Blog

ອັບເດດຫລ້າສຸດຈາກບໍ່ແກ້ວ ເຫດການຂຸດຄົ້ນພະພຸດທະຮູບເກົ່າແກ່ທີ່ຫາດດອນເຜິ້ງຄຳ

ຕາມລາຍງານຈາກຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວເມືອງຕົ້ນເຜິ້ງ ໃນຕອນຄ່ຳຫລັງຈາກໄດ້ສັງລວມການຂຸດຄົ້ນປະຈຳວັນແລ້ວລະບຸວ່າ: ການຂຸດຄົ້ນຍັງສືບຕໍ່ຢ່າງຕໍ່ເນື່ອງ ສະເພາະວັນທີ 21 ມີນາ 2024

ນີ້ສາມາດຂຸດພົບພະພຸດທະຮູບ 19ອົງ, ສຽນພະ 5 ສຽນ, ຈອມເກດ 1ຈອມ, ພະປາງລີລາ 18 ອົງ, ພະໃບໂພ 12 ອົງ, ພະຫໍສະຫວັນ 6 ອົງ, ພະສິມມາ 1 ອົງ, ພະສຸມກໍ 1 ອົງ ແລະ ສິ້ນສ່ວນໂລຫະອີກຈຳນວນໜື່ງ, ພົບສິ້ນສ່ວນເສົາ ແລະ ທາດ ທີ່ຍັງຄົງມີລວດລາຍທີ່ສວຍງາມເພີ່ມຕື່ມ.

ສ່ວນມື້ຖັດໄປຈະມີຫຍັງເພີ່ມຕື່ມທີມຂ່າວເສດຖະກິດ-ການຄ້າຈະລາຍງານເປັນແຕ່ລະໄລຍະໄປ.

ມອບ ພາຫະນະ 5 ຄັນ ເພື່ອກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບ

ໃນວັນທີ 19 ມີນາ 2024 ຫຼາຍບໍລິສັດໄດ້ປະກອບສ່ວນຊຸກຍູ້ພາຫະນະ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນປີ 2024 ນີ້, ສໍາລັບລົດທີ່ມອບ-ຮັບໃນຄັ້ງນີ້ ແມ່ນ ລົດ ຍີ່ຫໍ້ GAC ລຸ້ນ E9 ຈຳນວນ 5 ຄັນ, ລວມມູນຄ່າ 380.000 ໂດລາສາຫະລັດ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາບໍລິສັດທີ່ໄດ້ໃຫ້ການປະກອບສ່ວນ.

ເຊິ່ງການປະກອບສ່ວນດັ່ງກ່າວນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວ ປ້ອງກັນກອງປະຊຸມດັ່ງກ່າວ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພຮອບດ້ານ.

ຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມອບພາຫະນະດັ່ງກ່າວ ໃຫ້ບັນດາກົມວິຊາສະເພາະນຳໃຊ້ ໃຫ້ຖືກກັບຈຸດປະສົງ ຕາມທິດຊີ້ນຳຂອງກະຊວງ.

Cr ຄວາມສະຫງົບ

ຂ່າວດີ! ປະເທດລາວໄດ້ອັນດັບທີ 94 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ.

World Happiness Report ໄດ້ມີການລາຍງານປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ປະຈຳປີ 2024 ຈາກ 143 ປະເທດ ແລະ ປະເທດລາວແມ່ນໄດ້ອັນດັບທີ 94 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ (ສຳລັບອັນດັບໜຶ່ງແມ່ນປະເທດ ຟິນແລນ) ການສຳຫຼວດດັ່ງກ່າວ, ຈະເປັນການສອບຖາມຄວາມຮູ້ສຶກຂອງປະຊາຊົນວ່າມີຄວາມສຸກຫຼາຍ ຫຼື ໜ້ອຍເທົ່າໃດ ລວມໄປເຖິງຂໍ້ມູນທາງເສດຖະກິດ ແລະ ສັງຄົມ ເປັນຕົ້ນແມ່ນ GDP.

ເມື່ອທຽບໃສ່ກັບການລາຍງານປະເທດທີ່ມີຄວາມສຸກທິ່ສຸດໃນໂລປ ປະຈຳປີ 2023 ພົບວ່າໃນປີກ່ອນຢູ່ໃນອັນດັບ 89 ນັບໄດ້ວ່າເປັນອີກການຈັດອັນດັບທີ່ສຳຄັນ ແລະ ຫຼາຍຄົນທົ່ວໂລກໃຫ້ຄວາມສົນໃຈເປັນພິເສດ ໄດ້ຮັບຮູ້ວ່າປະເທດຂອງຕົນຢູ່ໃນອັນດັບທີເທົ່າໃດ ສະແດງໃຫ້ເຫັນເຖິງລະບົບການເມືອງຊີວິດການເປັນຢູ່ ຈົນໄປເຖິງເສດຖະກິດຂອງປະເທດ ແລະ ປະເທດໃດທີ່ຢູ່ໃນອັນດັບທ້າຍໆ ກໍອາດຈະເປັນອີກວິທີໜຶ່ງທີ່ຈະເຮັດໃຫ້ປະເທດນັ້ນ ພັດທະນາ, ປັບປຸງ ແລະ ແກ້ໄຂ ໃຫ້ປະເທດຕົນຕິດອັນອັບຕົ້ນໆຂອງໂລກ.

ສ່ວນປະເທດທີ່ມີຄວາມສຸກທີ່ສຸດກໍຄື ປະເທດຟິນແລນ ເຊິ່ງຄອງແຊ້ມມາ 7 ປີຕິດຕໍ່ກັນແລ້ວ ແລະ ຫຼາຍປະເທດທົ່ວໂລກກໍເຫັນດີ ທີ່ປະເທດນີ້ຕິດອັນດັບ 1 ມາໂດຍຕະຫຼອດ ເພາະໂຄງສ້າງປະເທດຟິນແລນ ເກືອບທຸກດ້ານລ້ວນແລ້ວແຕ່ມີຄວາມຈະເລີນພັດທະນາ.

ຈໍາຫນ່າຍສິນຄ້າລາຄາປະຢັດ ເພື່ອຊ່ວຍເຫລືອຜູ້ທີ່ມີລາຍໄດ້ ຫນ້ອຍ

ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດຊີພີລາວ ຈຳກັດ ເປີດໂຄງການສິນຄ້າທຸງຟ້າລາ ຄາປະຢັດຊ່ວຍປະຊາຊົນຫຼຸດຜ່ອນຄ່າຄອງຊີບ ໃນວັນທີ 20 ມີນາ 2024 ທີ່ລັດວິສາຫະກິດສະບຽງອາຫານ ນວ.

ໃນພິທີ, ທ່ານ ຄຳຫຼ້າ ແສງດາວົງ ຜູ້ອຳນວຍການລັດວິສາຫະ ກິດສະບຽງອາຫານ ນວ ກ່າວວ່າ:

ໂດຍໄດ້ຮັບທິດຊີ້ນໍາຈາກຂັ້ນ ເທີງ ໂດຍສະເພາະການຈັດຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂທາງດ້ານເສດຖະກິດ-ການເງິນ ກໍຄື ການສົ່ງເສີມການຜະລິດພາຍ ໃນເພື່ອຫຼຸດຜ່ອນການນຳເຂົ້າ. ສະນັ້ນ, ສອງບໍລິສັດຈຶ່ງໄດ້ເປີດໂຄງການນີ້ຂຶ້ນເພື່ອຊ່ວຍຫຼຸດຜ່ອນຄ່າຄອງຊີບໃຫ້ແກ່ຊາວ ນວ ໂດຍສະເພາະຜູ້ທີ່ມີລາຍໄດ້ໜ້ອຍ.

ຊີ້ນໝູ ແລະ ຜະລິດຕະພັນຊີ້ນໝູຂອງບໍລິສັດຊີພີລາວ ຈຳ ກັດ ໄດ້ນຳມາຈາກໂຮງງານຂ້າສັດທັນສະໄໝດອນດູ່ ໂດຍມີລາຄາຖືກກວ່າລາຄາທ້ອງຕະ ຫຼາດທົ່ວໄປ ມີສິນຄ້າຫຼາຍກວ່າ 30 ລາຍການໃຫ້ເລືອກຊື້ເຊັ່ນ: ຊີ້ນໝູ, ໄກ່, ໄຂ່ ຜະລິດຕະພັນຊີ້ນໝູຕ່າງໆ ຊີ້ນໝູລາຄາເລີ່ມຕົ້ນ 45.000-70.000 ກີບຕໍ່ໂລ, ໄຂ່ລາຄາເລີ່ມຕົ້ນ 51.000-60.000 ກີບຕໍ່ແຕະ ແລະ ສິນຄ້າອື່ນໆກໍມີລາຄາຖືກກວ່າຕະຫຼາດທົ່ວໄປ.

ທີ່ມາ: ວຽງຈັນໃຫມ່.

ຢຶດໝີນ້ອຍ 16 ໂຕ ຢູ່ສະຖາບັນແຫ່ງໜຶ່ງ ເຂດບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ

ທ່ານ ພັນໂທ ຈັດສະໝຸດ ຈັນທະລັງສອນ ຮອງຫົວໜ້າພະ ແນກຕຳຫຼວດສິ່ງແວດລ້ອມ ຫ້ອງຕຳຫຼວດປ້ອງກັນຄວາມສະ ຫງົບ ນະຄອນຫຼວງວຽງຈັນ ລາຍງານວ່າ: ໃນວັນທີ 17 ມີນາ 2024 ໄດ້ຮັບແຈ້ງຈາກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ວ່າ: ໄດ້ກວດກາພົບເຫັນໝີນ້ອຍສີດຳ ຈຳນວນ 16 ໂຕ ຢູ່ສະຖາບັນແຫ່ງໜຶ່ງ ເຂດບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ປະສານກັບພາກສ່ວນກ່ຽວຂ້ອງລົງໄປກວດກາ ປະກົດວ່າ: ມີໝີ 16 ໂຕແທ້, ລວມເຖີງມີຢາສູບ ແລະ ເຫຼົ້າຈຳນວນໜຶ່ງທີ່ບໍ່ມີສະ ຕິກເກີ.

ຜ່ານການກວດກາ ສືບສວນສອບສວນຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ໝີຈຳນວນດັ່ງກ່າວບໍ່ມີເອກະສານຢັ້ງຢືນ ແລະ ບໍ່ມີຕົ້ນທາງທີ່ມາຢ່າງຊັດເຈນ, ສ່ວນການໃຫ້ຂໍ້ມູນຂອງຜູ້ຄຸ້ມຄອງໝີນັ້ນກໍຍັງບໍ່ທັັນໃຫ້ການຊັດເຈນວ່າ ໝີຈຳນວນດັ່ງກ່າວນັ້ນນຳມາຈາກຕ່າງປະເທດ ຫຼື ນຳມາຈາກແຂວງໃດແຂວງໜຶ່ງໃນ ສປປ ລາວ ສະນັ້ນ ເຈົ້າໜ້າທີ່ຈຶ່ງນຳໝີຈຳນວນດັ່ງກ່າວ 16 ໂຕ ມອບໃຫ້ແກ່ໂຄງການ ຟີເດີແບ ໂຄງການອານຸລັກໝີແຂວງຫຼວງພະບາງ ເພື່ອນຳໄປລ້ຽງດູອານຸລັກ ປ່ອຍຄືນສູ່ທຳມະຊາດ.

ພ້ອມນີ້, ໄດ້ກັກຕົວຜູ້ຄຸ້ມຄອງໝີໄວ້ ເພື່ອທຳການສືບ ສວນ-ສຶບສວນ ແລະ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ຈະສືບຕໍ່ຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ປກສນະຄອນຫຼວງວຽງຈັນ

ສ້າງລາຍຮັບໄດ້ 900 ລ້ານກີບຕໍ່ປີ ຈາກການລ້ຽງໄກ່ພັນໄຂ່

ການຖືເອົາອາຊີບລ້ຽງສັດປີກ ໂດຍສະເພາະ ໄກ່ພັນໄຂ່ ສາມາດສ້າງລາຍຮັບໄດ້ ປະມານ 900 ລ້ານກີບຕໍ່ປີ ທັງເປັນພັດທະນາຊີວິດການເປັນຢູ່ ຂອງສະມາຊິກໃນຄອບຄົວດີຂຶ້ນ ແລະ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານ ໄມສີຈັນ ອາຍຸ 53 ປີຢູ່ ບ້ານ ຄອນຄໍາ ກຸ່ມພັດທະນາທີ 3 ເມືອງປາກອູ ແຂວງຫລວງພະບາງ ໄດ້ໃຫ້ຮູ້ວ່າ: ໃນຄອບຄົວມີທັງໝົດ 6 ຄົນ, ຍິງ 3 ຄົນ, ລວມມີ 6 ແຮງງານ, ໃນເມື່ອກ່ອນຄອບຄົວຂອງຕົນໄດ້ຖືອາຊີບເຮັດໄຮ່, ເຮັດນາ ເຫັນວ່າຊີວິດການເປັນຢູ່ພໍແຕ່ກຸ້ມກິນ, ເລີຍຫັນມາຊື້ລົດໂດຍສານແລ່ນ, ແຕ່ການໃຊ້ຈ່າຍສົ່ງລູກຮຽນຍັງບໍ່ພຽງພໍ, ມາຮອດປີ 2012 ໄດ້ຊື້ລົດ 12 ລໍ້ແລ່ນ ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 100-200 ລ້ານກີບຕໍ່ປີ, ເລີ່ມເຮັດໃຫ້ຄອບຄົວດີຂຶ້ນ ຕໍ່ມາເນື່ອງຈາກມີລົດໂດຍສານແລ່ນຫລາຍຂຶ້ນ, ເຮັດໃຫ້ການແລ່ນລົດຂອງຕົນ ບໍ່ຄ່ອຍໄດ້ດີ ທັງມີຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຢູ່ນໍາຄອບຄົວ.

ໃນປີ 2015 ຈິ່ງໄດ້ຫັນປ່ຽນອາຊີບ ມາລ້ຽງສັດປີກ ໂດຍສະເພາະລ້ຽງໄກ່ພັນໄຂ່, ເຊິ່ງໄດ້ຕັ້ງຟາມໄກ່ພັນໄຂ່ ຊຸດທໍາອິດ 1 ຟາມ ແລະ ໄດ້ນໍາໄກ່ພັນໄຂ່ເຂົ້າ ມາ ຈຳນວນ 1.200 ໂຕ, ມາເຖິງປີ 2016 ມີໄກ່ພັນໄຂ່ເພີ່ມຂຶ້ນມາເປັນ 9.500 ໂຕ ເຫັນວ່າການລ້ຽງໄກ່ພັນໄຂ່ໄດ້ຮັບຜົນດີ ຈິ່ງໄດ້ຂະຫຍາຍຟາມ ແລະ ຊື້ໄກ່ເຂົ້າອີກຈໍານວນໜຶ່ງ ໃນປີ 2017, ທັງໄດ້ໄປຖອດຖອນບົດຮຽນນໍາໝູ່ເພື່ອນຜູ້ທີ່ມີປະສົບການ ເພື່ອມາພັດທະນາ ແລະ ປັບປຸງຟາມຂອງຕົນ.

ປັດຈຸບັນ ຄອບຄົວຂອງທ່ານ ໄມສີຈັນ ມີຟາມໄກ່ພັນໄຂ່ທັງໝົດ 5 ຟາມ, ມີໄກ່ພັນໄຂ່ 16.500 ໂຕ, ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 900 ລ້ານກີບຕໍ່ປີ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນກວ່າເກົ່າ.

ສຳລັບແຜນໃນຕໍ່ໜ້າ ແມ່ນຈະສືບຕໍ່ຂະຫຍາຍຟາມໄກ່ໃຫ້ໄດ້ຕື່ມ 1 ຟາມ ແລະ ນໍາໄກ່ເຂົ້າເພີ່ມອີກ 3.000 ໂຕ ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ໄດ້ 1 ຕື້ກວ່າກີບຕໍ່ປີ ພ້ອມທັງຈະຈ້າງແຮງງານເພີ່ມຕື່ມອີກໂດຍຈະຮັບເອົາຊາວໜຸ່ມ-ຍິງໜຸ່ມ ແລະ ປະຊາຊົນ ທີ່ວ່າງງານຢູ່ພາຍໃນບ້ານ ແລະ ເຂດໃກ້ຄຽງ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ເຂົາເຈົ້າຕື່ມອີກ.

ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ປະຊາຊົນລາວຍັງຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມ ວັນທີ 21 ມີນາ ຄົບຮອບ 78 ປີ

ວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ສະລະຊີວິດ ເພື່ອປະເທດຊາດ ຊຶ່ງໃນປີນີ້ໄດ້ໝູນວຽນມາບັນ ຈົບ ຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024). ໃນປະຫວັດສາດ, ຊາດລາວເຮົາເປັນຊາດໜຶ່ງທີ່ມີປະຫວັດການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຢູ່ໃນຜືນແຜ່ນດິນຕອນນີ້ ຊຶ່ງຖືກຈາລຶກໄວ້ໄດ້ຫລາຍພັນປີມາແລ້ວ; ບັນພະບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາ ສືບທອດກັນມາຫລາຍເຊັ່ນຄົນ. ໃນປະຫວັດສາດອັນຍາວນານນັ້ນ, ຊາດລາວເຮົາບໍ່ເຄີຍຮຸກຮານປະເທດອື່ນ, ມີແຕ່ປະເທດອື່ນເຂົ້າມາລົບກວນຮຸກຮານ ຍ້ອນແນວນັ້ນຊາດລາວເຮົາຈຶ່ງໄດ້ລຸກຂຶ້ນຕ້ານຜູ້ຮຸກຮານ ແລະ ການຢຶດຄອງຂອງຕ່າງດ້າວເລື້ອຍໆມາ ເພື່ອປົກປັກຮັກສາປິຕຸພູມອັນແສນຮັກເອົາໄວ້.

ເມື່ອຫວນຄືນປະຫວັດສາດກ່ອນນີ້ 78 ປີ, ຊາດລາວເຮົາ ໄດ້ເກີດເຫດການສຳຄັນທີ່ຄົນລາວບໍ່ອາດລືມລົງໄດ້ ນັ້ນແມ່ນເຫດການທີ່ນັກຮົບປ້ອງກັນຕົວເມືອງທ່າແຂກ ຜູ້ພິລະອາດຫານ ໄດ້ອຸທິດຕົນຕໍ່ສູ້ເອົາເປັນເອົາຕາຍຕ້ານພວກຈັກກະພັດຕ່າງດ້າວທີ່ເຂົ້າມາບຸກລຸກຮຸກຮານ ແລະ ຢຶດຄອງລາວ ກັບບັນດາປະເທດໃນອິນດູຈີນ ເຫດ ການຄັ້ງນັ້ນຈົບລົງດ້ວຍການປາບປາມອັນໂຫດຮ້າຍປ່າເຖື່ອນທີ່ສຸດຂອງພວກລ່າເມືອງຂຶ້ນແບບເກົ່າ ຊຶ່ງມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລວງຫລາຍ.

ຫລັງຈາກເຫດການນັ້ນ ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ໂດຍພາຍໃຕ້ການນຳພາຂອງພັກແຄວ້ນລາວ ກໍ່ໄດ້ຫັນກຳລັງອອກສູ່ຊົນນະບົດ, ກໍ່ສ້າງທີ່ໝັ້ນປະຕິວັດ, ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງ, ດຳເນີນການຕໍ່ສູ້ຍືດເຍື້ອຍາວນານ ຍາດເອົາໄຊຊະນະເປັນແຕ່ລະບາດກ້າວ, ສ້າງເງື່ອນໄຂເພື່ອກ້າວຂຶ້ນປົດປ່ອຍຊາດຢ່າງ ສົມບູນໃນເວລາຕໍ່ມາ. ພາຍຫລັງພັກປະຊາຊົນລາວ (ຕໍ່ມາປ່ຽນເປັນພັກປະຊາຊົນ ປະຕິວັດລາວ)ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ກໍ່ໄດ້ສືບຕໍ່ນຳພາຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຢ່າງພິລະອາດຫານ, ລະອິດລະອ້ຽວ ທໍລະຫົດອົດທົນ, ເຕັມໄປດ້ວຍຄວາມເສຍສະຫລະຕະຫລອດ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ, ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບໃໝ່, ລົບລ້າງລະບອບສັກດີນາຫລ້າຫລັງ ແລ້ວສ້າງລະບອບໃໝ່-ລະບອບປະຊາທິປະໄຕປະຊາຊົນ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເອກອ້າງທະນົງໃຈ ແລະ ສະຫງ່າລາສີ ໃນວັນທີ 2 ທັນວາ ປີ 1975 .

ຂະບວນການຕໍ່ສູ້ຂອງປະຊາຊົນລາວພວກເຮົາ ໄດ້ມີມາແຕ່ສະຕະວັດທີ 14, ແຕ່ ລະໄລຍະກໍມີການສູ້ຮົບ, ມີການບາດເຈັບ, ເສຍອົງຄະ ແລະ ເສຍຊີວິດ, ໄລຍະທີ່ດຸ ເດືອດ ຂ້ຽວຂາດ ເປັນຕາຍກວ່າຫມູ່ແມ່ນໄລຍະສົງຄາມຕ້ານຈັກກະພັດອາເມລິກາແຕ່ປີ 1955-1973. ຕະຫລອດໄລຍະແຫ່ງການນຳພາຕໍ່ສູ້ອັນລະອິດລະອ້ຽວ ແຕ່ມີກຽດສະຫງ່າງາມຂອງພັກປະຊາຊົນ ລາວ ກໍຄືລັດຖະບານລາວອິດສະລະໃນເມື່ອກ່ອນ ຊຶ່ງປັດຈຸບັນເປັນພັກປະຊາຊົນ ປະຕິວັດລາວ ແລະ ລັດຖະບານປະຕິວັດຂອງພວກເຮົາ ກໍໄດ້ຖືສຳຄັນການເອົາໃຈໃສ່ເບິ່ງແຍງບັນດານັກຮົບປະຕິວັດທີ່ໄດ້ຮັບບາດເຈັບເສຍອົງຄະ, ຍ້ອນແນວນັ້ນ ລັດຖະບານ ຈຶ່ງໄດ້ອອກດຳລັດຮັບຮອງເອົາວັນທີ 21 ມີ ນາ 1946 ເປັນວັນ ນັກຮົບເສຍອົງຄະ ແລະ ສະລະຊີວິດເພື່ອປະເທດຊາດ.

ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ກັບສັກດີນາ ແລະ ພວກລ່າເມືອງຂຶ້ນຕ່າງດ້າວ ທີ່ເຂົ້າມາຮຸກຮານ ແລະ ຢຶດຄອງລາວ ເຕັມໄປດ້ວຍຄວາມເສຍສະລະເລືອດເນື້ອ ແລະ ຊີວິດ ເພື່ອອຸທິດໃຫ້ແກ່ຜືນແຜ່ນດິນອັນແສນຮັກ ເດັດຂາດບໍ່ຍອມເປັນຂ້ອຍຂ້າມ້າໃຊ້ໃຫ້ແກ່ຜູ້ຮຸກຮານ.

ໃນໂອກາດອັນສຳຄັນນີ້ ພວກເຮົາຈົ່ງພ້ອມກັນເຊີດຊູ ແລະ ສືບທອດ ນ້ຳໃຈເສຍສະລະ ຂອງບັນພະບຸລຸດ, ນັກປະຕິວັດລຸ້ນກ່ອນ ທີ່ໄດ້ເສຍສະລະເລືອດເນື້ອ-ຊີວິດ ເພື່ອໃຫ້ປະເທດຊາດຂອງພວກເຮົາດຳລົງຢູ່ມາເທົ່າທຸກວັນນີ້ ດ້ວຍການຍົກສູງນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດເຮົາ; ພ້ອມກັນອຸທິດຕົນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ຢ່າງຕັ້ງໜ້າ ເພື່ອນຳເອົາປະເທດລາວເຮົາ ກ້າວສູ່ຄວາມສີວິໄລຕາມຈຸດ ໝາຍກ້າວສູ່ສັງຄົມນິຍົມໃຫ້ສຳເລັດຜົນເປັນກ້າວໆ.

ການລົງທຶນຂອງຈີນ ເປັນກຳລັງແຮງຂັບເຄື່ອນການພັດທະນາເສດຖະກິດ ຂອງ ສປປ ລາວ

*ບັນດາທ່ານຜູ້ອ່ານທີ່ນັບຖືແລະ ຮັກແພງໃນໄລຍະຕົ້ນເດືອນມີນາ 2024 ນີ້, ມີເຫດການໃຫຍ່ທີ່ຊາວ ໂລກໃຫ້ການຕິດຕາມຢ່າງໃກ້ຊິດ ກໍແມ່ນກອງປະຊຸມຄັ້ງທີ 2 ສະໄໝ ທີ 14 ຂອງສະພາປຶກສາການເມືອງ ປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມຄັ້ງທີ 2 ສະໄໝທີ 14 ຂອງສະພາປະຊາຊົນແຫ່ງຊາດຈີນ ເຊິ່ງພວກເຮົາມັກເອີ້ນກັນວ່າ ກອງປະຊຸມ 2 ສະພາ.

ຍ້ອນຫຍັງທົ່ວໂລກຈິ່ງໃຫ້ຄວາມສຳຄັນ ແລະ ຕິດຕາມກອງປະຊຸມ 2 ສະພາຂອງຈີນ. ກໍເພາະ ວ່າເປົ້າໝາຍຫລັກຂອງກອງປະຊຸມ 2 ສະພາ ໄດ້ເວົ້າເຖິງການກຳນົດເປົ້າໝາຍຕົ້ນຕໍດ້ານການພັດທະນາຂອງຈີນ ໃນປີ 2024 ແລະໃນປີຕໍ່ໜ້າທີ່ມີການພົວພັນ ໂດຍກົງກັບເສດຖະກິດພາກພື້ນ ແລະໃນໂລກລວມທັງ ສປປ ລາວ.

ເວົ້າສະເພາະ ສປປ ລາວ, ໃນການພັດທະນາເສດຖະກິດ-ສັງຄົມ ບໍ່ອາດປະຕິເສດໄດ້ການປະກອບສ່ວນການລົງທຶນ ຂອງຕ່າງປະເທດຢູ່ ສປປ ລາວ, ໂດຍສະເພາະແມ່ນການລົງທຶນຂອງນັກທຸລະກິດ ສປ ຈີນ,ໄດ້ກາຍເປັນກຳລັງແຮງຂັບເຄື່ອນ ການພັດທະນາເສດຖະກິດ ສປປ ລາວ ດ້ວຍຄຸນນະພາບສູງ. ດັ່ງທ່ານຄໍາເຈນ ວົງໂພສີ ລັດຖະມົນຕີກະ ຊວງ ແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ 6 ທີ່ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມາ ນີ້ໃຫ້ຮູ້ວ່າ: ການລົງທຶນຂອງ ສປ ຈີນ ແມ່ນຢູ່ອັນດັບໜຶ່ງ ຢູ່ ສປປ ລາວ ເຊິ່ງການລົງທຶນສະສົມແມ່ນມີເຖິງ 933 ໂຄງການ, ໂດຍມີມູນຄ່າການລົງທຶນທັງໝົດ ປະມານ 16,4 ຕື້ໂດລາ (ສະຖິຕິປີ 2021), ເຊິ່ງ ກວມເອົາ 73% ຂອງມູນຄ່າການ ລົງທຶນທັງໝົດຂອງພາກເອກະຊົນ ຢູ່ໃນ ສປປ ລາວ. ມາຮອດປັດຈຸບັນ ຫລາຍໂຄງການຂອງຈີນ ທີ່ມີຄຸນນະພາບເປັນທີ່ຮູ້ກັນດີຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ລວມມີໂຄງການທາງດ່ວນວຽງຈັນ-ວັງວຽງ,  ລົດໄຟ ລາວ-ຈີນ, ເຂດເສດຖະກິດພິເສດກວມລວມໄຊ ເສດຖາ ແລະ ເຂດເສດຖະກິດບໍ່ເຕັນ-ບໍ່ ຫານ, ໂຄງການສາຍສົ່ງລວມທັງ ເຂື່ອນໄຟຟ້າ ແລະ ອື່ນໆ ເຊິ່ງໄດ້ຮັບການພັດທະນາ ແລະ ນໍາເອົາໝາກຜົນຕົວຈິງມາສູ່ ສປປ ລາວ.

ສະເພາະລົດໄຟ ລາວ-ຈີນນອກ ຈາກມີການເພີ່ມຖ້ຽວຂົນສົ່ງ ແລະ ເພີ່ມຈຳນວນຕູ້ສິນຄ້າຂົນສົ່ງແລ້ວ, ຍັງໄດ້ເພີ່ມການຂົນສົ່ງຜູ້ໂດຍສານ ເປັນ 12 ຖ້ຽວຕໍ່ມື້ໃນປີ 2024 ແລະ ນັບແຕ່ວັນທີ 10 ມີນາ 2024 ເປັນ ຕົ້ນມາ, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດໄດ້ເພີ່ມຈຸດຈອດສະຖານີ 2 ຈຸດສຳລັບລົດໄຟສາກົນຖ້ຽວ C88/7ຄື ສະຖານີເມືອງໄຊ (ເບື້ອງ ລາວ) ແລະ ສະຖານີຢູ້ຊີ (ເບື້ອງຈີນ). ນອກນີ້, ຍັງໄດ້ເພີ່ມຈຸດຈອດ ສະຖານີໂພນໂຮງ ສໍາລັບຂະບວນ ລົດໄຟຖ້ຽວ C84 ແລະ ປັບເວລາ ເດີນທາງຂອງຖ້ຽວ C85, C92, C84,K12 ແລະ  K11 ໃນບາງ ສະຖານີອີກດ້ວຍ. ເວົ້າໄດ້ວ່າລົດໄຟ ລາວ-ຈີນ ໄດ້ກາຍເປັນຂີດໝາຍອັນ ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດ ນະໂຍບາຍເຊື່ອມໂຍງເຊື່ອມຈອດ ພາກ ພື້ນ ແລະ ສາກົນຂອງ  ສປປ ລາວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ມີບັນຍາກາດໃໝ່ ໃຫ້ແກ່ການພົວພັນ ລາວ-ຈີນ ຍິ່ງໄດ້ຮັບການເສີມຂະຫຍາຍ ໃຫ້ກວ້າງຂວາງ ແລະ ໃຫ້ແໜ້ນແຟ້ນ ຍິ່ງຂຶ້ນກວ່າເກົ່າທັງເປັນການຢືນ ຢັນ ວ່າຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນ ທາງ”ຂອງ ສປ ຈີນ ບໍ່ສະເພາະແຕ່ ໄດ້ນຳເອົາຜົນປະໂຫຍດມາສູ່ຈີນ ແລະ ລາວເທົ່ານັ້ນ, ຫາກຍັງໄດ້ຕອບ ສະໜອງຄວາມມຸ່ງມາດປາຖະໜາ ແລະ ສ້າງຜົນປະໂຫຍດແກ່ປະເທດ ເພື່ອນບ້ານໃກ້ຄຽງ, ບັນດາປະເທດ ໃນພາກພື້ນ ແລະ ສາກົນນໍາອີກ.

ໃນການລົງທຶນຂອງຈີນດ້ານພະ ລັງງານໄຟຟ້າ,ວິສາຫະກິດຜະລິດໄຟຟ້າຈີນ ໄດ້ຊຸກຍູ້ການພັດທະນາທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນການຮ່ວມມື ລາວ-ຈີນ ເຊິ່ງໃນນັ້ນບໍລິສັດຜະລິດໄຟຟ້າພະລັງງານນໍ້ານໍ້າອູຈໍາກັດ ໄດ້ມີຜົນງານໃນການຄຸ້ມຄອງ ບັນດາເຂື່ອນໄຟຟ້ານໍ້າຕົກ ຕາມລໍານໍ້າອູແບບລວມສູນ, ດັ່ງທ່ານສົ້ງຫຸ້ຍຫົງຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າພະລັງງານນໍ້າອູ ຈໍາກັດໄດ້ກ່າວວ່າ: ການຄຸ້ມຄອງແບບລວມສູນນີ້ ແມ່ນສ່ວນໜຶ່ງຂອງການຄວບຄຸມໄພພິບັດນໍ້າຖ້ວມ ຢ່າງເປັນເອກະພາບກັນ ຂອງບັນດາເຂື່ອນໄຟຟ້ານໍ້າຕົກ ໃນຮູບແບບລັກສະນະແບບຂັ້ນໄດ ເພື່ອຍົກລະດັບອັດຕາການນໍາໃຊ້ພະລັງງານນໍ້າ ແລະ ຄວາມສາມາດ ໃນການຄວບຄຸມ, ປ້ອງກັນໄພພິບັດນໍ້າຖ້ວມ ຂອງບັນດາເຂື່ອນໄຟຟ້ານໍ້າອູ, ຍົກລະດັບປະສິດທິພາບ ຂອງວຽກງານການບໍລິຫານຄຸ້ມຄອງອ່າງເກັບນໍ້າ, ນໍາໃຊ້ສູນບັນຊາການ, ການຈັດການຄຸ້ມຄອງແບບວິທະຍາສາດ ແລະ ເອົາໃຈໃສ່ໃນການປະຕິບັດໜ້າວຽກ ເພື່ອຮັບປະກັນການດໍາເນີນງານ ໃຫ້ມີຄວາມປອດໄພ, ມີສະຖຽນລະພາບ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມ, ເຮັດໃຫ້ບັນດາເຂື່ອນໄຟຟ້ານໍ້າອູ ກາຍເປັນຕົວແບບໃນ ການດໍາເນີນໂຄງການ ທີ່ມີຄວາມໂດດເດັ່ນ ເພື່ອເປັນການເພີ່ມສີສັນເຂົ້າ ໃນການຮ່ວມມືດ້ານພະລັງງານ ລາວ-ຈີນ. ນອກນັ້ນ ເຂື່ອນໄຟຟ້ານໍ້າຕົກຕາມລໍານໍ້າອູ ຍັງກາຍເປັນແຫລ່ງທ່ອງທ່ຽວທຳມະຊາດ ທີ່ສວຍງາມປະທັບໃຈ ຂອງນັກທ່ອງທ່ຽວແຫ່ງໃໝ່ຂອງ ສປປ ລາວ ຕື່ມອີກ.

ໃນຂະນະທີ່ຊ່ວຍລາວສ້າງໂຄງ ການລະດັບຊາດຫລາຍແຫ່ງຂຶ້ນ, ວິສາຫະກິດຈີນ ຍັງໄດ້ຊ່ວຍປະເທດລາວ ໃນດ້ານການຫັນມາພັດທະນາພະລັງງານສະອາດ ແລະ ພະລັງງານທົດແທນ. ດັ່ງນັກວິຊາການ ລາວໄດ້ວິເຄາະວ່າ, ວິສາຫະກິດພະລັງງານຂອງຈີນ ແມ່ນໄດ້ສ້າງຕົວແບບເປັນບົດຮຽນໃຫ້ແກ່ລາວ ໃນການພັດທະນາພະລັງງານນໍ້າ ຕາມທິດສີຂຽວ ແລະ ຍືນຍົງ. ຝ່າຍລາວຍິນດີສືບຕໍ່ພັດທະນາພະລັງງານທົດແທນ ເຊັ່ນ ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານທາງເລືອກໃໝ່ອື່ນໆ ເພື່ອກາຍເປັນທ່າແຮງ ໃນການພັດທະນາພະລັງງານ ຢູ່ປະເທດອາຊຽນເວົ້າລວມ, ກໍຄືຢູ່ ສປປ ລາວ ເວົ້າສະເພາະ. ນອກຈາກໂຄງການລະດັບຊາດທີ່ວິສາຫະກິດຈີນ ໄດ້ມີສ່ວນຮ່ວມໃນການສ້າງສາພັດທະນາສັງຄົມ ລາວ, ວິສາຫະກິດຈີນ ກໍ່ມີການຮ່ວມມືກັບທ້ອງຖິ່ນຕ່າງໆ ຂອງລາວຢ່າງລົງເລິກ, ໃນເວລານັກຂ່າວ CMG ໄປເອົາຂ່າວຢູ່ຫລວງພະບາງ, ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງຫລວງພະບາງ, ປະທານແນວລາວສ້າງຊາດແຂວງໃຫ້ຮູ້ວ່າ: ການພົວພັນຮ່ວມມືລະຫວ່າງ ແຂວງຫລວງພະບາງ ກັບ ສປ ຈີນ ມີອັນພົ້ນເດັ່ນຫລາຍດ້ານ, ເຊັ່ນໃນໂຄງການລັດຖະ ບານຈີນ 4 ຕື້ຢວນ ທີ່ມອບໃຫ້ສປປ ລາວ, ແຂວງຫລວງພະບາງ ກໍໄດ້ຮັບການຊ່ວຍເຫລືອຈາກໂຄງການດັ່ງກ່າວ, ເປັນຕົ້ນ: ການສ້າງນໍ້າລິນ ໃຫ້ບ້ານທີ່ທຸກຍາກເຂດຫ່າງໄກສອກຫລີກ, ດຶງຕາຄ່າຍໄຟຟ້າ, ສ້າງໂຮງຮຽນໂດຍຜ່ານນະໂຍບາຍແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ໃນນັ້ນ, ບ້ານຊຽງລ້ອມ ໄດ້ກາຍເປັນໂຄງການແບບຢ່າງ ໃນການທົດລອງແກ້ໄຂຄວາມທຸກ ຍາກທີ່ມີຜົນສໍາເລັດ. ນັບແຕ່ປີ 2012 ເປັນຕົ້ນມາ ນັກລົງທຶນຂອງຈີນ ເຂົ້າມາປະຕບັດໂຄງການຕາມນະໂຍບາຍ ປູກພືດທົດແທນການປູກຝິ່ນ ຢູ່ພາກເໜືອຂອງລາວ, ມາຮອດປັດຈຸບັນ ການປູກພືດທົດແທນການປູກຝິ່ນ ເຮັດໃຫ້ປະຊາຊົນໄດ້ມີລາຍຮັບເພີ່ມຂຶ້ນ ແລະ ການຊ່ວຍເຫລືອຂອງຈີນ ກໍ່ຂະຫຍາຍຂົງເຂດກວ້າງອອກຈີນ ໄດ້ມາສຳຫລວດຫລາຍໂຄງ ການ ເພື່ອຢາກຮ່ວມມືກັບຝ່າຍລາວ ຮ່ວມກັນພັດທະນາດ້ານບໍ່ແຮ່, ດ້ານການທ່ອງທ່ຽວ ແລະ ດ້ານການສ້າງຕົວເມືອງທັນສະໄໝ ເພື່ອຍົກລະດັບຊີິວິດການເປັນຢູ່ຂອງປະຊາຊົນ.

ຢ່າງໃດກໍຕາມເສັ້ນທາງການລົງທຶນກໍຍ່ອມມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄຽງຄູ່ກັນໄປ, ດັ່ງທ່ານ ຈ້າວ ເວີນຢູ ທີ່ປຶກສາດ້ານເສດຖະກິດການຄ້າສະຖານທູດຈີນປະຈໍາລາວ ແລະ ບັນດາພາກທຸລະກິດຈີນ ໄດ້ລາຍງານສະພາບການດໍາເນີນທຸລະກິດຢູ່ ສປປ ລາວ ລວມທັງ ສະເໜີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກປະກອບມີ 5 ຫົວຂໍ້ສໍາຄັນ ຄື ໜຶ່ງ, ການ ປັບປຸງສະພາບການດໍາເນີນທຸລະກິດໃຫ້ດີຂຶ້ນ; ສອງ, ຂະແໜງ ຄົມມະນາຄົມ ແລະຂົນສົ່ງ; ສາມ, ຂະແໜງໄຟຟ້າ; ສີ່, ການພັດທະນາ ເຂດ ເສດຖະກິດພິເສດ ແລະ ຫ້າ, ຂະແໜງບໍ່ແຮ່. ຕໍ່ບັນຫານີ້, ທ່ານລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ກ່າວວ່າ: ການສະ ເໜີຂອງຝ່າຍຈີນທັງ 5 ຫົວຂໍ້ນັ້ນຈະມອບໃຫ້ຂະແໜງການ ກ່ຽວຂ້ອງຂອງ ສປປ ລາວ ສືບຕໍ່ນໍາເອົາໄປພິຈາລະນາ ແລະ ຮ່ວມກັນຄົ້ນຄວ້າຄືນ ໃນຈຸດທີ່ຍັງຄົງຄ້າງ ແລະ ພ້ອມກັນແກ້ໄຂຕາມລະບຽບການ ແລະ ຕາມພາລະບົດບາດຂອງແຕ່ລະພາກສ່ວນ.

ສໍາລັບທິດທາງການຮ່ວມມື ໃນຕໍ່ໜ້າພັກ ແລະ ລັດຖະບານແຫ່ງ ສປປ ລາວ ຍາມໃດກໍຍິນດີຮ່ວມກັບພັກກອມມູນິດຈີນ, ລັດຖະບານຈີນ ກໍຄື ການນໍາແຕ່ລະຂັ້ນຂອງຝ່າຍຈີນ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະ ພາບອັນເປັນມູນເຊື້ອຖານສະຫາຍ ອ້າຍນ້ອງຮ່ວມອຸດົມການສັງຄົມນິຍົມ  ແລະ ເຊີດຊູຄວາມເປັນເຈົ້າການ ໃນການປະຕິບັດບັນດາສົນ ທິສັນຍາ, ສັນຍາ ແລະ ຂໍ້ຕົກລົງຕ່າງໆ ລະຫວ່າງ ສອງພັກ-ສອງລັດພວກ ເຮົາ; ກໍ່ຄືການເພີ່ມທະວີການຮ່ວມມື ໃນເວທີພາກພື້ນ ແລະ ສາກົນ ເພື່ອສົ່ງເສີມສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ. ພ້ອມດຽວກັນນັ້ນ, ກໍເພີ່ມຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດຍຸດທະສາດ ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກ ໂນໂລຊີ ແລະ ສ້າງສະພາບແວດລ້ອມ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຮ່ວມມືໃນການລົງທຶນ ຂອງນັກທຸລະກິດບົນພື້ນຖານ ການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ ແລະ ຍາວນານ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ໃຫ້ໄດ້ຫລາຍຂຶ້ນເລື້ອຍໆ. ຜູ້ຂຽນຂໍຢໍ້າຕື່ມວ່າ: ຜົນສຳເລັດຂອງໂຄງການລົງທຶນຂອງຈີນ ຢູ່ ສປປ ລາວ ໄດ້ກາຍເປັນສັນຍາະລັກໜຶ່ງທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ.

ໂດຍ:ດວງຈິດສະຫວັດບຸນມີ

ພ້ອມລະບໍ່! ແຈ້ງການອອກແລ້ວ ປັບຂຶ້ນອາກອນມູນຄ່າເພີ່ມຈາກ 7% ເປັນ 10%

ອີງຕາມ ລັດຖະບັນຍັດ ວ່າດ້ວຍການປັບປຸງອັດຕາອາກອນມູນຄ່າເພີ່ມ ລົງວັນທີ 19 ມີນາ 2024 ກ່ຽວກັບການປັບປຸງອັດຕາອາກອນມູນຄ່າເພີ້ມ

ທີ່ໄດ້ກຳນົດໄວ້ໃນກົດ ໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນ ທີ 07 ສິງຫາ 2021 ມາດຕາ 2 ການປັບປຸງເນື້ອໃນຂອງກົດໝາຍ,

ຂໍ້ II ກົດໝາຍວ່າດ້ວຍອາກອນມູນຄ່າ ເພີ່ມ, ມາດຕາ 17 ອັດຕາອາກອນມູນຄ່າເພີ່ມ ຂໍ້ 1 ຈາກ ເຈັດສ່ວນຮ້ອຍ (7%) ເປັນ ສິບສ່ວນຮ້ອຍ (10%) ເພື່ອຊ່ວຍໜູນລາຍຮັບງົບປະມານແຫ່ງລັດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

(ລາຍລະອຽດມີຫົວໜ່ວຍທຸລະກິດໃດແນ່ແມ່ນຕາມແຈ້ງການ)

ດ່ວນ! ແຈ້ງການປັບຂຶ້ນລາຄານ້ຳມັນ ເລີ່ມ 21/03/2024

ດ່ວນ! ແຈ້ງການປັບຂຶ້ນລາຄານ້ຳມັນ ເລີ່ມ 21/03/2024

-ແອັດຊັງພິເສດ ປັບຂຶ້ນ +950 ກີບ

-ແອັດຊັງທຳມະດາ ປັບຂຶ້ນ +660 ກີບ

-ກາຊວນ ປັບຂຶ້ນ +440 ກີບ

ລາຍລະອຽດ