ປະເທດຈີນ ເລີ່ມເທດສະການກິນຊີ້ນຫມາ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 22 ມິຖຸນາ 2020 ວ່າ ເທດສະການກິນຊີ້ນຫມາໃນເມືອງຫຍູຫລິນເຂດປົກຄອງຕົນເອງກວ່າງຊີຈ້ວງທາງພາກຕາເວັນຕົກສຽງໃຕ້ຂອງຈີນ ຕາມກຳນົດ 10 ວັນໄດ້ເລີ່ມຂື້ນແລ້ວ ຊື່ງປົກກະຕິຈະມີຜູ້ຄົນຫລາຍພັນຄົນມາທ່ຽວງານ ເພື່ອຫາຊື້ຫມາທີ່ຖືກຂັງຢູ່ໃນກົງແຄບໆນັ້ນນຳກັບໄປບໍລິໂພກ ແຕ່ປີນີ້ທາງການຈີນໄດ້ພະຍາຍາມດົນນາລົງເພາະຕ້ອງການທີ່ຈະຍົກລະດັບການສົງເຄາະສັດ ຈື່ງກຳລັງຮ່າງກົດຫມາຍສະບັບໃຫ່ມຂື້ນມາເພື່ອຫ້າມຊື້ຂາຍສັດປ່າ ແລະຄຸ້ມຄອງສັດລ້ຽງດ້ວຍ ປະກອບກັບການມີການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ໃນຂະນະນີ້

ປີນີ້ຈະເປັນຄັ້ງສຸດທ້າຍເຊັ່ນ ປີເຕີ ຫລີ ຜູ້ຊ່ຽວຊານພິເສດນະໂຍບາຍຈີນຂອງກຸ່ມເຄື່ອນໄຫວເພື່ອສິດທິຂອງສັດຮິວແມນ ໂຊໂຊຕີ້ ອິນເຕີເນຊັ່ນແນລ ກ່າວວ່າ ເຂົາຫວັງວ່າຈະມີການປ່ຽນແປງເກີດຂື້ນກັບເທດສະການທີ່ເມືອງຫຍູຫລິນຊື່ງຈະບໍ່ພຽງແຕ່ຈະເປັນປະໂຫຍດຕໍ່ສັດເອງແຕ່ຍັງລວມເຖິງສຸຂະພາບ ແລະຄວາມປອດໄພຂອງປະຊາຊົນດ້ວຍ ເພາະການອະນຸຍາດໃຫ້ຜູ້ຄົນຈຳນວນຫລາຍມາລວມກຸ່ມໃນຕະຫລາດຂາຍຊີ້ນຫມາ ແລະຮ້ານອາຫານໃນເທດສະການນັ້ນ ຖືວ່າເປັນຄວາມສ່ຽງດ້ານສຸຂະອານາໄມດ້ວຍ

ເມື່ອເດືອນເມສາທີ່ຜ່ານມາເສິ່ນເຈິ້ນເປັນເມືອງທຳອິດຂອງຈີນທີ່ປະກາດຫ້າມການບໍລິໂພກຊີ້ນຫມາ ແລະຄາດວ່າຈະມີເມືອງອື່ນໆເຮັດນຳ ຂະນະທີ່ກະຊວງກະສິກຳຂອງຈີນໄດ້ຈຳແນກຫມາວ່າເປັນສັດລ້ຽງ ບໍ່ແມ່ນສັດເພື່ອການບໍລິໂພກ

ຂາຍລູກເກີດໃໝ່ ເພື່ອເອົາເງິນຊື້ຢາບ້າ

ຜົວເມຍຄູ່ໜຶ່ງຊາວຈີນຖືກຈັບກຸມ ແລະ ດຳເນີນຄະດີຈຳຄຸກຍ້ອນຂາຍລູກໃນລາຄາ 9.000 ໂດລາສະຫະລັດ ເພື່ອເອົາເງິນໄປຊື້ຢາບ້າ. Sina ໃຫ້ຮູ້ວ່າ: ຜົວເມຍຂອງ Zhong ແລະ Wang ມາຈາກນະຄອນ ນອຍວັງ ແຂວງ ເຊສວນ ຊຶ່ງເປັນຄູ່ຜົວເມຍຕິດຢາບ້າມາໄດ້ຫຼາຍປີ ແລະ ເຕັມໄປດ້ວຍໜີ້ສິນ. Zhong ຜູ້ເປັນເມຍເຄີຍຖືກຄຸກ 7 ປີ 6 ເດືອນມາກ່ອນ ຍ້ອນມີຫຼາຍຄະດີ ຊຶ່ງໃນນັ້ນລວມມີທັງອຳນວຍສະດວກສະຖານທີ່ໃຫ້ພວກເສບຢາບ້າ, ຂີ້ລັກງັດແງະ ແລະ ຄ້າເດັກ. ປີ 2018 ຍ້ອນວ່າຜູ້ກ່ຽວເກີດລູກຜູ້ທີສອງໃໝ່ໆ ຈຶ່ງໂຈະການດຳເນີນຄະດີໄວ້ກ່ອນ

ພາບປະກອບ

ຕົ້ນປີກາຍນີ້, Zhong ເຖິງແມ່ນຈະຖືພາຢູ່ກໍຕາມ ແຕ່ກໍຍັງເສບຢາເສບຕິດຢູ່ ຍ້ອນບໍ່ມີຄວາມສາມາດໃຊ້ໜີ້, ສອງຜົວເມຍຈຶ່ງໄດ້ຕົກລົງກັນຂາຍລູກຊາຍເກີດໃໝ່ ເພື່ອເອົາເງິນຊື້ຢາບ້າ ເດືອນກຸມພາ 2019, Zhong ໄດ້ລຶ້ງເຄີຍກັບຜູ້ຍິງຄົນໜຶ່ງຊື່ວ່າ ລານ ໃນກຸ່ມລາຍ QQ. ລານ ແລະ ຜົວເອົາກັນມາຫຼາຍປີແຕ່ບໍ່ໄດ້ລູກນຳກັນ ຈຶ່ງຢາກໄດ້ລູກມາລ້ຽງ

ເມື່ອຮູ້ກັບນາງ ລານ, Zhong ໄດ້ເວົ້າກັບ ລານວ່າ: ບໍ່ມີເງິນລ້ຽງລູກ ຈຶ່ງຢາກຫາຄອບຄົວໃດທີ່ມີຄວາມສາມາດລ້ຽງເດັກໄດ້ກໍຈະໃຫ້ເຂົາເອົາໄປລ້ຽງ. ສອງຄົນຈຶ່ງໄດ້ຕົກລົງກັນວ່າ: ນາງ ລານ ຈະໃຫ້ເງິນນາງ Zhong 6.000 ຢວນ(ສະກຸນເງິນຈີນ) ຫຼື 8.700 ໂດລາ ຄ່າເກີດ ແລະ ນໍ້ານົມ. ຜົວເມຍຂອງລານຈະຮັບເອົາເດັກໄປລ້ຽງພາຍຫຼັງເກີດອອກມາ

ພາບປະກອບ

ວັນທີ 11 ຕຸລາ 2019, ພາຍຫຼັງເກີດ ແລະ ຜູ້ເປັນແມ່ຢຸດເລືອດແລ້ວ, Wang ຜູ້ເປັນຜົວກໍຮີບຟ້າວອູ້ມເອົາລູກ ອອກຈາກໂຮງໝໍໄປເພື່ອ ເອົາໄປໃຫ້ຄູ່ຜົວເມຍ ລານ, ແຕ່ເຂົາບໍ່ຮູ້ວ່າເຈົ້າໜ້າທີ່ຕຳຫຼວດຕິດຕາມຢູ່ ຈື່ງຖືກຈັບກຸມທັງຜົວ ແລະ ເມຍ ພວກເຂົາຮັບສາລະພາບວ່າ: ພວກເຂົາໄດ້ຊື້ຢາບ້າ ແລະ ໂທລະສັບໜ່ວຍໃໝ່ ຈາກເງິນຂາຍລູກ ຜູ້ເປັນຜົວຖືກຕັດສິນຈຳຄຸກ 5 ປີ, ຜູ້ເປັນເມຍ 6 ປີ ແຕ່ຈະໄດ້ເຂົ້າຕາມທີຫຼັງ ເພາະຍັງມີຫຼາຍຄະດີຄ້າງຄາຢບໍ່ທັນສຳເລັດ ຊຶ່ງລວມກັນແລ້ວຈະຖືກຈຳຄຸກທັງໝົດ 13 ປີ.

ຂ່າວ: ລາວພັດທະນາ

ແມ່ຈີນ ອອກລູກຊາຍຝາແຝດອາຍຸຫ່າງກັນ 10 ປີ ຈາກໂຕອ່ອນແຊ່ແຂງ

ເມື່ອວັນທີ່ 18 ເດືອນມິຖຸນາ ປີ 2020 ເວັບໄຊ້ Ladbible ແລະ Daily Mail ເປີດເຜີຍເຄສຊວນອຶ້ງສຸດແປກປະຫຼາດໃຈຈາກປະເທດຈີນ ເມື່ອ ນາງ ຫວັງ ອາຍຸ 41 ປີ ໃຫ້ກຳເນີດລູກຊາຍຝາແຝດ ໃນເວລາທີ່ຫ່າງກັນ 10 ປີ ໂດຍກຳເນີດຜູ້ເປັນອ້າຍເມື່ອ 10 ປີກ່ອນ ເຊີ່ງຕອນນີ້ອາຍຸ 10 ປີແລ້ວ ກ່ອນທີ່ນ້ອງຊາຍຈາກການປະສົມທຽມດຽກັນ ທີ່ໃຫ້ກຳເນີດຕາມຫຼັງ 10 ປີ

ເຊີ່ງແພດຜູ້ດຳເນີນການລະບຸວ່າ ໃນມຸມມອງທາງການແພດເດັກຊາຍສອງຄົນນີ້ຖືວ່າເປັນພີ່ນ້ອງຝາແຝດກັນ
ເມື່ອຍ້ອນກັບໄປປີ 2011 ນາງ ຫວັງ ຕອນນັ້ນອາຍຸ 30 ປີພ້ອມດ້ວຍສາມີໄດ້ເຂົ້າປືກສາແພດ ເນື່ອງຈາກປະສົບບັນຫາເລື່ອງການມີລູກຍາກ ຫຼັງຈາກພະຍາຍາມກັນມາ 5 ປີ ຈື່ງຕັດສີນໃຈທົດລອງວິທີ່ການເຮັດເດັກຫຼອດແກ້ວ ຫຼື ການປະຕິສົນທິນອກຮ່າງກາຍ (IVF) ໂດຍການດຳເນີນສະເປີມ ແລະໄຂ່ຊຸດດຽວກັນ

ເຮັດຊຸດໂຕອ່ອນຂື້ນມາ ກ່ອນຈະນຳໂຕອ່ອນ 1 ໂຕ ຍ້າຍກັບມາຝັງໃນມົດລູກ ຈົນທີ່ສຸດນາງ ຫວັງກໍ່ມານລູກຄົນທຳອິດ ແລະອອກມາ ເມື່ອເດືອນ ມິຖຸນາ ປີ 2012 ເປັນເດັກຊາຍທີ່ມີຊື່ວ່າ ລູລູ່ ສ່ວນໂຕອ່ອນອີກໂຕນັ້ນແພດໄດ້ເຮັດການແຊ່ແຂງເກັບໄວ້
ຈົນເວລາຜ່ານໄປ 10 ປີ ລູລູ່ຮ້ອງຂໍພໍ່ແມ່ສະເໝີວ່າລາວຢາກມີນ້ອງຊາຍ ພໍ່ແມ່ຈື່ງຕັດສີນໃຈຈະມີລູກອີກຄັ້ງ ແຕ່ແພດແຈ້ງວ່າຕ້ອງແບ່ງໃຈໄວ້ກັບຄວາມຜິດຫວັງແດ່ ເນື່ອງຈາກນາງ ຫວັງ ມີອາຍຸຫຼາຍແລ້ວ ໂດຍແພດກໍ່ດຳເນີນການແບບເກົ່າ ເລືອກເອົາໂຕອ່ອນທີ່ແຂງແຮງທີ່ສຸດ ຍ້າຍເຂົ້າໄປຝັງທີ່ມົດລູກນາງ ຫວັງ ອີກຄັ້ງ

ປາກົດວ່າປະສົບຜົນສຳເລັດ ເພາະລາວໃຫ້ກຳເນີດລູກຊາຍຄົນທີ່ສອງ ເມື່ອວັນທີ່ 16 ເດືອນ ມິຖຸນາ ປີ 2020 ຮ່າງກາຍແຂງແຮງສົມບູນດີ ຕັ້ງຊື່ໃຫ້ວ່າ ຕົ່ງຕົ່ງ
ຕາມການອະທິບາຍຂອງໜ່ວຍງານດ້ານການປະຕິສົນທິຂອງມະນຸດ (Human Fertilisation and Embryology Authority) ລະບຸໄວ້ວ່າ: ຫຼາຍຄັ້ງທີ່ການປະຕິສົນທິນອກຮ່າງກາຍ ອາດມີໂຕອ່ອນທີ່ຄຸນນະພາບດີເຫຼືອຢູ່ຈື່ງສາມາດເກັບໄວ້ໃຊ້ໃນອານາຄົດ ແຕ່ກໍ່ບໍ່ແມ່ນໂຕອ່ອນທຸກໂຕທີ່ເໝາະກັບການແຊ່ແຂງ ເພາະບາງໂຕກະບໍ່ລອດ ມາດຕະການໃນການເກັບຮັກສາໂຕອ່ອນປົກກະຕິຄື 10 ປີ ແລະບາງກໍລະນີອາດເກັບດົນສຸດເຖີງ 55 ປີເລີຍກໍ່ມີ.

ຊາຕານໃນຄາບຄົນດີ ລ່ວງລະເມີດທາງເພດ ເດັກກຳພ້າ 4 ຄົນ

ວັນທີ່ 16 ເດືອນ ມິຖຸນາ ປີ2020 ເວັບໄຊ້ເມໂທຣ ລາຍງານວ່າ ເກຣກໍລີ ເຮຍ ດາວ ມີສຊັນນາລີຄົນ ອາເມລິກາ ຈະຕ້ອງຈຳຄຸກຂອງລັດທະບານສະຫະລັດ ເປັນເວລາ 16 ປີ ພາຍຫຼັງເມື່ອວັນທີ່ 15 ມິຖຸນາ ລາວຍອມຮັບສາລະພາບໃນຄວາມຜິດ 4 ກະທົງ ຂໍ້ຫາມີສ່ວນຮ່ວມໃນການກະທຳຜິດທາງເພດໂດຍຜິດຕໍ່ກົດໝາຍໃນຕ່າງແດນ

ໂດຍໄອຍາການເປີດເຜີຍວ່າ ເກຣກໍລີ ເຮຍ ໄດ້ກໍເຫດລ່ວງລະເມີດທາງເພດເດັກຍິງ 4 ຄົນ ໃນສະຖານທີ່ຮັບລ້ຽງເດັກກຳພ້າ ທີ່ລາວເປັນຜູ້ດຳເນີນການໃນປະເທດເຄນຢາ ເຊີ່ງເຫດການອັນຊົ່ວຮ້າຍນີ້ເກີດຂື້ນລະຫວ່າງປີ 2013-2017 ໃນຂະນະທີ່ເຫຍື່ອສອງຄົນມີອາຍຸພຽງ 11 ປີ ສ່ວນອີກສອງຄົນ ອາຍຸ 12 ປີ ແລະ 13 ປີ ໂດຍ ແມລີ່ ໂຣສ ພັນລະຍາຂອງລາວກໍ່ມີສ່ວນຮູ້ເຫັນນຳ ໂດຍການພາເຫຍື່ອ ຜູ້ເຄາະຮ້າຍເຮັດການຝັງຍາຄຸມກຳເນີດ ໂດຍບໍ່ຕ້ອງກັງວົນວ່າເດັກນ້ອຍຈະມີລູກ

ນອກຈາກນີ້ລາວຍັງມີພຶດຕິກຳລໍ່ລວງເຫຍື່ອດ້ວຍການມອບສີ່ງຂອງທີ່ມີຄ່າເຊັ່ນ: ໂທລະສັບມືຖືໃຫ້ກັບເຫຍື່ອ ແລະຈາກການກວດສອບປະຫວັດອາດສະຢາກຳ ພົບວ່າຊາຍຄົນນີ້ເຄີຍຖືກຕັດສີນໃຫ້ມີຄວາມຜິດຖານທຳຮ້າຍຮ່າງກາຍ ເພື່ອທາລຸນນະກຳທາງເພດໃນປີ 1996
ເຊີ່ງຄວາມຊົ່ວທີ່ເລວລ້າຍຂອງ ເກຣກໍລີ ເຮຍ ຖືກເປີດເຜີຍ ເມື່ອສອງເດັກຍິງທີ່ຕົກເປັນເຫຍື່ອໄດ້ເຂົ້າແຈ້ງຄວາມກັບຕຳຫຼວດໃນເຄນຢາ ຕຳຫຼວດຈື່ງເຮັດການກວດສອບ ແລະ ຂັບກຸມລາວໄດ້

ສຸດສະຫຍອງ ຈັບໂຕແຂ້ຢາວ 6 ແມັດ ຜ່າທ້ອງ ຫຼັງກີນຄົນຂະນະຫາປາ

ວັນທີ່ 16 ເດືອນ ມິຖຸນາ ເດລີ່ເມລ ລາຍງານເຫດການສຸດສະຫຍອງໃນປະເທດ ອິນໂດເນເຊຍ ຫຼັງຈາກ ນາງ ຟາຄິມາ ອາຍຸ 45 ປີ ຖືກໂຕແຂ້ກັດ ລາກລົງໄປກີນໃນນໍ້າ ແລະຫາຍໂຕໄປລະຫວ່າງຫາປາ ໃນ ເມືອງ ກາລິມັນຕັນເໜືອ ຕໍາຫຼວດແລະ ຊາວບ້ານລະດົມກັນຊອກຫາ ແຕ່ບໍ່ທັນແລ້ວເພາະລາວໄດ້ກາຍເປັນຊີ້ນສົບໃນທ້ອງໂຕແຂ້ແລ້ວ

ໝູ່ຂອງ ຟາຕິມາ ເປີດເຜີຍວ່າ ລະຫວ່າງຫາປາຢູ່ນຳກັນໃນແມ່ນໍ້ານອກຊາຍຝັ່ງເກາະ ທິບິ ເຂດບູລູງັນ ໃນຄໍ່າຄືນວັນສຸກທີ່ 12 ເດືອນ ມິຖຸນາ ທີ່ຜ່ານມາ ຢູ່ດີໆກໍ່ມີໂຕແຂ້ໂຕໃຫ່ຍໂຜ່ຂື້ນມາກັດ ແລະລາກ ຟາຕິມາລົງໄປໃນແມ່ນໍ້າ ເຫດການເກີດຂື້ນໄວຫຼາຍ ພວກເຂົາກຳລັງຊອ໋ກກັບສີ່ງທີ່ເຫັນ ພ້ອມທັງຮ້ອງຂໍຄວາມຊ່ວຍເຫຼືອ ແລະຮີບແຈ້ງຕຳຫຼວດ ແລະບອກຊາວບ້ານແຖວນັ້ນ ຕໍ່ມາຈື່ງພາກັນຊອກຫາ ຟາຕິມາ ແລະໄລ່ລາໂຕແຂ້ດັ່ງກ່າວ
ຈົນຮອດວັນເສົາທີ່ 13 ເດືອນ ມິຖຸນາ ກໍ່ພົບເຫັນໂຕແຂ້ທີ່ຄາດຄິດວ່າໜ້າຈະເປັນໂຕແຂ້ທີ່ກັດກີນ ຟາຕິມາ ທີ່ມີຂະໜາດລຳໂຕຍາວກວ່າ 5,7 ແມັດ ທີ່ລອຍນໍ້າໃນພື້ນທີ່ຈຸດເກີດເຫດ ຕຳຫຼວດຈື່ງໃຊ້ປືນຍິງສັງຫານ ກ່ອນທີ່ຊາວບ້ານຈະລາກຊາກສົບໂຕແຂ້ຂື້ນມາຜ່າພິສູດ ແລະກໍ່ຕ້ອງຕົກໃຈກັບສີ່ງທີ່ພົບເຫັນ ເພາະເຫັນຊີ້ນສ່ວນລຳໂຕ ລວມທັງແຂນຂາຂອງ ຟາຕິມາ ທີ່ເຕັມຢູ່ໃນທ້ອງ ສ່ວນຫົວນັ້ນຖືກກັດຂາດລອບຢູ່ໃນແມ່ນໍ້າບໍ່ຫ່າງຈາກຈຸດທີ່ພົບໂຕແຂ້ດັ່ງກ່າວ

ດ້ານໜ່ວຍກູ້ໄພທ້ອງຖີ່ນປະກາດເຕື່ອນໃຫ້ຊາວບ້ານໃຫ້ຫຼີກລ່ຽງເຮັດກິດຈະກຳໃນແມ່ນໍ້າໃກ້ຈຸດເກີດເຫດຊົ່ວຄາວ ເພາະຢ້ານວ່າມີໂຕແຂ້ອີກຫຼາຍໂຕໃນບໍລິເວນນີ້

ສ.ອາເມລິກາ ຂະຫຍາຍເວລາຂວ້ຳບາດ ສປປ ເກົາຫລີ ຕື່ມອີກ1ປີ

ຂ່າວ​ຈາກ​ ນະຄອນຫລວງ ວໍ​ຊີງ​ຕັນ,ວັນ​ທີ 18ມິຖຸນາ, ທ່ານ ​ໂດ​ນັນ ທຣຳ, ປະທານາທິບໍດີ ສ.ອາ​ເມ​ລິ​ກາ ລົງ​ນາມ​ຂະຫຍາຍ​ເວລາ​ການ​ຂວ້ຳ​ບາດ ສປປ ​ເກົາຫລີ ຕໍ່​ໄປ​ອີກ​ຢ່າງ​ໜ້ອຍ 1ປີ ​ໃນ​ເວ​ລາ​ດຽວ​ກັນ ​ເຮືອບິນ​ສອດ​ແນມ ​ຂອງ​ກອງທັບ ສ.ອາ​ເມ​ລິ​ກາ ບິນ​ລາດຕະ​ເວນ​ ຢູ່​ແຫລມ​ເກົາຫລີ ທ່າມກາງ​ບັນຍາກາດ ​ເຄັ່ງ​ຮ້ອນ​ຄັ້ງ​ໃໝ່.

ການ​ໃຊ້​ອຳນາດ​ດັ່ງກ່າວ ຂອງ​ຜູ້ນຳ ສ.ອາ​ເມ​ລິ​ກາ ຄື​ການ​ຂະຫຍາຍ​ເວລາ​ຂອງ​ຄຳ​ສັ່ງ ຝ່າຍ​ບໍລິຫານ ໝາຍ​ເລກ 13466 ປະກາດ ​ຄັ້ງທຳ​ອິດ ​ໃນ​ວັນ​ທີ 26 ມິຖຸນາ ປີ 2008 ​ໃນ​ສະ​ໄໝ​ຂອງ ທ່ານ ຈອດ ດັບ​ເບີ​ລຢູ ບຸ​ສ ​ແລະ ຜູ້ນຳ ສ.ອາ​ເມ​ລິ​ກາ ທຸກ​ຄົນ​ ນັບ​ຈາກ​ນັ້ນ ລົງ​ນາມ ​ຕໍ່​ເວລາ​ຄຳ​ສັ່ງ​ນີ້​ ຕະຫລອດ​ມາ ຕາມ​ທຳ​ນຽມ ​ເນື່ອງ​ຈາກ ​ເປັນ​ຄຳ​ສັ່ງ ທີ່​ຕ້ອງ​ມີ​ການ​ພິຈາລະນາ​ຕໍ່​ອາຍຸ​ປີ​ລະ 1ຄັ້ງ ຖ້າ​ບໍ່​ດັ່ງນັ້ນ ຖື​ວ່າ​ຍົກ​ເລີກ​ອັດຕະ​ໂນ​ມັດ ​ແຕ່​ການ​ລົງ​ນາມ​ໃນ​ຄັ້ງນີ້ ​ແມ່ນ​ກົງກັບ ສະຖານະ​ການ ​ແຫລມ​ເກົາຫລີ ພວມ​ປົກ​ຄຸມ​ໄປ​ດ້ວຍ ​ບັນຍາກາດ ​ເຄັ່ງຮ້ອນ​ຄັ້ງ​ໃໝ່.

ຮຽບຮຽງ​ຂ່າວໂດຍ ສະ​ໄຫວ ຂປລ

ເຫດຂ້າ ຫມູ່ ມັກຖາມຫລາຍ ມື້ໃດສິເອົາເມຍ ຕາຍຍ້ອນຖາມ

ສຳນັກຂ່າວ​ອິນ​ໂດ​ນີ​ເຊຍ​ລາຍ​ງານ​ວ່າ​ ໜຸ່ມອາຍຸ​ 28 ໝົດ​ຄວາມ​ອົດ​ທົນ​ ຫຼັງ​ຖືກ​ເພື່ອນ​ບ້ານ​ຖາມ​ຢູ່​ນັ້ນ​ແຫຼະ​ວ່າ​ “ເມື່ອ​ໃດ​ຈະ​ແຕ່ງ​ງານ​ ​?” ຕັດ​ສິນ​ໃຈ​ເຂົ້າໄປ​ໃນ​ບ້ານ​ບີບ​ຄໍຈົນເສຍ ຊີວິດ​ ຂະນະ​ທີ່​ຜູ້​ຕາຍ​ກຳ​ລັງຖືພາ​ ບໍ່​ພໍ​ຍັງ​ລັກ​ເງີນ​ແລະໂທລະສັບ​ປິດ​ທ້າຍ​ອີກ

ເມື່ອ​ວັນທີ​ 19 ມັງກອນ  ທ້າວ​ ໄຟ​ອິ​ຊ​ ນູ​ຣ໌​ດິນ​ ອາ​ຍຸ​ 28 ປີ​ ກໍ່​ເຫດ​ຄາດ​ກຳ​ ນົດ.​ອາ​ອິ​ຊະ​ຮ໌​ ອາ​ຍຸ 32 ປີ​ ກຳ​ລັງຖືພາ​ໃນ​ບ້ານ​ພັກ​ຂອງ​ນາງ​ທີ່ກ​ຣຸງ​ຈາ​ກາ​ຕາ​ຣ໌​  ປະເທດ​ອິນ​ໂດ​ນີ​ເຊຍ​ ຫຼັງ​ທົນ​ບໍ່​ໄຫວ​ທີ່​ນາງ​ມົວ​ແຕ່​ມາ​ຖາມວ່າ​ມື້ໃດ​ເຈົ້າຈະ​ແຕ່ງ​ງານ​ ​ ໂດຍ​ຜູ້​ຕ້ອງ​ຫາ​ເປີດ​ເຜຍ​ຜູ້​ຕາຍ​ເວົ້າ​ກັບ​ລາວ​ວ່າ​ “ຮີບ​ແຕ່ງ​ງານ​ໃຫ້​ໄວໄດ້ ​!! ຄົນ​ອື່ນ​ຂົາ​ແຕ່ງ​ກັນ​ໄປຫມົດ​ແລ້ວ​ ເປັນຫຍັງຄື່ ​ບໍ່​ແຕ່ງ​ປານນີ້​?” ເຮັດໃຫ້​ທ້າວໄຟ​ອິ​ຊຮູ້ສຶ​ກວ່າຄືເປັນ​ຄຳ​ເວົ້າ​ເບິ່ງ​ດູມິນ​ ໃນ​ມື້​ດຽວ​ກັນ​ທ້າວ​ຈຶ່ງ​ໄປ​ຫາ​ຜູ້​ຕາຍ​ທີ່​ບ້ານ​ ນາງ​ໃຫ້​ທ້າວ​ເຂົ້າ​ມາ​ທີ່​ຫ້ອງ​ນັ່ງ​ຫລິ້ນ​ໂດຍ​ບໍ່​ຮູ້​ຊະ​ຕາກ​ຳ ກ່ອນ​ຈະ​ຖືກ​ຊຸກ​​ລົງ​ຕຽງ

ຫຼັງ​ຈາກທ້າວ​ຂຶ້ນ​ຄ່ອມ​ນາງ​ພະຍາຍາມ​ສູ້ສຸດຊີວິດ​ ດ້ວຍ​ການ​ກັດ​ນິ້ວ​ ​ແຕ່​ຂາດ​ຜົນ​ ທ້າວໄຟ​ອິ​ຊ​ໃຊ້​ມື ບີບ​ຄໍ​ນາງ​ຈົນ​ເຖິງ​ແກ່​ຊີວິດ​ ເທົ່າ​ນັ້ນ​ຢັງ​ບໍ່​ພໍ​ ທ້າວໄຟ​ອິ​ຊ​ຢັງ​ລັກ​ໂທລະສັບ​ແລະ​ເງີນ​ຂອງ​ຜູ້​ຕາຍ​ໄປ​ອີກ​ປະ​ມານ​ 468,000 ກີບ​ ຕໍ່​ມາ​ຕຳ​ຫຼວດ​ໄດ້​ຕາມ​ໄລ່​ລ່າ​ຂະນະ​ທີ່ທ້າວ​ໄຟ​ອິ​ຊ​ພະຍາຍາມ​ຫຼົບ​ໜີ​ ກ່ອນ​ຮວບ​ຕົວ​ໄດ້​ຫຼັງ​ຖືກ​ຍິງ​ທີ່​ຂາ​ ລາຍ​ງານ​ລະ​ບຸ​ວ່າ​ຜູ້​ຕ້ອງ​ຫາ​ອາດ​ປະເຊີນ​ໂທດ​ຈຳ​ຄຸກ​ຕະຫລອດ​ຊີວິດ​ ຊຶ່ງ​ຕອນ​ນີ້​ກຳ​ລັງ​ຢູ່ໃນ​ລະຫວ່າງ​ຖ້າ​ຄຳ​ຕັດ​ສິນ.

ໄວຮຸ່ນອິນໂດເນເຊຍກຳລັງນິຍົມຕັ້ງວົງ ດື່ມນໍ້າຕົ້ມຜ້າອານາໄມ ແທນ ເຫຼົ້າເບຍ

ສື່ອິນໂດເນເຊຍລາຍງານວ່າ ຕຳຫຼວດອິນໂດເນເຊຍໄດ້ເຂົ້າຈັບກຸມໄວຮຸ່ນຈຳນວນຫຼາຍ ໃນຫຼາຍເມືອງ ຮວມທັງເມືອງຈາກາຕາ ເມືອງຫຼວງຂອງປະເທດ ທີ່ກຳລັງຕົ້ມນໍ້າຜ້າອະນາໄມ ແລະ ດື່ມກິນເພື່ອໃຫ້ຕົວເອງມີອາການມຶນເມົາເມີ່ລອຍ.

ຕາມການລາຍງານລະບຸວ່າ ກຸ່ມໄວຮຸ່ນທີ່ມີເງິນບໍ່ຫຼາຍພໍຈະຊື້ເຄື່ອງດື່ມແອລກໍຮໍ ຫຼື ຢາເສບຕິດ ກຳລັງຫັນມາດື່ມນໍ້າຕົ້ມຜ້າອະນາໄມກັນຫຼາຍຂຶ້ນ ເຊິ່ງພຶດຕິກຳແປກໃໝ່ນີ້ ເລີ່ມມີຕັ້ງແຕ່ປີ 2017 ຈາກເມື່ອກ່ອນມີພຽງບໍ່ພໍເທົ່າໃດຄົນ ແຕ່ປັດຈຸບັນມີຈຳນວນເພີ່ມສູງຂຶ້ນ, ສ່ວນຫຼາຍຈະເປັນໄວຮຸ່ນຢູ່ໃນຊ່ວງອາຍຸປະມານ 13-16 ປີ ອາໄສຢູ່ໃນຊຸມຊົນຍາກຈົນ ແລະ ແຖວຊານເມືອງ ໃນຕອນທຳອິດພວກເຂົາຈະຊອກເກັບເອົາຜ້າອະນາໄມທີ່ຜ່ານການໃຊ້ແລ້ວທີ່ຖືກຖິ້ມຢູ່ນຳຂີ້ເຫຍື້ອມາຕົ້ມດື່ມ ແຕ່ດຽວນີ້ພວກເຂົາປ່ຽນມາໃຊ້ຜ້າອະນາໄມທີ່ຍັງບໍ່ທັນໄດ້ໃຊ້ມາຕົ້ມດື່ມແທນ.

ນັກວິໄຈດ້ານເຄມີຂອງສະຖາບັນເຕັກໂນໂລຢີບັນດຸງ ອອກມາເຕືອນວ່າ ຜ້າອະນາໄມ ຫຼື ຜ້າອ້ອມ ເປັນຜະລິດຕະພັນທີ່ໃຊ້ໃນການຊຶມຊັບ ຈະມີສານໂພລິເມີດູດຊັບຂອງເຫຼວ ເມື່ອສານນີ້ເຂົ້າສູ່ຮ່າງກາຍຈະເຮັດໃຫ້ມີອາການມຶນເມົາຮູ້ສຶກເມີ່ລອຍ ແຕ່ກໍ່ເປັນສານກໍ່ຄວາມລະຄາຍເຄືອງໄດ້ຢ່າງຮຸນແຮງ ທັງຍັງເຮັດໃຫ້ເກີດອາການຕາແຫ້ງ ເຊິ່ງເລື່ອງນີ້ ຖືເປັນເລື່ອງທີ່ໜ້າກັງວົນຫຼາຍ ເພາະສານໂພລິເມີຢູ່ໃນຜ້າອະນາໄມບໍ່ໄດ້ຢູ່ໃນບັນຊີສານເສບຕິດ ທາງເຈົ້າໜ້າທີ່ຈື່ງບໍ່ສາມາດດຳເນີນຄະດີກັບຜູ້ທີ່ເສບນໍ້າຕົ້ມຜ້າອະນາໄມໄດ້.

ເກີດເຫດລົດຕຳກັນຢູ່ ອິນເດຍ ເສຍຊີວິດ 10 ຄົນ

ຕາມຂ່າວສານ ຫວຽດນາມ, ວັນທີ 17 ມິຖຸນາ, ເຈົ້າໜ້າທີ່ ຕຳຫລວດ ອິນເດຍ ລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 10 ຄົນ ແລະ ບາດເຈັບ 16 ຄົນ ຈາກອຸບັດເຫດ ລົດຕຳກັນ ຢູ່ລັດ ແອນດຣາ ປຣາເດສ (Andhra Pradesh)  ທາງພາກໃຕ້ ຂອງປະເທດ.

ເຫດເກີດຂື້ນ ທີ່ບ້ານເວດາດຣີ( Vedadri), ເມືອງຄຣີສນາ( Krishna) ຫ່າງຈາກນະຄອນ ອາມາຣາວາຕີ( Amaravati) ຂອງລັດແອນດຣາ ປຣາເດສ ປະມານ69 ກິໂລແມັດ ທາງພາກຕາເວັນອອກຂອງປະເທດ, ຫລັງຈາກ ລົດບັນທຸກ ຕຳກັບລົດ ອີກຄັ້ນໜຶ່ງ ທີ່ບັນທຸກ ຊາວກະສິກອນ. ສ່ວນສາເຫດ ຕົ້ນຕໍ ພວມຢູ່ລະ ຫວ່າງ ການສືບສວນ ສອບສວນ ຂອງເຈົ້າໜ້າທີ່ກ່ຽວຂ້ອງ.

ໂຄວິດ-19 ເລີ່ມລະບາດຮອບ 2 ຢູ່ອາເມລິກາແລ້ວ

ທ່ານ ໝໍ ສະກອດ ກອດລິເອັບ ອະດີດປະທານຄະນະກຳມະການອາຫານ ແລະ ຢາອາເມລິກາ (FDA) ກ່າວວ່າ: ຖ້າລັດຕ່າງໆ ເຊິ່ງກຳລັງປະສົບບັນຫາການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ບໍ່ໄດ້ດຳເນີນມາດຕະການທີ່ຈຳເປັນ ເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັສ ສິ່ງນີ້ອາດຈະເຮັດໃຫ້ການລະບາດລຸກລາມຈົນບໍ່ສາມາດຄວບຄຸມໄດ້. ທ່ານ ກອດລິເອັບ ກ່າວວ່າ: ລັດຕ່າງໆເຊັ່ນ:

ອາຣິໂຊນາ, ເທັກຊັສ ແລະ ຟໍຣິດາ ເຊິ່ງກຳລັງຜະເຊີນຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ຄວນດຳເນີນມາດຕະການກວດສອບແຫລ່ງທີ່ມາຂອງການຕິດເຊື້ອ. ທັງນີ້ ຫລາຍລັດຢູ່ອາເມລິກາພົບວ່າ: ຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ເພີ່ມຂຶ້ນຫລັງຈາກມີການຫລຸດຜ່ອນມາດຕະການລັອກດາວທົ່ວປະເທດ ໂດຍປັດຈຸບັນ ອາເມລິກາຕິດອັນດັບ 1 ຂອງໂລກ ທັງຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ແລະ ຜູ້ເສຍຊີວິດ

ໂດຍມີຜູ້ຕິດເຊື້ອໄວຣັສໂຄວິດ-19 ຈຳນວນ 2.162.228 ຄົນ ແລະ ມີຜູ້ເສຍຊີວິດ 117.858 ຄົນ. ຜູ້ຊ່ຽວຊານເຜີຍໄວຣັສໂຄວິດ-19 ໄດ້ເລີ່ມລະບາດຮອບສອງຢູ່ອາເມລິກາແລ້ວ ຫລັງຫລຸດຜ່ອນລັອກດາວ ປະຊາຊົນບໍ່ເວັ້ນໄລຍະຫ່າງທາງສັງຄົມ-ບໍ່ໃສ່ຜ້າອັດປາກ-ດັງ, ແພດເຕືອນລະວັງລຸກລາມຈົນຄຸມບໍ່ໄດ້.ສາສະດາຈານ ວິວລຽມ ແຊບເນີ ຈາກມະຫາວິທະຍາໄລແວນເດິບິລ ໄດ້ໃຫ້ສຳພາດສຳນັກຂ່າວ CNBC ໂດຍລະບຸວ່າ: ໄວຣັສໂຄວິດ-19 ໄດ້ເລີ່ມລະບາດຮອບສອງຢູ່ອາເມລິກາແລ້ວ,

ຂະນະທີ່ປະຊາຊົນຈຳນວນຫລາຍຍັງບໍ່ຮັກສາໄລຍະຫ່າງທາງສັງຄົມ ແລະ ບໍ່ໄດ້ໃສ່ຜ້າອັດປາກ-ດັງ. ທ່ານ ແຊບເນີ ກ່າວວ່າ: ຊາວອາເມລິກາມີການຊຸມນຸມກັນ ລວມທັງມີການລວມຕົວກັນຈັດພິທີທາງສາສະໜາ ສິ່ງເຫລົ່ານີ້ອາດເຮັດໃຫ້ໄວຣັສໂຄວິດ-19 ແຜ່ລະບາດຫລາຍຂຶ້ນ. ພ້ອມເນັ້ນວ່າ: ການໃສ່ຜ້າອັດປາກ-ດັງເປັນເລື່ອງທີ່ມີຄວາມສຳຄັນຫລາຍໃນການປ້ອງກັນການແຜ່ເຊື້ອ ແລະ ເຈົ້າໜ້າທີ່ຄວນໃຫ້ຄວາມຮູ້ແກ່ປະຊາຊົນໃນເລື່ອງນີ້.