ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຈັດຕັ້ງການຮຽນ-ການສອນ, ການລົງເຝິກງານ, ການລົງໄປເອົາຂໍ້ມູນເພື່ອມາປະກອບໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາປີສຸດທ້າຍຈໍານວນໜຶ່ງບໍ່ສາມາດດໍາເນີນການໄດ້ຢ່າງຄົບຖ້ວນ ແລະ ບໍ່ສາມາດຂຽນບົດໂຄງການຈົບຊັ້ນສໍາເລັດໄດ້ຕາມເວລາທີ່ກໍານົດໄວ້ ດັ່ງນັ້ນຄະນະນໍາມະຫາວິທະຍາໄລແຫ່ງຊາດ ຈຶ່ງມີມະຕິຕົກລົງໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນໄດ້ສໍາເລັດຕາມໄລຍະເວລາທີ່ກໍານົດໄວ້ ໃຫ້ສອບເສັງຈົບຊັ້ນແທນ ແລະ ໃຫ້ແຕ່ລະຄະນະວິຊາວາງແຜນຈັດຕັ້ງການສອບເສັງ ແລະ ປະກາດຜົນການສອບເສັງໃຫ້ສໍາເລັດບໍ່ໃຫ້ກາຍວັນທີ 30 ສິງຫາ 2021 .
ຫ້ອງການກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການເລື່ອງ ການຮຽນ-ການສອນ ແລະ ສອບເສັງສຳລັບຈົບຊັ້ນ ປ.5, ມ.4 ແລະ ມ.7 ຕາມນີ້ເດີ້ . ກຽມໂຕກຽມໃຈເດີ . ມໍ 7 04-06 ສິງຫາ ສອບເສັງຄືນ ມ 7
ທ່ານ ຮາງ ຊວນ ນະລົນ ລັດຖະມົນຕີວ່າການກະຊວງສຶກສາທິການ, ເຍົາວະຊົນ ແລະ ກິລາຂອງກຳປູເຈຍ ເປີດເຜີຍວ່າ: ນາຍົກລັດຖະມົນຕີ ຮຸນເຊນ ມີຄຳສັ່ງໃຫ້ກະຊວງອະນຸມັດໃຫ້ນັກຮຽນ ມ.6 ທຸກຄົນທີ່ກຳລັງຈະເຂົ້າຮັບການທົດສອບແຫ່ງຊາດໃນວັນທີ 11 ມັງກອນປີໜ້າ ເສັງຜ່ານໂດຍອັດຕະໂນມັດໂດຍບໍ່ຕ້ອງສອບເສັງ ເພື່ອປ້ອງກັນການ ແຜ່ລະບາດຂອງ Covid-19 ແລະ ບໍ່ໃຫ້ນັກຮຽນຕ້ອງກັງວົນວ່າຈະຕິດເຊື້ອລະຫວ່າງເຂົ້າສອບເສັງ.ນອກຈາກນີ້, ຍັງປະກາດໃຫ້ນັກຮຽນ ມ.3 ທີ່ເຂົ້າສອບເສັງໄປແລ້ວເມື່ອວັນທີ 30...
ບຸກຄົນສຳຄັນທາງສາສະໜາຂອງທັງຊາວມອນເຕເນໂກຣ ແລະ ເຊີເບຍ ລວມເຖິງຜູ້ເຂົ້າຮ່ວມງານບາງສ່ວນໄດ້ຕິດເຊື້ອ ໂຄວິດ-19 ຫຼັງຈາກໄປຮ່ວມງານສົບສາທາລະນະຄັ້ງໃຫຍ່ຂອງຫລວງພໍ່ອາວຸໂສ ທີ່ເສຍຊີວິດດ້ວຍໂຣກນີ້. ພຣະສັງຄະຣາດ Irinej ຫົວໜ້າຄຣິດຕະຈັກເຊີເບຍອໍໂທດອກ ອາຍຸ 90 ປີ ກໍ່ຕິດໂຄວິດຈາກງານນີ້ເຊັ່ນກັນ ແລະ ກຳລັງເຂົ້າຮັບການຮັກສາຢູ່ໂຮງໝໍ ໂດຍທ່ານ Irinej ເປັນຜູ້ນຳຮ່າງຂອງນັກບວດທີ່ອາວຸໂສທີ່ສຸດຂອງຄຣິດຕະຈັກໃນມອນເຕເນໂກ ນາມວ່າ Amfilohije Radovic ອາຍຸ 82 ປີ. ຜູ້ມາຮ່ວມໄວ້ອາໄລລວມຕົວກັນໃນງານໂດຍບໍ່ມີການໃສ່ໜ້າກາກ...
ເວົ້າເລື່ອງການຮຽນ ນັກສຶກສາລາວກໍ່ບໍ່ນ້ອຍໜ້າຊາດໃດໃນໂລກ ມີຄົນຮຽນເກັ່ງຮຽນດີ ໄດ້ກຽດນິຍົມມານັບບໍ່ຖ້ວນ, ເຊິ່ງ ທ້າວບຸນລ້ອມ ໄຊຍະສອນ ກໍ່ເປັນນັກສຶກສາຈົບໃໝ່ປ້າຍແດງອີກຄົນທີ່ສາມາດຄວ້າໃບປະກາດສະນີຍະບັດແດງມາຄອງໄດ້ເປັນຄົນທີ 3 ຈາກພາກວິຊາກົດໝາຍອາຍາ. ດັ່ງນັ້ນ ມື້ນີ້ ເພຈທຸກທ່ານມາຮູ້ຈັກກັບນັກຮຽນເກັ່ງຄົນນີ້ນໍາກັນ ບຸນລ້ອມ ໄຊຍະສອນ (ອ້າຍ) ມີຖານຖິ່ນກຳເນີດຢູ່ບ້ານ ຫນອງຂຽວ, ເມືອງ ງອຍ, ແຂວງຫລວງພະບາງ, ປັດຈຸບັນຢູ່ ບ້ານ ຫາດຮ່ຽນ, ນະຄອນຫຼວງພະບາງ, ແຂວງຫລວງພະບາງ....
ວັນທີ່ 7 ຕຸລາ 2020 ທົ່ວ ສປປ.ລາວ ໄດ້ມີການຈັດງານສະຫລອງ “ວັນຄູແຫ່ງຊາດ” ຄົບຮອບ 26 ປີ ທາງສະຖານີໂທລະພາບນະຄອນຫລວງ ໄດ້ນຳສະເໜີລາຍງານພິເສດເລື່ອງ “ນ້ຳຕາຄູອາສາ” ເວົ້າເຖິງຄູອາສາທີ່ໄດ້ສິດສອນມາເປັນເວລາ 8 ປີ ທີ່ໄດ້ບັນຈຸເຂົ້າເປັນລັດຖະກອນໃໝ່ຮູ້ສຶກດີໃຈຈົນນ້ຳຕາໄຫຼ ແລະ ພາກພູມໃຈໃນທີ່ສຸດກໍອົດທົນຈົນມາຮອດມື້ນີ້. ລາຍງານພິເສດນ້ຳຕາຄູອາສາ ໄດ້ກ່າວເຖິງຄູອາສາ 2 ຄົນ ທີ່ສອບເສັງເຂົ້າເປັນລັດຖະກອນໄດ້ ໂດຍໄດ້ສອນເປັນຄູອາສາມາໄດ້ຫລາຍປີ...
ກສຶກສາລາວ 18 ຄົນ ຜູ້ທີ່ຜ່ານການສອບເສັງ ແລະ ສໍາພາດ ທີ່ມີການແຂ່ງຂັນສູງ ໄດ້ເດີນທາງໄປສຶກສາຕໍ່ ຢູ່ປະເທດຍີ່ປຸ່ນ ໃນສົກປີ 2020, ໂດຍທຶນລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງ ການ MEXT, ເຊິ່ງພວກເຂົາຈະຖືກຕ້ອນຮັບຢ່າງອົບອຸ່ນ ເຂົ້າສູ່ການສຶກສາ ໃນແຕ່ລະສະຖາບັນການສຶກສາ ທົ່ວທຸກຂົງເຂດຂອງ ຍີ່ປຸ່ນ. ພາຍຫລັງການເລື່ອນເວລາມາ 6 ເດືອນ, ເນື່ອງຈາກມາດຕະການສະກັດກັ້ນ ການລະບາດຂອງພະຍາດ ໂຄວິດ-19 ນັກສຶກສາທັງ 18 ຄົນ ຈະໄດ້ເຂົ້າຮ່ວມເປັນສະມາຊິກ ກັບບັນດາ ນັກສຶກສາ ລາວຫລາຍກວ່າ 1.000 ຄົນ ລວມທັງຜູ້ທີ່ກໍາລັງສຶກສາ ແລະ ຜູ້ທີ່ໄດ້ມີໂອກາດໄປສຶກສາ...