Blog

6ໂມງແລງມື້ນີ້ທາງຜູ້ຈັດງານ Vangvieng Fest ຈະມາຖະແຫຼງວ່າງານ ຈະເກີດຫຼືບໍ່?

6:00ແລງ ວັນທີ16/12/2020 ທີມຜູ້ຈັດງານVVFຈ ະແຈ້ງການຢ່າງເປັນທາງການເພື່ອໃຫ້ບັນດາທ່ານແລະແຟນໆງານພວກຮັບຊາບ ແລະເຂົ້າໃຈກົງກັນ

.

ຕິດຕາມຈາກທາງpage Vangvieng Fest

.

ຖ້າຟັງນຳກັນວ່າງານຈະເກີດຫຼືບໍ່?

.

ຕິດຕາມໄດ້ທີ່ເພຈນີ້ https://www.facebook.com/vangviengfest/

ຫຼວງພະບາງ ແຈ້ງເລື່ອງການຈັດງານສົ່ງທ້າຍປີ 2020​ ແລະ ຕ້ອນຮັບປີໃໝ່ 2021

​ຫຼວງພະບາງ ແຈ້ງເລື່ອງການຈັດງານສົ່ງທ້າຍປີ 2020​ ແລະ ຕ້ອນຮັບປີໃໝ່ 2021 ແມ່ນບໍ່ໃຫ້ຈັດເຄົ້າດາວ,​ ຈັດລວມໝູ່ ແລະ ບຸນກິນຈຽງຂອງເຜົ່າມົ້ງ, ບຸນປົດປີຂອງເຜົ່າກຶມມຸ

ແມ່ນໃຫ້ຈັດພາຍໃນຄອບຄົວ ຢູ່ພາຍໃນບ້ານ ແລະ ບໍ່ໃຫ້ຈັດແບບມີຄອນເສີດ ເພື່ອປ້ອງກັນພະຍາດໂຄວິດ-19

ເຊິ່ງລາຍລະອຽດແມ່ນຕາມເອກະສານດ້ານລຸ່ມນີ້:

.

ນ້ອງ ມິນລີ້ ສີໂພໄຊ ຊ່ວຍແຊຣ໌ເປັນກຳລັງໃຈນ້ອງເພີ່ນແດ່ເດີ້ທຸກຄົນ

ຂໍໍຊົມເຊີຍນຳຄວາມພະຍາຍາມ ຂອງເດັກນ້ອຍຄົນນີ້ ນ້ອງຊື່ ທ້າວ ມິນລີ້ ຮຽນຢູ່ຫ້ອງປໍ 3 ຢູ່ບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ, ເຊິ່ງຫຼາຍຄົນອາດຈະເຫັນຄິບຮ້ອງເພງຂອງນ້ອງແນ່ແລ້ວ

ສຳລັບນ້ອງ ມິນລີ້ ທຸກຄົນຄົງຈະຮູ້ຈັກກັນດີນ້ອງໄດ້ຮັບລາງວັນຊະນະເລີດປະກວດຮ້ອງເພງຢູ່ທີ່ສູນການຄ້າທົ່ງຂັນຄຳໃນຕົ້ນເດືອນຜ່ານມາ

ລ່າສຸດເມື່ອບໍ່ດົນມານີ້ ນ້ອງ ມິນລີ້ ກໍ່ໄດ້ປ່ອຍເພງ ບຸນຄຸນຄູ ພ້ອມເອັມວີ ອອກມາໃຫ້ມິດຮັກແຟນເພງທ່ານຜູ້ຊົມໄດ້ຟັງກັນແລ້ວ ເອົາເປັນວ່າຈະມ່ວນສ່ຳໃດນັ້ນໄປຮັບຊົມຮັບຟັງພ້ອມໆກັນເລີຍ.

.

.

ຫລານນ້ອຍໄດ້ເສຍຊີວິດແລ້ວຈາກເຫດເກີດບໍ່ໄດ້ແລ້ວຫມໍຍັດຫົວເຂົ້າໄປຄືນ ເພື່ອຜ່າຄອດ.

ຫລານນ້ອຍລູກທ້າວໄກ່ທີ່ມີຂ່າວ ເກີດລູກໂຮງຫມໍມະໂຫສົດ ຫມໍກຳລັງເຮັດຄອດອອກມາແບບທໍາມະຊາດແຕ່ໄດ້ຄ່າຫົວເພາະລາວໂຕໃຫຍ່ ແຕ່ເກີດທຳມະຊາດບໍ່ໄດ້ຫມໍເລີຍຍັດຫົວເຂົ້າໄປຄືນແລ້ວມາປ່ຽນເກີດແບບຜ່າຄອດ ເກີດມາແລ້ວຫລານນີ້ກາແມ່ນໄດ້ໃສ່ອົກຊີ່ ຕັ້ງແຕ່ມື້ເກີດ ຍ້ອນປອດຂ້າງຫນື່ງບໍ່ທໍາງານ ແລະສະຫມອງກໍ່ບໍ່ທໍາງານຢູ່ໄດ້ຍ້ອນອົກຊີ່ແຕ່ມື້ເກີດ ມາປະຈຸບັນຄືມື້ນີ້ແມ່ນທີ16 ເດຶອນ12 ປະຈຸບັນໄດ້ເສຍຊີວິດລົງແລ້ວ

.

ເລື່ອງລາວທີ່ຜ່ານມາ ເມຍລາວໄດ້ເກີດລູກ ໃນວັນທີ13ເດືອນ 11 ເກີດໄດ້ 3 ມື້ແຕ່ຍັງໄດ້ໃສອົກຊີຕັ້ງແຕ່ມື້ເກີດ (ສາເຫດຄືວັນພະຫັດຕອນແລງເຈັບທ້ອງແລ້ວໄປໂຮງຫມໍກາງຄືນເຊົ້າວັນສຸກແລ້ວເຂົ້າຫ້ອງເກີດແຕ່ບໍ່ແມ່ນຫມໍໃຫຍ່ເກີດໃຫ້ຫລັງຈາກເຂົ້າຫ້ອງເກີດທຳມະຊາດແລ້ວເກີດອອກໄດ້ແຕ່ຫົວແຕ່ໂຕບໍ່ອອກຫລັງຈາກເກີດບໍ່ໄດ້ຕ້ອງຖ້າປະມານ3ຊົ່ວໂມງຈັ່ງໄດ້ຜ່າຕັດແລ້ວເອົາຫົວເຂົ້າໄປຄືນແລ້ວເອົາອອກທາງໃຫມ່ເຮັດໃຫ້ແອນ້ອຍຂາດອາກາດຫາຍໃຈ

.

ຂໍສະແດງຄວາມເສຍໃຈນຳຄອບຄົວຫຼານນ້ອຍດ້ວຍ 

ທີ່ມາ:

ຂ່າວດ່ວນ! ກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວແຈ້ງໃຫ້ເລື່ອນງານ Vangvieng Fest ບໍ່ມີກຳນົດ.

ອີງຕາມແຈ້ງການຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການເລກທີ 452/ຖວທ ລົງວັນທີ 16 ທັນວາ 2020 ວ່າດ້ວຍເລື່ອງ ຄຳເຫັນກ່ຽວກັບການຈັດງານ Vangvieng Fest 2020

ໂດຍອີງຕາມທິດຊີ້ນຳຂອງ ສຳນັກງານນາຍົກລັດຖະມົນຕີ ແມ່ນເຫັນດີໃຫ້ເລື່ອນງານດັ່ງກ່າວໄປກ່ອນເນື່ອງຈາກການລະບາດຂອງພະຍາດໂຄວິດ-19

ເຊິ່ງລາຍລະອຽດຕາມເອກະສານດ້ານລຸ່ມນີ້:

.

ຂຶ້ນໃຊ້ທາງດ່ວນວຽງຈັນ-ວັງວຽງ 8,000 ກີບ ຕໍ່ດ່ານ

ປະຊາຊົນລາວຕ່າງກໍ່ດີໃຈທີ່ຈະໄດ້ຊົມໃຊ້ເສັ້ນທາງດ່ວນແຫ່ງທໍາອິດຂອງ ປະເທດລາວ ຄືເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໂດຍມີໄລຍະທາງ 109, 9 ກິໂລແມັດ ທີ່ຈະເປີດບໍລິການໃນລະຫວ່າງວັນທີ 20-30 ທັນວາ 2020 ນີ້

ຢ່າງແນ່ນອນແລະ ສິ່ງທີ່ຫຼາຍຄົນສົນໃຈໃນປະຈຸບັນນີ້ ຄືລາຄາຂຶ້ນໃຊ້ບໍລິການທາງດ່ວນວ່າທໍ່ໃດ ແລະ ພາຫະນະ ທີ່ຈະສາມາດຂຶ້ນໃຊ້ທາງດ່ວນໄດ້ແມ່ນປະເພດໃດແດ່?ມື້ນີ້ທາງເພຈສະເກັດຂ່າວHotNews ໄດ້ນຳຂໍ້ມູນຈາກທີມງານຂ່າວວຽງຈັນທາຍມາຕອບ.ອີງຕາມຂໍ້ມູນຈາກບໍລິສັດຮ່ວມທຶນພັດທະນາລາວ-ຈີນ ຈໍາກັດ ຊຶ່ງເປັນບໍລິສັດທີ່ລົງທຶນກ່ຽວກັບການກໍ່ສ້າງທາງດ່ວນດັ່ງກ່າວວ່າ:

ສໍາລັບການຂຶ້ນໃຊ້ບໍລິການທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ຫຼື ແຕ່ເມືອງວັງວຽງ ຫາ ນະຄອນຫຼວງວຽງຈັນ ຫຼື ໄປ-ກັບ ຄ່າບໍລິການຈະປະມານ 130.000 ກີບ ຫຼື ມີແຕ່ຂາໄປ ຫຼື ຂາກັບແມ່ນ 65.000 ກີບ ໂດຍຈະມີ 8 ດ່ານເກັບເງິນ ( 8.000 ກີບ/ດ່ານ) ໝາຍຄວາມວ່າຖ້າຜ່ານແຕ່ 2-3 ດ່ານກໍ່ຈະເສຍເງິນຕາມແຕ່ລະຈຸດ.

ສໍາລັບລົດທີ່ຈະຂຶ້ນໃຊ້ບໍລິການທາງດ່ວນໂດຍອີງຕາມກົດໝາຍທາງບົກແຫ່ງ ສປປ ລາວ ລະບຸໄວ້ວ່າ: ພາຫະນະທີ່ຈະຂຶ້ນທຽວທາງດ່ວນໄດ້ນັ້ນຕ້ອງມີຄວາມແຮງຂອງຈັກຫຼາຍກວ່າ 350 ຊີຊີ, ນອກນັ້ນຍັງຫ້າມລົດບັນທຸກ, ລົດພ່ວງທີ່ມີນໍ້າໜັກເກີນກໍານົດໄວ້, ຍານພາຫະນະທີ່ດັດແປງສະພາບເຕັກນິກທີ່ບໍ່ຮັບປະກັນຄຸນນະພາບດ້ານຄວາມປອດໄພ ແລະ ພາຫະນະອື່ນໆທີ່ກໍານົດແລ່ນຕໍ່າກວ່າ 80 ກິໂລແມັດຕໍ່ຊົ່ວໂມງກໍ່ຫ້າມຂຶ້ນເຊັ່ນກັນ.

.

.

ຂໍ້ມູນໜັງສືພິມວຽງຈັນທ່າມ

ໂລ່ງໃຈຜົນກວດບຸກຄົນ ທີ່ໃກ້ຊິດກັບ ຄົນຈີນ 2 ຄົນ ຍັງບໍ່ພົບເຊື້ອ

ທ່ານ ດຣ ແກ້ວ ອິນທະວົງ ວ່າການຫົວໜ້າພະແນກສາທາລະນະສຸກແຂວງຫລວງນໍ້າທາ ໄດ້ໃຫ້ຮູ້ໃນກອງປະຊຸມຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຂວງຫລວງນໍ້າທາ ວັນທີ 14 ທັນວາ 2020 ກ່ຽວກັບຜົນການສອບສວນ ແລະ ຄົ້ນຫາບຸກຄົນໃກ້ຊິດກັບຄົນຈີນ 2 ຄົນ ທີ່ພົບເຊື້ອພະຍາດໂຄວິດ-19, ເຊິ່ງມີຈໍານວນ 7 ຄົນ. ໃນນີ້, ຄົນຈີນ 2 ຄົນ, ຄົນລາວ 5 ຄົນ ແລະ 15 ຄົນໃນຄອບຄົວ ລວມທັງໝົດ 22 ຄົນ, ຍັງອີກ 3 ຄົນທີ່ໃກ້ຊິດຍັງນໍາຫາບໍ່ໄດ້, ສ່ວນຜົນກວດຮອບທີ 1 ອອກມາເປັນລົບ ຖືວ່າບໍ່ພົບເຊື້ອພະຍາດ ແລະ ຍັງລໍຖ້າຜົນກວດຮອບທີ 2 ຕື່ມອີກ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ມີຄະນະສະເພາະກິດຂັ້ນແຂວງ ແລະ ກອງເລຂາເຂົ້າຮ່ວມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເພື່ອເຮັດໃຫ້ວຽກງານຕ້ານພະຍາດດັ່ງກ່າວ ໃຫ້ລະອຽດຖືກຕ້ອງ ແລະ ໃຫ້ສືບຕໍ່ເຝົ້າລະວັງ-ຕິດຕາມ ແລະ ຊອກຄົ້ນຫາຜູ້ສໍາຜັດໃກ້ຊິດ,

ພ້ອມເກັບຕົວຢ່າງໃນພື້ນທີ່ສ່ຽງສົ່ງກວດຕາມການແນະນໍາຂອງສູນວິເຄາະລະບາດ, ປະເມີນຄືນສະພາບເມື່ອຮອດກໍານົດ 14 ວັນ ໃນເຂດພິເສດບໍ່ເຕ່ນສາມາດອອກເຮັດວຽກເປັນປົກກະຕິ, ສືບຕໍ່ເຮັດວຽກໂຄສະນາໃຫ້ຄວາມຮູ້ແກ່ປະຊຸມຊົນໃນບ້ານທີ່ສ່ຽງ ເພື່ອໃຫ້ເອົາໃຈໃສ່ ແລະ ປະຕິບັດຫລັກການປ້ອງກັນຢ່າງເຂັ້ມງວດ, ໂຈະການຮຽນ-ການສອນເຂດເຝົ້າລະວັງຈົນກວ່າຄົບກໍານົດ 14 ວັນ ຕາມແຈ້ງການຂອງຫ້ອງວ່າການແຂວງ ແລະ ເອົາໃຈໃສ່ຄວບຄຸມບັນດາຮ້ານເຫລົ້າຮ້ານເບຍທີ່ລະເມີດ ເພື່ອໃຫ້ເຂົ້າສູ່ລະບຽບການ.

5 ອັນດັບດວງວັນເກີດ ບຸນເກົ່າໜູນນຳ ພົ້ນເຄາະຮ້າຍ ນັບແຕ່ທ້າຍປີ 2020 ເປັນຕົ້ນໄປຈະມີເງິນໃຊ້ແບບບໍ່ຂາດມື

ດວງດີ 5 ວັນເກີດ ບຸນເກົ່າໜູນນຳ ດວງສະຕາພິກຜັນຈາກເຄາະຮ້າຍຕົກອັບຈະກັບມາມີທຸກຢ່າງ

ຄົນທີ່ເກີດ 5 ວັນນີ້ ທີ່ຜ່ານມາຖືກກຳເອົາຄືນຍ້ອນຜົນກາານກະທຳແຕ່ຊາດປາງກ່ອນ

#ໝາຍເຫດການທຳນາຍເປັນຄວາມເຊື່ອສ່ວນບຸກຄົນ ຄວນໃຊ້ວິຈາລະນະຍານໃນການອ່ານ ຄົນເກີດວັນດຽວກັນ ອາດຈະບໍ່ໄດ້ຄືກັນ ເພາະຂື້ນກັບບຸນບາລະມີທີ່ໄດ້ສ້າງສົມມາໃນແຕ່ຊາດກ່ອນ ຈື່ງສົ່ງຜົນໃນຊາດນີ້ ດັ່ງນັ້ນທຸກທ່ານ ຈົ່ງໝັ່ນທຳບຸນ ແລະ ໝັ່ນເຮັດວຽກງານທຳຈື່ງຈະປະສົບຜົນສຳເລັດ ໃນຊີວິດທຸກທ່ານ ເມື່ອທ່ານເຂົ້າໃຈແລ້ວອ່ານຕາມວັນເກີດຂອງທ່ານດັ່ງຕໍ່ໄປນີ້ໄດ້ເລີຍ :

ອັນດັບທີ 5 ຄົນເກີດວັນ ຈັນ : ນັບແຕ່ມື້ນີ້ເປັນຕົ້ນໄປ ຮອດທ້າຍປີ ກຳດີຂອງເຈົ້າແຕ່ຊາດປາງກ່ອນກໍ່ຈະສົ່ງຜົນເຊັ່ນດຽວກັນຈະເຮັດໃຫ້ເຈົ້າມີແນວຄິດໃໝ່ໆ ເຮັດຫຍັງຫາຫຍັງກໍ່ໄດ້ໄດ້ຮັບໝາກຮັບຜົນ ຂອງເສຍກໍ່ຈະໄດ້ຄືນຈະກັບມາເຮັງ ເປັນໃຫຍ່ອີກຄັ້ງ ຈະກັບມາມີທຸກຢ່າງໄດ້ດັ່ງສົມໃຈຫວັງ ໂດຍສະເພາະ ການງານ ແລະ ການເງິນດີຂື້ນກ້າວກະໂດດ

ອັນດັບທີ 4 ຄົນເກີດວັນ ອາທິດ : ນັບແຕ່ມື້ນີ້ເປັນຕົ້ນໄປ ຮອດທ້າຍປີ ກຳດີຂອງເຈົ້າແຕ່ຊາດປາງກ່ອນກໍ່ຈະສົ່ງຜົນເຊັ່ນດຽວກັນຈະເຮັດໃຫ້ເຈົ້າມີແນວຄິດໃໝ່ໆ ເຮັດຫຍັງຫາຫຍັງກໍ່ໄດ້ໄດ້ຮັບໝາກຮັບຜົນ ຂອງເສຍກໍ່ຈະໄດ້ຄືນຈະກັບມາເຮັງ ເປັນໃຫຍ່ອີກຄັ້ງ ຈະກັບມາມີທຸກຢ່າງໄດ້ດັ່ງສົມໃຈຫວັງ ໂດຍສະເພາະ ການງານ ແລະ ການເງິນດີຂື້ນກ້າວກະໂດດ

ອັນດັບທີ 3 ຄົນເກີດວັນ ອັງຄານ : ນັບແຕ່ມື້ນີ້ເປັນຕົ້ນໄປ ຮອດຕົ້ນປີໃຫມ່ປີຫນ້າ ກຳດີຂອງເຈົ້າແຕ່ຊາດປາງກ່ອນກໍ່ຈະສົ່ງຜົນເຊັ່ນດຽວກັນຈະເຮັດໃຫ້ເຈົ້າມີແນວຄິດໃໝ່ໆ ເຮັດຫຍັງຫາຫຍັງກໍ່ໄດ້ໄດ້ຮັບໝາກຮັບຜົນ ຂອງເສຍກໍ່ຈະໄດ້ຄືນຈະກັບມາເຮັງ ເປັນໃຫຍ່ອີກຄັ້ງ ຈະກັບມາມີທຸກຢ່າງໄດ້ດັ່ງສົມໃຈຫວັງ ໂດຍສະເພາະ ການງານແລະ ການເງິນດີຂື້ນກ້າວກະໂດດ

ອັນດັບທີ 2 ຄົນເກີດວັນ ສຸກ : ນັບແຕ່ມື້ນີ້ເປັນຕົ້ນໄປ ຮອດຕົ້ນ 2021 ກຳດີຂອງເຈົ້າແຕ່ຊາດປາງກ່ອນກໍ່ຈະສົ່ງຜົນເຊັ່ນດຽວກັນຈະເຮັດໃຫ້ເຈົ້າມີແນວຄິດໃໝ່ໆ ເຮັດຫຍັງຫາຫຍັງກໍ່ໄດ້ໄດ້ຮັບໝາກຮັບຜົນ ຂອງເສຍກໍ່ຈະໄດ້ຄືນຈະກັບມາເຮັງ ເປັນໃຫຍ່ອີກຄັ້ງ ຈະກັບມາມີທຸກຢ່າງໄດ້ດັ່ງສົມໃຈຫວັງ ໂດຍສະເພາະ ການງານ ແລະ ການເງິນດີຂື້ນກ້າວກະໂດດ

ອັນດັບທີ 1 ຄົນເກີດວັນ ເສົາ : ນັບແຕ່ມື້ນີ້ເປັນຕົ້ນໄປ ຮອດຕົ້ນປີໜ້າ 2021 ກຳດີຂອງເຈົ້າແຕ່ຊາດປາງກ່ອນກໍ່ຈະສົ່ງຜົນເຊັ່ນດຽວກັນຈະເຮັດໃຫ້ເຈົ້າມີແນວຄິດໃໝ່ໆ ເຮັດຫຍັງຫາຫຍັງກໍ່ໄດ້ໄດ້ຮັບໝາກຮັບຜົນ ຂອງເສຍກໍ່ຈະໄດ້ຄືນຈະກັບມາເຮັງ ເປັນໃຫຍ່ອີກຄັ້ງ ຈະກັບມາມີທຸກຢ່າງໄດ້ດັ່ງສົມໃຈຫວັງ ໂດຍສະເພາະ ການງານ ແລະການເງິນດີຂື້ນກ້າວກະໂດດ.

ຮອງປະທານປະເທດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ.

ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນວັນທີ 15 ທັນວາ ນີ້ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໄຊສົມບູນ ທີ່ເດີນບິນໂຮງແຮມໄຊສົມບູນວິວ ພ້ອມດ້ວຍຄະນະພັກ-ຄະນະນຳ ແຂວງ ເຂົ້າຮ່ວມ.

ໃນໂອກາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ຄັ້ງນີ້ ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ ແຂວງໄຊສົມບູນ ໄດ້ເຂົ້າພົບປະໂອ້ລົມການນຳແຂວງ ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງ ຊຶ່ງທ່ານ ພອຍຄຳ ຮຸ່ງບຸນຍວງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໄຊສົມບູນ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານວຽກງານອັນພົ້ນເດັ່ນ ທີ່ແຂວງໄຊສົມບູນ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນ ແມ່ນຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ I, ງານປະກວດນາງສາວອາພອນເພດ ປະຈຳປີ 2020, ງານເທດສະການອາຫານ, ງານແຂ່ງຂັນກິລາພື້ນເມືອງງົວຊົນເກັ່ງ, ງົວຊົນງາມ ແລະ ກິລາຕີໝາກຂ່າງ ປະຈຳປີ 2020 ແລະ ວຽກງານທີ່ພົ້ນເດັ່ນອື່ນໆ ອີກຈຳນວນໜຶ່ງ.

ໂອກາດດັ່ງກ່າວ ທ່ານຮອງປະທານປະເທດ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ-ອົງການປົກຄອງ ແຂວງໄຊສົມບູນ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນເປັນພື້ນຖານຫຼາຍຢ່າງ ທີ່ການນຳແຂວງໄຊສົມບູນ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກຍາດມາໄດ້ ໃນໄລຍະຜ່ານມາ. ຈາກນັ້ນ ທ່ານໄດ້ເນັ້ນໜັກໃຫ້ການນຳແຂວງ ຈົ່ງສືບຕໍ່ຊີ້ນຳ-ນຳພາ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນສັງຄົມ

ໄດ້ກຳແໜ້ນເຊື່ອມຊຶມຕໍ່ແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ຢ່າງເລິກເຊິ່ງ ໄປຄຽງຄູ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ພ້ອມກັນຕີຖອຍທຸກໜໍ່ແໜງທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ ໃຫ້ທັນການ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຢ່າງໜັກແໜ້ນ. ພ້ອມກັນສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ຈະເລີນກ້າວໜ້າ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.

ສົ່ງກຳລັງໃຈ ແມ່ນົກນ້ອຍ ອຸໄລພອນ ອາການໜັກ

ເຮັດ​ເອົາ​ແຟນ​ໆ​ຕົກ​ໃຈ​ເປັນ​ແຖວ​ສຳລັບ​ແມ່ນົ​ກ​ນ້ອຍ ອຸ​ໄຣ​ພົນ ທີ່​ລ່າ​ສຸດ ເຮັດວຽກ​ໜັກ ຈົນ​ຮ່າງກາຍ​ບໍ່​ໄຫວ ສຳລັບ ແມ່ນົ​ກ​ນ້ອຍ ອຸ​ໄຣ​ພົນ ແຫ່ງ​ວົງ​ສຽງ​ອິ​ສານ ທີ່​ຊ່ວງ​ນີ້ ເປັນ​ຊ່ວງ​ອອກ​ທົ່ວຄ​ອ​ນ​ເ​ສີດເພາະ​ເປັນ​ຊ່ວງ​ເທດ​ການ ຊຶ່ງ​ຄິວ​ງານ ລາກ​ຢາວ​ໄປ​ຈົນ​ຮອດປີ​ໜ້າ ງານ​ເຮັດໃຫ້ ແມ່ນົກ​ນ້ອຍ ອຸ​ໄຣ​ພົນ ອ່ອນເພຍຈົນ​ຕ້ອງ​ພັກ​ວຽກ ນອນ​ໃສ່ນ້ຳ​ເກືອ​ຢູ່​ເຮືອນ ທ່າມ​ກາງທ່າມກາງລູກຫຼານທີ່ຄອຍຖ້າເບິ່ງແຍງ

.

.

ພາບ​ຈາກ ນົກ​ນ້ອຍ ອຸ​ໄຣ​ພົນ
ຊຶ່ງ​ໃນ​ເພສ ແມ່ນ​ົກ​ນ້ອຍ ອຸ​ໄຣ​ພົນ ອອກ​ມາ​ໂພ​ສ​ວ່າ ແມ່​ກັບ​ພໍ່​ຂໍ​ລາ​ພັກ​ຖືຮັກສາ​ສຸກຂະພາບ​ກ່ອນ​ເດີ ບໍ່​ໄຫວ​ແທ້ໆ​ ອາກອາການໜັກຈົນຕ້ອງພັກງານ

.

ສົ່ງ​ກຳລັງໃຈໃຫ້ຫາຍໄວໆເດີ້

ຂອບໃຈ ນົກ​ນ້ອຍ ອຸ​ໄຣ​ພົນ