ໜີບໍ່ລອດກຸ່ມແກ໋ງ ຂ້ າ ປຸ້ ນ ເອົາລົດຈັກ ຢູ່ເສັ້ນທາງບ້ານຫ້ວຍຫ້ອມ ປີ 2020

ກຸ່ມແກ໋ງ ທີ່ກໍ່ເຫດ ຂ້ າ ປຸ້ ນ ຊັບ ( ລົດຈັກ) ໃນຄັ້ງວັນທີ 8 ກໍລະກົດ 2020 ຢູ່ເສັ້ນທາງເຂດບ້ານຫວ້ຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ຕິດຕາມຈັບ ມາດຳເນີນຄະດີ ໄດ້ທັງໝົດ 9 ຄົນ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເປີດເຜີຍໃຫ້ຮູ້ວ່າ: ຄະດີດັ່ງກ່າວ ສາມາດຕິດຕາມຈັບ ຫົວໂປ່ ທີ່ລວມກັນກໍ່ເຫດໄດ້ 3 ຄົນ ຄື ທ້າວ ດຳນອງ ຫຼື ດຳ ອາຍຸ 46 ປີ ຢູ່ບ້ານດ່ານຄຳ ຈັບໄດ້ວັນທີ 24 ສິງຫາ 2020, ທ້າວ ເປ່ເລ້ ອາຍຸ 26 ປີ ຢູ່ບ້ານຈັນສະຫວ່າງ ຈັບ ໄດ້ວັນທີ 17 ກຸມພາ 2021, ທ້າວ ສຸວັນນະກອນ ຫຼື ກົ້ງ ອາຍຸ 23 ປີ ຢູ່ບ້ານໂນນຂີ້ເຫຼັກ ຈັບໃນວັນທີ 7 ເມສາ 2021 ທັງສາມບ້ານຂຶ້ນກັບເມືອງສີໂຄດຕະບອງ ແລະ ສອບຂະຫຍາຍຜົນຕິດຕາມຈັບກຸ່ມແກ໋ງ ໄດ້ອີກ 6 ຄົນ ພ້ອມເກັບກູ້ຂອງກາງລົດຈັກ ມອບຄືນໃຫ້ຍາດພີ່ນ້ອງຂອງຜູ້ເສຍຊີວິດ.

ຜ່ານການສອບສວນ ພວກກ່ຽວຮັບສາລະພາບວ່າ: ກ່ອນລົງມືກໍ່ເຫດໃນຄັ້ງນີ້, ພວກກ່ຽວໄດ້ມີ ການວາງແຜນແບ່ງຄວາມຮັບຜິດຊອບກັນຄັກແນ່ ເພື່ອຊອກປຸ້ນເອົາລົດຈັກ ຢູ່ເຂດເມືອງສັງທອງ ນະ ງຄອນຫຼວງວຽງຈັນ, ໃນວັນທີ 8 ກໍລະກົດ 2020, ທ້າວດຳນອງ, ທ້າວເປ່ເລ້ ແລະ ທ້າວ ສຸວັນນະກອນ ໄດ້ພາກັນອອກຊອກປຸ້ນຊັບ ( ລົດຈັກ) ພໍເລາະໄປຮອດໜ້າປ້ຳນ້ຳມັນ ບ້ານຫ້ວຍຫ້ອມ ກໍພົບເຫັນເປົ້າໝາຍທີ່ຈະປຸ້ນຈີ້ເອົາລົດ, ໄດ້ຂັບຂີ່ລົດຈັກ ຢາມາຮາ R-15 ມຸ້ງໜ້າໄປທາງເມືອງສັງທອງ.

ຈາກນັ້ນ, ພວກກ່ຽວທັງສາມ ກໍພາກັນຂັບຂີ່ລົດຈັກໄລ່ຕາມໄປທັນ ແລ້ວທ້າວດຳນອງ ໄດ້ຮ້ອງບອກໃຫ້ເປົ້າ ໝາຍຈອດລົດ ແຕ່ເປົ້າໝາຍບໍ່ຈອດ. ຈາກນັ້ນ, ທ້າວສຸວັນນະກອນ ກໍຈົກເອົາປືນທີ່ກຽມມາຍິງໃສ່ດ້ານຫຼັງເປົ້າໝາຍ1 ບາດ ເຮັດໃຫ້ຜູ້ກ່ຽວລົ້ມລົງ, ແລ້ວກໍລົງໄປເອົາລົດ ຂັບຂີ່ໜີໄປຫາທ້າວໂກ ເປັນຫົວໜ້າແກ໋ງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ.ຈາກນັ້ນ, ຈຶ່ງພາກັນລົບໜີ, ບາງຄົນໜີໄປຢູ່ຕ່າງແຂວງ ແລະ ບາງຄົນລົບໜີໄປປະເທດໄທ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ສະຫຼຸບສຳນວນຄະດີ ສົ່ງໄອຍະການ ສັ່ງຟ້ອງສານຕັດສີນຕາມກົດໝາຍ.

ຊ່ວຍຫຍັງບໍ່ໄດ້ ກະຊ່ວຍແຊຣ໌ ເອົາບຸນແມ່ຊີອາຍຸຂໍຄວາມຊ່ວຍເຫຼືອ

ສະບາຍດີທຸກຄົນ ” ຊ່ວຍອ່ານໃຫ້ໝົດແນ່ເດີ້ເອົາບຸນນຳກັນ “🙏🏻ໃນອາທິດທີ່ຜ່ານມາຄອບຄົວຂອງຕ່າໄດ້ໄປເຮັດບຸນຢູ່ວັດຖໍ້າພຣະ ແມ່ຊີຜູ້ນີ້ ຊື່ແມ່ຊີນາງ ອາຍຸໄດ້ 90ປາຍປີ “ເພິ່ນຂໍຄວາມຊ່ວຍເຫຼືອ”🥺

ເພິ່ນຕ້ອງຊັກເສື້ອຜ້າເຄື່ອງນຸ່ງຮົ່ມ ແຕ່ຕອນນີ້ຊັກບໍ່ໄຫວເພາະເຈັບແອວຫຼາຍ ເພິ່ນຢູ່ຜູ້ດຽວ🥺 ເພິ່ນເລີຍຂໍໃຫ້ຄອບຄົວຕ່າຊ່ວຍຫາຜູ້ໃຈບຸນບໍລິຈາກປັດໃຈຜູ້ລະເຫຼັກລະໜ້ອຍ ແລ້ວໄປ ” ຊື້ຈັກຊັກຜ້າ ” ຫຼັງຈາກໄດ້ປັດໃຈຄົບຕາມຈຳນວນຂອງຈັກຊັກຜ້າ ຕ່າແລະຄອບຄົວຈະຊື້ໄປຖວາຍໃຫ້ແມ່ຊີຢູ່ວັດ

ແມ່ຊີຜູ້ນີ້ເອື້ອຍຂອງຕ່າເຄີຍບວດນຳເພິ່ນ ເລີຍຕ້ອງໄດ້ເບິ່ງແຍງເພິ່ນຄືຄອບຄົວຜູ້ໜຶ່ງ ຖິ້ມເພິ່ນບໍ່ໄດ້ເພາະຜູກພັນກັນຫຼາຍ ໄດ້ໄປວັດຍາມໃດກໍຊື້ຊີ້ນ,ເຂົ້າ,ປາ,ອາຫານໄປໃຫ້ແມ່ຊີຕະຫຼອດ ເວລາບໍ່ສະບາຍຄອບຄົວຂອງຕ່າກໍໄດ້ຊ່ວຍຄ່າຢາຕ່າໆ…

ແມ່ຊີຜູ້ນີ້ເອື້ອຍຂອງຕ່າເຄີຍບວດນຳເພິ່ນ ເລີຍຕ້ອງໄດ້ເບິ່ງແຍງເພິ່ນຄືຄອບຄົວຜູ້ໜຶ່ງ ຖິ້ມເພິ່ນບໍ່ໄດ້ເພາະຜູກພັນກັນຫຼາຍ ໄດ້ໄປວັດຍາມໃດກໍຊື້ຊີ້ນ,ເຂົ້າ,ປາ,ອາຫານໄປໃຫ້ແມ່ຊີຕະຫຼອດ ເວລາບໍ່ສະບາຍຄອບຄົວຂອງຕ່າກໍໄດ້ຊ່ວຍຄ່າຢາຕ່າໆ…

📌ຊ່ວຍກົດແຊຣ໌ເພື່ອໃຫ້ມີຜູ້ບໍລິຈາກຊ່ວຍແມ່ຊີແນ່ເດີ້ເອົາບຸນນຳກັນ ເມື່ອຍອດບໍລິຈາກຄົບ ຄອບຄົວຕ່າຈະຮີບໄປຊື້ແລ້ວເອົາໄປສົ່ງໃຫ້ແມ່ຊີຢູ່ວັດທັນທີຫຼືໃຜທີ່ຢາກໄປຫາແມ່ຊີແມ່ນໄປໄດ້ເລີຍຢູ່ວັດຖໍ້າພຣະ

🙏🏻ສ່ວນການໂອນເງິນແມ່ນຈະມີ QR ໃຫ້ທາງຄອມເມັ້ນ ທຸກການໃຊ້ຈ່າຍຕ່າຈະເກັບລາຍລະອຽດແລ້ວມາລົງໃຫ້🙏🏻

ຂໍອານຸຍາດໃສ່ລາຍຊື່ແລະຈະໄປລາຍງານໃຫ້ແມ່ຊີຮູ້ວ່າບໍລິຈາກຊ່ວຍ :

– Thongnoy Chanthabandith : 50,000kip🙏🏻

– Amphone Sayasenh : 100,000kip🙏🏻

– Mee Bouttaphong : 50,000kip🙏🏻

– Inpeng Sikhot : 200,000kip🙏🏻

– Amanda Chanthala : 100,000kip🙏🏻

ທີ່ມາ

ຂຶ້ນບໍ່ຢຸດຍອດຜູ້ເສຍຊີວິດຈາກໂຄວິດ-19ເພີ່ມຂຶ້ນ 4ລ້ານກວ່າຄົນ


ຂປລ.ສຳນັກ​ຂ່າວຣອຍ​ເຕີ, ຂໍ້​ມູນ​ຈາກ​ເວັບ​ໄຊ Worldometer, ວັນ​ທີ18​ມິຖຸນາ, ຍອດ​ຜູ້​ເສຍ​ຊີວິດ ຈາກ​ໂຄ​ວິດ-19 ​ທົ່ວ​ໂລກ ເພີ່ມ​ຂຶ້ນ​ເຖິງ 4 ລ້ານ​ກວ່າຄົນ ​ໂດຍ 2 ລ້ານ​ຄົນ​ທຳ​ອິດ ​ເສຍ​ຊີວິດ ພາຍ​ໃນ 1ປີ ​ແລະ ອີກ 2ລ້ານກວ່າ​ຄົນ ​ເສຍ​ຊີວິດ ​ໃຊ້​ເວລາ​ພຽງ 166ວັນ​ເທົ່າ​ນັ້ນ ​ໃນ​ນີ້​ ມີ5 ປະ​ເທດ​ ທີ່​ມີຈຳນວນ ​ຜູ້​ເສຍ​ຊີວິດ ຈາກ​ໂຄ​ວິດ-19 ສູງ​ສຸດ ​ໄດ້​ແກ່:

ສ.ອາ​ເມ​ລິ​ກາ,ບຣາຊິນ,ອິນ​ເດຍ,ຣັດ​ເຊຍ ​ແລະ ​ເມັກ​ຊິກ ລວມກັນ ​ປະມານ​ເຄິ່ງໜຶ່ງ ຂອງ​ຈຳນວນ ​ຜູ້​ເສຍ​ຊີວິດ ​ຈາກທົ່ວ​ໂລກ.ຂະນະ​ທີ່ ຍອດ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19ທົ່ວ​ໂລກ 

​ເພີ່ມ​ຂຶ້ນ​ເຖິງ 178 ລ້ານ​ກວ່າ​ຄົນ ​ໃນ​ນີ້ ສ.ອາ​ເມ​ລິ​ກາ ຍັງ​ເປັນ​ປະ​ເທດ ​ທີ່​ມີ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ​ຫລາຍ​ທີ່​ສຸດ​ໃນ​ໂລກ.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

ລອງເບິ່ງບໍ່ເສຍຫາຍຄວາມເຊື່ອບູຮານ ວິທີເຮັດພາຫວານຂໍຂະມາເຈົ້າທີ່ເຈົ້າຖານ ເຈົ້າດິນເຈົ້າດອນ ເຈົ້າເຮືອນເຈົ້າຊານ ເຈົ້າກຳນາຍເວນ ເຈົ້າແມ່ນາງທໍລະນີ ເຈົ້າແມ່ຄົງຄາເທວະບຸດເທວະດາ.

(ເຮັດພາຫວານຂໍຂະມານຳເຈົ້າທີ່ເຈົ້າຖານເຈົ້າດິນເຈົ້າດອນເຈົ້າເຮືອນເຈົ້າຊານເຈົ້າກຳນາຍເວນເຈົ້າແມ່ນາງທໍລະນີເຈົ້າແມ່ຄົງຄາເທວະບຸດເທວະດາ )

ບໍ່ເຊື່ອຢ່າລົບຫລູ່ອັນໃດທີ່ເຮົາເຮັດເຮົາຫາຢູ່ມັນຂ້ອງມັນຄາກາຊິດີຂຶ້ນຫາເງິນຫາຄ່ຳກາສະດວກສະບາຍຊີວິດດີຂຶ້ນ ເຮັດອັນໃດບໍ່ເປັນຕາໄດ້ກາໄດ້ອັນໃດຈະດີອາທິຖານເອົາຕາມໃຈມັກ

ວິທີເຮັດ:ເຮັດຕອນເຊົ້າ7-10ໂມງເຊົ້າ (ຫ້າມເຮັດຕອນແລງກັບຕອນສວຍ)ຫັນໜ້າໄປທາງທິດຕາເວັນອອກ (ຫ້າມຫັນໄປທາງທິດຕາເວັ້ນຕົກເດັດຂາດ)

ເຮັດພາຫວານມີ : ໝາກໄມ້3ຢ່າງກັບເຂົ້າ5ຄຳ , ເຮັດ7ພາເບິ່ງຕາມຮູບເລີຍ , ນຳ້7ຈອກ , ແຕ່ງຂັນ5 ຂັນ5ມີ ໃບໝາກຍົມ ,ໃບດອກຮັກ , ໃບຄູນ , ໃບດອກດາວເຮືອງໃບໝາກຮຸ່ງ , ທຽນໃສ່ໃນຂັນ5ໃສ່ໃນດອກໄມ້ເລີຍໃສ່ຈວຍລະຄູ່ຕ້ອງທຽນຂາວເດີ້ ແລະ ກັ້ນຫາຍໃຈກຳເອົາທູບຕາມໃຈ ບໍ່ຕ້ອງນັບໃສ່ ເພິ່ນວ່າຖ້ານັບມັນຊິເປັນການລໍຄ່ອຍຊີວິດ ບໍ່ໃຫ້ນັບໃຫ້ກັ້ນຕາມໃຈແລະກຳເອົາຕາມຄວາມເໝາະສົມ

ວິທີເວົ້າ:ກ່ອນເຮັດໃຕ້ທຽນນຳຄູ່1 ໃຕ້ທູບທີ່ກຳມາແລ້ວວາງໃສຂັນ5 ແລ້ວຍໍຂັນ5ຂຶ້ນ ສາທຸ.ສາທຸ.ສາທຸ.ຂ້າພະເຈົ້າຊື່…. ພ້ອມດ້ວຍຄອບຄົວ ມື້ນີ້ລູກມີຂັນ5ພ້ອມພາຫວານ7ພາ ຂໍບູຊາເຈົ້າທີ່ເຈົ້າຖານເຈົ້າກຳນາຍເວນ ຂໍອານຸຍາດ 16ຊັ້ນຟ້າ15ຊັ້ນດິນ14ເຈົ້າແມ່ຄົງຄາ7ເຈົ້າແມ່ນາງທໍລະນີ ມື້ນີ້ວັນນີ້ຂ້ານ້ອຍຊື່…

ເວົ້າຕໍ່ : ໄດ້ບູຊາເຮືອນຊານເຈົ້າທີ່ເຈົ້າຖານ ຂໍໃຫ້ປົກປັກຮັກສາເອົາຄອບຄົວລູກຫລານ ຜູ້ໃດທີ່ຕົກທຸກໄດ້ຍາກກາຂໍໃຫ້ສຸກຍິ່ງໆຂຶ້ນໄປ ຂໍໃຫ້ຢູ່ດີມີແຮງ ຢ່າເຈັບຢ່າໄຂ້ ຂໍບຸນທຳມາຂໍບາລະມີໃຫ້ເກີດ ຖ້າວ່າລູກຫລານເຮັດຜິດພາດ ໄປບໍ່ຊ່າງຍ່າງບໍ່ງາມ ຂໍໃຫ້ເຈົ້າທີ່ເຈົ້າຖານເຈົ້າດິນເຈົ້າດອນເຈົ້າເຮືອນເຈົ້າຊານເຈົ້າກຳນາຍເວນເຈົ້າແມ່ນາງທໍລະນີ ເຈົ້າແມ່ຄົງຄາເທວະບຸດເທວະດາ ຈົ່ງເອົາໂຫສິກຳໃຫ້ແກ່ລູກຫລານດ້ວຍເທີ້ນ…

ເວົ້ນຕໍ່ : ເຮັດອັນໃດກາຂໍໃຫ້ຂຶ້ນໃຫ້ເກີນ ເງິນໄຫລນອງທອງໄຫລມາບໍ່ຂາດເຂີນ ເຮັດທຸລະກິດອັນໃດກາຂໍໃຫ້ຊື້ໄດ້ຂາຍງ່າຍ ທຳມາຄ້າຂຶ້ນ ເຮັດຄ້າຂາຍທຸລະກິດອັນໃດກາຂໍໃຫ້ມີແຕ່ຄົນຮັກຄົນມັກໃນສິນຄ້າລູກດ້ວຍ… ຂໍໃຫ້ທຸລະກິດກ້າວໄກໄປຕະຫລອດການດ້ວຍເທີ້ນ…ໄປທາງໃດມາທາງໃດກາມີແຕ່ຄົນຮັກຄົນຫອມ ຊີວິດບໍ່ຂັດສົນ…ສາທຸ…

ອັນໃດຈະດີກາອະທິຖານເອົາຕາມຄວາມເໝາະສົມເລີຍຫລັງຈາກແລ້ວປັກທູບລົງດິນ ແລ້ວເອົາພາຫວານໄປຍາຍໃສ່ຫໍ່ພະພູມ ໃສ່ຮ້ານພະ4ແຈເຮືອນ ແຊຣໄວ້ເຮັດ ໃຜບໍ່ເຊື່ອກາບໍ່ຕ້ອງລົບຫລູ່ ຕາມຄວາມເຊື່ອ ເຮັດມາມັນດີແທ້ຈຶ່ງຢາກບອກຕໍ່

ຂໍຂອບໃຈທີ່ມາ:

ສາທຸ ສາທຸ ສາທຸ ແຊຣ໌ຂໍໃຫ້ມີໂຊກຄລິບຫຼວງພໍ່ເສກໃບໝາກຂາມໃຫ້ເປັນໂຕຕໍ່

ເປັນເລື່ອງທີ່ກຳລັງເປັນກະແສດັງ ຫຼວງພໍ່ອົງດັ່ງກ່າວຢູ່ສຳນັກສົງ ພຸດນິມິນຕັງ ເທບນິມິດ ແຂວງເພັດສະບູນ ປະເທດໄທ ອາຍຸ 76 ປີ ແລະ

ບວດຕັ້ງແຕ່ຕອນອາຍຸ 36 ປີ ຈົນຮອດປະຈຸບັນ ລູກສິດສ່ວນຫຼາຍມັກຈະເອີ່ນຫລວງພໍ່ວ່າ ຫຼວງພໍ່ໄມ້ກະບອງນາຄາ.

ໂດຍອ້າງວ່າການທີ່ເສກໃບໝາກຂາມເປັນໂຕຕໍ່ນັ້ນແມ່ນຄວາມຈິງ ຖ້າບໍ່ດັ່ງນັ້ນຫຼວງພໍ່ຈະບໍ່ເຮັດເດັດຂາດ ພ້ອມທ້າອີກວ່າໃຜເອົາໄລຂອງຕໍ່ອອກໄດ້ ຫຼວງພໍ່ຈະໃຫ້1ແສນບາດ

ເບິ່ງຄລິບ

ລະມັດລະວັງແດ່ເດີ ອຸປະຕິເຫດລົດຈັກຕຳກັນ! ບາດເຈັບ 1 ຄົນ ເຂດບ້ານດອນໜູນ.

ໃນວັນທີ 18/06/2021 ເວລາ 20:40 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດຈັກຕຳກັບລົດຈັກ ທີ່ບ້ານ ດອນໜູນ ເມືອງ ໄຊທານີ ແຂວງ ນະຄອນຫຼວງວຽງຈັນ.

.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ). ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເພດຊາຍ ອາການເບື້ອງຕົ້ນແມ່ນ: ມີບາດແຜຖະຫຼອກໃບໜ້າ ແລະ ປາກແຕກ.

.

ດັ່ງນັ້ນ ພວກເຮົາຈື່ງໄດ້ປະຖົມພະຍາບານແລ້ວນຳສົ່ງໂຮງໝໍມິດຕະພາບ 150 ຕຽງ ເພື່ອໄປປີນປົວໃຫ້ຊວ່ງເຊົາ.

ຂໍ້ມູນ-ຮູບພາບ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624.

ນີ້ລະພະລັງໂຊຊ່ຽວ ພົບແລ້ວເດີ້ທີ່ປະກາດຕາມຫາແມ່ລູກຕ່າງພົມແດນໄດ້

ຈາກໂພສຂອງນ້ອງ ลูก’ ยาย’ แจน’ ໄດ້ໂພສຕາມຫາແມ່ວ່າແມ່ທີ່ເປັນຄົນລາວ “ຊື່ດາ” 

ນ້ອງຂຽນໄວ້ວ່າ “ຢາກພົບເຈີແມ່ ຢາກບອກແມ່ວ່າພໍ່ເສຍຊີວິດແລ້ວ  ແລ້ວຢາກເວົ້າກັບແມ່ໃນທຸກເລື່ອງ”

ຈາກທີ່ນ້ອງເກີດມາບໍ່ເຄີຍເຫັນຫນ້າແມ່ເລີຍກະເລີຍໂພສລົງໃນເຟສບຸກພາວະນາແມ່ຈະຈືພໍ່ໄດ້ແລ້ວຄວາມຝັນຂອງນ້ອງກາເປັນຈິງຫຼັງນ້ອງໂພສບໍ່ຮອດ2ມື້

ແມ່ໄດ້ເຫັນໂພສຂອງລູກທີ່ບໍ່ເຫັນມາຫຼາຍປີ ສຸດດີໃຈ ແລະ ນ້ອງກໍໂພສຂອບໃຈທຸກຄົນທີ່ຊ່ວຍແຊສຈົນນ້ອງເຫັນແມ່ໃນທີ່ສຸດ

ວອນສັງຄົມຊ່ວຍເຫຼືອ..!! ເດັກບໍ່ມີຮູທະວານມາເກີດ ຄ່າໃຊ້ຈ່າຍສູງບໍ່ເງິນຄ່າຢາ ແລະ ຜ່າຕັດນ້ອງ

ຝາກແຊ່ຕໍ່ໆກັນເພື່ອໃຫ້ຫຼານຕົງທໍ່ໄດ້ຮັກສາຕໍ່ໄປ
ເດັກແມ່ນ(ບໍ່ມີຮູທະວານແຕ່ເກີດ)​ຖືກສົ່ງມາແຕ່ຫຼວງພະບາງ
ປະຈຸບັນແມ່ນໄດ້ມາຮັກສາໂຕຢູ່ໂຮງໝໍເດັກ 150 ຕຽງ ມານອນຢູ່ນີ້ໄດ້ 3 ມື້ແລ້ວ
ຍ້ອນຄ່າໃຊ້ຈ່າຍສູງ ແລະ ຄອບຄົວບໍ່ມີຄວາມສາມາດທາງດ້ານການເງີນຈື່ງຂໍຮັບບໍລິຈາກນຳສັງຄົມລາວເພື່ອໃຫ້ນ້ອງໄດ້ຮັບການຮັກສາອີກຕໍ່ໄປເພາະຕອນນີ້ເງີນທີ່ຮັບບໍລິຈາກມານັ້ນແມ່ນໝົດແລະບໍ່ພຽງພໍຄ່າຢາແລະຄ່າຜ່າຕັດ

ປັດຈຸບັນລຳໃສ້ເດັກແມ່ນໃຫຍ່ຂືື້ນທຸກມື້ເນື່ອງຈາກການຜ່າຕັດຢູ່ແຂວງຫຼວງພະບາງເຮັດຮູນ້ອຍການຂັບຖ່າຍບໍ່ຄ່ອຍສະດວກເຮັດໃຫ້ທ້ອງໃຫຍ່ຂື້ນທຸກມື້
ປະຈຸບັນໝໍກຳລັງວ່າງແຜ່ນຜ່າຕັດເທື່ອທຳອິດເພື່ອຂະຫຍາຍຮູຂັບຖ່າຍໃຫ້ໃຫຍ່ຂື້ນເພື່ອເຮັດໃຫ້ການຂັບຖ່າຍດີຂື້ນແລ້ວຈື່ງວ່າງແຜ່ນການຜ່າຕັດຄັ້ງຕໍ່ໄປ
ສຳລັບຄ່າໃຊ້ຈ່າຍແຕ່ລະມື້ແມ່ນມີດັ່ງນີ້

1,ຄ່າເອໂກ້ 50,000ກີບຕໍ່ຄັ້ງ
2,ຄ່າສ່ອງລັງສີ 50,000ກີບຕໍ່ຄັ້ງ
3,ຄ່າຢາແສນປາຍຕໍ່ມື້(ແລ້ວແຕ່ອາການຂອງເດັກ)
4,ຄ່າເຈາະເລືອດແລະກວດເລືອດ 175,000 ກີບ ຕໍ່ຄັ້ງ

5,ຄ່າຜ່າຕັດຍັງບໍ່ຮູ້ລາຄ່າ(ຕ້ອງຜ່າຕັດຫຼາຍຄັ້ງ)
6,ຄ່າໃຊ້ຈ່າຍຕ່າງໆເຊັ່ນ ຄ່ານຳ້ດື່ມ,ຄ່າອາຫານ,ຄ່າຜ້າອ້ອມ
ເນື່ອງຈາກຕ້ອງໄດ້ຮັກສາດົນແລະມີຄ່າໃຊ້ຈ່າຍສູງ
ຈື່ງໄດ້ອອກມາຂໍລະດົມຄ່າຢາ,​ຄ່າຜ່າຕັດໃຫ້ຫຼານນ້ອຍ

ໃຜຢາກໄປເບີ່ງຫຼືບໍລິຈາກສາມາດໄປຫາໄດ້ຢູ່ໂຮງໝໍເດັກ 150 ຕຽງຊັ້ນ 2 ຂ້າງຫ້ອງຜ່າຕັດ
ຕິດຕາມອາການ ແລະ ສອບຖາມຂໍ້ມູນ 54567740 ຜູ້ຮັບຜິດຊອບຄ່າໃຊ້ຈ່າຍ 0309976617 ພໍ່ເດັກນ້ອຍ
ຢ່າເຮັດບຸນໃຫ້ແຕ່ກັບຜີຈົນລືມເຮັດດີໃຫ້ກັບຄົນ
ຂອບໃຈທຸກການຊ່ວຍເຫຼື່ອທີ່ກຳລັງຈະເຂົ້າມາ

ເຈົ້າໜ້າທີ່ກວດພົບ ເຮືອນເຊົ່າຄົນຕ່າງປະເທດ ຢູ່ບ້ານໂພນປາເປົ້າຈັດງານລ້ຽງຊຸມແຊວ

ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 16 ມີຖຸນາ 2021 ຜ່ານມາ ເຈົ້າຫນ້າທີ່ຕຳຫລວດທ່ອງທ່ຽວ ຫ້ອງສັນຕິບານ ຮ່ວມກັບກຳລັງ ກອງພັນປ້ອງກັນເຄື່ອນທີ່ໄວ ປກສ ນະຄອນຫລວງວຽງຈັນ ສົມທົບກັບ ອຳນາດການປົກຄອງບ້ານ ໄດ້ເຂົ້າກວດເຮືອນເຊົ່າຂອງຄົນຕ່າງປະເທດ ( ສັນຊາດເກົາຫຼີໃຕ້ ) ທີ່ມີການເປີດສຽງເພງເນືອງນັນ ເປັນປະຈຳ, ເຮືອນດັ່ງກ່າວຢູ່ໜ່ວຍ 66 ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ

ຈາກການເຂົ້າກວດພົບເຫັນ 3 ຄົນ, ຍິງ 2 ຄົນ, ຊາຍ 1 ຄົນ(ຕ່າງປະເທດ) ກໍາລັງການຈັດງານລ້ຽງຊຸມແຊວ ດື່ມສິ່ງມຶນເມົາ, ເຫລົ້າ, ເບຍ ຢູ່ໃນເຮືອນເປີດເພງສຽງດັງເນື່ອງນັນ ລົບກວນປະຊາຊົນອ້ອມຂ້າງ ແລະ ພົບເຫັນວັດຖຸສິ່ງຂອງຕ້ອງສົງໃສຄ້າຍຄືຢາເສບຕິດເຊັ່ນ: ຖັງອັດສານແກັສ ໄນຕຼັສອ໊ອກຊາຍ ( Nitrous Oxide ) ຫລື ເອີ້ນວ່າ ແກັສຍິ້ມຫົວ ຈຳນວນ 2 ຖັງ, ອຸປະກອນການເສບຜົງສີຂາວຕິດຢູ່ໃນຫຼອດດູດ ຖິ້ມໃນຖັງຂີ້ເຫຍື້ອ ແລະ ໝາກປຸມເປົ້າ ໃຊ້ເຂົ້າໃນການອັດແກັດຈຳນວນໜຶ່ງ.

ທ່ານຍັງໃຫ້ຮູ້ອີກວ່າ: ທີ່ຜ່ານມາແມ່ນອໍານາດການປົກຄອງບ້ານ ເຄີຍໄດ້ເຂົ້າໄປສຶກສາອົບຮົມກ່າວເຕືອນມາແລ້ວ ແຕ່ກໍຍັງມີການຜ່າຜືນຈັດງານຊຸມແຊວຢູ່. ຕໍ່ເຫດການຄັ້ງນີ້ແມ່ນເຈົ້າໜ້າທີ່ໄດ້ນຳຕົວພວກກ່ຽວ ໄປກັກກັນເພື່ອຊອກຫາເຊື້ອພະຍາດໂຄວິດ-19.

ຄລິບຂ່າວ