ຕາມຂ່າວຈາກ dailynews ລາຍງານວ່າ: ປະເທດສີລັງກາ ພວມຂາດແຄນນ້ຳມັນເຊື້ອໄຟຢ່າງໜັກ ຫລັງຈາກ ກະຊວງພະລັງງານ ອອກແຈ້ງການດ່ວນໃນວັນທີ 25 ມິຖຸນານີ້ວ່າ: ກຳປັ່ນຂົນສົ່ງນ້ຳມັນຫລາຍລຳ ບໍ່ໄດ້ເດີນທາງມາທຽບທ່າ ຕາມກຳນົດໂດຍບໍ່ແຈ້ງເຫດຜົນຢ່າງຈະແຈ້ງ. ຂະນະທີ່ກຳປັ່ນລຳລຽງ ນ້ຳມັນເຊື້ອໄຟ ອີກຫລາຍລຳ ປະຕິເສດ ຈອດທຽບທ່າດ້ວຍເຫດຜົນກ່ຽວກັບສະຖານະການທາງເງິນຂອງສີລັງກາ, ຂະນະທີ່ ບໍລິສັດ Ceylon Petroleum Corporation ລັດວິສາຫະກິດ ດ້ານນ້ຳມັນເຊື້ອໄຟ ຂອງສີລັງກາ...
ຂ່າວລາຍງານວ່າໃນວັນທີ 13 ມິຖຸນາ 2022 ຊາວປະມົງໄດ້ພົບເຫັນປານໍ້າຈືດ ເຊີ່ງເປັນຊະນິດປາຝາໄລ, ເພດເມຍ ນໍ້າໜັກ 300 ກິໂລ ວັດຄວາມຍາວຈາກຫາງຫາຫົວໄດ້ 398 ຊັງຕີແມັດ, ກວ້າງ 220 ຊັງຕີແມັດ ເຊີ່ງຈັບໄດ້ໃນແມ່ນໍ້າຂອງ ໜູ່ບ້ານສຕຣືງເຕຣງ ປະເທດກຳປູເຈຍ ເຈົ້າໜ້າທີ່ວັດຂະໜາດ ພ້ອມທັງເກັບຕົວຢ່າງ ແລະປ່ອຍຄືນສູ່ແມ່ນໍ້າຂອງ ປາຝາເປັນປາໃກ້ສູນພັນ ແລະ ເທື່ອນີ້ເປັນການຈັບໄດ້ເປັນຄັ້ງທີ່ 2...
ປະເທດສີລັງກາຕ້ອງປະເຊີນກັບບັນຫາເສດຖະກິດອັນໂຫດຮ້າຍໃນຮອບ 70 ປີ ຕັ້ງແຕ່ແຢກອອກເປັນເອກະລາດ ບັນຫາຫຼັກທີກຳລັງພວມປະເຊີນຢູ່ນັ້ນກໍ່ຄືການຂາດແຄນນໍ້າມັນເຊື້ອເພີງ ໂດຍຈຳເປັນຕ້ອງໃຊ້ທະຫານເຝົ້າປໍ້ານໍ້າມັນ 24 ຊົ່ວໂມງ ເພື່ອຄວບຄຸມຄົນທີ່ມາປະທ້ວງທີ່ມາຖ້າເຕີມນໍ້າມັນ ມີລາຍງານວາໃນວັນເສົາທີ 13 ມິຖຸນາ 2022 ໄດ້ເກີດເຫດກຸ່ມຄົນປະທ້ວງປະມານ 20 ເຖິງ 30 ຄົນໄດ້ໂຢນກ້ອນຫີນໃສ່ທະຫານ ເນື່ອງຈາກນໍ້າມັນໝົດ ດັ່ງນັ້ນທະຫານຈຳເປັນຕ້ອງຍິງກັບກຸ່ມຄົນປະທ້ວງເຮັດໃຫ້ທະຫານ 3 ຄົນ ແລະ ປະຊາຊົນ 4 ຄົນໄດ້ຮັບບາດເຈັບ...
ໂສກນາດຕະກຳໄດ້ເກີດຂຶ້ນໃນວົງການມວຍໂລກ ເມື່ອ ຊິມິໂຊ ບູເທເລຊີ່ ນັກມວຍຊາວອາຟຣິກາໃຕ້ ອາຍຸ 24 ປີ ໄດ້ເສຍຊີວິດຈາກອາການເລືອດອອກໃນສະໝອງ ເມື່ອວັນທີ 8 ມິຖຸນາ ຫຼັງຈາກຂຶ້ນຊົກມວຍສາກົນຊິງແຊັມອາຟຣິກາໃຕ້ ຮຸ່ນນ້ຳໄລເວດ ຂອງສະຫະພັນມວຍໂລກ (WBF) ເມື່ອທ້າຍອາທິດທີ່ຜ່ານມາ. ບູເທເລຊີ່ ຂຶ້ນຊົກກັບ ຊິເຟ ຊິເລ ເອັມເອັນ ຕຸງ ວາ ໃນລະບົບ 10...
ນໍ້າຖ້ວມ ສະຖານີລົດໄຟຮາບລອງ ກະທັນ ໃນລັດອັສສຳ ຢູ່ທາງຕາເວັນອອກສ່ຽງເໜືອຂອງປະເທດອິນເດຍ ເຊີ່ງໄດເຮັບຜົນກະທົບມາຈາກຝົນຕົກໜັກ ເຮັດໃຫ້ນໍ້າປ່າໄຫຼຫຼາກ ດິນຖະລົ່ມ …. ຕັດຂາດເສັ້ນທາງລົດໄຟເປັນອຳມະພາດ ແລະ ໄດ້ຮັບຜົນເສຍຫາຍໜັກສົມຄວນ …. … .. ….. ……… …. ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ
ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງໄນໂຣບີ ປະເທດເຄນຢາໄດ້ເປີດທົດລອງນຳໃຊ້ເສັ້ນທາງ ໃນຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ, ເຊິ່ງແມ່ນເສັ້ນທຳອິດຢູ່ພາກພື້ນອາຟຣິກາຕາເວັນອອກ ທີ່ບໍລິສັດຈີນຮັບເໝົາກໍ່ສ້າງ, ມີຄວາມຍາວທັງໝົດ 27,1 ກິໂລແມັດ, ເສັ້ນທາງດັ່ງກ່າວໄດ້ເຊື່ອມຈອດສະໜາມບິນສາກົນ, ຄຸ້ມທຸລະກິດການຄ້າໃຈກາງເນໂຣປີ, ທຳນຽບປະທານາທິບໍດີ ແລະ ເຂດອື່ນໆ. ການເປີດນຳໃຊ້ເສັ້ນທາງດັ່ງກ່າວຈະຫຼຸດຜ່ອນຄວາມແອອັດດ້ານຄົມມະນາຄົມຢູ່ເທສະບານເມືອງໄດ້ຢ່າງຫຼວງຫຼາຍ, ທັງຫຼຸດຕົ້ນທຶນການເດີນທາງດ້ວຍລົດ, ຊ່ວຍຍົກສູງປະສິດທິພາບໃນການເຄື່ອນໄຫວຂອງຕົວເມືອງ. ລັດຖະມົນຕີກະຊວງຄົມມະນາຄົມ ພື້ນຖານໂຄງລ່າງ ເຮືອນຢູ່ ພັດທະນາຕົວເມືອງ ແລະໂຍທາທິການເຄນຢາກ່າວໃນພິທີເປີດທົດລອງນຳໃຊ້ເສັ້ນທາງດັ່ງກ່າວວ່າ: ນີ້ແມ່ນໂຄງການທີ່ມີຄວາມໝາຍປະຫວັດສາດ, ເຄນຢາ...
ຜູ້ນຳກຳປູເຈຍຖືກອະດີດທະຫານແກວ່ງເກີບໃສ່ໃນຂະນະໄປຢ້ຽມຢາມອາເມລິກາໃນວັນທີ 11 ພຶດສະພາທີ່ຜ່ານມາ ໄດ້ມີການບັນທຶກຄລິບວິດີໂອເຫດການທີ່ກາຍເປັນກະແສໄປທົ່ວໂລກອອນລາຍ ໂດຍມັນເປັນເຫດການທີ່ ນາຍົກລັດຖະມົນຕີ ຮຸນ ເຊນ ຂອງກຳປູເຈຍ ໄດ້ໄປຢ້ຽມນະຄອນ ວໍຊິງຕັນ ດີຊີ, ສະຫະລັດອາເມຣິກາ ແລະ ລາວກໍເກືອບຖືກເກີບຈາກບຸກຄົນທີ່ຊັງ ແກວ່ງເຂົ້າມາໃສ່ ໃນຂະນະທີ່ ຮຸນ ເຊນ ໄດ້ຢຸດຖ່າຍຮູບກັບມວນຊົນຢູ່ໜ້າໂຮງແຮມທີ່ເຂົ້າພັກຢູ່. ແຕ່ເຖິງຢ່າງນັ້ນຄົນທີ່ແກວ່ງເກີບໃສ່ນັ້ນ ກໍໄດ້ພາດເປົ້າ ໂດຍເກີບມັນໄດ້ຖືກໂທລະສັບຂອງຄົນທີ່ກໍາລັງຢືນຖ່າຍຮູບກັບ ຮຸນ ເຊນ ໂດຍໃນຂະນະນັ້ນມັນໄດ້ເຮັດໃຫ້...