1ແຊຣ໌ເພື່ອຮ່ວມຍິນດີນຳ ບັນຍາກາດແຫ່ແຊັມຈຳປາສັກ

ຄວາມພາກພູມໃຈຂອງຊາວແຂວງຈຳປາສັກ ບັນຍາກາດແຫ່ແຊັມຈຳປາສັກ ມ່ວນຊື່ນຫຼາຍ 1 ໄລ໋ 1 ແຊ ເພື່ອຮ່ວມຍິນດີນຳ

ວັນທີ 22 ພະຈິກ 2020 ຊາວແຂວງຈຳປາສັກຮ່ວມໂຕກັນເພື່ອຕ້ອນຮັບນັກກິລາທີ່ຍາດໄດ້ໄຊຊະນະຈາກການແຂ່ງຂັນບານເຕະ

ຊິງຊະນະເລີດຊິງຂັນວັນຊາດ ທີ2 ທັນວາ ຄົບຮອບ 45ປີ ທີ່ນະຄອນຫຼວງວຽງຈັນ.

ບັນຍາກາດເຕັມໄປດ້ວຍຄວາມມ່ວນຊື່ນ

.

.

ນໍ້າຕາລູກຊາຍໄຫຼເມື່ອເຫັນພໍ່ໝົດສະຕິໃນສະໜາມ ປັດຈຸບັນປອດໄພແລ້ວ ພ້ອມລາທີມແຂວງຈໍາປາສັກ(ຄລິບ)

ອີກໜຶ່ງເຫດການໃຫຍ່ໃນການແຂ່ງຂັນບານເຕະທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 16-21 ພະຈິີກ 2020 ໃນນັດຊີງຊະນະເລີດປະຈໍາວັນທີ 21 ພະຈິກ 2020 ເມື່ອ ອຸດົມສິດ ສິງລາດສົມບູນ ກອງຫຼັງເບີ 7 ຂອງທີມບານເຕະຊາຍແຂວງຈໍາປາສັກ ປະທະຢ່າງຮຸ່ນແຮງກັບ ຜູ້ຮັກສາປະຕູຂອງແຂວງຈໍາປາສັກ ໃນເຂດໂທດ ກ່ອນທີ່ ຫຼວງພະບາງ ຈະໄດ້ປະຕູຈາກຈັງຫວະດັ່ງກ່າວ.

.

ເຊິ່ງຈັງຫວະດັ່ງກ່າວເຮັດໃຫ້ ຕ້ອງຢຸດເກມໄປຫຼາຍນາທີ ເພາະທີມແພດປະຈໍາສະໜາມຕ້ອງເຂົ້າໄປຮັກສາອາການຂອງ ອຸດົມສິດ ທີ່ມີອາການໝົດສະຕິດົນພໍສົມຄວນ ແລະ ໃນທີ່ສຸດກໍສາມາດກູ້ຊີວິດຂອງນັກເຕະຄົນດັ່ງກ່າວໄດ້ສໍາເລັດ.(ເບິ່ງຄລິບລຸ່ມນີ້)

.

ຫຼ້າສຸດ ທ່ານ ດຣ ບົວພັນ ສີຫາວົງ ທີມແພດປະຈໍາສະໜາມດັ່ງກ່າວ ໃຫ້ຄໍາຊີ້ແຈງຕໍ່ເຫດການດັ່ກ່າວວ່າ: ຂໍອະນຸຍາດແຈ້ງການ ເລື່ອງທີ່ສັງຄົມເປັນຫ່ວງແລະເປັນນາທີທີ່ສາຕາສັງຄົມພົບເຫັນ ເກືອກຊັອກທັງສະໜາມແລະນອກສະໜາມ ຕົ້ນເຫດກະຄື: ນັກກິລາເບີ7ຖືກກະທົບຮຸນແຮງ ບວກກັບອາການອິດເມື່ອຍທີ່ໃຊ້ກໍ່າລັງແລ່ນຫຼາຍ ໝົດສະຕິ ຫົວໃຈຢຸດເຕັ້ນ ກໍາມະຈອນຈັບບໍ່ໃດ້ ກະເລີຍເຮັດ CPR ຄາເດີ່ນ ປະມານ 10ນາທີໄດ້ ນ້ອງເຂົາກະເລີ້ມມີກໍາມະຈອນກັບມາ ສຸກເສີນເບື້ອງຕົ້ນແລ້ວໃຫ້ດົມອົກຊີ ເກືອບປະມານ 30ນາທີ ຮູ້ສືກວ່າເຂົາຕອບສະໝອງໃດ້ດີທຸກພາກສ່ວນ ປະຈຸບັນຜູ້ກ່ຽວແມ່ນປົກກະຕິແລ້ວດີ ຂໍໃຫ້ທຸກທ່ານສະບາຍໃຈໄດ້ ຂໍຂອບໃຈທຸກພາກສ່ວນທີ່ໃຫ້ກໍ່າລັງໃຈເຊື່ອໝັ້ນທີມງານແພດລາວພວກເຮົາ ຂໍຂອບໃຈທີ່ນໍ້າໃຈຂອງຄົນລາວຍາມໃດກະຮັກເຊື້ອແພງຊາດ ແຈ້ງມາດ້ວຍຄວາມຮັບຖືເປັນຢ່າງສູງ.

.

ຂະນະທີ່ F.C.Champasak ເພຈ໌ບຸກທີ່ມີຊື່ສຽງຂອງວົງການບານເຕະແຂວງຈໍາປາສັກ ລາຍງານວ່າ: ອຸດົມສິດ ສິງລາດສົມບູນ ຈະບໍ່ໄດ້ເດີນທາງກັບພ້ອມຄະນະໃນມື້ນີ້ ຕ້ອງໄປກວດສຸຂະພາບອີກເທື່ອໜື່ງ, ເຊິ່ງແອັດມິນຂໍຍົກຍ້ອງໃນຄວາມເປັນນັກສູ້ຂອງອຸດົມສິດ ໄດ້ມີໂອກາດລົມກັນ ຫຼັງຈາກແພດໝໍປ້ຳຫົວໃຈຟື້ນຂື້ນມາມີສະຕິ ທ່ານໝໍຈະພາໄປໂຮງໝໍ ແຕ່ອຸດົມສິດຖາມໝໍວ່າ ສະກໍເທົ່າໃດ໋ໝໍ ທ່ານໝໍຕອບແຂວງຫຼວງພະບາງຂື້ນນຳ1-0 ຕອນນັ້ນອຸດົມສິດເປັນຫ່ວງນຳທິມ ທ່ານໝໍບອກວ່າບໍ່ຕ້ອງເປັນຫ່ວງ ເອົາຊີວິດເຈົ້າໄວ້ກ່ອນ ແຕ່ອຸດົມສິດກໍ່ຂໍຢືນຢັນວ່າ #ຂໍຕາຍໃນສະໜາມ ໃນໃຈອຸດົມສິດຕອນນັ້ນເຂົາຄິດວ່າເຂົາຕ້ອງບໍ່ເປັນຫຍັງເພື່ອບໍ່ໃຫ້ອ້າຍນ້ອງນັກກິລາ-ຄູຝຶກ ເສຍຂວັນກຳລັງໃຈ ໃນທີ່ສຸດ ອຸດົມສິດ ສິງລາດສົມບູນ ໝາຍເລກ7 ກໍ່ກັບມາໄດ້ ທິມກໍ່ກັບມາໄດ້ ຊົມເຊີຍໃນເລືອດນັກສູ້ແດນໃຕ້.

ສ່ວນຫຼັງຈົບການແຂ່ງຂັນ ກ່ອນຈະມີການມອບລາງວັນ ໂຄສົກປະຈໍາສະໜາມໄດ້ປະກາດວ່າ: ອຸດົມສິດ, ພ້ອມດ້ວຍ ສັງວອນ ພົມມະເສນ ແລະ ຄໍາຫຼ້າ ປິ່ນແກ້ວ ອະດີດນັກເຕະທີມຊາດລາວ ຊຸດຊີເກມ 2009 ພ້ອມພາກັນປະກາດອໍາລາວົງການຮັບໃຊ້ທີມແຂວງຈໍາປາສັກ ເພື່ອເປີດໂອກາດໃຫ້ກັບນັກເຕະຮຸ່ນໃໝ່ສານຕໍ່ພາລະກິດ ຫຼັງຊ່ວຍທີມແຂວງມາຢ່າງຍາວນານເຖິງ 20 ປີ.

.

ຂ່າວ: Sport Update ແລະ ຂ່າວກິລາ lao national tv

ອຸດົມສິດ​ ໝາຍເລກ​7 ນັກ​ເຕະ​ຈາກ​ຈຳ​ປາ​ສັກ ຈະບໍ່ໄດ້ເດີນທາງກັບພ້ອມຄະນະໃນມື້ນີ້ ຕ້ອງໄປກວດສຸຂະພາບອີກເທື່ອໜື່ງ ຫຼັງ​ເຈັບ​ກາງ​ສະ​ໜາມ

ອຸດົມສິດ​ ສິງລາດສົມບູນ​ ຈະບໍ່ໄດ້ເດີນທາງກັບພ້ອມຄະນະໃນມື້ນີ້ ຕ້ອງໄປກວດສຸຂະພາບອີກເທື່ອໜື່ງ.

ຂໍຍົກຍ້ອງໃນຄວາມເປັນນັກສູ້ຂອງອຸດົມສິດ ໄດ້ມີໂອກາດລົມກັນ​ ຫຼັງຈາກແພດໝໍປ້ຳຫົວໃຈຟື້ນຂື້ນມາມີສະຕິ ທ່ານໝໍຈະພາໄປໂຮງໝໍ ແຕ່ອຸດົມສິດຖາມໝໍວ່າ ສະກໍເທົ່າໃດ໋ໝໍ ທ່ານໝໍຕອບແຂວງຫຼວງພະບາງຂື້ນນຳ1-0

ຕອນນັ້ນອຸດົມສິດເປັນຫ່ວງນຳທິມ​ ທ່ານໝໍບອກວ່າບໍ່ຕ້ອງເປັນຫ່ວງ ເອົາຊີວິດເຈົ້າໄວ້ກ່ອນ ແຕ່ອຸດົມສິດກໍ່ຂໍຢືນຢັນວ່າ #ຂໍຕາຍໃນສະໜາມ

ໃນໃຈອຸດົມສິດຕອນນັ້ນເຂົາຄິດວ່າເຂົາຕ້ອງບໍ່ເປັນຫຍັງເພື່ອບໍ່ໃຫ້ອ້າຍນ້ອງນັກກິລາ-ຄູຝຶກ​ ເສຍຂວັນກຳລັງໃຈ.
ໃນທີ່ສຸດ​ ອຸດົມສິດ ສິງລາດສົມບູນ​ ໝາຍເລກ​7​ ກໍ່ກັບມາໄດ້ ທິມກໍ່ກັບມາໄດ້.​

ຊົມເຊີຍໃນເລືອດນັກສູ້ແດນໃຕ້

ຢຸດອ່ານຈັກໜ້ອຍໄດ້ບໍ່? ຄົງບໍ່ມີໃຜເສຍເວລາຝຶກຊ້ອມມາເພື່ອ ບໍ່ຢາກຊະນະ ຢ່າເຫັນຄວາມຜິດພາດຂອງຄົນອື່ນ ເປັນຄວາມມ່ວນຊື່ນໃນໂລກອອນໄລນ໌

ສາ​ທຸ​ກ່ອນ ຄວັນຫຼົງ​ຈາກ​ບານ​ເຕະ​ມື້​ວານ ເຟດ​ບຸກ ສະຫວີວັນ ສຸລິນທອນ

ຢຸດອ່ານຈັກໜ້ອຍໄດ້ບໍ່.? ຄົງບໍ່ມີໃຜເສຍເວລາຝຶກຊ້ອມມາເພື່ອ ບໍ່ຢາກຊະນະດອກ

ໃນເກມກິລາທຸກຄົນຍ່ອມຢາກຊະນະເອົາໄຊ ແຕ່ເຮັດໃດໄດ້ ຄຳວ່າທີ1 ມີພຽງ1ດຽວ ດັ່ງນັ້ນຍ່ອມມີຜູ້ແພ້ແລະຊະນະ ສຳຄັນກຳລັງໃຈໃຫ້ຕໍ່ນັກກິລາ ເຖິງມື້ນີ້ຈະພາດໄປ ແຕ່ຢ່າຕອກຍ້ຳຄວາມຜິດພາດເລັກນ້ອຍ ເພື່ອທຳລາຍຄວາມຝັນອັນຍິ່ງໃຫຍ່ແລະຄວາມ
ໝັ້ນໃຈຂອງພວກເຂົາເລີຍ ຢ່າເຫັນຄວາມຜິດພາດຂອງຄົນອື່ນ ເປັນຄວາມມ່ວນຊື່ນຂອງໂຕເອງໃນໂລກອອນໄລນ໌

.

.

ທີ່ບາງຄົນໂພສເຢາະເຍີ້ຍລາວນັ້ນ ເປັນການທຳລາຍຈິດໃຈແລະທຳລາຍຄວາມຝັນຂອງລາວຢ່າງເຫັນໄດ້ຊັດ ແຕ່ອັດຕະມາເຊື່ອວ່າຍັງມີຈຳນວນມະຫາສານທີ່ໃຫ້ກຳລັງໃຈລາວ ລວມທັງອັດຕະມາດ້ວຍ

ແຊຣ໌ໄປໃຫ້ລາວມາເມັ້ນແດ່

ຂໍສະແດງຄວາມຍີນດີນຳ “ເສືອໃຕ້ແດນຈຳປາ” ແຂວງຈຳປາສັກ ຄຄວ້າແຊ້ມການແຂ່ງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີ.

ຂໍສະແດງຄວາມຍີນດີນຳ “ເສືອໃຕ້ແດນຈຳປາ” ແຂວງຈຳປາສັກ ຄວ້າແຊ້ມການແຂ່ງຂັນ​ບານເຕະ​ທົ່ວປະເທດ ຊິງຂັນວັນຊາດທີ​ 2 ທັນວາ ຄົບຮອບ 45 ປີ.

ຫຼັງຈາກເອົາຊະນະ ແຂວງຫລວງພະບາງດ້ວຍການດວນຈຸດໂທດ 3-2!! ໂດຍເວລາປົກກະຕິ 90 ນາທີ ແລະ ຕໍ່ເວລາພິເສດ 30 ນາທີ ສະເໝີກັນ1-1.

.

.

.

.

ພາບຂ່າວ: ໂທລະພາບແຫ່ງຊາດລາວ