ຍິນດີນໍານັກສຶກສາໃບປະກາດແດງຄົນທີ 3ຂອງກົດໝາຍອາຍາ ອ່ານປະຫວັດ ບໍ່ທໍາມະດາ

ເວົ້າເລື່ອງການຮຽນ ນັກສຶກສາລາວກໍ່ບໍ່ນ້ອຍໜ້າຊາດໃດໃນໂລກ ມີຄົນຮຽນເກັ່ງຮຽນດີ ໄດ້ກຽດນິຍົມມານັບບໍ່ຖ້ວນ, ເຊິ່ງ ທ້າວບຸນລ້ອມ ໄຊຍະສອນ ກໍ່ເປັນນັກສຶກສາຈົບໃໝ່ປ້າຍແດງອີກຄົນທີ່ສາມາດຄວ້າໃບປະກາດສະນີຍະບັດແດງມາຄອງໄດ້ເປັນຄົນທີ 3 ຈາກພາກວິຊາກົດໝາຍອາຍາ.

ດັ່ງນັ້ນ ມື້ນີ້

ເພຈທຸກທ່ານມາຮູ້ຈັກກັບນັກຮຽນເກັ່ງຄົນນີ້ນໍາກັນ ບຸນລ້ອມ ໄຊຍະສອນ (ອ້າຍ) ມີຖານຖິ່ນກຳເນີດຢູ່ບ້ານ ຫນອງຂຽວ, ເມືອງ ງອຍ, ແຂວງຫລວງພະບາງ, ປັດຈຸບັນຢູ່ ບ້ານ ຫາດຮ່ຽນ, ນະຄອນຫຼວງພະບາງ, ແຂວງຫລວງພະບາງ. ບ່າວຄົນນີ້ ເຄີຍເປັນອະດີດ ນັກຮຽເກັ່ງລະດັບຊາດ ອັນດັບທີ 2 ສາຍວິຊາ ພາສາລາວ-ວັນນະຄະດີ ຊັ້ນມັດທະຍົມສຶກສາຕອນຕົ້ນ ມໍ 4 ສົກຮຽນ 2012 – 2013 ແລະ ຊັ້ນມັດທະຍົມສຶກສາຕອນປາຍ ມໍ 7 ສົກຮຽນ 2015 – 2016, ໄດ້ຮັບກຽດນິຍົມອັນດັບ 1 ຈາກວິທະຍາໄລລາວນານາຊາດ ແລະ ລ່າສຸດໃນມື້ວັນທີ 09 ຕຸລາ 2020 ກໍໄດ້ກາຍເປັນເຈົ້າຂອງໃບປະກາສະນີຍະບັດແດງ ຫລື ກຽດນິຍົມ ເປັນຄົນທີ 3 ຂອງພາກວິຊາ ກົດຫມາຍອາຍາ, ຄະນະ ນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ດ້ວຍຄະແນນສະເລ່ຍສະສົມ 3,97.

ນອກຈາກການຮຽນທີ່ໂດດເດັ່ນແລ້ວ ບ່າວຄົນນີ້ຍັງເປັນຄົນທີ່ມີຄວາມມັກຮັກໃນດ້ານກິດຈະກຳຕ່າງໆ ນັບຕັ້ງແຕ່ຕອນຍັງເປັນນັກຮຽນຈົນກ້າວເຂົ້າສູ່ການເປັນນັກສຶກສາໃນມະຫາວິທະຍາໄລ. ພ້ອມນັ້ນ, ບ່າວຄົນນີ້ຍັງມີໂອກາດເຂົ້າຮ່ວມໂຄງການແລກປ່ຽນອື່ນໆທັງພາຍໃນ ແລະ ຕ່າງປະເທດ ຊຶ່ງລ່າສຸດກໍໄດ້ເປັນຕົວແທນຂອງນັກສຶກສາ ຄນລ ເຂົ້າຮ່ວມແລກປ່ຽນຢູ່ທີ່ ໂຕກຽວ ປະເທດ ຍີ່ປຸ່ນ ພາຍໃຕ້ຫົວຂໍ້: ” ການພັດທະນາທີ່ຢືນຍົງ ແລະ ກົດຫມາຍ

ບໍ່ພຽງແຕ່ເທົ່ານີ້, ໃນຍາມທີ່ເປັນນັກສຶກສາບ່າວຄົນນີ້ກໍທັງຮຽນ ແລະ ຫາເງິນໄປພ້ອມ ຊຶ່ງໄດ້ເປັນຄູສອນພາສາອັງກິດໃຫ້ນ້ອງໆນັກຮຽນປະຖົມ ແລະ ມັດທະຍົມ ຢູ່ສູນພາສາອັງກິດ ອໍກັສ ແລະ ຄ້າຂາຍ ໄປພ້ອມໆກັນ. ບອກໄດ້ເລີຍວ່າບ່າວຄົນນີ້ ເປັນຄົນມີຄວາມຮູ້, ຄວາມສາມາດ ແລະ ຮຽນດີ ຮຽນເກັ່ງ ມາຕັ້ງແຕ່ຕອນຍັງນ້ອຍໆ ແລະ ສາມາດຮັກສາມູນເຊື້ອການສຶກສາຄົ້ນຄວ້າຮ່ຳຮຽນ ໄດ້ຢ່າງຄົງເສັ້ນຄົງວາຕະຫລອດມາ ດ້ວຍຄວາມຕັ້ງໃຈ, ຄວາມມານະອົດທົນ ແລະ ບໍ່ຍອມແພ້ຕໍ່ກັບບັນຫາຕ່າງໆທີ່ເກີດຂຶ້ນ.

ແນວໃດກໍຕາມທາງແອັດມິນກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ກັບຜົນສຳເລັດໃນການສຶກສາຄັ້ງນີ້ດ້ວຍ ແລະ ໃນອະນາຄົດບໍ່ວ່າຈະໄປປະກອບອາຊີບຫຍັງກໍຂໍໃຫ້ມີຄວາມກ້າວຫນ້າຕະຫຼອດໄປ

ນ້ຳຕາຄູອາສາໄຫຼດີໃຈບັນຈຸເຂົ້າເປັນລັດຖະກອນ ຫຼັງຈາກລໍຄອຍມາຫຼາຍປີ

ວັນທີ່ 7 ຕຸລາ 2020 ທົ່ວ ສປປ.ລາວ ໄດ້ມີການຈັດງານສະຫລອງ “ວັນຄູແຫ່ງຊາດ” ຄົບຮອບ 26 ປີ ທາງສະຖານີໂທລະພາບນະຄອນຫລວງ ໄດ້ນຳສະເໜີລາຍງານພິເສດເລື່ອງ “ນ້ຳຕາຄູອາສາ” ເວົ້າເຖິງຄູອາສາທີ່ໄດ້ສິດສອນມາເປັນເວລາ 8 ປີ ທີ່ໄດ້ບັນຈຸເຂົ້າເປັນລັດຖະກອນໃໝ່ຮູ້ສຶກດີໃຈຈົນນ້ຳຕາໄຫຼ ແລະ ພາກພູມໃຈໃນທີ່ສຸດກໍອົດທົນຈົນມາຮອດມື້ນີ້.

ລາຍງານພິເສດນ້ຳຕາຄູອາສາ ໄດ້ກ່າວເຖິງຄູອາສາ 2 ຄົນ ທີ່ສອບເສັງເຂົ້າເປັນລັດຖະກອນໄດ້ ໂດຍໄດ້ສອນເປັນຄູອາສາມາໄດ້ຫລາຍປີ

ຄົນທີ່ 1 ຄື ຄູຈັນເພັງ ອິນທະວົງ ສອນອຢູ່ໂຮງຮຽນປະຖົມສົມບູນ ບ້ານຫ້ວຍຕົມ ເມືອງສັງທອງ ນະຄອນຫລວງວຽງຈັນ ຄູຈັນເພັງ ສອນຢູ່ຊັ້ນອານຸບານ ເປັນຄູອາສາມາ 5 ປີ ໄດ້ພະຍາຍາມສອບເສັງບັນຈຸເຂົ້າລັດຖະກອນທຸກປີ ຈົນມາໄດ້ໃນປີນີ້ ລາວຮູ້ສຶກດີໃຈຫຼາຍ ຈົນກັ້ນນ້ຳຕາບໍ່ຢູ່.​

ຄົນທີ່ 2 ຄື ຄູ ພູເງິນ ບົວລະພາ ສອນຢູ່ໂຮງຮຽນມັດທະຍົມສົມບູນເຈົ້າອານຸວົງ ເມືອງຈັນທະບຸລີ ນະຄອນຫລວງວຽງຈັນ ຄູພູເງິນເປັນຄູອາສາມາ 8 ປີ ຈຶ່ງສອບເສັງບັນຈຸເຂົ້າເປັນລັດຖະກອນໄດ້ ໂດຍເປັນຄູອາສາທີ່ໂຮງຮຽນປະຖົມຫ້ວຍຫົງ ເມືອງຈັນທະບຸລີ ນະຄອນຫລວງວຽງຈັນ 6 ປີ ກ່ອນຈະຍ້າຍມາເປັນຄູອາສາສອນຊັ້ນມັດທະຍົມອີກ 2 ປີ ຈຶ່ງສອບເສັງໄດ້. ຂໍສະແດງຄວາມດີໃຈນຳສາວຄູທັງສອງທີ່ໄດ້ບັນຈຸເຂົ້າເປັນລັດຖະກອນໃໝ່

ນັກສຶກສາລາວ 18 ຄົນ ໄດ້ຮັບທຶນການສຶກສາຈາກລັດຖະບານຍີ່ປຸ່ນ

ກສຶກສາລາວ 18 ຄົນ ຜູ້ທີ່ຜ່ານການສອບເສັງ ແລະ ສໍາພາດ ທີ່ມີການແຂ່ງຂັນສູງ ໄດ້ເດີນທາງໄປສຶກສາຕໍ່ ຢູ່ປະເທດຍີ່ປຸ່ນ ໃນສົກປີ 2020, ໂດຍທຶນລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງ ການ MEXT, ເຊິ່ງພວກເຂົາຈະຖືກຕ້ອນຮັບຢ່າງອົບອຸ່ນ ເຂົ້າສູ່ການສຶກສາ ໃນແຕ່ລະສະຖາບັນການສຶກສາ ທົ່ວທຸກຂົງເຂດຂອງ ຍີ່ປຸ່ນ.

ພາຍຫລັງການເລື່ອນເວລາມາ 6 ເດືອນ, ເນື່ອງຈາກມາດຕະການສະກັດກັ້ນ ການລະບາດຂອງພະຍາດ ໂຄວິດ-19 ນັກສຶກສາທັງ 18 ຄົນ ຈະໄດ້ເຂົ້າຮ່ວມເປັນສະມາຊິກ ກັບບັນດາ ນັກສຶກສາ ລາວຫລາຍກວ່າ 1.000 ຄົນ ລວມທັງຜູ້ທີ່ກໍາລັງສຶກສາ ແລະ ຜູ້ທີ່ໄດ້ມີໂອກາດໄປສຶກສາ ຢູ່ທີ່ປະເທດຍີ່ປຸ່ນ ພາຍໃຕ້ໂຄງການ MEXT, JDS ແລະ YLP ທີ່ໄດ້ຮັບການ ສະໜັບສະໜູນໂດຍ ລັດຖະ ບານຍີ່ປຸ່ນມາເປັນເວລາຫລາຍກວ່າ 30 ປີ.

ທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີ ຕໍ່ຜູ້ທີ່ໄດ້ຮັບທຶນໃນຄັ້ງນີ້, ໂດຍທ່ານ ກ່າວວ່າ: ຫວັງວ່າໂອກາດຂອງ ການສຶກສາໃນປະເທດຍີ່ປຸ່ນ ຈະເຮັດໃຫ້ນັກສຶກສາເຫລົ່ານີ້ ມີອານະຄົດທີ່ສົດໃສ, ມີຄວາມຮູ້ ແລະ ທັກສະທີ່ໄດ້ມາຈາກການສຶກສາ ໃນລະດັບສູງຢູ່ຍີ່ປຸ່ນ, ຈະເປີດມຸມມອງໃໝ່ ໃຫ້ແກ່ເຂົາເຈົ້າ ຢ່າງແນ່ນອນ ແລະ ຫວັງເປັນຢ່າງຍິ່ງວ່າ ເຂົາເຈົ້າຈະປະກອບສ່ວນ ເພື່ອເປັນຂົວຕໍ່ ລະຫວ່າງສອງປະເທດ ໃນພາຍພາກໜ້າ.

ເນື້ອໃນ: ຂປລ

ຕາແພງແບບຢ່າງທີ່ດີ ຂອງຂວັນສຳຫລັບວັນຄູ

ວັນຄູປີນີ້ 7ຕຸລາ ນ້ອງນ້ອງນັກຮຽນ ມສ ສາມັນກີນນອນຊົນເຜົ່າ ແຂວງອຸດົມໄຊ ຂໍມອບ ກະຕ່າຜັກບົ້ງ ແທນຂອງຂັວນ ໃຫ້ແກ່ຄູອາຈານ ຂໍໃຫ້ຄູອາຈານ ທົ່ວປະເທດຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເບັດໃນຫນ້າທີການງານທຸກປະການ.

.

.

ອອກແລ້ວ ຜົນສອບເສັງ ເຂົ້າສະຖາບັນການທະນາຄານ ປະລິນຍາ ແລະຕໍ່ ເນື່ອງ ສົກສຶກສາ 2020-2021

ອອກແລ້ວ.ຜົນສອບເສັງ ເຂົ້າສະຖາບັນການທະນາຄານ ປະລິນຍາ ທັງ 04 ສາຂາ ສົກສຶກສາ 2020-2021 ລາຍລະອຽດດ້ານລຸ່ມນີ້:

ປະກາດ ການແຕ່ງຕັ້ງ ຄະນະບໍດີ ສຶກສາສາດ(ຄສສ)

ໃນຕອນເຊົ້າວັນທີ 9 ກັນຍາ 2020 ນີ້, ຄະນະສຶກສາສາດ(ຄສສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປະກາດຕໍາແໜ່ງ ແລະມອບ-ຮັບໜ້າທີ່ ຄະນະບໍດີ ຄສສ,  ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມຕຶກສຳນັກຄະນະບໍດີ ຄສສ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີບັນດາທ່ານ ຮອງຄະນະບໍດີ, ຫົວໜ້າພະແນກ, ຫົວໜ້າພາກວິຊາ ແລະຜູ້ອໍານວຍການໂຮງຮຽນສາທິດທີ່ຂຶ້ນກັບ ຄສສ ເຂົ້າຮ່ວມ.

ໃນພິທີ ທ່ານ ຮສ. ປອ. ຄໍາແສງ ທະລັງສີ ຮັກສາການ ຄະນະບໍດີ ຄສສ ໄດ້ລາຍງານວຽກງານພົ້ນເດັ່ນທີ່ໄດ້ຊີ້ນໍາໆພາໃນໄລຍະຜ່ານມາ ແລະນໍາສະເໜີທິດທາງແຜນການໃນຕໍ່ໜ້າຂອງ ຄສສ; ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານທາງດ້ານການເມືອງແນວຄິດ, ວຽກງານການຈັດຕັ້ງ ແລະຄຸ້ມຄອງພະນັກງານ, ວຽກງານວິຊາການ, ວຽກງານການເງິນ ແລະຊັບສິນ ແລະວຽກງານພົວພັນຕ່າງປະເທດ.  ພ້ອມທັງໄດ້ຍົກໃຫ້ເຫັນຜົນສໍາເລັດທາງດ້ານກິດຈະກໍາຕ່າງໆ ທີ່ເປັນຜົນງານດີເດັ່ນທີ່ສ້າງຊື່ສຽງໃຫ້ແກ່ ຄສສ ກໍຄື ມຊ.

 ໃນໂອກາດດັ່ງກ່າວ ທ່ານ ຄໍາເຟືອງ ລໍວັນໄຊ ວ່າການຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ໄດ້ຜ່ານດໍາລັດຂອງນາຍົກລັດມົນຕີ ວ່າດ້ວຍການແຕ່ງຕັ້ງ ຄະນະບໍດີ ຄສສ. ມຊ ສະບັບເລກທີ 482/ນຍ, ລົງວັນທີ 20 ສິງຫາ 2020 ໂດຍໄດ້ແຕ່ງຕັ້ງ ທ່ານ ຮສ. ປອ. ສີຖານ ສຸຂະວົງ ຮອງຄະນະບໍດີ ຄສສ ເປັນຄະນະບໍດີ ຄສສ. ມຊ; ໃນພິທີສໍາຄັນນີ້ ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຜົນສຳເລັດ ຂອງຄະນະນໍາ, ພະນັກງານ, ຄູ-ອາຈານ ທົ່ວ ຄສສ ໄດ້ຖຸ່ມເທສະຕິປັນຍາ ແລະເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການພັດທະນາ ຄສສ ເວົ້າລວມ

ເວົ້າສະເພາະແມ່ນໄດ້ເອົາໃຈໃສ່ໃນການພັດທະນາ, ສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນການສ້າງຄູສາຂາວິຊາຕ່າງໆອອກຮັບໃຊ້ສັງຄົມຕະຫຼອດໄລຍະຜ່ານມາ, ພ້ອມນັ້ນ ທ່ານໄດ້ຮຽກຮ້ອງມາຍັງຄະນະບໍດີທີ່ໄດ້ຮັບຕໍາແໝ່ງໃໝ່ ພ້ອມດ້ວຍພະນັກງານ, ຄູ-ອາຈານ ຈົ່ງສືບຕໍ່ຂະຫຍາຍມູນເຊື້ອຜົນສໍາເລັດທີ່ທາງ ຄສສ ຍາດມາໄດ້, ພ້ອມທັງສືບຕໍ່ເອົາໃຈໃສ່ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບ, ເຮັດວຽກເປັນໝູ່ຄະນະ, ເອົາໃຈໃສ່ປັບປຸງກົງຈັກກການຈັດຕັ້ງ, ພັດທະນາວຽກງານດ້ານວິຊາການ, ລະບຽບ-ນິຕິກໍາ ໃຫ້ຕິດພັນກັບແນວທາງການເມືອງຂອງພັກ ແລະສອດຄ່ອງກັບຊີວິດຕົວຈິງຂອງສັງຄົມ, ພ້ອມນັ້ນ ທ່ານໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ໃນ ຄສສ ຮັດແໜ້ນຄວາມສາມັກຄີ ທັງພາຍໃນ ແລະພາຍນອກ ໃຫ້ກວ້າງຂວາງ ແລະເລິກເຊິ່ງ, ສ້າງໃຫ້ພະນັກງານໃຫ້ມີຄຸນສົມບັດ ສິນທໍາປະຕິວັດ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄວາມພ້ອມພຽງຮ່ວມແຮງ-ຮ່ວມໃຈກັນ ສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ໃຫ້ມີຄວາມກ້າວໜ້າ ແລະໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.

ມີນັກສຶກສາລາວ ຮຽນຈົບຈາກ ສສ ຫວຽດນາມ ເຖິງ 3.000 ກ່ວາຄົນ ນັບຕັ້ງແຕ່ປີ 2011 ມາເຖິງປະຈຸບັນ

ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍວ່າ ສະເພາະຈຳນວນນັກສຶກສາລາວຮຽນຢູ່ ສສ ຫວຽດນາມໄລຍະ 2011-2020 (ບໍ່ລວມຂົງເຂດ ປກຊ-ປກສ) ປີ 2011 ຈໍານວນ 254 ທຶນ, ປີ 2012 ຈໍານວນ 255 ທຶນ, ປີ 2013 ຈຳນວນ 373 ທຶນ, ປີ 2014 ຈໍານວນ 343 ທຶນ, ປີ 2015 ຈໍານວນ 450 ທຶນ, ປີ 2016 ຈໍານວນ 526 ທຶນ, ປີ 2017 ຈຳນວນ 544 ທຶນ, ປີ 2018 ຈໍານວນ 523 ທຶນ, ປີ 2019 ຈໍານວນ 535 ທຶນ, ປີ 2020 ຈໍານວນ 413 ທຶນ.

ນັບແຕ່ປີ 2013 ເປັນຕົ້ນມາ ຝ່າຍລາວເປັນເຈົ້າການຄັດເລືອກນັກສຶກສາໄປຮຽນຫວຽດນາມ ໂດຍຄັດເລືອກເອົານັກສຶກສາປີທີໜຶ່ງທີ່ຮຽນຢູ່ 5 ມະຫາວິທະຍາໄລ ໂດຍອີງຕາມຄະແນນເສັງຈົບສາມັນ ແລະ ຄະແນນພາກຮຽນ 1 ຂອງມະຫາວິທະຍາໄລ.

ຫຼັງຈາກຄັດເລືອກແລ້ວ ນັກສຶກສາຈະຕ້ອງໄດ້ກຽມພາສາຫວຽດນາມຢູ່ລາວ 4 ເດືອນ ກ່ອນທີ່ຈະກຽມຢູ່ຫວຽດນາມອີກ 1 ປີ. ສະນັ້ນ, ໂດຍພື້ນຖານນັກສຶກສາທີ່ໄປຮຽນໃນທຶນລັດຖະບານຈະມີຜົນການຮຽນທີ່ຂ້ອນຂ້າງດີທຽບໃສ່ໄລຍະກ່ອນປີ 2013 ທີ່ບໍ່ໄດ້ຜ່ານການກຽມພາສາຫວຽດນາມຢູ່ລາວ. ຕາມຜົນການສຳຫຼວດໃຫ້ຮູ້ວ່າ ນັກສຶກສາທີ່ໄປຮຽນທຶນລັດຖະບານ 20% ຜົນການຮຽນປານກາງຫາເກັ່ງ, 70% ປານກາງ ແລະ 5% ຫາ 10% ປະເພດອ່ອນ ແລະ ມີອັດຕາສ່ວນຮຽນຈົບ 97%.

ປີ 2011 ມີນັກສຶກສາລາວຮຽນຢູ່ 33 ມະຫາວິທະຍາໄລ ແລະ ໃນປີ 2019 ເພີ່ມຂຶ້ນເປັນ 72 ມະຫາວິທະຍາໄລໃນທົ່ວຫວຽດນາມ. ນັກສຶກສາລາວໄປຮຽນຫວຽດນາມດ້ວຍທຶນລັດຖະບານ ແມ່ນໄປຮຽນຕາມໂຄງຮ່າງການຈັດສັນສາຂາວິຊາທີ່ເໝາະສົມກັບຄວາມຕ້ອງການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃນໄລຍະໃໝ່.

ໂດຍລວມໄລຍະ 2011-2020 ຝ່າຍລາວສົ່ງນັກສຶກສາໄປຮຽນຫວຽດນາມ ໂດຍສຸມໃສ່ຂະແໜງເຕັກນິກ, ເຕັກໂນໂລຢີ, ສ້າງຄູ, ເສດຖະກິດ ແລະ ໃນບັນດາຂະແໜງການເຫຼົ່ານີ້ ກໍເປັນຂະແໜງທີ່ມີຜູ້ຮຽນຫຼາຍໃນລະດັບເໜືອ ປ.ຕີ ໂດຍສະເພາະສາຍສ້າງຄູມີຜູ້ຮຽນກວມ 51% ຂອງຈໍານວນຜູ້ຮຽນລະດັບເໜືອ ປ.ຕີ ເນື່ອງຈາກໄລຍະນີ້ ຝ່າຍລາວສຸມໃສ່ຍົກສູງຄຸນນະພາບການສຶກສາ ໂດຍການຍົກລະດັບວຸດທິຂອງຄູອາຈານ

ຄຽງຄູ່ກັນນັ້ນ, ບັນດາຂະແໜງວິທະຍາສາດທັນສະໄໝ ເຊັ່ນ: ເຕັກໂນໂລຊີຄອມພິວເຕີ, ໄຟຟ້າ, ທຸລະຄົມມະນາຄົມ, ເຕັກໂນໂລຢີເຄມີ, ເຕັກນິກການກໍ່ສ້າງ ກໍໄດ້ສົ່ງໄປຮຽນທີ່ຫວຽດນາມຫຼາຍເຊັ່ນກັນ, ນັບແຕ່ປີ 2011 ເຖິງປັດຈຸບັນ ມີນັກສຶກສາລາວຈົບມາຈາກ ສສ ຫວຽດນາມ ປະມານ 3.000 ຄົນ.

ສົກປີນີ້ ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກສຶກສາ 9ພັນກວ່າຄົນ

ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກ ເອົານັກສຶກສາເຂົ້າຮຽນສົກສຶກສາ 2020-2021 ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2020 ນີ້, ໂດຍມີນັກສຶກສາມາສອບເສັງທັງໝົດ 14.300 ກວ່າຄົນ ແລະ ຈະຮັບເອົາຕົວຈິງ 9 ພັນກວ່າຄົນ, ໃນນັ້ນລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ເຂົ້າໃນລະບົບປະລິນ ຍາຕີ (ຮຽນປົກກະຕິ) ທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນໃນ 13 ຄະນະ, ເຊິ່ງຄະນະວິຊາ ທີ່ນັກຮຽນໃຫ້ຄວາມສົນໃຈ ລົງທະບຽນເຂົ້າສອບເສັງຫລາຍກວ່າໝູ່ ແມ່ນຄະນະອັກສອນສາດ (ສາຍພາສາຈີນ, ພາສາອັງກິດ), ຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ສາຍວິຊາບໍລິຫານທຸລະກິດ, ການເງິນການທະນາຄານ ແລະ ການບັນຊີ).

ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ລາຍງານໃຫ້ຮູ້ວ່າ: ການສອບເສັງໃນປີນີ້, ມີ 1 ສູນສອບເສັງໃຫຍ່ ຄື (ວິທະຍາເຂດດົງໂດກ), ໂດຍໄດ້ແບ່ງອອກເປັນ 17 ຈຸດສອບເສັງ, ມີ 600 ກວ່າຫ້ອງ ແລະ ໄດ້ສອບເສັງໃນ 8 ວິຊາຄື: ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພາສາລາວ-ວັນນະຄະດີ, ພູມສາດ ແລະ ວິຊາປະຫວັດສາດ.

ນອກນັ້ນ ຍັງມີຈຸດສອບເສັງສຳຮອງ ເພື່ອຮອງຮັບນັກຮຽນ ທີ່ຫລົງຫ້ອງ, ຫລົງຈຸດ ສອບເສັງ, ພາຍຫລັງສອບເສັງສຳເລັດແລ້ວ ຄາດວ່າຈະປະກາດຜົນການສອບເສັງ ພາຍໃນ 30 ວັນ ເຊິ່ງນັກສຶກສາ ສາມາດຕິດຕາມຜົນການສອບເສັງ ຜ່ານທາງເວັບໄຊ ຂອງ ມຊ (https://entrance.nuol.edu.la ແລະ http://www.nuol.edu.la, ເຟດບຸກເພຈ: ຂ່າວສານ ມຊ NUoL News, ວິທະຍຸຄື້ນ 103.7 MHz ອອກອາກາດເວລາ 10:30–11:00 ໂມງ ຂອງທຸກໆວັນອາທິດ), ຕິດປະກາດຢູ່ທີ່ສະໂມສອນໃຫຍ່ ມຊ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ໃນຂອບເຂດທົ່ວປະເທດ.

ສ່ວນການລົງທະບຽນເຂົ້າຮຽນຂອງນັກສຶກສາຜູ້ທີເສັງໄດ້ ແມ່ນຈະເລີ່ມ ແຕ່ມື້ປະກາດຜົນສອບເສັງ ເປັນຕົ້ນໄປ ແລະ ຈະເປີດການຮຽນ-ການສອນ ຊັ້ນຮຽນ ປີທີ 1 ໃນວັນທີ 12 ຕຸລາ 2020.

ທ່ານ ຄໍາຜົງ ນາມມະວົງມີໄຊ ໃຫ້ຮູ້ອີກວ່າ: ເພື່ອຮັກສາຄວາມໂປ່ງໃສ່ ໃນການສອບເສັງ ມະຫາວິທະຍາໄລແຫ່ງຊາດ ໄດ້ມີນິຕິກຳແຕ່ລະຂັ້ນຕອນ ໃນການກະກຽມ, ຈັດຕັ້ງສອບເສັງ ແລະ ກວດກາຕ່າງໆ, ໄດ້ນຳໃຊ້ລະບົບດີຈິຕອນ ຫລື ລະບົບຄອມພິວເຕີ ເຂົ້າໃນການກວດບົດສອບເສັງ ແລະ ຊັບຊ້ອນ ປະກາດຜົນການສອບເສັງ.

ພ້ອມດຽວກັນນັ້ນ, ມຊ ຍັງໄດ້ກຽມຄວາມພ້ອມ ເພື່ອຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນ ໂດຍການປະຕິບັດຕາມມາດຕະການຕ່າງໆທີ່ ທາງຄະນະສະເພາະກິດ ມຊ ວາງອອກ ເຊິ່ງໄດ້ກໍານົດໄລຍະຫ່າງຂອງຜູ້ເຂົ້າສອບເສັງ, ເຮັດບ່ອນລ້າງມືໃນແຕ່ລະຈຸດ, ມີເຈວ, ສະບູ ແລະ ເຫລົ້າ ໄວ້ລ້າງມື, ມີທີມແພດໝໍ, ວັດອຸນຫະພູມ, ແນະນໍາໃຫ້ພະນັກງານຄູ-ອາຈານ ແລະ ນັກສອບເສັງ ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ ແນໃສ່ສະກັດກັ້ນ ແລະ ຫລີກລ້ຽງ ການຕິດເຊື້ອພະຍາດໂຄວິດ-19.

ຂ່າວ-ພາບ: ທະນູທອງ

ກະຊວງສຶກສາເຜີຍ! ທຶນການສຶກສາຂອງຫຼາຍປະເທດຖືກໂຈະ

ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ນີ້ວ່າ: ປະຕິທິນການຈັດການຮຽນ-ການສອນ ສຳລັບສົກຮຽນ 2020-2021 ແມ່ນຈະໄດ້ດຳເນີນໄປເປັນປົກກະຕິຄ້າຍກັບທຸກປີ ຄື ວັນທີ 1 ກັນຍາ 2020 ເປັນມື້ໄຂສົກຮຽນໃໝ່ໃນຂອບເຂດທົ່ວປະເທດ.

ປີນີ້ພວກເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຂະແໜງການສຶກສາ ແລະ ກິລາກໍຄືກັບຂະແໜງການອື່ນແມ່ນໄດ້ຮັບຜົນກະທົບໃນຫລາຍດ້ານ ເຊັ່ນ: ການຮຽນບໍ່ປົກກະຕິ, ມີຄວາມຫຍຸ້ງຍາກໃນການປະຕິບັດມາດຕະການຮັກສາໄລຍະຫ່າງ, ຜ້າອັດປາກ-ອັດດັງ ບໍ່ພຽງພໍ, ນັກຮຽນທີ່ສຶກສາຢູ່ຕ່າງປະເທດບໍ່ໄດ້ກັບໄປສືບຕໍ່ຮຽນ, ທຶນການສຶກສາຂອງຫລາຍປະເທດຖືກໂຈະ, ມີຄວາມສ່ຽງສູງຂອງນັກສຶກສາຈົບໃໝ່ ທີ່ຈະບໍ່ໄດ້ເຂົ້າສູ່ພາກແຮງງານ ແລະ ບັນຫາອື່ນໆ.

ເຖິງຢ່າງໃດກໍຕາມ, ຄະນະນຳກະຊວງສຶກສາທິການ ແລະ ກິລາໄດ້ມີການປຶກສາຫາລືກັບກົມວິຊາການທີ່ກ່ຽວຂ້ອງ ແລະ ປະເມີນສະພາບການເປັນປົກກະຕິເພື່ອສືບຕໍ່ເຮັດໃຫ້ການຈັດການຮຽນ-ການສອນ ສືບຕໍ່ດຳເນີນໄປທັງຮັບປະກັນຄຸນນະພາບການສຶກສາໃນສະພາບແວດລ້ອມໃໝ່.

ຂໍ້ມູນ: ປະເທດລາວ

ແຈ້ງການ ການສອບເສັ່ງຈົບຊັ້ນສາຍສາມັນສຶກສາ ທົ່ວປະເທດ

ວັນ​ທີ 15 ມິ​ຖຸ​ນາ 2020 ນີ້ ກະ​ຊວງ​ສຶ​ກ​ສາ​ທິ​ການ ແລະ ກິ​ລາ ອອກແຈ້ງ​ການ​ກຳ​ນົດ​ວັນ​ສອບ​ເສັງ​ຈົບ​ຊັ້ນ ສາຍ​ສາ​ມັນ​ສຶກ​ສາ​ປ​ະ​ຈຳ​ສົກ​ຮຽນ 2019-2020 ໂດຍ​ກຳ​ນົດ​ວັນ​ສ​ອບ​ເສັງ​ດັ່ງ​ລຸ່ມນີ້ :

  • ວັນ​ທີ 16-17 ກໍ​ລະ​ກົດ ສອ​ບ​ເສັງ​ຈົບ​ຊັ້ນ​ປະ​ຖົມ​ສຶກ​ສາ (ປ.5)
  • ວັນ​ທີ 22-24 ກໍ​ລະ​ກົດ ສອບ​ເສັງ​ຈົບ​ຊັ້ນ​ມັດ​ຖະ​ຍົມ​ສຶກ​ສາ​ຕອນ​ຕົ້ນ (ມ.4)
  • ວັນ​ທີ 29-30 ກໍ​ລະ​ກົດ​ ສອບ​ເສັງ​ຈົບ​ຊັ້ນ​ມັດ​ທະ​ຍົມ​ສຶກ​ສາ​ຕອນ​ປາຍ (ມ.7)

.

.