ນ້ຳຖ້ວມສູງ ທີປະເທດໄທ ໜ່ວຍງານຳລັງເຂົ້າຊ່ວຍເຫລືອ

ສຳນັກຂ່າວຊ່ອງ 3 ໄທ ລາຍງານໃຫ້ຮູ້ວ່າ: ໃນຕອນເຊົ້າ ຂອງວັນທີ 10 ຕຸລາ 2022 ນີ້ ທີ່ອຳເພີ ອາຣິນຊຳຣາບ ຈັງຫວັດ ອຸບົນຣາດຊະທານີ ປະເທດໄທ

ປະຊາຊົນຕໍ່ແຖວເຂົ້າຄິວລໍຖ້າຂຶ້ນລົດບໍລິການປະຊາຊົນຈາກໜ່ວຍງານທີ່ເຂົ້າມາຊ່ວຍເຫລືອ ຫລງັນ້ຳຖ້ວມສູງເຮັດໃຫ້ລົດບໍ່ສາມາດສັນຈອນໄດ້.

ຂໍໃຫ້ທຸກຄົນປອດໄພ ຜ່ານພົ້ນວິກິດນີ້ໄປດ້ວຍກັນ.

….

….

ຂ່າວ: ລາວພັດທະນາ

ດ່ວນໆ ເກີດເຫດກາດ ຍິ ງ ໃນສູນເດັນນ້ອຍ ໜອງບົວລຳພູ ປະເທດໄທ

ອີງຕາມການລາຍງານສຳນັກຂ່າວໄທ ລາຍງານວ່າ: ເມື່ອເວລາປະມານ 14:00, ເກີດເຫດກາດ ຍິ ງ ຢູ່ໃນສູນເດັກນ້ອຍ ຂອງອົງການປົກຄອງເມືອງນາກາງ ເຮັດໃຫ້ມີຜູ້ບາດເຈັບ ແລະ ມີຫຼາຍຄົນເສຍຊີວິດ, ປະຈຸບັນຄົນຮ້າຍ, ເຊິ່ງຄາດວ່າຈະເປັນອະດີດຕຳຫຼວດ ຢູ່ລະຫວ່າງການ​ຫຼົບໜີ​ການ​ໄລ່​​ຈັບ​ຂອງ​ເຈົ້າ​ໜ້າ​ທີ່.

ເບື້ອງຕົ້ນມີລາຍງານວ່າ: ຄົນຮ້າຍໃຊ້ລົດໃຫຍ່ວີໂກ້ ມີຮ່ອງຮອຍການຕຳດ້ານໜ້າ ໄດ້ທຳການຫຼົບໜີ ຕຳຫຼວດ, ແຕ່ສຸດທ້າຍກໍໄດ້ທຳການ ຍິ ງ ຕົວເອງ ແລະ ລູກເມຍເສຍຊີວິດແລ້ວ.

…..

….

…..

…..

….

ນາທີລະທຶກ ຄູຝຶກມີສະຕິດີກະໂດດເຂົ້າຊ່ວຍຊີວິດຫນຸ່ມໃຊ້ປືນຫວັງປິດຊີບຕົວເອງ

ວິນາທີ! ຄູຝຶກມີສະຕິດີໂຜກະໂດດເຂົ້າຊ່ວຍຊີວິດ ຫນຸ່ມເຊົ່າປືນຫວັງປິດຊີບຕົວເອງໃນສະຫນາມຍິງປືນທີ່ ຈັງຫວັດຊຽງໃຫມ່ໄດ້ທັນເວລາ.

3/10/22 ເຟສບຸ໊ກ “กันจอมพลัง” ໂພສຄລີບພາບເຫດການຈາກສະຫມານຍິງປືກສູນກິລາລ້ານນາ ມທບ. ທີ33(มทบ. ที่33)ໃນຄລີບສະແດງໃຫ້ເຫັນຄູຝຶກຢືນຢູ່ດ້ານຫລັງຂອງຊາຍຫນຸ່ມຄົນຫນຶ່ງທີ່ກຳລັງເລັງປືນໄປທີ່ເປົ້າຍິງ

ແຕ່ຄາວຫນຶ່ງກໍປິ່ນປາຍປືນມາທາງຫົວຂອງຕົວເອງຫວັງຈະຈົບຊີວິດ ທັນໃດນັ້ນຄູຝຶກຟ້າວກະໂດດເຂົ້າລວບຕົວຊາຍຫນຸ່ມຄົນດັ່ງກ່າວໄວ້ໄດ້ທັນແລ້ວມີຜູ້ເຫັນເຫດການເຂົ້າມາຊ່ວຍເຫລືອອີກຄົນ.

ຊົມຄລິບ

ກຳລັງເປັນປະເດັນໃນປະເທດເພື່ອນບ້ານ! ເຫດທະນາຄານ ຢືດບ້ານຜິດຫຼັງ ແຖມຍັງມ້າງແລະຍືດເຄື່ອງໃນເຮືອນ

ເຊື່ອວ່າບໍ່ມີໃຜທີ່ບໍ່ເຄີຍເຮັດຜິດພາດ ແມ່ນແຕ່ທະນາຄານເອງກໍຍັງເຮັດຜິດພາດໄດ້ ເຊັ່ນດຽວກັນກັບກໍລະນີຂອງທະນາຄານຈາກໄທແຫ່ງນີ້ ທີ່ໄດ້ຢຶດເຮືອນຜິດຫຼັງໂດຍເຂົ້າໃຈຜິດວ່າເຮືອນທີ່ຖືກຢຶດມີສ່ວນກ່ຽວຂ້ອງກັບການຟ້ອງຮ້ອງ.

ພ້ອມນັ້ນຊັບສິນທີ່ສຳຄັນພາຍໃນເຮືອນຍັງຖືກທາງທະນາຄານນຳໄປທຳລາຍຖິ້ມຫຼາຍລາຍການ ຕົ້ນໄມ້ທີ່ຢູ່ນອກເຮືອນຖືກຕັດຈົນຫ້ຽນ. ດ້ານຜູ້ເສຍຫາຍຈຶ່ງກຽມຍື່ນຟ້ອງຕໍ່ທະນາຄານແຫ່ງນີ້.

ເລື່ອງລາວທີ່ເກີດຂຶ້ນນີ້ໄດ້ຮັບການເຜີຍແຜ່ໂດຍຜູ້ເສຍຫາຍຄົນໜຶ່ງທີ່ມີເຮືອນຢູ່ແຂວງປະທຸມທານີປະເທດໄທ ໂດຍເຈົ້າຂອງເລື່ອງເລົ່າວ່າ ເມື່ອວັນທີ 5 ກັນຍາ 2022 ທີ່ຜ່ານມາ ມີຜູ້ຮັບເໝົາເຂົ້າມາຮື້ຊັບສິນພາຍໃນເຮືອນຂອງຕົນອອກໄປຈົນໝົດ ເຫຼືອພຽງແຕ່ເຮືອນໂລ່ງໆ ໃນສ່ວນຂອງບໍລິເວນພາຍນອກເຮືອນຕົ້ນໄມ້ກໍຖືກຕັດຫ້ຽນໝົດ, ກັນສາດກໍຖືກຮື້ຂົນໄປໝົດ ພ້ອມກັບຕິດປ້າຍປະກາດວ່າ “ຊັບສິນຂອງທະນາຄານຫ້າມບຸກຮຸກ”.

ຕໍ່ມາເພື່ອນບ້ານເຫັນປ້າຍປະກາດຂາຍຕິດຢູ່ໜ້າເຮືອນຫຼັງດັ່ງກ່າວ ຈຶ່ງຕິດຕໍ່ທາງທະນາຄານໄປເພື່ອທີ່ຈະຂໍຊື້. ຫຼັງຈາກນັ້ນຈຶ່ງໄດ້ຮູ້ຄວາມຈິງວ່າໃນປະກາດຂາຍເປັນເຮືອນອີກຫຼັງໜຶ່ງ ດ້ວຍເຫດນັ້ນເພື່ອນບ້ານຈຶ່ງໄດ້ໂທຫາເຈົ້າຂອງເຮືອນ (ຜູ້ເສຍຫາຍ) ເພື່ອຖາມວ່າ “ຈະຂາຍເຮືອນແທ້ຫວາ ເຫັນມີຄົນມາຮື້ເຮືອນຣີໂນເວດ ແລະ ຕິດປ້າຍທະນາຄານ” ເມື່ອເຈົ້າຂອງເຮືອນໄດ້ຍິນແນວນັ້ນກໍຕົກໃຈຫຼາຍ ຈຶ່ງໄດ້ຮີບເດີນທາງເພື່ອມາເບິ່ງ ກໍພົບວ່າເຮືອນຂອງຕົນບໍ່ເຫຼືອເຄື່ອງໃຊ້ຫຍັງເລີຍ, ຕົ້ນໄມ້ຖືກເກັບທຳລາຍຖິ້ມໝົດ, ປະຕູເຮືອນຖືກລັອກໄວ້ດ້ວຍກະແຈຂອງທະນາຄານ ເຈົ້າຂອງເຮືອນຈຶ່ງໄດ້ໄປລົງບັນທຶກແຈ້ງຄວາມນຳຫ້ອງການຕໍາຫຼວດ.

ຫຼັງຈາກນັ້ນ ເຈົ້າຂອງເຮືອນຈຶ່ງໄດ້ແຈ້ງເລື່ອງຢຶດເຮືອນຜິດຫຼັງໄປທີ່ທະນາຄານຜູ້ເປັນຄູ່ກໍລະນີ. ທາງທະນາຄານຈຶ່ງໄດ້ໃຫ້ເຈົ້າໜ້າທີ່ໂທລະສັບມາຂໍໂທດ ແລະຍອມຮັບວ່າເປັນຄວາມຜິດຂອງທະນາຄານແທ້ໆ ທີ່ເຂົ້າມາຢຶດເຮືອນຜິດຫຼັງ ທັງສອງຝ່າຍຈຶ່ງໄດ້ໄປໄກ່ເກ່ຍກັນຕໍ່ໜ້າຕໍາຫຼວດ ເພື່ອຕົກລົງຮຽກຮ້ອງຄ່າເສຍຫາຍ ໂດຍເບື້ອງຕົ້ນໄດ້ປະເມີນໄວ້ທີ່ 2 ລ້ານບາດ (ປະມານ 980 ລ້ານກີບ) ແຕ່ທາງທະນາຄານກໍຢືນຢັນວ່າບໍ່ໄດ້ມີເຈດຕະນາທໍາລາຍແຕ່ຢ່າງໃດ ໂດຍຊັບສິນບາງຢ່າງແມ່ນໄດ້ຖືກເກັບໄວ້ອີກບ່ອນໜຶ່ງ ແຕ່ບາງຢ່າງກໍຖືກທຳລາຍໄປແລ້ວເຊັ່ນ: ເສື້ອຜ້າ, ປຶ້ມເກົ່າ, ຮູບພາບ ແລະ ຂອງສະສົມຕ່າງໆ ລວມເຖິງເຄື່ອງໃຊ້ຂອງລູກທີ່ມີຄຸນຄ່າທາງຈິດໃຈ ເຊິ່ງບໍ່ສາມາດທົດແທນໄດ້.


ແຕ່ເລື່ອງດັ່ງກ່າວນີ້ຍັງບໍ່ທັນຈົບເທື່ອ ເພາະຫຼັງເກີດເຫດການມາ 1 ເດືອນ ທາງຜູ້ເສຍຫາຍຕ້ອງເປັນຝ່າຍທີ່ຕິດຕໍ່ທະນາຄານໄປເອງວ່າຈະມີການດໍາເນີນການຮັບຜິດຊອບຢ່າງໃດ, ທາງທະນາຄານກໍບອກພຽງແຕ່ວ່າ ກໍາລັງຮວບຮວມຊັບສິນທີ່ທຳລາຍໄປ ແຕ່ບໍ່ໄດ້ບອກວ່າຈະຮັບຜິດຊອບຄ່າເສຍຫາຍແນວໃດ. ສະນັ້ນທາງຜູ້ເສຍຫາຍຈຶ່ງເບິ່ງທະນາຄານວ່າບໍ່ມີຄວາມຮີບຮ້ອນ ຫຼື ໃສ່ໃຈໃນການແກ້ບັນຫາໃດໆ ໃຫ້ກັບຕົນເຊິ່ງເປັນຜູ້ເສຍຫາຍ ທັ້ງໆທີ່ເຮືອນຂອງຕົນບໍ່ເຄີຍຖືກຟ້ອງ, ບໍ່ເຄີຍມີຄະດີ ແລະ ບໍ່ໄດ້ກ່ຽວຂ້ອງກັບທາງທະນາຄານຄູ່ກໍລະນີເລີຍ ແຕ່ບໍ່ເຫັນຄວາມຊັດເຈນໃນການຮັບຜິດຊອບຂອງທາງທະນາຄານເລີຍ. ດັ່ງນັ້ນ ເຈົ້າຂອງເຮືອນຈຶ່ງໄດ້ຕັດສິນໃຈປຶກສາທະນາຍເພື່ອຍື່ນຟ້ອງກັບທະນາຄານດັ່ງກ່າວ.

ດ້ານ ທະນາຍ ຣົນນະຣົງ ແກ້ວເພັດ ປະທານເຄືອຂ່າຍທວງຄືນຄວາມເປັນທໍາຂອງປະເທດ ໄດ້ບອກວ່າ ຕາມພະຍານຫຼັກຖານທີ່ມີໃນຕອນນີ້ ພົບວ່າທາງທະນາຄານມີຄວາມຜິດ ຜູ້ເສຍຫາຍສາມາດຟ້ອງທະນາຄານໄດ້ 3 ຂໍ້ຫາຫຼັກໆຄື: ຮ່ວມກັນບຸກລຸກ, ເຮັດໃຫ້ເສຍຊັບ ແລະ ໝິ່ນປະໝາດ. ພ້ອມນີ້ທະນາຍກ່າວວ່າ ກໍລະນີນີ້ຖືວ່າເປັນຄວາມຜິດພາດຂອງທະນາຄານ ທີ່ອາດຈະຕ້ອງມີການທົບທວນວິທີການເຮັດວຽກໃໝ່ໃຫ້ລະອຽດຫຼາຍຂຶ້ນ ລວມເຖິງເປັນອຸທາຫອນຂອງຄົນທີ່ມີເຮືອນແລ້ວບໍ່ໄດ້ຢູ່ ແຕ່ເລື່ອງນີ້ບອກເລີຍວ່າບໍ່ແມ່ນຄວາມຜິດຂອງເຈົ້າຂອງເຮືອນ.

ຢ່າງໃດກໍດີ ໃນຕອນທ່ຽງຂອງມື້ນີ້ (3 ຕຸລາ) ເຈົ້າຂອງເຮືອນຈະເດີນທາງໄປພົບກັບທະນາຍຄວາມ ເພື່ອສົ່ງເລືື່ອງດໍາເນີນຄະດີກັບທະນາຄານໃຫ້ເຖິງທີ່ສຸດ.

ທີ່ມາ: LaoX

ສຸດເສົ້າ!!! ເກີດເຫດແຟນບານຕີກັນ ເສຍຊີວິດແລ້ວ 127 ຄົນ ທີ່ອິນໂດເນເຊຍ

ເຫດເກີດມື້ຄືນນີ້ທີ 1 ຕຸລາ 2022 ທີ່ການແຂ່ງ ດາບີ້ແມ໋ດແຫ່ງເກາະຊະວາ ຕາເວັນອອກຂອງ ອິນໂດເນເຊຍ

ຈົບລົງດ້ວຍເຫດສະລົດໃຈຫລັງຈາກແຟນບານ ອາເຣມ່າ ເອຟຊີ ບໍ່ພໍໃຈກໍ່ເຫດທຳຮ້າຍແຟນ ເປີເຊບາຍ່າ ຈົນເກີດເຫດຊຸນລະມຸນຄວບຄຸມບໍ່ຢູ່.

ເຈົ້າ​ໜ້າ​ທີ່​ຕຳຫລວດ​ຕ້ອງ​ຍິງ​ແກັສ​ນ້ຳ​ຕາ.

ຊຶ່ງ​ເປັນ​ໜຶ່ງ​ໃນ​ສາ​ເຫດ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ ຈົນ​ມີ​ລາຍ​ງານ​ວ່າຕົວ​ເລກ​ຜູ້ເສຍຊີວິດໄດ້​ເພີ່ມ​ຂຶ້ນ​ກວ່າ 127 ຊີວິດແລ້ວ.

ຄລິບ

….

ຫອຍເຕັມາດຊາຍ ຈາກຄືນທະເລສູງພັດຂຶ້ນຝັ່ງ ຊາວບ້ານແຫ່ກັນເກັບ​ ທີ່ຫວຽດນາມ

ພາບຫອຍທະເລຈຳນວນຫລາຍກອງເຕັມຫາດຊາຍຍາວ
ຜົນຈາກພາຍຸໄຕ້ຝຸ່ນ​ Noru​ ພັດຜ່ານ​ວັນທີ​ 27-28​ ກັນຍາ​ 2022​, ​ມີລົມແຮງ 150 ກິໂລແມັດ/ຊົ່ວໂມງ​ ເຮັດໃຫ້ເກີດຄື່ນທະເລຂະຫນາດໃຫຍ່ພັດຫອຍເຂົ້າມາຫາດຊາຍດັ່ງທີ່ເຫັນໃນພາບ.​

ເຫດເກີດຂຶ້ນທີ່ຫາດຊາຍທະເລ ເມືອງ​ Giao​ Thuy ແຂວງນາມດິ້ງ ສສ​ ຫວຽດນາມ​ ເຊິ່ງຫອຍມີຕະຫຼອດຫາດຊາຍຍາວກວ່າ 10​ ກິໂລແມັດ​ ຄາດມີປະມານ​ 100​ ກວ່າ​ໂຕນ.

….

….

ຊາວບ້ານແຫ່ເກັບເອົາໄປແຕ່ງກິນ ແລະ​ ຂາຍສ້າງລາຍໄດ້ ໂດຍຫອຍນ້ອຍ ລາຄາ​ 20.000-50.000​ ດົງ/ກິໂລ​ ແລະ​ ຫອຍ​ໃຫຍ່​ ກໍຈະມີລາຄາແພງຂຶ້ນ.

…..

…..

….

….

….

..

FM90 ຮຽບຮຽງ

ພາບຈາກເພຈ: Nam Định​ ແລະ​ ສື່ອອນລາຍຫວຽດນາມ

ດ່ວນ! ທ່ານປະຢຸດ ຈັນໂອຊາ ຫວນຄືນເປັນນາຍົກລັດຖະມົນຕີແຫ່ງປະເທດໄທຕໍ່ອີກ 3ປີ

ວັນທີ 30 ກັນຍາ 2022 ນີ້, ສານລັດຖະທຳມະນູນ ໄທ ອ່ານຄຳວິນິດໄສ ໃຫ້ທ່ານ ພົນເອກ ປະຢຸດ ຈັນໂອຊາ ປະຕິບັດໜ້າທີ່ ນາຍົກລັດຖະມົນຕີ ຕໍ່ໄດ້ຕື່ມອີກ 3 ປີ ຈຶ່ງຈະຄົບ 8 ປີລັດຖະທຳມະນູນ.

…..

…..

ພິລຶກແທ້ ພາຍຸເຮີລີເຄນ ອຽນ ພັດຖະຫຼົ່ມລັດຟໍລິດາ ສະຫະລັດອາເມລິກາ

ໂຫດເກີນບັນຍາຍ ພາຍຸເຮີລີເຄນ ອຽນ ພັດຖະຫຼົ່ມລັດຟໍລິດາ ສະຫະລັດອາເມລິກາ

ພາຍຸໄດ້ເຂົ້າມາຖະຫຼົ່ມໃນຕົວເມືອງທີ 28 ກັນຍາ 2022 ຕາມເວລາໃນທ້ອງຖິ່ນ ດ້ວຍຄວາມໄວ 250/ຊມ ເຮັດໃຫ້ເກີດຄື້ນສູງ, ນໍ້າທະເລລົ້ນຝັ່ງ ຄ້າຍຄືສຸນາມິ ແລະ ເກີດນໍ້າຖ້ວມ

ເຊິ່ງລາຍງານເບື້ອງຕົ້ນໄຟຟ້າດັບ 1,5 ລ້ານຄອບຄົວ, ສາຍການບິນ 2.000 ຖ້ຽວຖືກຍົກເລີກ ແລະ ອື່ນໆ.

….

ສະພາບຄວາມເສຍຫາຍ ຫຼາຍເຂດ ໃນຫວຽດນາມ ຫຼັງຜົນກະທົບຈາກພາຍຸ ໂນຣູ

ສະພາບຄວາມເສຍຫາຍ ຫຼາຍເຂດ ຢູ່ ດ່ານັ່ງ ສສ ຫວຽດນາມ ທີ່ໄດຮັບຜົນກະທົບຈາກ ພາຍຸໄຕ້ຝຸ່ນ ໂນຣູ ວັນທີ່ 27.9.2022

ເຕືອນໄພ ພີ່ນ້ອງປະຊາຊົນລາວ ພາກກາງ ພາກໃຕ້ ຈົ່ງມີສະຕິລະວັງຕົວ.

ຄໍ່າມື້ນີ້ ແລະມື້ອື່ນມາຮອດ ສປປລາວ ແນ່ນອນ

ພາວະນາໃຫ້ພາຍຸ ອ່ອນກໍາລັງລົງ…

….

….

….

….

….

….

….

….

….

….

….

….

….

….

….

ດ່ວນ! ເກີດເຫດເຮືອໄມ້ມາແຕ່ຈີນຫຼົ້ມຢູ່ທະເລກຳປູເຈຍເສຍຊີວິດເກືອບໝົດລຳ

ດ່ວນ! ເກີດເຫດເຮືອຫຼົ້ມຈົມທະເລທີ່ ປະເທດກຳປູເຈຍ ສູນຫາຍແລ້ວ 23 ຄົນ, ເຊິ່ງເຮືອດັ່ງກ່າວເດີນທາງມາແຕ່ຈີນ ເຮືອເປັນເຮືອໄມ້ ແຕ່ມາປະສົບກັບສະພາບອາກາດທີ່ມີຝົນຕົກໜັກຈົນເຮັດໃຫ້ເຮືອຫຼົ້ມດັ່ງພາ

ບ ນັກກູ້ໄພຊ່ວຍໄດ້ພຽງ 15 ຄົນ ຍັງອີກ 23 ຄົນ ຈົມນໍ້າຍັງຫາບໍ່ໄດ້ຮອດປະຈຸບັນ ຂໍໃຫ້ຫາພົບປອດໄພທຸກຄົນເຖິດ, ທ້າຍເດືອນກັນຍາ 2022

….