ຈີນ ຈະອະນຸຍາດຖ້ຽວບິນຕ່າງປະເທດເດີນທາງເຂົ້າປະເທດ​ໄດ້ອີກຄັ້ງ

ສຳນັກ​ຂ່າວ ບລູມ​ເບີກ(Bloomberg News Agency)ລາຍ​ງານ​ວ່າ: ຈີນ ຈະ​ປະກາດ ​ອະນຸຍາດ​ ໃຫ້​ສາຍ​ການບິນ ຕ່າງປະ​ເທດ ສາມາດ​ ເດີນທາງ ​ເຂົ້າປະ​ເທດ ​ໄດ້​ອີກ​ຄັ້ງ ​ນັບ​ແຕ່​ວັນ​ທີ 8 ມິຖຸນາ​ນີ້ ​ເປັນຕົ້ນ​ໄປ ຫລັງ​ຈາກ ກ່ອນ​ໜ້າ​ນີ້ ລັດຖະບານ ສ.ອາ​ເມ​ລິ​ກາ ​ໄດ້​ປະກາດ​ວ່າ ຈະ​ຫ້າມ ​ສາຍ​ການບິນ​ຈີນ​ ທັງ​ໝົດ ບໍ່​ໃຫ້​ສາມາດ ​ເດີນທາງ​ເຂົ້າ ປະ​ເທດ ສ.ອາ​ເມ​ລິ​ກາ​ໄດ້ ຫາກ​ທາງ​ການ​ຈີນ ຍັງ​ຄົງ​ ບໍ່​ອະນຸຍາດ ​ໃຫ້​ສາຍ​ການບິນ ສ.ອາ​ເມ​ລີ​ກາ ​ເດີນທາງ ​ເຂົ້າປະ​ເທດ​ຕໍ່​ໄປ.

ຂະນະ​ທີ່ ສຳນັກງານ​ ການບິນ​ ພົນລະ​ເຮືອນ​ ຂອງ​ຈີນ(CAAC) ລະບຸ​ວ່າ: ສາຍ​ການບິນ ຕ່າງປະ​ເທດ​ ຈະ​ໄດ້​ຮັບ​ອະນຸຍາດ ​ໃຫ້​ສາມາດ ​ເດີນທາງ​ເຂົ້າສູ່ ​ປະ​ເທດ​ຈີນ​ໄດ້ ​ໂດຍ​ຈຳກັດ ສາຍ​ການບິນ​ລະ 1 ຖ້ຽວ​ບິນ ​ຕໍ່ອາທິດ ​ເຊິ່ງມີ​ສາຍ​ການບິນ ສ.ອາ​ເມ​ລິ​ກາ ບາງ​ລາຍ ​ໄດ້​ຮັບ​ອະນຸຍາດ ​ໃນ​ຄັ້ງນີ້ ນັບ​ເປັນຄັ້ງ ທຳ​ອິດ ​ໃນ​ຮອບ 4 ​ເດືອນ​ຜ່ານ​ມາ ທີ່​ສາຍ​ການບິນ ​ຂອງສ.ອາ​ເມ​ລິ​ກາ ສາມາດ ​ເດີນທາງ​ເຂົ້າ ປະ​ເທດ​ຈີນ​ໄດ້. ສຳລັບ ​ຖ້ຽວ​ບິນ ຕ່າງປະ​ເທດ ຈະ​ສາມາດ​ລົງ​ຈອດ ​ໄດ້​ໃນ​ສະໜາມ​ບິນ ​ສາກົນ 37 ​ແຫ່ງ​ຂອງ​ຈີນ ລວມທັງ ປັກ​ກິ່ງ, ຊຽງ​ໄຮ້ ​ແລະ ອູ່​ຮັນ ​ເຊິ່ງອາດ ​ຈະ​ມີ​ການ​ອະນຸຍາດ ​ເພີ່ມ​ຕື່ມ​ອີກ ​ໃນ​ຕໍ່ໜ້າ ​ແລະ ຫາກ​ສາຍ​ການບິນ​ໃດ ບໍ່​ພົບ​ຜູ້​ໂດຍສານ ທີ່​ມີ​ເຊື້ອ​ໂຄ​ວິດ-19 ​ເປັນ​ເວລາ 3 ອາທິດ ຕິດ​ຕໍ່​ກັນສາຍ​ການບິນ​ນັ້ນ ຈະ​ໄດ້​ຮັບ​ອະນຸຍາດ ​ໃຫ້​ສາມາດ ​ເພີ່ມ​ຖ້ຽ​ວບິນ ​ສູ່​ຈີນ​ໄດ້​ເປັນ 2 ຖ້ຽວ​ບິນ​ ຕໍ່​ອາທິດ. ​ແຕ່​ຖ້າ​ຫາກ​ ພົບ​ຜູ້​ໂດຍ​ສານ ຕິດ​ເຊື້ອ 5 ຄົນ​ຂຶ້ນ​ໄປ ​ໃນ1 ຖ້ຽວ​ບິນ ສາຍ​ການບິນ​ນັ້ນ ຈະ​ຖືກ​ຢຸດ​ຖ້ຽວ​ບິນ ​ເປັນ​ເວລາ 1 ອາທິດ ​ແລະ ຫາກ​ພົບ 10 ຄົນ ​ຂຶ້ນ​ໄປ ຈະ​ຖືກ​ຢຸດ ​ການບິນ ​ເປັນ​ເວລາ 4 ອາທິດ ​ເຊິ່ງຜູ້​ໂດຍສານ ​ຂາ​ເຂົ້າຂອງ​ຈີນ ຈະ​ເພີ່ມ​ຂຶ້ນ​ເປັນ 4.700 ​ເທື່ອຄົນຕໍ່​ວັນ ນັບ​ຕັ້ງ​ແຕ່​ ການ​ອະນຸ ຍາດ​ມີ​ຜົນ ​ໂດຍ​ມີ​ສາຍ​ການບິນ ​ຕ່າງປະ​ເທດ ປະມານ 95 ລາຍ ທີ່​ໄດ້​ຮັບ​ ການ​ອະນຸຍາດ​ ໃຫ້​ເປີດ​ຖ້ຽວ​ບິນ ​ສູ່​ຈີນ​ໃນ​ຄັ້ງນີ້.

ຮຽບ​ຮຽງ​ຂ່າວ​ໂດຍ ​ສະ​ໄຫວ ຂປລ

ຣັດເຊຍ ປະກາດສະຖານະການສຸກເສີນຫລັງ​ເກີດ​ເຫດນ້ຳມັນກາ​ຊວນ 20.000 ​ໂຕນ ຮົ່ວ​ໄຫລ

ຂ່າວ​ຈາກ​ມົດ​ສະ​ກູ, ວັນ​ທີ4 ມິຖຸນາ, ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ ປະກາດ ​ສະຖານະ​ການ ​ສຸກ​ເສີນ ​ດ້ານ​ສິ່ງ​ແວດ​ລ້ອມ ລະດັບ​ ປະ​ເທດ ທີ່​ເມືອງ​ນໍຣີສ ຫລັງ​ເກີດ​ເຫດ​ ຖັງ​​ເກັບ ນ້ຳມັນກາ​ຊວນ 20.000 ​ໂຕນ ຮົ່ວ​ໄຫລລົງ ​ສູ່ແມ່​ນ້ຳ ຫລາຍ​ສາຍ ​ ​ແລະ ອາດ​ໄຫລ ​ໄປ​ຈົນ​ເຖິງ ທະ​ເລ ​ອາກຕິກ ​ເຊິ່ງ​ເປັນ​ຂອງ​ບໍລິສັດ ນໍຣິສ ນິກ​ເກີ​ລ ຜູ້​ປະກອບ​ການ ​ໂຮງ​ໄຟຟ້າ ​ເອັມ​ເທັກ ທີ່​ຕັ້ງຢູ່​ ບໍ່​ຫ່າງ​ຈາກ ສະຖານ​ທີ່​ ເກັບ​ຮັກສາ​ ນ້ຳມັນ​ເຊື້ອ​ໄຟ.​

ຂະນະ​ນີ້ ​ເຈົ້າໜ້າ​ທີ່ ​ກ່ຽວຂ້ອງ ພວມລົງ​ພື້ນ​ທີ່​ ຢ່າງ​ຮີບ​ດ່ວນ ​ເພື່ອດຳ​ເນີນ​ຂັ້ນຕອນ ​ການ​ເຮັດ ​ຄວາມ​ສະອາດ​ ຄັ້ງ​ໃຫຍ່ ຈົນອາດ​ຕ້ອງ​ໃຊ້​ ການ​ສະໜັບ​ ສະ​ໜູນ​ ຈາກ​ກອງທັບ ດ້ວຍ​ການ​ໃຊ້​ ວິທີ​ເລັ່ງ ປະຕິກິລິຍາ​ ໃຫ້​ເກີດ ການລະ​ເຫີ​ຍອາຍ ​ເນື່ອງ​ຈາກ​ ນ້ຳມັນ​ກາ​ຊວງ​ ມີນ້ຳໜັກ ​ເບົາ​ກວ່າ​ ນ້ຳມັນ​ດິບ.

ຮຽງ​ຮຽງ​ຂ່າວ​ໂດຍ ​ສະ​ໄຫວ

ບຣາຊິວຍັງຄົງສ້າງສະຖິຕິໃໝ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນສູງ 30 ພັນກວ່າຄົນພາຍໃນມື້ດຽວ

ວັນທີ 5 ມິຖຸນາ 2020 ການແຜ່ລະບາດຂອງໂຄວິດ-19 ຈໍານວນຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກຍັງຄົງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ແລະ ມີຈໍານວນຜູ້ຕິດເຊື້ອເຖິງ 6.6 ລ້ານຄົນ ປິ່ນປົວດີ 3.2 ລ້ານກວ່າຄົນ ແລະ ເສຍຊີວິດແລ້ວ 392,286 ຄົນ ໂດຍທົ່ວໂລກຕິດເຊື້ອໂຄວິດ-19 ມື້ລະແສນຄົນ ລຽນຕິດກັນ 9 ມື້ແລ້ວ ເລີ່ມຕັ້ງແຕ່ວັນທີ 27 ພຶດສະພາ 2020 ທີ່ຜ່ານມາ.

ຫຼ້າສຸດ ພະຍາດລະບາດດັ່ງກ່າວ ໄດ້ແຜ່ລະບາດໄປ 181 ປະເທດທົ່ວໂລກ ເຊິ່ງປເທດທີ່ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື: ສະຫະລັດອາເມລກາ (1,924,051 ຄົນ), ບຣາຊິວ (615,870 ຄົນ), ຣັສເຊຍ (441,108 ຄົນ), ສະເປນ (287,740 ຄົນ) ແລະ ອັງກິດ (281,661 ຄົນ).

ການແຜ່ລະບາດໃນຄັ້ງນີ້ ບຣາຊິວຍັງຄົງສ້າງສະຖິຕິໃຫມ່ຢ່າງຕໍ່ເນື່ອງ ໂດຍມີມີຜູ້ຕິດເຊື້ອເພີ່ມຂຶ້ນສູງ ເຖິງ 31,890 ພາຍໃນມື້ດຽວ!! ສົ່ງຜົນໃຫ້ມີຍອດຜູ້ຕິດເຊື້ອສະສົມເຖິງ 6 ແສນຄົນ ແລະ ຕອນນີ້ເຮັດໃຫ້ ບຣາຊິວ ມີຈໍານວນຜູ້ເສຍຊີວິດສະສົມສູງເຖິງ 1,492 ຄົນພາຍໃນມື້ດຽວ ເປັນການສ້າງສະຖິຕິຕໍ່ເນື່ອງກັນເປັນເວລາ 3 ລຽນຕິດກັນ

ແຫຼ່ງຂໍ້ມູນ: https://edition.cnn.com/world/live-news/coronavirus-pandemic-06-04-20-intl/index.html ແລະ https://www.worldometers.info/coronavirus/

ຜົນການກວດອອກມາແລ້ວ ປາກົດວ່າ ຈອດ ຟລອຍ ຕິດເຊື້ອ Covid 19 ເກືອບ 2 ເດືອນກ່ອນເຫດການດັ່ງກ່າວ

ເຈົ້າໜ້າທີ່ທ້ອງຖິ່ນເປີດເຜີຍຜົນການກວດສຸຂະພາບຢ່າງເຕັມທີ່ຂອງ “ຈອດ ຟລອຍ”, ເຊິ່ງພົບວ່າມີການຕິດເຊື້ອ Covid-19 ເປັນເວລາເກືອບ 2 ເດືອນກ່ອນທີ່ ຕຳ ຫຼວດຈະໃຊ້ຄວາມຮຸນແຮງເກີນຂອບເຂດຈົນເຂົາເສຍຊີວິດ.

ຫ້ອງການກວດສຸຂະພາບເຂດປົກຄອງເມືອງ Hennessy County County ລັດ Minnesota ຂອງສະຫະລັດອະເມລິກາ ເຊິ່ງຮັບຜິດຊອບໃນການສືບສວນຫາສາເຫດຂອງການເສຍຊີວິດຂອງທ້າວ ຟລອຍ, ຜູ້ຊາຍສີດໍາອາຍຸ 46 ປີ, ເຊິ່ງເປັນ ໜ່ວຍງານໜ່ວຍທຳອິດກັບຄອບຄົວຂອງລາວ ໄດ້ເປີດເຜີຍເອກະສານການກວດຮ່າງກາຍເຕັມຮູບແບບໃນມື້ວານນີ້ ອີງຕາມເວລາທ້ອງຖິ່ນ, ຈອດ ຟລອຍ ໄດ້ກວດເບິ່ງຜົນໄດ້ຮັບ ສຳ ລັບເຊື້ອໄວຣັດ Corona ຊະນິດ ໃໝ່. ຜົນປາກົດຫາເຊື່ອ Covid-19 “ເປັນບວກ”

ບົດລາຍງານການກວດຮ່າງກາຍແບບລະອຽດໄດ້ກ່າວວ່າ ຈອດ ຟລອຍ ໄດ້ເສຍຊີວິດຍ້ອນຄວາມລົ້ມເຫຼວຂອງການໄຫຼວຽນ ແລະ ຄວາມກົດດັນຕໍ່ຄໍ ປະກອບມີການຕັດ ແລະ ຮອຍແຕກຫຼາຍດ້ານທີ່ ໜ້າ ຜາກ, ໜ້າ, ປາກ, ບ່າ, ມື, ແຂນສອກ ແລະ ຂາ

ເຖິງຢ່າງໃດກໍ່ຕາມ, ຈອດ ຟລອຍ ຍັງມີພະຍາດຫລາຍຢ່າງເຊັ່ນ: ພະຍາດຫລອດເລືອດໃນເສັ້ນເລືອດ. ກ້າມເລືອດ ແລະໂລກຫົວໃຈຈາກຄວາມດັນເລືອດສູງ

ນອກຈາກນີ້, ຜົນການກວດສຸຂະພາບກ່ຽວກັບພະຍາດຕິດຕໍ່ພົບວ່າ ຈອດ ຟລອຍ ໄດ້ທົດສອບເຊື້ອໄວຣັສ SARS-CoV-2. ຫລັງຈາກໄດ້ຮັບການກວດກາຈາກວິທີການ Swab, ເຈົ້າ ໜ້າທີ່ສົງໃສວ່າລາວໄດ້ຕິດເຊື່ອພຍາດ Covid-19 ຕັ້ງແຕ່ວັນທີ 3 ເດືອນເມສາ, ແຕ່ບໍ່ມີອາການຫຍັງ.

ผลชันสูตรเผย “จอร์จ ฟลอยด์” ติดเชื้อโควิด-19

ເຖິງຢ່າງໃດກໍ່ຕາມ, Covid-19 ບໍ່ແມ່ນສາເຫດຂອງການຕາຍຂອງ ຈອດ ຟລອຍ ເພາະເຫດຜົນທີ່ແທ້ຈິງແມ່ນເຈົ້າ ໜ້າ ທີ່ ຕຳ ຫຼວດສີຂາວຈັບຕົວໄປກົດຄໍຈົນຮອດສະຕິແລະເສຍຊີວິດໃນວັນທີ 25 ພຶດສະພາ, ເຊິ່ງເປັນເຫດໃຫ້ມີການປະທ້ວງຮຸນແຮງຕໍ່ຕ້ານການແບ່ງແຍກຊົນຊາດໃນຫຼາຍເມືອງທົ່ວປະເທດ ສະຫະລັດ ແລະ ຫຼາຍປະເທດ

ผลชันสูตรเผย “จอร์จ ฟลอยด์” ติดเชื้อโควิด-19

ຂ່າວ ແລະ ຮຽບຮຽງໂດຍ: ສື່ລາວ.ຄອມ

ຕໍາຫລວດທັບຄໍ ຈອດ ຟລອຍ ຖືກເພີ່ມຂໍ້ຫາໃຫ້ໜັກຂຶ້ນ

ໄອ​ຍະ​ການສູງ​ສຸດ​ຂອງ​ລັດ​ມິນ​ນິ​ໂຊ​ຕາ​ສັ່ງ​ເພີ່ມ​ຂໍ້​ຫາ​ຕຳຫລວດ​ທັບ​ຄໍ “ຈອດ ຟລອຍ” ​ໃຫ້​ໜັກ​ຂຶ້ນ, ສ່ວນ​ໝູ່​ອີກ 3 ຄົນ ຖືກ​ຕັ້ງຂໍ້​ຫາ​ໄປ​ນຳ​ເຊັ່ນ​ກັນ.

ໄອ​ຍະ​ການ​ສູງ​ສຸດ​ຂອງ​ລັດ​ມິນ​ນິ​ໂຊ​ຕາ ອອກ​ຖະ​ແຫລ​ງການ​ສັ່ງ​ປັບ​ທ້າວ ​ເດ​ເຣດ ຊໍ​ວິນ ອະດີດ​ຕຳຫລວດ ​ໃຫ້​ໜັກ​ຂຶ້ນ ຫລັງ​ກະທຳ​ຮຸນ​ແຮງ​ເກີນ​ກວ່າ​ເຫດ​ທັບ​ຄໍ “ຈອດ ຟລອຍ” ຜູ້​ຊາຍ​ຜິວ​ສີ​ຈົນ​ຂາດ​ອາກາດ​ຫາຍ​ໃຈ​ເສຍ​ຊີວິດ, ຈາກ​ທີ່​ທາງ​ການ​ຕັ້ງຂໍ້​ຫາ​ຂ້າ​ຄົນ​ຕາຍ​ໂດຍ​ບໍ່​ໄຕ່ຕອງ​ໄວ້​ກ່ອນ ​ໄອ​ຍະ​ການ​ໄດ້​ປ່ຽນ​ຂໍ້​ຫາ​ເປັນ​ເຮັດ​ໃຫ້​ຜູ້​ອື່ນ​ເສຍ​ຊີວິດ​ໂດຍ​ມີ​ເຈດ​ຕະນາ ​ແຕ່​ບໍ່​ໄດ້​ວາງ​ແຜນ​ກ່ອນ​ລ່ວງ​ໜ້າ ​ເຊິ່ງຈະ​ເຮັດ​ໃຫ້​ລາວ​ຕ້ອງ​ຮັບ​ໂທດ​ຕິດ​ຄຸກ​ສູງ​ສຸດ 40 ປີ ​ເຊິ່ງຫລາຍ​ກວ່າ​ໂທດ​ເກົ່າ​ເຖິງ 15 ປີ.

เพิ่มข้อหาหนักอดีตตำรวจเอี่ยวการตายจอร์จ ฟลอยด์ โทษคุก

ສ່ວນ​ໝູ່​ຕຳຫລວດ​ອີກ 3 ຄົນ ທີ່ຢູ່​ໃນ​ເຫດການ ​ໄດ້​ແກ່ ທ້າວ ​ໂທ​ມັດ ​ເລນ, ທ້າວ ​ເຈ.​ເອ ​ເກິ​ງ ​ແລະ ທ້າວ ​ໂທ ​ເຖົາ ​ເຊິ່ງຈາກ​ບໍ່​ໄດ້​ຖືກຕັ້ງຂໍ້​ຫາ ກໍ​​ໄດ້​ຮັບ​ຜົນ​ພວງ​ໄປ​ນຳ ​ໂດຍ​ທາງ​ໄອ​ຍະ​ການ​ໄດ້​ຕັ້ງຂໍ້​ຫາ​ຖານ​ຮ່ວມ​ມື ​ແລະ ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ຄາດ​ຕະກຳ.

ຂ່າວ: ໜັງສືພິມລາຍວັນ ລາວພັດທະນາ

ຈີນ ໃຊ້ງົບປະມານກວ່າ 70%ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ

ຕາມ​ຂ່າວ​ຈາກ ຊີ​ອາ​ໄອ​ຂອງ​ຈີນ,​ເມື່ອ​ບໍ່​ດົນ​ມາ​ນີ້, ງົບປະມານ ​ຫລາຍ​ກວ່າ 70%ຂອງ​ເຂດ​ປົກຄອງ ​ຕົນ​ເອງ ຊົນ​ເຜົ່າ​ ຊິນ​ຈຽງ​ຂອງ​ຈີນ ​ໃຊ້​ໄປ​ກັບ ການ​ຄຸ້ມ​ຄອງ ​ແລະ ປັບປຸງ ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ ​ໃຫ້​ດີ​ຂຶ້ນ ​ເພື່ອ​ຊຸກຍູ້ ​ໂຄງການ ສ້າງ​ປະ​ໂຫຍ​ດ ​ແກ່​ປະຊາຊົນ ທີ່​ສຳຄັນ​ຕ່າງໆ ​ເຊັ່ນ ການ​ມີ​ວຽກ​ເຮັດ ​ງານ​ທຳ, ການ​ສຶກສາ, ການ​ປິ່ນປົວ, ການ​ປະກັນ​ສັງຄົມ ​ແລະ ການ​ດຳລົງ​ຊີວິດ ທີ່​ຈະ​ເລີ​ນຮຸ່ງ​ເຮືອງ.ນອກ​ນີ້ ຍັງ​ມີ​ການ​ຈັດຕັ້ງ ຮູບ​ແບບ ​ການ​ຫາ​ວຽກ​ ເຮັດ​ງານ​ທຳ ​ເສີມ​ສ້າງ ​ການ​ຝຶກ​ອົບ​ຮົບ ທັກ​ສະ​ວິຊາ​ຊີບ ​ແລະ ສ້າງ​ຕຳ​ແໜ່​ງງານ ​ໃຫ້​ແກ່​ຄອບຄົວ ​ໃນ​ຕົວ​ເມືອງ ​ແລະ ໝູ່​ບ້ານ ທີ່​ບໍ່​ມີ​ວຽກ​ເຮັດ ​ເພື່ອ​ພະຍາຍາມ​ ໃຫ້​ທຸກ​ຄອບຄົວ ທີ່​ມີ​ຄວາມ​ສາມາດ ມີ​ວຽກ​ເຮັດ​ຢ່າງ​ໜ້ອຍ 1 ຄົນ.

ຊິນ​ຈຽງ ປະສົບ​ ຜົນສຳ​ເລັດ ​ໃນ​ການຈັດການ ​ສຶກສາ ພາກ​ບັງຄັບ 9 ປີ ຂະນະ​ທີ່​ພາກ​ໃຕ້​ຂອງ​ ຊິນ​ຈຽງ ສາມາດ ​ຮຽນ​ໄດ້​ເຖິງ 15 ປີ​​​ໂດຍບໍ່​ເສຍ​ຄ່າ ​ເພື່ອ​ຄຸ້ມ​ຄອງ ​ໃຫ້​ເດັກ​ທຸກ​ຄົນ ​ໃຫ້​ເຂົ້າ​ເຖິງ ການ​ສຶກສາ ທີ່​ມີ​ຄຸນ​ນະພາ​ບ ຢ່າງ​ເທົ່າ​ທຽມ​ກັນ. ນອກຈາກ​ນີ້ ລະດັບ​ ການ​ຄຸ້ມ​ຄອງ​ ຊີວິດ​ການ​ເປັນ​ຢູ່​ ຂັ້ນພື້ນຖານ ​ຂອງ​ປະຊາຊົນ ​ໃນ​ໝູ່​ບ້ານ ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ປີ​ນີ້ ການ​ແຈກ​ເງິນ​ອຸດ​ໜູນ ປະກັນ​ຊີວິດ ຄວາມ​ເປັນ​ຢູ່​ຂັ້ນພື້ນຖານ 2.680 ລ້ານ​ຢວນ ຄຸ້ມ​ຄອງ ຄອບຄົວ ທີ່​ມີ​ລາຍ​ໄດ້​ຕ່ຳ ຈຳນວນ 1.810.000 ຄອບ​ຄົວ ຢ່າງ​ຈິງ​ຈັງ.

ຮຽບຮຽງ​ຂ່າວ​ໂດຍ: ​ສະ​ໄຫວ ຂປລ

ເກີດລະເບີດທີ່ໂຮງງານຜະລິດຢາຂ້າແມງໄມ້ຢູ່ອິນເດຍ ເສຍຊີວິດ-ບາດເຈັບ 50 ກວ່າຄົນ

ຕາມຂ່າວສານ ຫວຽດນາມ, ວັນທີ 4 ມິຖຸນາ, ເຈົ້າໜ້າທີ່ ອິນເດຍ ລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ ແລະ ບາດເຈັບ 46 ຄົນ ຈາກເຫດລະເບີດ ໂຮງງານຜະລິດ ຢາຂ້າແມງໄມ້ ຂອງບໍລິສັດ ຢາ​ຊາວີ ຣາສາ​ຢັນ (Yashashvi Rasayan) ຂື້ນກັບເມືອງ ບາຣາວສ( Bharuch), ລັດຈູ ຈາຣັດ (Gujarat) ທາງພາກ ຕາເວັນຕົກ ຂອງປະເທດ ອິນ​ເດຍ. ເຈົ້າໜ້າທີ່ ທ້ອງຖິ່ນໄດ້ລະບຸວ່າ

ພ້ອມກັນນັ້ນ ຍັງມີເກືອບ 5.000 ຄົນ ທີ່ອາໄສຢູ່ ໃນໝູ່ບ້ານໃກ້ກັບ ໂຮງງານນີ້ ໄດ້ອົບພະຍົບ ໄປຢູ່​ເຂດປອດໄພ ເພື່ອປ້ອງກັນ ຄວາມສ່ຽງທີ່ຈະ ເປັນອັນຕະລາຍ ຫລັງຈາກ ຖັງ ເກັບສານ​ເຄມີ ຂອງໂຮງງານແຫ່ງນີ້ໄດ້ເກີດລະເບີດຂື້ນ. ຂະນະນີ້ ເຈົ້າໜ້າທີ່ ພວມເລັ່ງຄວບຄຸມໄຟໄໝ້ ຫລັງຈາກ ເກີດລະເບີດຢ່າງຮຸນແຮງ, ແຕ່ເນັ້ນໜັກວ່າ ບໍ່ມີການຮົ່ວໄຫລ ຂອງແກັດ ແລະ ບໍ່ມີໄພ ອັນຕະລາຍ ຕໍ່ປະຊາຊົນທີ່ຢູ່ອາໄສ ໃກ້ໂຮງງານແຫ່ງນີ້. ສ່ວນສາເຫດຕົ້ນຕໍ ພວມຢູ່ລະຫວ່າງ ການສືບສວນ ສອບສວນຂອງເຈົ້າໜ້າທີ່ກ່ຽວຂ້ອງ.

ຂ່າວ:​ຂປລ

ຣັດເຊຍ ຈະເລີ່ມນຳໃຊ້ຢາຕ້ານເຊື້ອພະຍາດໂຄວິດ-19

ຂໍ້ມູນຈາກ ກອງທຶນ ຄວາມໝັ້ນຄົງ ແຫ່ງຊາດ ຂອງຣັດເຊຍ(RDIF) ເປີດເຜີຍວ່າ: ຈະເລີ່ມໃຊ້ ຢາຕ້ານເຊື້ອ ພະຍາດ ທີ່ໄດ້ຮັບອະນຸຍາດ ຊຸດທຳອິດ ໃນການປິ່ນປົວ ຜູ້ຕິດເຊື້ອ ໂຄວິດ-19 ເພື່ອແນໃສ່ໃຫ້ ຣັດເຊຍ ກັບມາດຳເນີນ ເສດຖະກິດ ຕາມປົກກະຕິ ໄດ້ໄວຂຶ້ນ ຫລັງຈາກ ທ່ານ ຄີຣີລ ມິດທຣີຟ (Kirill Mitreev)ປະທານ ເຈົ້າໜ້າທີ່ ບໍລິຫານ ອາດີໄອເອຟ ລະບຸວ່າ: ໂຮງໝໍຈະ ເລີ່ມໃຫ້ ຢາ ຜູ້ຕິດເຊື້ອໄດ້ ຕັ້ງແຕ່ ວັນທີ 11ມິຖຸນາ ມີຫລາຍພໍ ທີ່ຈະໃຫ້ໄດ້ ເດືອນລະ 60.000 ຄົນ ເປັນຢາເມັດ ມີຜົນຂ້າງຄຽງ ໜ້ອຍໜຶ່ງ ແລະ ບໍ່ເໝາະສົມກັບ ແມ່ຍິງຖືພາ ຜົນການທົດລອງ ທາງໂຮງ ໝໍ ເອກະຊົນ(ຄຣີນິກ) ກັບຜູ້ຕິດເຊື້ອ 330 ຄົນພົບວ່າ ເຫັນຜົນພາຍໃນ 4 ວັນ

ຈະມີການສະຫລຸບຜົນ ການທົດລອງ ພາຍໃນ ໜຶ່ງອາທິດ ແລະ ຈະເຮັດໃຫ້ ການທົດລອງ ເພີ່ມຕື່ມອີກ. ຂະນະທີ່ ກະຊວງ ສາທາ ລະນະສຸກ ອະນຸມັດ ໃຫ້ໃຊ້ດ້ວຍລະບົບ ການເລັ່ງລັດ ພິເສດ ແລະ ໄດ້ເລີ່ມ ການຜະລິດຢາ ຕັ້ງແຕ່ເດືອນ ມີນາ ພ້ອມທັງ ເຊື່ອວ່າ ຢາຊຸດນີ້ ຈະຊ່ວຍຫລຸດ ຄວາມເຄັ່ງຕຶງ ຂອງ ລະບົບ ສາທາ ລະນະ ສຸກ ເພາະຈະມີຜູ້ຕິດເຊື້ອ ອາການໜັກ ຫລຸດລົງ ຜູ້ຕິດເຊື້ອ 65%-90% ບໍ່ມີເຊື້ອພະຍາດ ພາຍໃນ 4ວັນ ຫາ10 ວັນ ທີ່ຮັບການປິ່ນປົວ ຊ່ວຍໃຫ້ການດຳເນີນ ກິດຈະກຳ ທາງເສດຖະກິດ ໃນຣັດ ເຊຍ ກັບມາ ເປັນປົກກະຕິ ອີກຄັ້ງ ຂະນະທີ່ ການຮັກສາ ໄລຍະຫ່າງ ທາງສັງຄົມ ຍັງຄົງເປັນສິ່ງຈຳເປັນ ແລະ ຍັງຕ້ອງຄອຍຖ້າ ໃຫ້ມີຢາ ຕ້ານພະຍາດ ໃຫ້ຫລາຍຂຶ້ນ.

ຮຽບຮຽງຂ່າວໂດຍ ສະໄຫວ

ແມ່ເຖົ້າຊາວອາເມລິກາໄວ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19 ພາຍຫຼັງປິ່ນປົວເປັນເວລາ 3 ອາທິດ

ແມ່ເຖົ້າ Stejna ຊາວອາເມລິກາ, ຢູ່ລັດ Massachusetts ດື່ມເບຍສະຫຼອງປົວຫາຍດີຈາກພະຍາດໂຄວິດ-19 ພາຍຫຼັງປິ່ນປົວເປັນເວລາ 3 ອາທິດ, ຊຶ່ງເບຍເປັນສິ່ງທີ່ມັກຂອງເຂົາ.ແມ່ເຖົ້າ Jennie Stejna ຖືກກວດພົບເຊື້ອໄວຣັສໂຄວິດ-19 ຢູ່ທີ່ສູນຄົນເຖົ້າໃນເມືອງ Wilbraham ຫ່າງຈາກນີ້ 3

ອາທິດ. ແມ່ເຖົ້າ ເປັນຄົນທຳອິດທີ່ຕິດເຊື້ອຢູ່ໃນສູນດັ່ງກ່າວ.ທຳອິດ ແມ່ເຖົ້າ Stejna ເປັນໄຂ້ພຽງເລັກນ້ອຍ ຫຼັງຈາກນັ້ນອາການກໍນັບມື້ນັບໜັກຂຶ້ນ.

Shelley Gunn ຫຼານສາວຂອງແມ່ເຖົ້າ ພ້ອມກັບຄອບຄົວໄດ້ໂທສາຍຫາແມ່ເຖົ້າ. Adam ຜົວຂອງຫຼານສາວໄດ້ຖາມແມ່ເຖົ້າວ່າ ຕຽມພ້ອມທີ່ຈະຂຶ້ນ

ສະຫວັນແລ້ວບໍ? ແມ່ເຖົ້າຕອບວ່າ: ພ້ອມ ແລ້ວ, ເຖິງແມ່ນວ່າເຂົາຈະບໍ່ເຂົ້າໃຈວ່າໂຄວິດແມ່ນຫຍັງກໍຕາມ.ຈົນມາເຖິງອາທິດນີ້ ສຸຂະພາບຂອງແມ່ເຖົ້າ ໄດ້ຮັບການຟື້ນຟູໃຫ້ກັບຄືນມາເປັນປົກກະຕິ ພາຍຫຼັງປິ່ນປົວຢູ່ໂຮງໝໍເປັນເວລາ 3 ອາທິດ. ແມ່ເຖົ້າຕື່ນເຕັ້ນ ເມື່ອເຫັນພະນັກງານແພດສູນດັ່ງກ່າວ ເອົາ

ເບຍແຊ່ເຢັນມາໃຫ້ແມ່ເຖົ້າ 1 ແກ້ວ. ຄອບຄົວຂອງແມ່ເຖົ້າບອກວ່າ ເບຍເປັນສິ່ງທີ່ມັກຂອງແມ່ເຖົ້າ.ສະຫະລັດອາເມລິກາໄດ້ກາຍເປັນເຂດລະບາດໃຫ່ຍທີ່ສຸດໃນໂລກ, ມີຜູ້ຕິດເຊື້ອ 1,7 ລ້ານຄົນ ແລະ ເສຍຊີວິດ 103.000 ຄົນ. ບັນດາສູນຄົນເຖົ້າແຫ່ງຕ່າງໆ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ຈຳເປັນຕ້ອງປະຕິບັດນະໂຍບາຍເບິ່ງແຍງດູແລຢ່າງເຄັ່ງຄັດ.

ຍັກໃຫຍ່ລະດັບໂຕໂຢຕ້າ ຍັງໄດ້ກູ້ເງິນ 9.2 ຕື້ໂດລາ ຮັບມືກັບໂຄວິດ-19

ກຸ່ມບໍລິສັດລົດຍົນໂຕໂຢຕາໄດ້ຂໍກູ້ເງິນຈາກ 2 ທະນາຄານໃຫຍ່ຄື SMBC ແລະ MUFG ຈໍານວນ 1.000 ຕື້ເຢັນ ຫຼືວ່າ ປະມານ 9.2 ຕື້ໂດລາສາຫະລັດ ເພື່ອເພີ່ມເງິນທຶນໜູນວຽນ ເຊິ່ງເປັນສັນຍານຮ້າຍແຮງຂອງຜົນກະທົບໂຄວິດຕໍ່ກັບເສດຖະກິດໂລກຕໍ່ກັບບໍລິສັດລົດຍົນອັນດັບ 2 ຂອງໂລກ. ບໍລິສັດໂຕໂຢຕາໄດ້ຢຸດ 7 ສາຍການຜະລິດຊົ່ວຄາວໃນ 5 ໂຮງງານພາຍໃນປະເທດນັບແຕ່ວັນທີ 3 ເມສາເປັນຕົ້ນມາ. ພ້ອມດຽວກັນນັ້ນ, ກໍຍັງມີການຢຸດການເຄື່ອນໄຫວຂອງຫຼາຍໂຮງງານແບບຊົ່ວຄາວຢູ່ອາເມລິກາ ແລະ ເອີຣົບ ແລະ ກໍພົບພາວະຍອດຂາຍຕົກຕໍ່າຢ່າງຮຸນແຮງຢູ່ຈີນນັບແຕ່ເລີ່ມມີການລະບາດ.

ເຖິງຢ່າງໃດກໍຕາມ, ຖານະການເງິນຂອງບໍລິສັດໂຕໂຢຕາຍັງຄົງໝັ້ນທ່ຽງ, ເຊິ່ງບໍລິສັດຍັງມີຍອດເງິນສົດ ແລະ ເງິນຝາກສູງເຖິງ 5.200 ຕື້ເຢັນ ຫຼືວ່າ ປະມານ 46 ຕື້ໂດລາສາຫະລັດ. ແຕ່ວ່າ ບໍລິສັດຕ້ອງການແນໃສ່ເພີ່ມເງິນສົດໃນມື ເພື່ອສາມາດຕອບໂຕ້ ຫາກມີສະພາບແຜ່ລະບາດທີ່ແກ່ຍາວ ຫຼື ຮຸນແຮງຈົນເຖິງຂັ້ນຕ້ອງໄດ້ປິດຫຼາຍໂຮງງານຢູ່ໃນໂລກ.

ຂຽນໂດຍ: ອັດສະວິນ ArtSaWin
ແຫຼ່ງຂ່າວ: The Japan Times ແລະ Target