ຂ່າວດ່ວນຂ່າວດີ! ຈະຫຼຸດຄ່າໄຟໃຫ້ກຸ່ມຜູ້ໃຊ້ແຕ່ 151-461 ກິໂລວັດໂມງຕໍ່ເດືອນ ເພຶ່ອປະຕິບັດນະໂຍບາຍໄລຍະໂຄວິດ-19

ບັນຫາລາຄາກະແສໄຟຟ້າທີ່ຟົດຮ້ອນໃນກຸ່ມປະຊາຊົນໄດ້ນຳສູ່ການພິຈາລະນາຮອບໃໝ່ ໂດຍຈະເນັ້ນໜັກໃສ່ກຸ່ມຜູ້ໃຊ້ທີ່ຢູ່ອາໄສທີ່ອັດຕາການໃຊ້ຢູ່ລະຫວ່າງ 151-461 ກິໂລວັດໂມງຕໍ່ເດືອນ.ໃນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ມີພິທີຖະແຫຼງຂ່າວ ກ່ຽວກັບທິດຊີ້ນຳຂອງກອງປະຊຸມລັດຖະບານ ຄັ້ງວັນທີ 17 ມິຖຸນາ 2020 ຕໍ່ກັບການຄົ້ນຄວ້າ ກວດກາຄືນ ການກຳນົດໂຄງສ້າງລາຄາໄຟຟ້າ ໃນໄລຍະ 2020 ຫາ 2025 ທີ່ໄດ້ປະກາດໃຊ້ໃນວັນທີ 1 ພຶດສະພາ 2020 ແລະ ປັບປຸງ ການປະຕິບັດນະໂຍບາຍລາຄາໄຟຟ້າຕໍ່ບາງກຸ່ມຜູ້ໃຊ້ໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍການໃຫ້ຖະແຫຼງຂອງ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນໂຄສົກລັດຖະບານ; ທ່ານ ຄຳມະນີ ອິນທິລາດລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານໃຫ້ຖະແຫຼງບາງຕອນວ່າ: ນັບແຕ່ທ້າຍປີ 2016 ເປັນຕົ້ນມາ, ລັດຖະບານ ກໍໄດ້ເຫັນດີໃຫ້ປັບປຸງໂຄງສ້າງລາຄາໄຟຟ້າພາກທີ່ຢູ່ອາໄສທີ່ມີລັກສະນະເກື້ອກູນ ຈາກ 3 ຂັ້ນ ມາເປັນ 6 ຂັ້ນ, ຜ່ານການປະຕິບັດ ເຫັນວ່າການກຳ ນົດເປັນ 6 ຂັ້ນ ກໍ່ມີທັງດ້ານດີ ແລະ ດ້ານຈຳກັດ ສະນັ້ນ ລັດຖະບານ ຈຶ່ງໄດ້ຊີ້ນຳໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ກໍ່ຄືລັດວິສາຫະກິດໄຟຟ້າລາວ ຄົ້ນຄວ້າຄືນໃໝ່ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນໄລຍະແຕ່ປີ 2020-2025.

ພາຍຫຼັງປະກາດໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ລາຄາດຽວມານີ້, ກໍ່ໄດ້ມີຫາງສຽງສັງຄົມ ທີ່ສະໜັບສະໜູນ ແລະ ຂັດຂ້ອງຈົ່ມວ່າຕ່າງໆນາໆ. ດ້ວຍຄວາມເປັນຫ່ວງເປັນໄຍ ຂອງສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ, ລັດຖະບານ ຈຶ່ງໄດ້ນຳເອົາບັນຫາດັ່ງກ່າວ ມາພິຈາລະນາ ກວດກາຄືນໃໝ່ ໃນກອງປະຊຸມລັດຖະບານ ຄັ້ງວັນທີ 17 ມິຖຸນາ 2020 ນີ້.ກອງປະຊຸມລັດຖະບານ ກໍ່ໄດ້ຕີລາຄາສູງຕໍ່ຄວາມຄິດຄວາມເຫັນທີ່ສ້າງສັນ ແລະ ເປັນປະໂຫຍດຂອງສັງຄົມ, ພິຈາລະນາ ກວດກາຄືນ ແລະ ຊີ້ນຳ ໃຫ້ຂະແໜງການກ່ຽວຂ້ອງມີການຄົ້ນຄວ້າ, ປັບປຸງໂຄງສ້າງລາຄາໄຟຟ້າໃໝ່ນີ້ຕື່ມ ໃຫ້ສອດຄ່ອງ ດັ່ງນີ້:

1 ໃຫ້ປະຕິບັດນະໂຍບາຍ ຫຼຸດອັດຕາລາຄາໄຟຟ້າ ສຳລັບກຸ່ມຜູ້ໃຊ້ໄຟ ແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ ດ້ວຍລະດັບແຕກຕ່າງກັນ ລາຍລະອຽດ ແມ່ນໃຫ້ໄຟຟ້າລາວ ເປັນຜູ້ຄິດໄລ່ຕົວຈິງ; ສ່ວນກຸ່ມອື່ນ ໃຫ້ປະຕິບັດຕາມອັດຕາທີ່ໄດ້ປະກາດໃຊ້ແລ້ວ ເພາະໄດ້ມີສ່ວນຫຼຸດຢູ່ແລ້ວ. ນະໂຍບາຍດັ່ງກ່າວ ໃຫ້ປະຕິບັດໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 (ເດືອນເມສາ, ພຶດສະພາ ແລະ ມິຖຸນາ) ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນໍາລັດວິສາຫະກິດໄຟຟ້າ ໄລ່ລຽງຄືນ ແລະ ຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄ່ອງ.

2 ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າປັບປຸງສິ່ງທີ່ບໍ່ສອດຄ່ອງ ແລະ ປະເມີນການປະຕິບັດລາຄາໄຟຟ້າໃໝ່ ຕາມແຈ້ງການ ສະບັບເລກທີ 394/ຫສນຍ, ລົງວັນທີ 19 ມີນາ 2020 ແລ້ວລາຍງານລັດຖະບານ ພິຈາລະນາ.

3 ໃຫ້ປະຕິບັດນະໂຍບາຍ ຫຼຸດຄ່າໄຟຟ້າ 15% ໃຫ້ແກ່ພະນັກງານແພດ-ໝໍ ທີ່ເຮັດວຽກປິ່ນປົວ ແລະ ໃກ້ຊິດໂດຍກົງກັບຜູ້ຕິດເຊື້ອພະຍາດ ໂຄວິດ-19 ຕາມການຄົ້ນຄວ້າ ແລະ ສະເໜີຂອງກະຊວງສາທາລະນະສຸກ ໂດຍຈິດໃຈຂອງກອງປະຊຸມ ຢາກໃຫ້ຄິດໄລ່ເປັນເງິນສົດ ແລະ ມອບໃຫ້ກະຊວງສາທາລະນະສຸກ ເປັນຜູ້ມອບໃຫ້ແກ່ແພດ-ໝໍດັ່ງກ່າວ.

4 ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນຳ ລັດວິສາຫະກິດໄຟຟ້າລາວ ລົງກວດກາ ແລະ ຊຸກຍູ້ບັນດາໜ່ວຍງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຍົກສູງຄວາມຮັບຜິດຊອບ ໃນປະຕິບັດໜ້າທີ່ວຽກງານ ຢ່າງເຂັ້ມງວດ, ບໍລິສຸດ, ສັດຊື່, ໂປ່ງໃສ. ພ້ອມນັ້ນ ກໍ່ຕ້ອງເດັດດ່ຽວແກ້ໄຂ ປະກົດການຫຍໍ້ທໍ້ ທີ່ລະເມີດລະບຽບການ, ບໍ່ໂປ່ງໃສ ໃຫ້ທັນເວລາ.ຜູ້ຊົມໃຊ້ໄຟຟ້າ ທຸກຄົນ ທຸກຄົວເຮືອນ ກໍ່ຕ້ອງຕື່ນຕົວເຄົາລົບລະບຽບ, ກົດໝາຍ, ປະຕິບັດສິດ ແລະ ພັນທະຂອງຕົນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ເຂົ້າຮ່ວມຕິດຕາມກວດກາ ການເຄື່ອນໄຫວປະຕິບັດໜ້າທີ່ຂອງພະນັກງານໄຟຟ້າລາວ, ຖ້າຫາກເຫັນວ່າ ມີປະກົດການບໍ່ໂປ່ງໃສ, ລະເມີດລະບຽບ-ກົດໝາຍ ກໍ່ໃຫ້ນຳສະເໜີສ່ອງແສງແບບສ້າງສັນໃຫ້ອົງການກ່ຽວຂ້ອງຂັ້ນເທິງພິຈາລະນາແກ້ໄຂ ຢ່າງທັນການ.

ບັນດາເນື້ອໃນທີ່ກ່າວມານັ້ນ ແມ່ນຈິດໃຈຊີ້ນຳ ຂອງກອງປະຊຸມລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ຕໍ່ການປັບປຸງ ແລະ ຈັດຕັ້ງປະຕິບັດ ໂຄງສ້າງລາຄາໄຟຟ້າໃໝ່ 2020-2025 ແລະ ນະໂຍບາຍລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ກຳມະກອນ, ປະຊາຊົນບັນດາເຜົ່າ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ລວມທັງ ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ ຈົ່ງຮັບຊາບ ແລະ ຮ່ວມມືປະຕິບັດ ໃຫ້ປະກົດຜົນເປັນຈິງ, ຖ້າຫາກມີບັນຫາໃດ ຍັງຂັດຂ້ອງໝອງໃຈ ຫຼື ເຫັນວ່າຍັງບໍ່ທັນສອດຄ່ອງ ກໍ່ໃຫ້ສະ ເໜີຢ່າງຈິງໃຈ ຕໍ່ລັດຖະບານ, ຂະແໜງກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອພິຈາລະນາແກ້ໄຂ ຕາມກົດໝາຍ, ລະບຽບການ ແລະ ນະໂຍບາຍ ຂອງພັກ ແລະ ລັດເຮົາ.

“ຢາກ​ເປັນ​ລູກ​ເຂີຍ” ເພງ​ລາວ​ທີ່​ກຳ​ລັງ​ດັງ ແລະ ຍອດ​ວິວຂຶ້ນໄວ້ທີ່ສຸດປ່ອຍພຽງ 3 ອາທິດ ຍອດວິວຕອນນີ້ 14 ລ້ານ​ວິວແລ້ວ

ຢາກ​ເປັນ​ລູກ​ເຂີຍ​ຂອງ​ແມ່​ເຈົ້າ ​ຢາກ​ເປັນ​ລູກ​ເຂີຍ​ຂອງ​ພໍ່ເຈົ້າ, ຢາກ​ເປັນ​ຜູ້​ເຖົ້າ​ຜູ້​ແກ່​ກັບ​ນາງ … ແຕ່​ວ່າ ອ້າຍ​ກະ 56 ເດີ້ …. ຖ້​າ​ສົມ​ມຸດ​ວ່າ​ເຮົາ​ນັ້ນ​ເປັນ​ແຟນ​ກັນ ຫຼາຍ​ຄົນ​ບັນ​ເທີງ​ຄົງ​ໄດ້​ຍິນ ແລະ ຮ້ອງ ແລະ ເອົາ​ໄປ​ໃຊ້​ກັນ​ແມ່ນ​ບໍ່ ເພາະ​ເພງ​ນີ້​ເພງ ຢາກ​ເປັນ​ລູກ​ເຂີຍ

ຂອງT JAME UNO , ສິດ ສອງແສນສີ່ , Big Yai Mixed (ແບ​ກຶ), Mastered by T JAME UNO, Prod by : T JAME UNO

ເປັນ​ເພງ​ລາວ ແນວ​ສະ​ຕິງ​ໄວ​ລຸນ​ທີ່​ເນື້ອ​ຫາ, ທຳ​ນອງ​ມ່ວນຫຼາຍ ໄດ້ 3 ສິນ​ລະ​ປິນ​ມາ​ຮ້ອງ​ຮ່ວມ​ກັນ​ແບບ​ລົງ​ໂຕ ຕາມ​ສະ​ຕາຍ​ໃຜ​ມັນແລະ ມັນ​ສຸດຍອດ​ໄປ​ກວ່າ​ນັ້ນ​ຄື ປ່ອຍ​ມາ​ໄດ້ 2 ອາ​ທິດ ຍອດ​ວິວ 10.000.000

ໂອ້, ບໍ່​ທຳ​ມະ​ດາ ບາງ​ເພງ​ຂອງ​ລາວ​ປ່ອຍ​ດົນ​ຍັງ​ບໍ່​ໄດ້ຫຼາຍ​ຂະ​ໜາດ​ນີ້ ຖື​ວ່າ​ເປັນ​ເພງ​ໜຶ່ງ​ທີ່​ດີ ຟັງ​ສະ​ບາຍໆ ໄວ​ລຸ້ນ​ມັກ ແລະ ດັງຫຼາຍ​ໃນ​ແອັບ​ຕິກ​ຕ໊ອກ​ຕອນ​ນີ້

ມ່ວນ​ສ່ຳ​ໃດ ໄປ​ຟັງ​ເລີຍ

ຄູ່ຮັກຕ່າງໄວ ຫ່າງກັນແຄ່ 32 ປີ ບໍ່ແມ່ນປັນຫາ ສາ​ມາດ-ມອ​ສ

ຫນຸ່ມ ສາ​ມາດ ພະ​ຍັກອາ​ລຸນ (สามารถ พยัคฆ์อรุณ) ອາ​ດີດ​ນັກ​ມວຍ​ແຊັມ​ໂລກ​ຊື່​ດັງ ໄວ 58 ປີ ​ເປັນ​ທັງ​ນັກ​ມວຍ, ນັກ​ຮ້ອງ, ເປັນ​ດາ​ລາ​ນັກ​ສະ​ແດງ​​ໄທ ຄົນ​ໜຶ່ງ​ທີ່​ລາວ​ເຮົາ​ເອງ ຄົນ​ບັນ​ເທີງ​ຄົງ​ເຄີຍ​ເຫັນ ແລະ ຕິດ​ຕາມ​ຜົນ​ງານ​ຂອງ​ເພິ່ນ​ມາຫຼາຍໆ

ທີ່​ຕອນ​ນີ້​ຖືກ​ເວົ້າ​ກັນຫຼາຍ​ທີ່​ສຸດ ເມື່ອ​ເຈ​ົ້າ​ໂຕ​ເປີດໂຕ​ແຟນ​ສາວ​ຄົນ​ໃໝ່​ທີ່​ອາ​ຍຸ​ຫ່າງ​ກັນຕັ້ງ 32 ປີ

ຍິ້ມຫວານແທ້ເດ ທັງສອງ

ຫວານ​ໃຈ​ຄົນ​ນີ້​ງາມ, ໜ້າ​ຮັກ ຊື່ ມອ​ສ ທິ​ດາ​ຣາ “น้องมอส ธิดารา” ເປັນ​ສາວ​ງາມ​ຈາກ อ.มัญจาคีรี จ.ขอนแก่น ​ອາ​ຍຸ 26 ປີ ທີ່​ກຳ​ລັງ​ຄົບ​ຫາ​ກັນ ແລະ ສະ​ວີດ​ຫວານ​ແຫວວ

.

ຄວາມ​ຮັກ​ຄັ້ງ​ນີ້ ສາ​ມາດບອກວ່າ ໄປ​ພົບ​ຮັກ​ກັນ​ທີ່ ຈັງ​ຫວັດ ມະ​ຫາ​ສາ​ລະ​ຄາມ ເມື່ອ​ຄັ້ງ​ໄປ​ທົວ​ຄອນ​ເສີດ ຕອນ​ນັ້ນ​ນ້ອງ​ຍັງ​ຮຽນ​ຢູ່​ປີ 1 ອີກ​ທັງ​ນ້ອງ​ເປັນ​ແຟນ​ຄັບ​ຕົນ​ເອງ ຈາກ​ນັ້ນ​ຈຶ່ງ​ໄດ້​ລົມ​ກັນ​ມາ 3-4 ກ່ອນ​ໜ້າ​ນີ້​ແລ້ວ

ເນື່ອງ​ຈາກ​ນ້ອງ​ເປັນ​ລູກ​ສາວ​ຂອງ​ນັກ​ມວຍ​ເກົ່າ​ຊື່ ເຣືອງ​ໄຊ ໄທ​ຣຸ່ງ​ເຣື​ອ່ງ ແລະ ເປັນ​ແຟນ​ຄັບ​ຊື່ນ​ຊົມ ສາ​ມາດຫຼາຍ

ເຊິ່ງ​ຕອ​ນີ້ ນ້ອງ ມອ​ສ ເຂົ້າ​ມາ​ດູ​ແລ​ຍິມມວນ​ໄທ​ທີ່​ຍ່ານ​ສາຍ​ໄໝ ຊ່ວຍ​ແບ່ງ​ເບົາ​ໄປ​ໄດ້ຫຼາຍ

ແນວ​ໃດ​ກໍ​ຍິນ​ດີນ​ຊາ​ກັບ​ຄວາມ​ຮັກ​ຄັ້ງ​ນີ້ ມີ​ຄວາມ​ສຸກຫຼາຍໆ​ເດີ້

ຂໍຂອບໃຈ

ກຽມຟັງໄວໆນີ້! ບົດເພງບີບຫົວໃຈ ວັນນີ້ບໍ່ມີພໍ່ ຖ່າຍທອດອາລົມໂດຍ ນ້ອງບິກ ລູກຜູ້ສູນເສຍພໍ່ໄປຕະຫຼອດການ

ເມື່ອເວົ້າເຖິງການສູນເສຍບໍ່ມີໃຜຢາກພົບພໍ້ ແຕ່ເມື່ອມັນເກີດຂຶ້ນແລ້ວ ສິ່ງທີ່ເຮັດໄດ້ແມ່ນການຍອມຮັບຄວາມຈິງ ແລະ ຢູ່ກັບມັນໃຫ້ໄດ້ ພ້ອມສູ້ເພື່ອໃຫ້ໃຊ້ຊີວິດຕໍ່ໄປໄດ້ ດັ່ງຄອບຄົວໜູຫ່ວງ ໂດຍສະເພາະແມ່ນ ເມຍ ແລະ ລູກ ຂອງ ກິ ດາວເພັດໜູຫ່ວງ ທີ່ຕ້ອງສູນເສຍເສົາຫຼັກ ຂອງຄອບຄົວໄປແບບບໍ່ມີວັນຫວນກັບ ເຫຼືອພຽງ ເມຍ ແລະ ລູກທີ່ຕ້ອງສູ້ຊີວິດຕໍ່ໄປ.

ແນວໃດກໍ່ຕາມ ຜູ້ເປັນພໍ່ຈາກໄປແລ້ວ ແຕ່ແນ່ນອນວ່າ ນັກຮ້ອງລະດັບຕໍານານແບບນີ້ຍ່ອມຕ້ອງມີຜູ້ສືບທອດຄວາມສາມາດ ໂດຍສະເພາະກໍ່ແມ່ນລູກຊາຍທັງ 4ຄົນຂອງເພິ່ນ ແລະ ມັນກໍ່ເປັນຈິງ ນ້ອງ ບິກ ວິລະຍຸດ ໜູຫ່ວງ ໄດ້ພໍ່ມາແບບເຕັມໆ ໂດຍມີສຽງຄໍອັນສະເນາະຫູ ຂັບລໍາຮ້ອງເພງໄດ້ທຸກຮູບແບບ ຈົນມິດຮັກແຟນເພງຕ່າງກໍ່ບອກເປັນສຽງດຽວກັນວ່າ ນີ້ຄືຜູ້ສືບທອດລາຊາເພງລູກທົ່ງບ້ານນາ ກິ ດາວເພັດໜູຫ່ວງ.

ຫຼ້າສຸດ, ບໍ່ລໍຊ້າ ຜູ້ໃຫຍ່ໃຈດີກຽມພ້ອມສະໜັບສະໜູນແຕ່ງບົດເພງໃໝ່ໃຫ້ນ້ອງບິກໄດ້ຂັບຮ້ອງດ້ວຍຕົນເອງ, ເຊິ່ງບົດເພງດັ່ງກ່າວມີຊື່ວ່າ ວັນນີ້ບໍ່ມີພໍ່ ທີ່ສື່ເຖິງການສູນເສຍພໍ່ອັນເປັນທີ່ຮັກ ເຊິ່ງເຂົ້າກັບສະຖານະການຂອງຄອບຄົວໜູຫ່ວງທີ່ພົບພໍ້ຢູ່ຕອນນີ້.

ທີ່ສໍາຄັນ ບົດເພງນີ້ ໄດ້ ທ່ານ ນາງ ພິໄລວັນ ເມກອາລຸນ ລາຊິນີສຽງເພງບ້ານນາ ເປັນຄົນຂີດຂຽນເພງນີ້ໃຫ້ກັບມື ໂດຍໃຊ້ເວລາ 1ອາທິດ ແລະ ຕອນນີ້ ເພງດັ່ງກ່າວຢູ່ໃນຂັ້ນຕອນເຂົ້າອັດສຽງເປັນທີ່ຮຽບຮ້ອຍ ໃຫ້ທຸກຄົນລໍຖ້າຕິດຕາມໄດ້ເລີຍ.

ງາມໜ້າຮັກ ມະຍຸລີ ຊູຕັນນຸວົງ ຖືກແຕ່ງຕັ້ງຂຶ້ນຮັບຕຳແໜ່ງ Miss Teen Laos 2020

ກອງປະກວດ Miss Teen Laos ໄດ້ແຕ່ງຕັ້ງ ຮອງອັນດັບ 1 Miss Teen Laos 2019 ນາງ ມະຍຸລີ ຊູຕັນນຸວົງ ຂຶ້ນຮັບຕຳແໜ່ງ ແລະ ປະຕິບັດໜ້າທີ່ເປັນ Miss Teen Laos 2020 ຢ່າງເປັນທາງການ ຕາມກົດລະບຽບຂອງກອງປະກວດ ໂດຍມີຜົນນັບຕັ້ງແຕ່ວັນທີ່ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະໄດ້ຈັດການປະກວດ ເພື່ອຄັດເລືອກ Miss Teen Laos 2021 ໃນອະນາຄົດ.

ในภาพอาจจะมี 1 คน, ข้อความ

ອີງຕາມແຈ້ງການກອງປະກວດ Miss Teen Laos, ເລື່ອງ: ການແຕ່ງຕັ້ງຕຳແໜ່ງ “Miss Teen Laos 2020” ຢ່າງເປັນທາງການວ່າ: ໃນນາມ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈໍາກັດ ເຈົ້າຂອງລິຂະສິດ ແລະ ເປັນຜູ້ຈັດການປະກວດ Miss Teen Laos ແຕ່ພຽງຜູ້ດຽວ ໄດ້ເລີ່ມຈັດການປະກວດ Miss Teen Laos 2019 ຂຶ້ນເປັນຄັ້ງທຳອິດ ແລະ ຍັງຄົງຈະສືບຕໍ່ຈັດການປະກວດໃນທຸກໆປີ ເພື່ອເປັນການສົ່ງເສີມໄວໜຸ່ມຍິງລາວໃຫ້ມີຄວາມກ້າສະແດງອອກ ແລະ ເປັນແບບຢ່າງທີ່ດີ ພາຍໃຕ້ຄຳຂວັນຂອງກອງປະກວດ “ເປັ່ງປະກາຍດວງດາວ ແຫ່ງຍຸກສະໄໝ”

ໃນປີ 2019 ໄດ້ຈັດການປະກວດຮອບຕັດສິນຂຶ້ນທີ່ ສູນວາງສະແດງສິນຄ້າລາວ-ໄອເຕັກ ຄະນະກຳມະການຕັດສິນໄດ້ລົງຄະແນນເຫັນດີໃຫ້ ນາງ ໂສລະຍາ ລິນ ຄອນດີ ອາຍຸ 16 ປີ ດຳລົງຕຳແໜ່ງ Miss Teen Laos 2019, ຮອງອັນດັບ 1 ນາງ ມະຍຸລີ ຊູຕັນນຸວົງ ແລະ ຮອງອັນດັບ 2 ນາງ ແຮ່ນນ້າ ໂລເຊັ່ນບູ້ມ.

ພາຍຫຼັງ Miss Teen Laos 2019 ໄດ້ປະຕິບັດໜ້າທີ່ຄົບ 1 ປີເຕັມຕາມພາລະບົດບາດ ແລະ ໜ້າທີ່ຕາມສັນຍາຂອງກອງປະກວດໄດ້ເປັນຢ່າງດີ ແລະ ຕາມການວາງແຜນຂອງກອງປະກວດໃນເບື້ອງຕົ້ນ ແມ່ນຈະໄດ້ຈັດການປະກວດເພື່ອຄັດເລືອກເອົາ Miss Teen Laos 2020 ໃນວັນທີ 19 ເດືອນ ພຶດສະພາ 2020 ເພື່ອຄັດເລືອກເອົາຜູ້ທີ່ເໜາະສົມຈະມາປະຕິບັດໜ້າທີ່ເປັນ Miss Teen Laos 2020 ສືບຕໍ່ໄປ.

ເນື່ອງຈາກໃນທ້າຍປີ 2019-2020 ໄດ້ມີວິກິດການລະບາດຂອງເຊື້ອໄວຣັສ ໂຄວິດ-19 ໃນທົ່ວໂລກ ລວມໄປເຖິງປະເທດລາວຂອງພວກເຮົາ, ທາງກອງປະກວດຈຶ່ງໄດ້ເລື່ອນການປະກວດອອກໄປ ຈົນກວ່າຈະມີແຈ້ງການຈາກ ລັດຖະບານ ໃຫ້ມີການຈັດການປະກວດໄດ້ອີກຄັ້ງ.

ດັ່ງນັ້ນ, ທາງກອງປະກວດ ຈິ່ງເຫັນສົມຄວນແຕ່ງຕັ້ງ ຮອງອັນດັບ 1 ນາງ ມະຍຸລີ ຊູຕັນນຸວົງ ຂຶ້ນຮັບຕຳແໜ່ງ ແລະ ປະຕິບັດໜ້າທີ່ເປັນ Miss Teen Laos 2020 ຢ່າງເປັນທາງການ ຕາມກົດລະບຽບຂອງກອງປະກວດ ໂດຍມີຜົນນັບຕັ້ງແຕ່ວັນທີ່ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະໄດ້ຈັດການປະກວດ ເພື່ອຄັດເລືອກ Miss Teen Laos 2021 ໃນອະນາຄົດ.

ດັ່ງນັ້ນ, ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈໍາກັດ ໃນນາມ ເຈົ້າຂອງລິຂະສິດ ແລະ ເປັນຜູ້ຈັດການປະກວດ Miss Teen Laos ແຕ່ພຽງຜູ້ດຽວ ຈຶ່ງໄດ້ປະກາດແຈ້ງການສະບັບນີ້ມາເພື່ອຊາບໂດຍທົ່ວກັນ.

ກອງປະກວດ Miss Teen Laos, ນະຄອນຫຼວງວຽງຈັນ, ວັນທີ 08 ມິຖຸນາ 2020, ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈໍາກັດ, ປະທານ ກອງປະກວດ Miss Teen Laos

ລູກຊາຍຂອງ ກິດາວເພັດ ໜູຫ່ວງ ເຂົ້າຫ້ອງຜ່າຕັດ ຂໍ​ໃຫ້​ເຊົາ​ໄວໆ​ເດີ

ເຊື່ອວ່າປະຊາຊົນຄົນລາວໃນທົ່ວປະເທດຈະໄດ້ຮັບຮູ້ຂ່າວຮ້າຍເມື່ອທ້າຍເດືອນເມສາທີ່ຜ່ານມາແລ້ວ ກ່ຽວກັບກໍລະນີການເສຍຊີວິດຂອງອາຈານ ກິ ດາວເພັດ ໜູຫ່ວງ ເຈົ້າພໍ່ເພງລູກທົ່ງບ້ານນາຂອງລາວ, ເຈົ້າຂອງຜົນງານເພງດັງຫຼາຍເພງໃນຕໍານານທີ່ສ້າງຄວາມມ່ວນຊື່ນລື່ນເລີງໃຫ້ຄົນລາວ ທີ່ຕ້ອງຈາກລາໂລກນີ້ໄປຢ່າງກະທັນຫັນແບບບໍ່ມີວັນໄດ້ຫວນກັບອີກ ດ້ວຍໄວອາຍຸພຽງ 49ປີ.


ເຊິ່ງເລື່ອງລາວດັ່ງກ່າວໄດ້ສ້າງຄວາມໂສກເສົ້າໃຫ້ແກ່ມິດຮັກແຟນເພງຂອງຜູ້ກ່ຽວຢ່າງຫາທີ່ປຽບບໍ່ໄດ້ ໂດຍສະເພາະແມ່ນຄອບຄົວຕະກູນໜູຫ່ວງເອງ ທີ່ຕ້ອງສູນເສຍຜູ້ເປັນລູກ, ເປັນຫຼານ, ເປັນນ້ອງຊາຍ, ຜູ້ເປັນເສົາຫຼັກຫົວໜ້າຄອບຄົວ ທີ່ມີລູກໃຫ້ຕ້ອງເບິ່ງແຍງດູແລອີກເຖິງ 4ຄົນ ແລະ ແນ່ນອນວ່າພາລະໜັກນີ້ຕ້ອງຕົກມາເປັນຂອງເອື້ອຍຄໍາພຸດ ໜູຫ່ວງ ຜູ້ເປັນເມຍຂອງກິ ດາວເພັດ ໜູຫ່ວງ.


ເຖິງຢ່າງໃດກໍ່ຕາມ ເມື່ອເວົ້າເຖິງເມຍຂອງ ກິ ດາວເພັດ ໜູຫ່ວງ ປັດຈຸບັນ ລາວໄດ້ກາຍເປັນເສົາຫຼັກຂອງຄອບຄົວແທນຜູ້ເປັນຜົວ ຕ້ອງເບິ່ງແຍງລູກທັງ 4 ຄົນ ເຊິ່ງຖືເປັນພາລະອັນໜັກໜ່ວງທີ່ຕ້ອງແບກຫາບຕໍ່ສົມຄວນ.

ການສູ້ພຽງລໍາພັງ ໄຮ້ຄົນຄຽງຂ້າງໃຈມັນຍິ່ງໜັກຂຶ້ນ ແຕ່ສິ່ງທີ່ເປັນກໍາລັງໃຈໃຫ້ລາວຕອນນີ້ກໍ່ເປັນໃຜໄປບໍ່ໄດ້ນອກຈາກລູກທັງ 4. ແຕ່ໂຊກຮ້າຍ ເມື່ອຕອນເຊົ້າຂອງວັນ 8 ມິຖຸນາ 2020 ເຟສບຸກສ່ວນຕົວຂອງເອື້ອຍຄໍາພຸດເມຍຂອງອະດີດນັກຮ້ອງລຸກທຸ່ງລາວ ກິດາວເພັດ ໜູຫ່ວງ ໄດ້ໂພສພາບ ລູກຊາຍທີ່ນອນແນບນິ້ງກັບຕຽງ ພ້ອມລະບຸຂໍ້ຄວາມວ່າ: ຂ້ອຍບໍ່ຢາກພົບບໍ່ຢາກພໍ້ກໍ່ຄືໂຮງໝໍເພາະຂ້ອຍຍັງທຳໃຈບໍ່ທັນໄດ້ ແຕ່ຍັງໄດ້ພາລູກຊາຍມາອີກ ກິເອີຍຄຸ້ມຄອງລູກເຮົາເດີ້ໃຫ້ດີໄວ້ໆເດີ.


ແຕ່ຫຼ້າສຸດ ແອັດມິນໄດ້ໄປສ່ອງເຟສບຸກຂອງເອື້ອຍພຸດອີກຄັ້ງ ໃນຕອນແລງຂອງວັນດຽວກັນ ເຫັນວ່າຕອນນີ້ ທ່ານໝໍກໍາລັງພານ້ອງບອຍ ລູກຊາຍຂອງກິດາວເພັດໜູຫ່ວງ ເຂົ້າຫ້ອງຜ່າຕັດ ສ່ວນສາເຫດການເຈັບປ່ວຍໃນຄັ້ງນີ້ ແອັດເອງຍັງບໍ່ສາມາດຮູ້ໄດ້. ແຕ່ເຖິງຢ່າງໃດກໍ່ຕາມ ຂໍໃຫ້ນ້ອງບອຍປອດໄພ ກັບມາຫາອ້ອມກອດອັນອົບອຸ່ນ ພ້ອມຢູ່ເປັນກໍາລັງໃຈໃຫ້ແມ່ໂດຍໄວເດີ້.

ຈາກ: https://www.laothai.net/