ເກົາຫຼີເໜືອ ພ້ອມໃຊ້ອາວຸດ ນິວເຄຼຍ ຖ້າປະເຊີນໜ້າກັບ ສະຫາລັດອາເມຣິກາ

ເຖິງແມ່ນວ່າ ເກົາຫຼີໃຕ້ ແລະ ເກົາຫຼີເໜືອ ຈະຢຸດເຮັດສົງຄາມກັນມາຮອດ 69 ປີ ແລ້ວ ແຕ່ເບິ່ງຄືວ່າ ທັງສອງຝ່າຍ ລວມເຖິງພັນທະມິດຂອງເກົາຫຼີໃຕ້ຢ່າງ ສະຫະລັດອາເມຣິກາ ຈະປ່ຽນກັນກ່າວໂຈມຕີກັນໄປກັນມາຢ່າງດຸເດືອດຢູ່ຕະຫຼອດ ເຊິ່ງຫຼ້າສຸດເປັນທາງ ເກົາຫຼີເໜືອ ທີ່ອອກມາກ່າວໂຈມຕີ ແລະ ປ່າວປະກາດເຖິງຄວາມພ້ອມຂອງຕົນ ຕໍ່ສະຖານະການຄວາມເຄັ່ງຕຶງໃນປັດຈຸບັນ.

ເມື່ອວັນທີ 27 ກໍລະກົດ 2022 ທີ່ຜ່ານມາ ຄິມ ຈອງອຶນ (Kim Jong-un) ຜູ້ນຳສູງສຸດຂອງເກົາຫຼີິເໜືອ ໄດ້ຂຶ້ນກ່າວຄຳປາໄສ ເນື່ອງໃນໂອກາດວັນຄົບຮອບ 69 ປີຂອງການສິ້ນສຸດສົງຄາມເກົາຫຼີ ແລະ ໄດ້ກ່າວວ່າເກົາຫຼີເໜືອພ້ອມເອົາອາວຸດນິວເຄຼຍອອກມາໃຊ້ສຳລັບຄວາມຂັດແຍ້ງທາງທະຫານທີ່ອາດເກີດຂຶ້ນກັບ ອາເມຣິກາ.

ໂດຍຄິມຈອງອຶນ ກ່າວວ່າ: “ກອງທັບຂອງເຮົາມີຄວາມພ້ອມຢ່າງເຕັມທີ່ໃນການຕອບໂຕ້ສະຖານະການຕ່າງໆ ແລະ ອາວຸດນິວເຄຼຍຂອງພວກເຮົາກໍຢູ່ໃນຄວາມພ້ອມຢ່າງເຕັມທີ່ ໃນການລະດົມມາເພື່ອປະຕິບັດພາລະກິດຢ່າງເຂັ້ມແຂງ ແລະ ທັນເວລາ”.

ຂ່າວ: https://laox.la/world-news/27029/

ຂ່າວດ່ວນ! ໄທຢືນຢັນການກວດພົບຜູ້ຕິດເຊື້ອ ໝາກສຸກລີງ ຄົນທີ 2 ຂອງປະເທດ ເປັນຄົນໄທ ມີປະຫວັດການຮ່ວມເພດກັບຊາວຕ່າງປະເທດ.

ວັນທີ 28 ກໍລະກົດ 2022 ນີ້ ທ່ານ ອະນຸທິນ ຊານວິຣະກຸນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ ໄທ ໄດ້ຢືນຢັນກັບສຳນັກຂ່າວ THE STANDARD ຂອງໄທວ່າ:

ກົມວິທະຍາສາດການແພດໄດ້ກວດທາງຫ້ອງປະຕິບັດການ ຢືນຢັນ ພົບຄົນເຈັບໝາກສຸກລີງຄົນທີ2 ຢູ່ໂຮງໝໍວະຊິຣະພະຍາບານ ກຸງເທບມະຫານະຄອນ ເປັນເພດຊາຍ ອາຍຸ 47 ປີ ມີປະຫວັດມີເພດສຳພັນກັບຄົນຕ່າງປະເທດ.

ໂດຍເລີ່ມມີອາການສົງໄສຕິດເຊື້ອ ເມື່ອວັນທີ 12 ກໍລະກົດ 2022 ຜ່ານມາ, ຈາກນັ້ນ ເລີ່ມມີໄຂ້ ປວດຕາມຕົນຕົວ ຕຸ່ມນ້ຳເຫລືອງໃຫຍ່ ແລະ 1 ອາທິດຕໍ່ມາມີຜື່ນຂຶ້ນທີອະໄວຍະວະເພດ, ລຳຕົວ, ໜ້າ, ແຂນຂາ ຈຶ່ງມາກວດທີ່ໂຮງໝໍ ຂະນະນີ້ຮັບໃວ້ໃນໂຮງໝໍ ແລະ ຕິດຕາມຜູ້ສຳພັດມາກວດ ແລະ ເຝົ້າລະວັງສັງເກດອາການຕໍ່ໃຫ້ຄົບ 21 ວັນ.

ເຟດ ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ອີກ 0,75% ຄວບຄຸມເງິນເຟີ້

ຕາມ​ຂ່າວ​ຈາກ ​ວໍ​ຊີງ​ຕັນ,ວັນ​ທີ28 ​ກໍລະກົດ​ນີ້, ທະນາຄານ​ກາງ ສ.ອາ​ເມ​ລິ​ກາ ຫລື ​ເຟດ (​Fed) ປັບ​ຂຶ້ນ ​ອັດຕາ ​ດອກ​ເບ້ຍ ນະ​ໂຍບາຍ​ອີກ 0,75% ​ເພື່ອ​ຄວບ​ຄຸມ ​ອັດຕາ​ ເງິນ​ເຟີ້ ພວມ​ກະທົບ​ຕໍ່ ​ການ​ໃຊ້​ຈ່າຍ​ ຂອງ​ຄອບຄົວ ​ຊາວ​ອາ​ເມ​ລິ​ກາ ພາຍຫລັງ ທ່ານ ​ເຈີ​ໂຣມ ພາວ​ເວລ (Jerome Powell) ປະທານ​ Fed ກ່າວວ່າ:
ອັດຕາ ເງິນເຟີ້ສູງເກີນໄປດັ່ງນັ້ນ Fed ຈະເພີ່ມອັດຕາ ດອກເບ້ຍຈົນກ່ວາ ມີຫລັກຖານ ທີ່ຊັດເຈນວ່າອັດຕາ ເງິນເຟີ້ໄດ້ຫລຸດລົງເຖິງ ເປົ້າຫມາຍ 2.0% ​ໂດຍ​ອາດ​ຈະ​ ມີ​ການ​ຂຶ້ນ ​ດອກ​ເບ້ຍ​ ຫລາຍ​ກວ່າ​ ປົກກະຕິ​ ອີກ​ຄັ້ງ ​ໃນ​ກອງ​ປະຊຸມ ​ນະ​ໂຍບາຍ ​ເທື່ອ​ໜ້າ​ ໃນ​ເດືອນ​ ກັນຍາ​ນີ້ ພ້ອມ​ກັບ​ກ່າວ​ຢ້ຳ​ ອີກ​ວ່າຄະນະ ກໍາມະການ Fed ຈະບໍ່ລັງເລທີ່ຈະ ເພີ່ມອັດຕາ ດອກເບ້ຍ ຫລາຍກວ່າ 0.75% ເຫັນວ່າ ເໝາະສົມ​ແລ້ວ.
Fed ຂຶ້ນດອກ​ເບ້ຍ0,75% ​ເປັນຄັ້ງທີ2 ຕິດ​ຕໍ່​ກັນ ​ເຮັດ​ໃຫ້​ອັດຕາ ​ດອກ​ເບ້ຍ​ ເງິນ​ກູ້ ຢູ່​ທີ່ 2,25%-2,5% ຈາກ​ທີ່​ຕ່ຳ​ກວ່າ 0% ​ເມື່ອ​ຕົ້ນປີ ​ແລະ ​ເປັນ​ການ​ຂຶ້ນ​ ດອກ​ເບ້ຍ ​ຄັ້ງທີ4​ ຂອງ​ປີ​ນີ້.
(ພາກ​ຂ່າວ: ຕ່າງປະ​ເທດ)
ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ເກີດແຜ່ນດິນໄຫວ ຮຸນ​ແຮງລະດັບ7,1 ຣິກເຕີ ທີ່ ຟີລິບປິນ

ຕາມ​ຂ່າວ​ຈາກ ​ມະນິລາ, ສຳນັກ​ງານ ສຳ​ຫລວດ ​ທາງ​ທໍລະນີ ວິທະຍາ ສ.ອາ​ເມ​ລິ​ກາ ລາຍ​ງານ​ວ່າ: ​ເກີດ​ແຜ່ນດິນ​ໄຫວ ຂະໜາດ ​ຄວາມ​ຮຸນ​ແຮງ ລະດັບ 7,1 ຣິກ​ເຕີ ທີ່​ເກາະ ​ລູຊອນ ຂອງ​ຟີ​ລິບ​ປິນ ​ໃນ​ວັນ​ທີ27 ​ກໍລະກົດ​ນີ້ ສ້າງ​ຄວາມ​ເສຍ​ຫາຍ ​ຮຸນ​ແຮງ ​ໃຫ້​ກັບ ​ໂຮງໝໍ​ ແຫ່ງ​ໜຶ່ງ ​​ໃນ​ແຂວງ​ ອາບຣາ ແລະ ອາຄານ​ຕ່າງໆ ທາງ​ພາກ​ເໜືອ​ ຂອງ​ປະ​ເທດ ​ແລະ ​ແຮ​ງສັ່ນ​ສະ​ເໜືອ ສາມາດ ​ຮັບ​ຮູ້​ເຖິງ ນະຄອນຫລວງ​ ມະນິລາ.

ປັດຈຸບັນ ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ ​ເລັ່ງຍົກຍ້າຍ​ປະຊາຊົນ ທີ່​ມີ​ຄວາມ​ສ່ຽງ​ໄປ​ຢູ່​ເຂດ​ປອດ​ໄພ​ແລ້ວ.ສ່ວນ​ຄວາມ​ສະ​ຫາຍ ພວມ​ຢູ່​ໃນ​ຂັ້ນຕອນ ​ການ​ປະ​ເມີນ ​ແລະ ສຳ​ຫລວດ ​ເຂດ​ໃກ້​ຄຽງ​ ຂອງ​ຈຸດ​ແຜນ​ດິນ​ໄຫວ.

…..

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ປານເພັດ ເສຍຊີວິດແລ້ວ

ຫລັງຈາກຊົກ “ສຶກມວຍໄຟເຕີ້ເອັກ ເມື່ອວັນທີ 15/07/2022 ທີ່ຜ່ານມາ ຄູ່ລະຫວ່າງ ‘ປານເພັດ ຜະດຸງໄຊມວຍໄທ” ຊົກກັບ “ແອນໂທນີ່ ທີເອບຊີມວຍໄທ” ນັກຊົກຊາວຝຣັ່ງເສດ, ເກີດເຫດຊັອດເມື່ອ ປານເພັດ

ຖືກສອກຂອງແອນໂທນີ່ ລົ້ມລົງຫົວຟາດພື້ນເວທີຢ່າງແຮງຈົນເລືອດຄັ້ງໃນສະຫມອງ ຢູ່ໃນອາການໂຄມ້າ ຮັກສາຕົວຢູ່ໂຮງຫມໍ. ແຕ່ມື້ນີ້ ຮັກມວຍປານເພັດໄດ້ເສຍຂີວິດແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຂອງປານເພັດດ້ວຍ

……

…..

ຍຸກນໍ້າມັນແພງ ຕຳຫຼວດບຣາຊິລຂີ່ຄວາຍອອກກວດຄວາມສະຫງົບ

ເລື່ອງລາວດັ່ງກ່າວເກີດຂື້ນໃນລັດປາຣາ ທາງຕອນເໜືອຂອງປະເທດບຣສຊິລ ຄວາຍປ່າໄດ້ກາຍເປັນພັນທະມິດຂອງຕຳຫຼວດເພື່ອຂີ່ເລາະລາດຕະເວນຄວາມປອດໄພຕາມແມ່ນໍ້າ ແລະ ພື້ນທີ່ເປັນໜອງບຶງຈົນມີຊື່ເອີ່ນວ່າ

ໜ່ວຍຕຳຫຼວດຂີ່ຄວາມລາດຕະເວນເມຊອນ ແຕ່ທີ່ຈີ່ງແລ້ວຕຳຫຼວດມີມ້າ, ລົດ ແລະ ຄວາຍ ແຕ່ວ່າຄວາຍສາມາດຕອບສະໜອງຈຸດປະສົງໄດ້ດີກວ່າ ໂດຍສະເພາະຕ້ອງລຸຍນໍ້າການໃຊ້ຄວາຍເລາະລາດຕະເວນເລີ່ມຕົ້ນທີ່ເກາະມາຣາໂຈ

ແລະນະໂຍບາຍນີ້ກໍ່ກະຈາຍອອກໄປຍັງເມືອງອື່ນໆເພາະປະສິດທິພາບໃນການເຂົ້າເຖິງພື້ນທີ່ຊຸ່ມນໍ້າປ່າອາເມຊອນຍັງບໍມີພາຫານະອື່ນທີ່ສາມາດເຮັດໄດ້ດີເທົ່າຄວາຍໄດ້

…..

,…,

ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ

ຄື້ນຄວາມຮ້ອນຮຸນແຮງ ເຮັດໃຫ້ມີຜູ້ເສຍຊີວິດ 1.000 ກວ່າຄົນ

ຕາມ​ຂ່າວ​ຈາກ ຣອຍ​​ເຕີ,ວັນ​ທີ18 ​ກໍລະກົດ​ນີ້, ຄື້ນຄວາມ​ຮ້ອນ ສົ່ງ​ຜົນ​ ຮຸນ​ແຮງ​ ທົ່ວ​ເອີ​ຣົບ ຕາ​ເວັນ​ຕົກ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1.027ຄົນ ​ໂດຍ​ສະ​ເພາະ ​ປະ​ເທດ ປອກຕຸຍ​ການ ​ແລະ ​ແອັດ​ສະ​ປາຍ ມີ​ອຸນຫະພູມ ​ສູງ​ເຖິງ 47​ອົງສາ.

ອົງການ​ ອະນາ​ໄມ​ ຂອງປອກຕຸຍ​ການ ລາຍ​ງານ​ວ່າ: ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 659ຄົນ ​ໃນ​ໄລ​ຍະ​ອາທິດ​ຜ່ານ​ມາ ​ໂດຍ​ມີ​ຜູ້​ເສຍ​ຊີວິດສູງ​ສຸດ 440ຄົນ ​ໃນ​ວັນ14​ກໍລະກົດ ພຽງ​ວັນ​ດຽວ ​ແລະ​ ຕົວ​ເລກ​ອາດ​ປັບ​ສູງ​ຂຶ້ນ​ອີກ​ໃນ​ຕໍ່ໜ້າ.ຂະນະ​ທີ່ ​ແອັດ​ສະ​ປາຍ ມີ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 368ຄົນ.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາ​ດປາກ​ດີ

ຂ່າວດ່ວນ ເກີດອຸບັດເຫດ ເຮີລີຄອບເຕີຂອງ ໄທ ຕົກ ທີ່ຈັງຫວັດສົງຂລາ

15/07/2022 ເກີດອຸບັດເຫດ ເຮີລີຄອບເຕີ ແບບ Blackhawk ຍົນສັງກັດກອງທັບພາກທີ 4 ຂອງປະເທດໄທ ຕົກທີ່ສວນຢາງພາລາ ບ້ານຄອງຍໍ ອຳເພີເທພາ ຈັງຫວັດສົງຂລາ , ຍັງບໍ່ມີການລາຍງານຂ່າວຜົນເສຍຫາຍມາເທື່ອ.

ລາຍລະອຽດຈະລາຍງານໃຫ້ຮັບຊາບພາຍຫຼັງ

…..

,,,,,

ຂໍຂອບໃຈຂ່າວມາຈາກ : อาชัน ลักษณะเลขา

ປາກິດສະຖານ ຜະເຊີນໄພນ້ຳຖ້ວມ ມີຜູ້ເສຍຊີວິດ 57 ຄົນ

ຕາມ​ຂ່າວ​ຈາກ ຣອຍ​ເຕີ,ວັນ​ທີ10 ກໍລະກົດ​ນີ້, ປາ​ກິດ​ ສະຖານ ພວມ​ຜະ​ເຊີນ​ກັບ ​ນ້ຳ​ຖ້ວມ​ ຄັ້ງ​ໃຫຍ່ ​ໃນ​ຫລາຍ ​ພື້ນ​ທີ່​ ຂອງ​ປະ​ເທດ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 57 ຄົນ ຫລັງ​ຈາກ​ ໄດ້​ຮັບ​ ອິດ​ທິພົນ​ ຂອງ​ພາຍຸ ມໍ​ລະ​ສຸມ ທີ່​ຮຸນ​ແຮງ ​ເກີດ​ຂຶ້ນ ​ຕະຫລອດ​ ໄລຍະ ອາທິດ ທີ່​ຜ່ານ​ມາ ​ເຮັດ​ໃຫ້​ເກີດ ​ນ້ຳ​ຖ້ວມ ​ຢ່າງ​ໜັກ ​ໃນ​ເມືອງ

(Karachi) ຊຶ່ງ​ເປັນ​ເມືອງ​ໃຫຍ່​ ສຸດ​ຂອງ​ປະ​ເທດ ​ໂດຍ​ສະ​ເພາະ​ ໃນ​ແຄວນ Baluchistan ຢູ່​ທາງ​ຕາ​ເວັນ​ຕົກ​ ສ່ຽງ​ໃຕ້​ ຂອງ​ປາ​ກິດ ​ສະຖານ. ປັດຈຸບັນ ​ເຈົ້າໜ້າ​ທີ່​ ກູ້​ໄພ ປາ​ກິດ ​ສະຖານ ພວມ​ໃຫ້ການ​ຊ່ວຍ​ເຫລືອ​ ຜູ້​ໄດ້​ຮັບ​ ຜົນ​ກະທົບ ຈາກ​ໄພ​ນ້ຳ​ຖ້ວມ ​ໃນ​ຄັ້ງນີ້​ ຢ່າງ​ຮີບ​ດ່ວນ/. (ພາກ​ຂ່າວ: ​ຕ່າງປະ​ເທດ)

…..

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ເສຍຊີວິດແລ້ວ ອາດີດ ນາຍົກລັດຖະມົນຕີ ຍີ່ປຸ່ນ ຖືກລອບສັງຫານ ຂະນະທີ່ ຂຶ້ນປາໄສ

ທ່ານຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນຖືກຍິງໃນຂະນະກ່າວປາຖະກະຖາ

NHK ຂອງຍີ່ປຸ່ນລາຍງານວ່າ, ວັນທີ 8 ກໍລະກົດນີ້, ທ່ານຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນຖືກຍິງໃນເວລາກ່າວປາຖະກະຖາຢູ່ນະຄອນນາຣາ, ທ່ານຊິນໂຈ ອາເບະຖືກສົ່ງໄປປິ່ນປົວຢູ່ໂຮງໝໍ ແລະ ຜູ້ຕ້ອງຫາຖືກຄວບຄຸມໄວ້ແລ້ວ.

ແລະ ໄດ້ເສຍຊີວິດໃນເວລາຕໍ່ ມາ. ຂໍສະແດງຄວາມເສຍໃຈນຳເດີ