກໍ່ຈົດຈໍ່ເຝົ້າຕິດຕາມການຖ່າຍທອດສົດເວທີປະກວດນາງງາມລະດັບໂລກ Miss​ Universe​ 2020​ ທີ່ຈັດຂຶ້ນຢູ່ລັດ ຟໍຣິດາ ສະຫະລັດອາເມລິກາ ພ້ອມທັງສົ່ງແຮງໃຈ ແຮງເຊຍ ແລະ​ ແຮງປາຖະໜາ ເຖິງສາວ ຄຣິສຕີນາ​ ຢ່າງລົ້ນ​ເຫລືອ.

ເວລາ7ໂມງເຊົ້າມື້ນີ້,​ ຕາມເວລາໃນປະເທດລາວ ພີ່ນ້ອງຄົນລາວຫລາຍໝື່ນຄົນທີ່ອາໄສຢູ່ປະເທດລາວ ແລະຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ຕ່າງກໍ່ຈົດຈໍ່ເຝົ້າຕິດຕາມການຖ່າຍທອດສົດເວທີປະກວດນາງງາມລະດັບໂລກ Miss​ Universe​ 2020​ ທີ່ຈັດຂຶ້ນຢູ່ລັດ ຟໍຣິດາ ສະຫະລັດອາເມລິກາ ພ້ອມທັງສົ່ງແຮງໃຈ ແຮງເຊຍ ແລະ​ ແຮງປາຖະໜາ ເຖິງສາວ ຄຣິສຕີນາ​ ຢ່າງລົ້ນ​ເຫລືອ.

ແລະມີຄວາມມຸ່ງໝັ້ນທີ່ຈະເຮັດເພື່ອຄົນລາວປະເທດລາວ ຍ້ອນແນວນີ້ ຄົນລາວຈຶ່ງຍົກໃຫ້ ຄຣິສຕີນາ​ລາຊະສິມມາ​ ເປັນ​ “ນາງຟ້າເມືອງລາວ”​ ເປັນ “ແມ່ຍິງທີ່ງາມທີ່ສຸດ” ແລະສິ່ງທີ່ສຳຄັນທີ່ສຸດກໍ່ຄື ຄຣິສຕີນາ​ ເປັນຕົວແທນແມ່ຍິງ ທີ່ເອົາຊຸດແມ່ຍິງລາວ ວັດທະນະທຳລາວ​ສະຖານທີ່ທ່ອງທ່ຽວຂອງລາວ ໄປອວດອ້າງຕໍ່ສາຍຕາຊາວໂລກໃຫ້ໄດ້ຮູ້ໄດ້ເຫັນເຖິງເອກະລັກຄວາມເປັນລາວ.​

ຂໍ​ເປັນກຳລັງໃຈ​ແລະ​ ຊົມເຊີຍ ຄຣິສຕີນາ​ ລາຊະສິມມາ​ ພ້ອມດ້ວຍທີມງານຝ່າຍລາວທຸກທ່ານ.​ນະຕອນນີ້ ຄົນລາວພວມຄອງຖ້າ​ ສາວງາມລາວ ເດີນທາງກັບຄືນແຜ່ນດິນແມ່ ແດນດິນຖິ່ນຈໍາປາ ດ້ວຍຄວາມສະຫວັດດີພາບ.​ຂໍຂອບໃຈພາບງາມໆຈາກຫລາຍພາກສ່ວນ.

Andrea Meza ນາງງາມຈັກກະວານຈາກປະເທດ ເມັກຊີໂກມີຜົວແລ້ວ?

ຫຼັງຈາກ Andrea Meza ສາວງາມຈາກປະເທດ ເມັກຊີໂກ ໄດ້ຮັບຕຳແໜ່ງນາງງາມຈັກກະວານ 2020 ຄອງມົງກຸດບໍ່ພໍເທົ່າໃດນາທີ ກໍ່ມີຮູບຫຼຸດ ຄູ່ກັບຊາຍໃນຊຸດແຕ່ງງານ?????

ຮູບແລກແມ່ນມິສແມັກຊິໂກກັບສາມີນາງແຕ່ 2019

ຮູບສອງແມ່ນສາມີນາງກັບແບ້ໂຕໃຫມ່ ( my bae )

ມີກິ່ນວ່າອາດຈະເປັນຮູບຖ່າຍກັນຊື່ໆ ແຕ່ທັງສອງລົບຮູບນິໃນໄອຈີແລ້ວ1 ເລື່ອງຈະມີຄວາມເປັນມາແນວໃດນັ້ນ ຖ້າຕິດຕາມຕ່ອນຕໍ່ໄປ!! @ທີມງານ ສື່ລາວ.ຄອມ

ຂໍສະແດງຄວາມຍິນດີກັບ Andrea Masa ຈາກປະເທດແມັກຊິໂກໄດ້ຄອງ ຕຳແໜ່ງ ນາງງາມຈັກກະວານປີ 2020.

ຂໍສະແດງຄວາມຍິນດີກັບ Andrea Masa ຈາກປະເທດແມັກຊິໂກໄດ້ຄອງ ຕຳແໜ່ງ ນາງງາມຈັກກະວານ(Miss Universe) ປີ 2020.

ສຳລັບ ຮອງອັນດັບໜຶ່ງ ໄດ້ແກ່ Miss Universe Brazil

ຮອງອັນດັບສອງ Miss Universe Peru

ຮອງອັນດັບສາມ Miss Universe India

ແລະ ຮອງອັນດັບສີ່ Miss Universe DOMINICAN REPUBLICຂໍສະແດງຄວາມຍິນດີ

.