ນາຍົກກ່າວ! ສ້າງຊັບພະຍາກອນມະນຸດ ດີກວ່າຂຸດຄຳ ເຮົາຂຸດຄົ້ນຄຳບໍ່ຈັກເທົ່າໃດ ຄືບໍ່ເຫັນລວຍ

ກຳລັງຂັບເຄື່ອນທີ່ສຳຄັນ ຂອງການພັດທະນາຂອງປະເທດໃດໜຶ່ງແມ່ນຄົນ, ຖ້າພວກເຮົາມີຊັບພະຍາກອນ ທຳມະຊາດທີ່ມີຄ່າຫຼາຍປານໃດກໍຕາມ ແຕ່ຖ້າຂາດຊັບພະຍາກອນມະນຸດທີ່ມີຄຸນນະພາບໃນການຄຸ້ມຄອງນຳໃຊ້ ທີ່ຍືນຍົງ ແລະມີຄຸນຄ່າແກ່ປະເທດຊາດແລ້ວ ຍ່ອມບໍ່ຮ່ອນຈະເລີນ.

“ເງິນເຕັມພາ ບໍ່ເທົ່າພະຫຍາເຕັມປູມ” ຄຳເວົ້າອັນເກົ່າແກ່ຂອງລາວ ຍັງສາມາດນຳໃຊ້ໄດ້ດີກັບສະພາບປັດຈຸບັນ. ພວກເຮົາຮັບຮູ້ດີວ່າ ອົງປະກອບທີ່ເປັນໝາກຫົວໃຈຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃດກໍຕາມ

ໃນໂລກນີ້ ແມ່ນຕ້ອງອີງອາໄສຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ມີຄວາມຮູ້ ມີຈັນຍາທຳ ຈັນຍາບັນ ເຊິ່ງຕ່າງກັບຫາຍປະເທດທີ່ມີຊັບພະຍາກອນທຳມະຊາດອັນຮັ່ງມີ ແຕ່ປະຊາຊົນຍັງທຸກຍາກ.

“ລາວເຮົາຍັງເອື່ອຍອີງໃສ່ຊັບພະຍາກອນທຳມະຊາດຫຼາຍເກີນໄປ ທຽບໃສ່ສິງກະໂປ ບໍ່ມີຫຍັງ ນໍ້າຍັງໄດ້ຊື້ຈາກມາເລເຊຍເຂົາພັດຮັ່ງ ເຮົາຂຸດຄຳບໍ່ຈັກເທົ່າໃດບໍ່ ບໍ່ເຫັນຮັ່ງ”

(ຄລິບ)

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປລາວ ໄດ້ກ່າວໃນກອງປະຊຸມ ປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດ IX ເມື່ອອາທິດທີ່ຜ່ານມາ ເຊິ່ງເປັນການຢໍ້າເຕືອນພວກເຮົາອີກເທື່ອໜຶ່ງວ່າ ເສັ້ນທາງການພັດທະນາ ທີ່ຍືນຍົງ ແລະຮຸ່ງເຮືອງຂອງພວກເຮົານັ້ນ ບໍ່ແມ່ນການອາໄສການສ້າງລາຍຮັບເປັນຕົ້ນຕໍໃສ່ຊັບພະຍາກອນທຳມະຊາດ.

ເປັນສິ່ງຈະແຈ້ງວ່າ ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາໃນປັດຈຸບັນ ແມ່ນອີງໃສ່ຊັບພະຍາກອນ ທຳມະຊາດເປັນຕົ້ນຕໍ ບໍ່ວ່າຈະເປັນ ການຂຸດຄົ້ນບໍ່ແຮ່, ການພັດທະນາ ເຂື່ອນໄຟຟ້ານໍ້າຕົກ, ກະສິກຳ-ປ່າໄມ້ ແລະ ອື່ນໆ ທີ່ຕິດພັນກັບການນຳໃຊ້ຊັບພະຍາກອນທຳມະຊາດ

ເປັນສິ່ງຈະແຈ້ງວ່າ ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາໃນປັດຈຸບັນ ແມ່ນອີງໃສ່ຊັບພະຍາກອນ ທຳມະຊາດເປັນຕົ້ນຕໍ ບໍ່ວ່າຈະເປັນ ການຂຸດຄົ້ນບໍ່ແຮ່, ການພັດທະນາ ເຂື່ອນໄຟຟ້ານໍ້າຕົກ, ກະສິກຳ-ປ່າໄມ້ ແລະ ອື່ນໆ ທີ່ຕິດພັນກັບການນຳໃຊ້ຊັບພະຍາກອນທຳມະຊາດ

ເຊິ່ງສ່ວນຫຼາຍ ຍັງເປັນການຂຸດຄົ້ນທີ່ ບໍ່ມີຄວາມຍືນຍົງ ແລະບົກແຫ້ງລົງເລື້ອຍໆ, ໜໍາຊໍ້າບາງກໍລະນີ ຍັງເຮັດໃຫ້ ລະບົບນິເວດເສື່ອມໂຊມຂຶ້ນນັບມື້ ເຊັ່ນ ການນຳໃຊ້ ສານເຄມີເກີນຂອບເຂດ ທຳລາຍນໍ້າ ແລະທຳລາຍດິນ ປະຊາຊົນອຶດຢາກຂຶ້ນນັບມື້ ເຊິ່ງເປັນອົດສູຍິ່ງ.

ເຖິງຢ່າງໃດກໍຕາມ ເມື່ອພວກເຮົາເບິ່ງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ນັ້ນເຫັນວ່າ ລັດຖະບານໃຫ້ ບູລິມະສິດໃນການພັດທະນາ ໄປຕາມທິດສີຂຽວ-ຍືນຍົງຂຶ້ນຕື່ມ ເຊິ່ງກໍມີຄວາມຫວັງວ່າ ພວກເຮົາຈະຫັນທິດທາງ ທີ່ມີການເອື້ອຍອີງໃສ່ຊັບພະຍາກອນທຳມະຊາດໜ້ອຍລົງ ແລ້ວ ມຸ່ງເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕາມ ທິດທາງ ການບຸກທະລຸ ທາງດ້ານຊັບພະຍກອນມະນຸດ.

ໃນບົດລາຍງານການພັດທະນາມະນຸດ (HDI) ປີ 2020 ຂອງອົງການສະຫະປະຊາຊາດ ເພື່ອການພັດທະນານັ້ນ ເຫັນວ່າ ສປປລາວເຮົາ ຈັດໃນລຳດັບທີ 137 ໃນຈຳນວນທັງໝົດ 189 ປະເທດ ເຊິ່ງຍັງເປັນວຽກບູລິມະສິດ ໄລຍະຍາວແກ່ພວກເຮົາ ທີ່ຈະບຸກບືນໃຫ້ ການພັດທະນາຊັບພະຍາກອນມະນຸດກ້າວຂຶ້ນສູ່ລະດັບສູງ.

ການສຶກສາ ຂອງທະນາຄານໂລກນັ້ນ ຊີ້ໃຫ້ເຫັນວ່າ ການຂາດທັກສະການ ອ່ານ ແລະ ການຂຽນຂອງໄວໜຸ່ມລາວ ຈຳນວນຫຼາຍນັ້ນ ເປັນສິ່ງທ້າທາຍສຳຄັນໃນການຈ້າງງານຂອງ ແຮງງານລາວ ເຊິ່ງມີຜົນກະທົບຕໍ່ ການລົງທຶນຂອງ ພາກສ່ວນເອກະຊົນ ທັງພາຍໃນແລະຕ່າງປະເທດທີ່ຂາດແຄນແຮງງານທີ່ມີທັກສະ ແລະຜົນສຸດທ້າຍຂອງ ມີຜົນໂດຍລວມຕໍ່ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ.

ເພາະສະນັ້ນ ຈຶ່ງວ່າການພັດທະນາຊັບພະຍາກອນນຸດທີ່ມີຄຸນນະພາບນັ້ນ ເປັນໂອກາດທີ່ສຳຄັນທີ່ສຸດຂອງ ສປປລາວ ທີ່ຈະນຳພາປະເທດຊາດກ້າວສູ່ປະເທດ ສີວິໄລໃນອະນາຄົດ ໂດຍຖືເອົາຂໍ້ໄດ້ປຽບທີ່ວ່າ ປະເທດພວກເຮົາ ຍັງໜຸ່ມແໜ້ນ ເພາະມີຄົນໜຸ່ມກວມ 60% ຂອງປະຊາກອນ, ຖ້າໄວໜຸ່ມນີ້ເປັນຊັບພະຍາກອນທີ່ມີ ຄຸນນະພາບແລ້ວ ການພັດທະນາພວກເຮົາກໍເປັນໄປໄດ້ຢ່າງຄ່ອງຕົວ.

10 ລ້ານກີບ ຕຳໝາກຮຸ່ງຄົກດຽວ ງານນີ້ສາວພອນບອກຄຸ້ມສຸດຄຸ້ມ

ສາວພອນບອກດີໃຈຫຼາຍ ຫຼັງຜິຫວັງເລື່ອງເງິນຄ່າຕົວ ມີຄົນໃຈດີໃຫ້ເງິນ 10 ລ້ານ ແລກກັບຕຳໝາກຫຸ່ງ 1 ຄົກ (ມີຄລິບ)

ຈາກປະເດັ້ນດາມຣາການຈ້າງງານສາວພອນ ເນັດໄອອໍ້ ທີ່ເປັນສະຕຣາຍ ຂອງຕົນເອງ ໂດຍມີຜູ້ຈ້າງງານ ຜູ້ໜຶ່ງສະເໜີ ໃຫ້ສາວພອນຂື້ນມາວຽງ.

ໂດຍຕົກລົງຈະໃຫ້ຄ່າ ໂຕສາວພອນ ແລະ ທີມງານ 7ລ້ານກີບ.

ແຕ່ເຮັດແລ້ວໆ ພັດເອົາພຽງແຕ່ 3ລ້ານກີບເທົ່ານັ້ນ ເຊິ່ງບໍ່ພໍຄ່ານ້ຳມັນລົດ ແລະ ຄ່າທີ່ພັກ ກັບທີມງານ.

ທັງນີ້ ທາງເຮົາກໍ່ເຂົ້າໃຈ ແລະ ເຫັນໃຈທັງສອງຝ່າຍ ທັງຜູ້ຈ້າງ, ຜູ້ຖືກຈ້າງ.

ສາວພອນບອກດີໃຈຫຼາຍ ຫຼັງຜິຫວັງເລື່ອງເງິນຄ່າຕົວ ມີຄົນໃຈດີໃຫ້ເງິນ 10 ລ້ານ ແລກກັບຕຳໝາກຫຸ່ງ 1 ຄົກ (ມີຄລິບ)

ຈາກປະເດັ້ນດາມຣາການຈ້າງງານສາວພອນ ເນັດໄອອໍ້ ທີ່ເປັນສະຕຣາຍ ຂອງຕົນເອງ ໂດຍມີຜູ້ຈ້າງງານ ຜູ້ໜຶ່ງສະເໜີ ໃຫ້ສາວພອນຂື້ນມາວຽງ.

ໂດຍຕົກລົງຈະໃຫ້ຄ່າ ໂຕສາວພອນ ແລະ ທີມງານ 7ລ້ານກີບ.

ແຕ່ເຮັດແລ້ວໆ ພັດເອົາພຽງແຕ່ 3ລ້ານກີບເທົ່ານັ້ນ ເຊິ່ງບໍ່ພໍຄ່ານ້ຳມັນລົດ ແລະ ຄ່າທີ່ພັກ ກັບທີມງານ.

ທັງນີ້ ທາງເຮົາກໍ່ເຂົ້າໃຈ ແລະ ເຫັນໃຈທັງສອງຝ່າຍ ທັງຜູ້ຈ້າງ, ຜູ້ຖືກຈ້າງ.

ຄລິບ:

ວ້າວໆ ອິດສາສາວພອນ ຄວງ ພະເອກຫຼໍ່ ນັກຮ້ອງຄູເຕ້ຍ

ເຫັນແວບແວບ ງາມຂຶ້ນບໍ່ນິສາວພອນ

ອິດສາເຕັມ ເມື່ອສາວພອນ ຖ່າຍພາບກັບດາລາພະເອກດັງຂອງໄທ

….

ຫຼື ໜຸ່ມ ອ໊ອບ ເອກກະພົນ ແລະ ອີກຄົນຄູເຕ້ຍ

….

….

ຈາກ: ພອນພອນ ພິລາໃວ

ງາມສະຫງ່າ! ຂໍສະແດງຄວາມຍິນດີນຳ “MUL07 ປ່າເຢັ້ງຊາ ລໍ່” Miss Universe Laos 2022

ຂໍສະແດງຄວາມຍິນດີນຳ “MUL07 ປ່າເຢັ້ງຊາ ລໍ່” Miss Universe Laos 2022

ຮອງອັນດັບໜຶ່ງ ໄດ້ແກ່ MUL19 ໄພມະນີ ລາດຊະບັນເທົາ
ຮອງອັນດັບສອງໄດ້ແກ່ MUL03 ລັດຕະນາ ໝັ້ນວິໄລ

ໂດຍ ”ປ່າເຢັ້ງຊາ ລໍ່” ຈະເປັນຕົວແທນປະເທດລາວໄປແຂ່ງຂັນຕໍ່ໃນເວທີ Miss Universe 2022 ທີ່ປະເທດສະຫະລັດອາເມຣິກາ ທີ່ຈະຈັດຂຶ້ນໃນປີ 2023 ນີ້.

..

ກະແສດາມ່າ ໂຕໂນ້ ໂຄງການລອຍຂ້າມນ້ຳຂອງເພື່ອການກຸສົນ

ດາມ່າເຂົ້າໂຕໂນ້ຢ່າງໜັກ ກັບພາລະກິດຊ່ວຍເຫຼືອສັງຄົມ One Man & The River ໜຶ່ງຄົນລອຍຫຼາຍຄົນໃຫ້ ໂຄງການລອຍນ້ຳຂ້າມນ້ຳຂອງ ໃນວັນທີ 22 ຕຸລາ ໃກ້ຈະມາຮອດນີ້້ ຖືກວິຈານໜັກພໍສົມຄວນ

ເຖິງແມເຈົ້າໂຕຈະຕັ້ງໃຈເຕັມຮ້ອຍທັງກາຍ ແລະ ໃຈ ແຕ່ໂລກໂຊຊຽວໃນໄທ ແມ່ນເດືອດໜັກ ເຊິ່ງຫຼາຍຄົນເຫັນວ່າ ໂຄງກການນີ້ຈະສ້າງຄວາມເດືຶອດຮ້ອນໃຫ້ທີມແພດ ແລະ ພະຍາບານ ເນື່ອງຈາກຊ່ວງນີ້ເປັນຊ່ວງຂອງພາຍຸ,

ຟ້າຝົນ, ສະພາບອາກາດແປປວນ ເຊິ່ງມັຍບໍ່ໄດ້ສ່ຽງພຽງໂຕໂນ່ຄົນດຽວ ແຕ່ຍັງມີເຈົ້າໜ້າທີ່ ແລະ ທີມງານຫຼ!ຍຮ້ອຍຊີວິດ ຫາກເກີດມີກໍລະນີສຸກເສີນຈະເປັນພາລະໃຫ້ເຈົ້າໜ້າທີ່ໄດ້

ສື່ໄທ ຈິນຟີນໜັກ ເບວລ່າ ລານີ ກັບ ໜຸ່ມວິນ ວິນລ່ຽນ ລຸ້ນໃຫ້ເປັນຄູ່ຈິງ

ຫຼັງຈາກມີພາບ ເບວລ່າ ລານີ ນາງເອກຊື່ດັງຈາກຝັ່ງໄທ ກັບໜຸ່ມວິນ ວິນລ່ຽມ ຮ້ານVergin 90 ໄດ້ຮ່ວມເຟມຮູບພາບນຳກັນ ແລະຍັງມີຄິບລົງ ໃນຕິກຕອັກຂອງໜຸ່ມວິນ ທັງສອງເເມ່ນຖືກເລືອກເປັນພີເຊັນເຕີຂອງທະນາຄານ ແຫ່ງໜຶ່ງ ໃນ ສປປ ລາວ

ເຮັດໃຫ້ມີແຟນຄັບສ່ວນໜຶ່ງຈາກຝັ່ງໄທພາກັນເຂົ້າໄປຄອມເມັ້ນຈິ່ນໃຫ້ເປັນຄູ່ຈິງ ຢ່າງໜັກ ແລະຫຼາຍໆເພສຂ່າວໃນໄທ ກໍ່ໄດ້ອອກມາໂພສໄປໃນທາງດຽວກັນວ່າ

ສາວເບວລ່ານັ້ນກໍ່ໂສດ ໜຸ່ມວິນກໍ່ພຽບພ້ອມທັງໜ້າຕາ ແລະ ຖານະ ຈຶ່ງລຸ້ນຈິນໃຫ້ເປັນຄູ່ກັນ ແຕ່ກໍ່ມີກະແສອີກຈຳນວນໜຶ່ງສະແດງຄວາມເຫັນວ່າວ່າບໍ່ເໝາະທີ່ຈະຈິນເລີຍ

…..

…..

ຮອດລາວແລ້ວເດີ້ ເອື້ອຍຕ່າຍ ອໍລະໄທ ສະບາຍດີວຽງຈັນ ມື້ອື່ນພໍ້ກັນເດີ້

ເດີນທາງມາຮອດລາວດ ນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍ ສໍາລັບ ເອື້ອຍ ຕ່າຍ ອໍລະໄທ ນັກຮ້ອງລູກທົ່ງຂວັນໃຈມວນຊົນ ໃນວັນທີ 27 ກັນຍາ 2022

ແລະມື້ອື່ນວັນທີ 28/09/2022 ຕາມນັດກັນຈະ ພົບກັບເອື້ອຍ ຕ່າຍ ອໍຣະໄທ ໃນງານມິນິຄອນເສີດ ທີ່ຕະຫຼາດເຊົ້າມໍຊັ້ນ 1 ໃນງານເປີດໂຕ “ປາແດກເພື່ອນວິນ” ເດີ້ ເລີ່ມເວລາ 10:00 am – 14:00 pm ເປັນຕົ້ນໄປ.

ມາຫາເອື້ອຍຕ່າຍຫຼາຍໆເດີ້
ບອກເລີຍມີນັດກັນນັດກັນ ກັບ ເອື້ອຍຕ່າຍ ອໍລະໄທ ນັກຮ້ອງລູກທົ່ງຂວັນໃຈມ່ວນຊົນ ທີ່ມີຜົນງານເພງຫຼາກຫຼາຍ ເຊິ່ງແຕ່ລະເພງຫຼາຍຄົນຮ້ອງໄດ້ໝົດ ເອື້ອຍເພິ່ນຈະມາລາວ

ເພື່ອມອບຄວາມສຸກໃນງານ ເປີດໂຕ “ປາແດກເພື່ອນວິນ” ຕະຫຼາດເຊົ້າມໍຊັ້ນ 1 ໃນງານເປີດໂຕ “ປາແດກເພື່ອນວິນ” ເດີ້ ເລີ່ມເວລາ 10:00 am – 14:00 pm ເປັນຕົ້ນໄປ.

ໄປຮ່ວມມ່ວນຊື່ນ ແລະ ຊິມປາແດກເພື່ອນວິນໄດ້ເລີຍ ນອກຈາກນັ້ນຍັງມີ ເຈມ (Jame Uno), ກູດ (Good GX2) ດໍາເນີນລາຍການໂດຍພິທີກອນຫຼາກຫຼາຍຄວາມສາມາດຕາໜຶ່ງ ແລະ ໂອເລ້

ພ້ອມພົບກັບເຈົ້າຂອງຜະລິດຕະພັນໜຸ່ມວິ້ນ ຫຼື ຫຼາຍຄົນຮູ້ຈັກແມ່ນເພື່ອນວິນ.

ກັບບໍ່ໄດ້ (กลับบ่ได้) ປະຫວັດສາດເພງລາວ ຕິດອັບ 1 ເພງທີ່ມາເເຮງໃນລາວ ແລະ ໄທ

ເພງ ກັບບໍ່ໄດ້ (กลับบ่ได้) ເພງດັງມາເເຮງໃນຕອນນີ້ ພຽງ 13 ມື້ ຫຼ້າສຸດ 5,000,000 View, 1 ເເສນ Like ເເລ້ວ ເເລະ ຍັງຕິດອັບ 1 ເພງທີ່ມາເເຮງໃນ ສ ປ ປ ລາວ ແລະ ໃນປະເທດໄທອີກດ້ວຍ

ເປັນເພງຂອງນັກຮ້ອງສອງໜຸ່ມສຽງດີຄົນລາວ Youd Salavan ແລະ STS73 ທີ່ມີເອກະລັກເປັນຂອງຕົນເອງ ເເລະ ມ່ວນຢູ່ເເລ້ວ ເມື່ອມາຮ້ອງເພງຮ່ວມກັນ ເຮັດໃຫ້ສຽງທີ່ດີຢູ່ເເລ້ວດີ ຄູນ 2 ຂຶ້ນຕື່ມ!

….

ເເລ້ວທ່ານເດ ຟັງເເລ້ວບໍ່???

ຕິດຕາມນັກຮ້ອງທັງສອງໄດ້ທາງເຟສບຸກ:

ທ້າວ ສຸລິ ນັນທະວົງ

หยุด สาละวัน

ອາໄລຄັ້ງສຸດທ້າຍ… ຕົວຈາກໄປເຫຼືອໄວ້ພຽງຜົນງານໃຫ້ຈົດຈໍາ ອິນແຕ່ງ ດອກຟ້າເພັດໂພນທອງ

ເຊື່ອວ່າຫຼາຍຄົນຈະໄດ້ເຫັນຂ່າວທີ່ໜ້າເສົ້າໃຈ ຕໍ່ການຈາກໄປແບບບໍ່ມີວັນຫວນກັບຄືນມາ ຂອງສາວໝໍລໍານໍ້າສຽງດີ ອິນແຕ່ງ ດອກຟ້າເພັດໂພນທອງ ທີ່ໄດ້ຕັດສິນໃຈຈົບຊີວິດຂອງຕົນເອງ ໃນວັນທີ 19 ກັນຍາ 2022 ດ້ວຍການໂດດລົງນໍ້າຂອງຈຸດຂົວຂ້າມປາກເຊ – ໂພນທອງ ຫຼ້າສຸດວັນທີ 21 ກັນຍາ 2022 ໄດ້ພົບຮ່າງໄຮ້ວິນຍານຂອງສາວ ອິນແຕ່ງແລ້ວ ແລະ ທີມຂ່າວບັນເທີງຕ້ອງຂໍສະແດງຄວາມເສຍໃຈຕໍ່ການຈາກໄປຄັ້ງນີ້ດ້ວຍ.

ມື້ນີ້ທີມຂ່າວບັນເທີງພວກເຮົາ ຈະພາແຟນໝໍລໍາມາຮູ້ຈັກປະຫວັດເບື້ອງຫຼັງຂອງສາວໝໍລຳອິນແຕ່ງກ່ອນ ວ່າເພິ່ນມີເບື້ອງໜ້າເບື້ອງຫຼັງແນວໃດ ກ່ອນມາຮອດຈຸດນີ້ທີ່ທຸກຄົນຮູ້ຈັກ ແລະ ມີຊື່ສຽງໂດ່ງດັງໃນເລື່ອງຂອງການເປັນໝໍລໍາ. ສໍາລັບສາວໝໍລຳອິນແຕ່ງ ແກ້ວບົວລາ ເປັນນັກສິລະປິນລາວໃຕ້ ທີ່ແຂວງຈຳປາສັກ ເຊິ່ງເປັນຜູ້ທີ່ມີຄວາມຮັກມັກຄວາມບັນເທີງມາແຕ່ນ້ອຍ ຈຶ່ງໄດ້ເອົາມູນຂອງພໍ່ມາສານຕໍ່ດ້ວຍການເປັນໝໍລຳ ດ້ວຍສຽງຄໍ ແລະ ລີລາທີ່ເປັນເອກະລັກ ເຮັດໃຫ້ສາວອິນແຕ່ງ ກາຍເປັນຄົນທີ່ມີຊື່ສຽງໃນວົງການສັງຄົມຢ່າງກວ້າງ ຂວາງ ເປັນຕົ້ນແມ່ນຈະໂດດເດັ່ນໃນການຂັບລຳສີພັນດອນ.

ສໍາລັບຄອບຄົວແກ້ວບົວລາ ເປັນຄອບຄົວທີ່ອະນຸຮັກວັດທະນະທຳທ້ອງຖິ່ນ ກໍຄືການຂັບລຳພາກໃຕ້ສີພັນດອນເປັນທີ່ສຸດ ພໍ່ຂອງໝໍລຳອິນແຕ່ງຊື່ພໍ່ ບຸນທອງ ແກ້ວບົວລາ ກໍເປັນໝໍລຳສີພັນດອນມາແຕ່ໃດ ແລະ ແມ່ບຸນເພັງ ແມ່ຂອງໝໍລຳສາວເອງ ກໍເປັນນາງເອກໝໍລຳເລື່ອງຕໍ່ກອນ ທີ່ໂດ່ງດັງໃນເຂດພາກໃຕ້.

ສ່ວນສາວອິນແຕ່ງ ໄດ້ໃຫ້ສຳພາດກ່ອນໜ້ານີ້ວ່າ: ກ່ອນກ້າວມາເປັນໝໍລຳ ຕອນຍັງນ້ອຍແມ່ນເຫັນພໍ່ຝຶກແອບລຳເປັນປະຈຳ ເມື່ອໄດ້ຍິນສຽງຂັບຮ້ອງຂອງພໍ່ແຕ່ລະຄັ້ງຮູ້ສຶກວ່າກ້ອງກັງວານຢູ່ໃນຫູ ຕົນຮູ້ສຶກສະອອນນຳສຽງອິ່ນອ້ອຍສຽງຂັບລຳຂອງພໍ່ ເມື່ອອາຍຸໄດ້ 9 ປີ ຄືກັບວ່າມີສິ່ງມາດົນບັນດານໃຈໃຫ້ຕົນເກີດມີ ຄວາມຮັກມັກຢາກເປັນໝໍລຳຄືກັບພໍ່ ຈຶ່ງຫັດແອບລຳນຳພໍ່ມື້ລະໜ້ອຍ ໃຊ້ເວລາຝຶກຊ້ອມມາ 5 ປີກວ່າ ພໍອາຍຸກ້າວສູ່ 15 ປີ ສາວອິນແຕ່ງ ໄດ້ອອກງານຮັບໃຊ້ສັງຄົມເປັນຄັ້ງທຳອິດ ມາໃນລຳສີພັນດອນ ເປັນລຳທີ່ຜູ້ຂັບລຳຈຳຕ້ອງຢູ່ຈົນຟ້າແຈ້ງ.

ໃນຂະນະທີ່ກຳລັງນັ່ງລຳຢູ່ນັ້ນ ຜູ້ຟັງຫຼາຍຄົນຕ່າງກໍທັກທ້ວງວ່າຄືເອົາໝໍລຳນ້ອຍມາລຳແທ້ນໍ ຊິກຸ້ມແຈ້ງບໍເດ ແຕ່ກົງກັນຂ້າມສຽງທີ່ໄທບ້ານເວົ້າກັນໄດ້ຊອດແຊກເຂົ້າມາໃນຫູຂອງສາວອິນແຕ່ງ ແລະ ກາຍເປັນສິ່ງກະຕຸກຊຸກຍູ້ໃຫ້ອິນແຕ່ງສູ້ສຸດໃຈ ເພື່ອໃຫ້ຜູ້ຊົມຜູ້ຟັງຕ້ອງຍອມຮັບໃຫ້ໄດ້.

ໃນທີ່ສຸດສິ່ງທີ່ຫວັງກໍກາຍເປັນຈິງ ແລະ ເປັນທີ່ຍອມຮັບຂອງແຟນໝໍລຳນັບມື້ຫຼາຍຂຶ້ນ ຈົນກາຍເປັນໝໍລຳອິນແຕ່ງ ທີ່ທຸກຄົນຮູ້ຈັກໃນທຸກວັນນີ້.

ມາຮອດນີ້ ທີມຂ່າວບັນເທີງ ກໍຕ້ອງສະແດງຄວາມເສຍໃຈຕໍ່ການຈາກໄປແບບບໍ່ມີວັນຫວນຄືນຂອງສາວໝໍລໍານໍ້າສຽງດີມະຫາສະເໜ່ດ້ວຍ ເຊື່ອແນ່ວ່າຊື່ສຽງ ແລະ ທຸກຜົນງານຜ່ານມາຂອງ ອິນແຕ່ງ ຈະເປັນທີ່ຈົດຈໍາຂອງແຟນໆໝໍລໍາຕະຫຼອດໄປ.

ຊີວິດ ແລະ ພາບແຫ່ງຄວາມຊົງຈໍາ ໝໍລໍາອິນແຕ່ງຊີວິດຫຼັງເວທີ

ຈາກເພກທີ່ມີຊື່ວ່າ ກິນທີ່ນີ້, ທ່ຽວທີ່ນີ້(乐在老挝) ໄດ້ໂພສວ່າ ເລາະລຸຍລາວຕອນທີ 26: ຊີວິດຫຼັງເວທີ ມາຮູ້ຈັກຊີວິດບັນດານັກຮ້ອງ,​ຫມໍລຳ,​ ສາວຫາງເຄື່ອງ ແລະຄົນເບື້ອງຫລັງເວທີຄອນເສີດເຄື່ອນທີ່ທີ່ເຕັມໄປດ້ວຍອຸປະສັກ ແລະການຕໍ່ສູ້ຊີວິດເພື່ອສິ່ງທີ່ຮັກ,​ ຄອບຄົວ ແລະອະນາຄົດ.

ພວກເຂົາເຫລົ່ານີ້ຈະເດີນທາງໄປໄດ້ອີກໄກເຖິງພຽງໃດ? ສຽງຮ້ອງສຽງລຳ ແລະແສງສີຈາກເວທີຈະສິ້ນສຸດລົງຫລືບໍ່? ແຂກຫນ້າເວທີຈະຍັງຄົງຢູ່ສະຫນັບສະຫນູນພວກເຂົາໄປໄດ້ອີກດົນເຖິງພຽງໃດ?? ໄປຄົ້ນຫາຄຳຕອບພ້ອມໆກັນ.

ພາບແຫ່ງຄວາມຊົງຈໍາ ຂອງໝໍລໍາອັນດັບຕົ້ນໆຂອງລາວ ຄັ້ງໜຶ່ງເຄີຍເຫັນການສະແດງຕົວຈິງ. #ໝໍລໍາອິນແຕງ, ທ້າຍເດືອນກັນຍາ 2019 ທີ່ແຂວງຈຳປາສັກ

ກົດຟັງ