ໜ້າເປັນຫ່ວງໜັກອີກແລ້ວ ວັນທີ 28 ມິຖຸນາ 2021 ສປປ ລາວ ພົບຜູ້ຕິດເຊື້ອໃໝ່ +26 ຄົນ

ສະຫລຸບຫຍໍ້ ສະຖານະການ ໂຄວິດ-19 ໃນມື້ນີ້ ຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 28 ມິຖຸນາ​ 2021​ ໄດ້ກວດວິເຄາະທັງໝົດ 1129 ຕົວຢ່າງ, ນະຄອນຫຼວງ 366 ຕົວຢ່າງ ໃຫ້ຮູ້ວ່າ:​ ກວດພົບຜູ້ເຊື້ອໃຫມ່​ 26 ຕົວຢ່າງ.​

ໃນນັ້ນມີ,

ນະຄອນຫຼວງວຽງຈັນ: 7

ແຂວງວຽງຈັນ: 4

ແຂວງໄຊຍະບູລີ: 1

ແຂວງຫຼວງນໍ້າທາ: 2

ແຂວງສະຫວັນນະເຂດ: 4 (ນໍາເຂົ້າ)

ແຂວງຈໍາປາສັກ: 8 (ນໍາເຂົ້າ)

ໃນສະຖານະການແບບນີ້ເຮົາຄວນໃຫ້ຄວາມຮ່ວມມື ບໍ່ອອກບ້ານຖ້າບໍ່ຈຳເປັນ.

ດ່ວນເກີດ ອຸປະຕິເຫດຮຸນແຮງ ຢູ່ທາງດ່ວນ ລົດເສຍຫາຍໝົດຄັນ

​ 27​ ມີຖຸນາ​ 2021​ ເວລາ​ປະມານ​ 20:00​ ໂມງ,​ຢູ່ທີ່ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ໄດ້ມີລົດປະເພດ SUV ນ້ອຍຄັນໜຶ່ງເກີດອຸປະຕິເຫດໄຟໄໝ້ຂຶ້ນເອງຢູ່ຊ່ວງທາງລະຫວ່າງສະຖານີນະຄອນຫລວງວຽງຈັນ-ສະຖານີວັງວຽງ,​ ຈຸດທາງແຍກຂອງສະຖານີເກັບເງິນໂພນຄຳ, ເມື່ອພະນັກງານ ແລະ​ ຕຳຫຼວດຈະລາຈອນຂອງທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ​ໄດ້ຮັບແຈ້ງເຫດ, ກໍ່ໄດ້ຮີບຮ້ອນໄປທີ່ຈຸດເກີດເຫດທັນທີ,

ເມື່ອໄປຮອດຈຸດເກີດເຫດກໍ່ໄດ້ຕິດຕັ້ງອຸປະກອນແຈ້ງເຕືອນ, ພ້ອມທັງປະຕິບັດວຽກງານຄຸ້ມຄອງການສັນຈອນ, ເພື່ອຮັບປະກັນຄວາມປອດໄພຂອງຍານພາຫະນະຄັນອື່ນ​ທີ່ຜ່ານໄປມາ, ໃນຂະນະດຽວກັນກໍ່ໄດ້ແຈ້ງໄປຫາໜ່ວຍງານດັບເພີງທັນທີ.

ປະຈຸບັນລົດທີ່ເກີດໄຟໄໝ້ຄັນດັ່ງກ່າວໄດ້ຖືກກູ້ໄພ ແລະ​ ດັບເພີງເປັນທີ່ຮຽບຮ້ອຍແລ້ວ, ອຸປະຕິເຫດໃນຄັ້ງນີ້ບໍ່ມີຜູ້ໄດ້ຮັບບາດເຈັບຫຼືເສຍຊີວິດ.​

ອີງຕາມການກວດສອບໃນສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ, ເບື້ອງຕົ້ນໄດ້ສັນນິຖານວ່າສາເຫດຂອງການເກີດໄຟໄໝ້ໃນຄັ້ງນີ້ເກີດຈາກເຄື່ອງຈັກຂອງລົດຄັນດັ່ງກ່າວເກີດຂັດຂ້ອງ.

ຈາກການເກີດອຸປະຕິເຫດໃນຄັ້ງນີ້ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງຂໍແຈ້ງເຕືອນມາຍັງນັກຂັບຂີ່ທຸກວ່າ: ໃນລົດຂອງຜູ້ຂັບຂີ່ທຸກທ່ານຄວນມີການຕິດຕັ້ງອຸປະກອນດັບເພີງ, ເພາະໃນຂະນະທີ່ໄຟເລີ່ມໄໝ້ນັ້ນແປວໄຟແມ່ນຈະຂ້ອນຂ້າງນ້ອຍ ແລະ​ ທ່ານກໍ່ຈະສາມາດໃຊ້ອຸປະກອນດັບເພີງທີ່ຕິດຕັ້ງມາໃນລົດນັ້ນຄວບຄຸມເພີງໄດ້.🙏

.

.

ໄຟຟ້າລາວ ປະຊຸມດ່ວນ ເພື່ອຫາລືກ່ຽວກັບ ກໍລະນີໃບບິນທີ່ມີຄ່າໄຟຟ້າ ສູງເກີນຄວາມເປັນຈິງ ແລະ ມາດຕະການປະຕິບັດວິໄນຕໍ່ຜູ້ກະທໍາຜິດ

ກອງປະຊຸມໄດ້ປຶກສາຫາລືສາເຫດທີ່ມາຂອງການອອກໃບບິນຄ່າໄຟຟ້າ ທີ່ສູງຜິດປົກກະຕິ ເພື່ອຫາວິທີການ ແລະ ມາດຕະການແກ້ໄຂ ພ້ອມທັງ ຄົ້ນຄ້ວາພິຈາລະນາ ມາດຕະການປະຕິບັດວິໃນ ຕໍ່ພະນັກງານຜູ້ທີ່ຖືເບົາຕໍ່ການປະ ຕິບັດໜ້າທີ່ ໂດຍອີງໃສ່ ແຈ້ງການເພີ່ມເຕີມເລື່ອງ:

ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໃຫ້ບໍລິການສັງຄົມ ໃນວຽກງານລະບົບໃບບິນ BS 2000 ເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021, ກ່ຽວກັບ ມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ ການສົ່ງໃບບິນ, ການເກັບເງິນຕ້ອງໃຫ້ຖືກຕ້ອງ ຖ້າພະນັກງານບົກຜ່ອງ ຕໍ່ໜ້າທີ່ເຮັດໃຫ້ສັງຄົມເຂົ້າໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະການເດັດຂາດພາຍຫຼັງທີ່ຖືກພິຈາລະນາຮອບດ້ານແລ້ວ; ພະນັກງານສັນຍາຈ້າງທີ່ເປັນຕົ້ນເຫດຄວາມຜິດແມ່ນຈະ ຖືກພັກວຽກບໍ່ມີກໍານົດ ແລະ ຍົກເລີກສັນຍາວ່າຈ້າງທັນທີໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ.

ສໍາລັບພະນັກງານ ຟຟລ ພາຍຫຼັງຄະນະກໍາມະການຄົ້ນຄ້ວາວິໃນເຫັນວ່າມີຄວາມຜິດ ປະລະໜ້າທີ່ ຫຼື ລະເລີຍບໍ່ປະຕິບັດໜ້າທີ່ ສ້າງຄວາມ ເສຍຫາຍຕໍ່ຊັບສິນ ແລະ ພາບພົດ ຟຟລ ຈະຖືກພິຈາລະນາຄວາມຜິດຕາມໜ້າທີ່ ແລະ ຕໍາແໜ່ງຮັບຜິດຊອບ ຕາມລະບຽບຂອງ ຟຟລ. ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ວິທີການແກ້ໄຂເພື່ອປັບປຸງການບໍລິການໃຫ້ມີປະສິດທິພາບ.

ກອງປະຊຸມຄະນະກໍາມະການຄົ້ນຄວ້າວິໃນ, ຈັດຂື້ນ ຕອນເຊົ້າ ວັນທີ 27 ມີຖຸນາ 2021, ທີ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍການ ເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ທັງເປັນປະທານຄະນະກໍາມະການຄົ້ນຄວ້າວິໃນ ຟຟລ, ມີຄະນະກໍາມະການຄົ້ນຄ້ວາວິໃນ ຟຟລ ພ້ອມດ້ວຍ ຫົວໜ້າສາຂາໄຟຟ້ານະຄອນຫລວງ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

@ໜັງສືພິມເສດຖະກິດສັງຄົມ

ລາຍງານຜູ້ ຕິ ດ ເ ຊື້ ອ ກໍລະນີໃໝ່ ວັນທີ 27/06/2021 ສັກວັກຊິນ2ເຂັມແລ້ວ

ອີງຕາມການຖະແຫຼງຂ່າວ ຈາກຄະນະສະເພາະກິດ ປະຈຳວັນທີ 27 ມິຖຸນາ 2021 ໃຫ້ຮູ້ວ່າ: ສປປ ລາວ ມາຮອດວັນທີ 26 ມິຖຸນາ 2021: ໄດ້ກວດວິເຄາະທັງໝົດ 1,354 ຄົນ, ໃນນັ້ນ ກວດພົບຜູ້ຕິ ດເຊື້ອທັງໝົດ 10 ຄົນ, ຈາກນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4​ ຄົນ. ສຳລັບນະຄອນຫຼວງວຽງຈັນ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ. ສ່ວນ ແຂວງສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

– ຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ, ຍັງບໍ່ສາມາດລະບຸແຫຼ່ງທີ່ມາຂອງການຕິດເຊື້ອໄດ້, ກໍລະນີຢັ້ງຢືນໃໝ່ ເພດຍິງ, ອາຍຸ 29 ປີ, ອາຊິບ: ພະນັກງານ, ບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫລວງ, ບໍ່ມີພະຍາດປະຈໍາໂຕ, ໄດ້ຮັບການສັກຢາວັກຊິນ 02 ເຂັມ, ວັນທີ 22/06/2021: ມີອາການເມື່ອຍ ແລະ ປວດຕາມຕົນໂຕ, ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19 ໃນວັນທີ 26/06/2021 ແມ່ນພົບເຊື້ອ ເຊິ່ງມີການເຄື່ອນໄຫວດັ່ງຕໍ່ໄປນີ້:

ມາຮອດມື້ນີ້, 27/06/2021 ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 2,110 ຄົນ, ປິ່ນປົວຫາຍດີແລ້ວ 1,986 ຄົນ, ກຳລັງປິ່ນປົວ 121 ຄົນ ແລະ ເສຍຊີວິດສະສົມ 3 ຄົນ.

ຝາກແຊຣ໌ແມ່ວອນຂໍສັງຄົມຊ່ວຍ! ຕາມຫາລູກຊາຍທີ່ໄປຈາກບ້ານ 22 ປີ

ວອນຂໍຄວາມຊ່ວຍເຫລືອ🙏🙏 ແມ່ເຖົ້າຫມອນ(ເປັນລູກຂອງແມ່ໃຫຍ່ຈູມ) ຕາມຫາລູກຊາຍ ທີ່ຫ່າງຫາຍ ຈາກອັດຕະປື ເປັນເວລາດົນ 22ປີ

ຊື່ ທ້າວ ເພັດສຸພັນ(ເພັດ) ອາຍຸປະມານ47ປີ (ເຊິ່ງເປັນລູກຜູ້ທີສອງ ມີເອື້ອຍກົກຊື່ ນາງ ວັນ, ທ້າວ ເພັດສຸພັນ, ນາງແສງພະຈັນ…) ອອກຈາກອັດຕະປື

ໄປຢູ່ສະຫວັນນະເຂດ ມີຈຸດປະສົງຢາກໄປເຮັດວຽກຢູ່ໄທ(ຫຼາຍປີກ່ອນໄດ້ຍິນຂ່າວວ່າຢູ່ສະຫວັນ) ຈົນຕອນນີ້ ບໍ່ມີວີ່ແວວ ຜູ້ເປັນແມ່ກະໄດ້ ແຕ່ຄອງຖ້າ ຈົ່ມຄິດຮອດລູກ ຖ້າລູກກັບມາ.

ຈົນມາຮອດມື້ນີ້ ມາບອກໃຫ້ຫຼານ ຖ່າຍຮູບຕົນລົງເຟດ ເພື່ອຕາມຫາລູກຊາຍ ວອນທຸກຄົນ ບໍ່ຊ່ວຍຫຼາຍ ກະຊ່ວຍແຊຣ໌🙏🙏 (ບໍ່ມີຮູບລູກຊາຍ ສະໄຫມແຕ່ກີ້ບໍ່ໄດ້ຖ່າຍໄວ້)

ທີ່ມາ

ດ່ວນທີ່ສຸດ ລັດວິສາຫະກິດໄຟຟ້າລາວ ອອກມາຍອມຮັບຜິດຊອບ ກໍລະນີຜິດຜາດຄ່າໄຟເລັ່ງຊອກຫາສາເຫດແລະປະຕິບັດວິໄນ

ຈາກກໍລະນີບິນໄຟຟ້າມີຕົວເລກ ແລະ​ ຄ່າຊຳລະໄຟຟ້າສູງເກີນຂອບເຂດ ຫລື​ 100​ ເທົ່າຕົວ ສ້າງຄວາມຕົກໃຈແກ່ຜູ້ຖືກຜົນກະທົບ ແລະ​ ຮືຮາໃຫ້ກັບສັງຄົມ​ຈຳນວນຫລາຍ.​

ຫຼ້າສຸດ​ ວັນທີ​ 26​ ມິຖຸນາ​ 2021​ ນີ້​ ລັດວິສາຫະກິດໄຟຟ້າລາວໄດ້ອອກມາໂພສລົງໃນເພຈທາງການຂອງໄຟຟ້າລາວວ່າ:

ຈາກກໍລະນີ ການອອກບິນຄ່າໄຟຟ້າ ເລກບັນຊີ 00408348 ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ທີ່ມີຕົວເລກມູນຄ່າການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງເກີນຄວາມເປັນຈິງ.

ຕໍ່ກັບເຫດການດັ່ງ ວັນທີ 26 ມິຖຸນາ 2021 ຄະນະກໍາມະການຄົ້ນຄ້ວາ ແລະ ປະຕິບັດລະບຽບວິໄນ ລັດວິສາຫະກິດ ໄຟຟ້າລາວ ຈະໄດ້ທໍາການສອບສວນຫາສາເຫດທີ່ກໍ່ໃຫ້ເກີດຄວາມຜິດພາດ ແລະ ດໍາເນີນການແກ້ໄຂໂດຍໄວ.
ລັດວິສາຫະກິດໄຟຟ້າລາວ ຕ້ອງຂໍອະໄພຕໍ່ຜູ້ຊົມໃຊ້ໄຟຟ້າທຸກທ່ານ ແລະ ພ້ອມຈະແກ້ໄຂຂໍ້ຜິດພາດທີ່ເກີດຂື້ນ.

ຖ້າໃບບິນຄ່າໄຟຟ້າຂອງທ່ານ ມີມູນຄ່າການໃຊ້ພະລັງງານສູງຜິດປົກກະຕິ ຫລື ມີການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງ ຜິດປົກກະຕິ, ຂໍຄວາມກະລຸນາ ແຈ້ງເບີສາຍດ່ວນ 1199 ຫລື ສູນບໍລິການໄຟຟ້າ ໃກ້ບ້ານຂອງທ່ານ ເພື່ອດໍາເນີນການ ກວດກາໃຫ້ທັນເວລາ.

ຖ້າທ່ານບໍ່ໄດ້ຮັບຄໍາຕອບພາຍໃນ 7 ວັນ ທ່ານສາມາດເຂົ້າມາປະສານງານ ທີ່ສໍານັກງານ ຝ່າຍຈໍາໜ່າຍ ບ້ານໜອງບຶກເໜືອ ເມືອງສີໂຄດຕະບອງ ຫລື ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

ດ່ວນແຊຣ໌ລະແມ້ ຂ່າວດີນາຍົກແຈ້ງ ຍົກເລີກ ການຄິດໄລ່ຄ່າໄຟຟ້າ ແບບ 2 ຂັ້ນ 355 ແລະ 710

ການຄິດໄລ່ຄ່າໄຟຟ້າ!ແບບ 2 ຂັ້ນ 355 ແລະ 710 ເພິ່ນຍົກເລີກລະເດີ!

ຈາກກໍລະນີບ້ານອ້າຍຮັກລາວຖືກກັບໂຕເອງ…ເຫັນບີນຈົນຕົກໃຈ..

ລາວວ່າກູເປີດໂຮງງານຕັດຫຍິບຕິເບາະ…

ທີ່ມາ.

ຂໍອະນຸຍາດນຳເຈົ້າຂອງພາບເດີ້.

ຈັງແມ່ນເກັ່ງ ສຸດທ້າຍກະໄປບໍ່ລອດ ກວ່າຊິຈັບໄດ້ລັກລົດຕັ້ງ 23 ຄັນ ໂຈນຜູ້ນີ້ອັນຕະລາຍສຸດໆ

ກ່ອນອື່ນຕ້ອງຊົມເຊີຍເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດທີ່ສາມາດລວບຕົວໂຈນອັນຕະລາຍລາຍນີ້ໄດ້ ພ້ອມເກັບກູ້ຂອງກາງສົ່ງຄືນໃຫ້ເຈົ້າຂອງເດີມ, ຊັບສິນທຸກຢ່າງກ່ອນຈະຫາມາໄດ້ແສນລຳບາກ ໄດ້ມາແລ້ວພວກມັກງ່າຍຫວັງລວຍທາງລັດຍັງມາລັກເອົາໄປອີກ ຖ້າຈັບບໍໄດ້ຍັງຈະເສຍຫາຍອີກເທົ່າໃດ?ໃນວັນ 21 ມິຖຸນາ 2021ນີ້, ເຈົ້າໜ້າທີ່ ປກສ ນະຄອນ ໄກ ສອນ ພົມວິຫານ ໄດ້ນໍາເອົາລົດ ຈັກເວັບ100 ຈໍານວນ 8 ຄັນ ທີ່ເກັບກູ້ໄດ້ຈາກຄະດີລັກຊັບພົນ ລະເມືອງ ມອບໃຫ້ເຈົ້າຂອງເດີມ ຊຶ່ງກ່າວມອບໂດຍທ່ານ ພັຕ ພອນ ໄຊ ກຸນນຸວົງ ຮອງຫົວໜ້າພະແນກ ຕຳຫຼວດກອງບັນຊາການ ປກສ ນະຄອນ ຜູ້ຊີ້ນຳວຽກງານສືບ ສວນ-ສອບສວນ.

ທ່ານ ພັຕ ພອນໄຊ ກຸນນຸວົງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ໄດ້ມີເຫດການຄົນຮ້າຍໄດ້ເຄື່ອນ ໄຫວກໍ່ເຫດປຸ້ນຊັບ, ຊິງຊັບ ແລະ ລັກຊັບພົນລະເມືອງ (ລັກລົດຈັກ) ຢູ່ພາຍໃນນະຄອນໄກສອນ ພົມ ວິຫານ ເຮັດໃຫ້ເກີດຜົນເສຍຫາຍ ຕໍ່ຊັບສິນຂອງປະຊາຊົນຕໍ່ກັບສະ ພາບການດັ່ງກ່າວ, ເຈົ້າໜ້າທີ່ ປກສ ນະຄອນ ກໍ່ໄດ້ລົງເກັບຂໍ້ມູນ ຫຼັກຖານໃນສະຖານເປົ້າໜາຍທີ່ເກີດເຫດ, ຈົນມາວັນທີ 18 ພຶດສະພາ 2021 ໃນເວລາ 17 ໂມງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກັກຕົວ ທ້າວ ພອນສະຫວັນ ຫຼືອ້າຍ ອາຍຸ 35 ປີ ອາຊີບວ່າງງານ ບ້ານໄຊຍະພູມ, ນະຄອນ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ.

ເຊິ່ງຜ່ານການສືບ ສວນ-ສອບສວນ, ທ້າວພອນສະ ຫວັນ ຫຼືອ້າຍສາລະພາບວ່າ: ໄດ້ ເຄື່ອນໄຫວກໍ່ເຫດກະທຳຜິດຢູ່ ພາຍໃນນະຄອນໄກສອນ ພົມວິ ຫານ ມີທັງໜົດຈຳນວນ 29 ເຫດ ການຄື: ປຸ້ນຊັບ 01 ຄັ້ງ, ຊິງຊັບ 03 ຄັ້ງ, ສໍ້ໂກງຊັບ 01 ແລະລັກ ຊັບພົນລະເມືອງ 24 ຄັ້ງ ໃນນັ້ນ ໄດ້ລັກລົດຈັກ 23 ຄັ້ງ ຊຶ່ງຜູ້ກ່ຽວ ໄດ້ໃຊ້ມີດຈີ້ນາບຂູ່ປຸ້ນເອົາຊັບສິນຂອງຜູ້ເສຍຫາຍຢູ່ຫ້ອງເຊົ່າຫຼັກ 08, ບ້ານອຸດົມວິໄລ ນະຄອນໄກ ສອນ ພົມວິຫານ, ໄດ້ຊີງຊັບດຶງກະ ເປົ໋າສອງແມ່ລູກຈົນເຮັດໃຫ້ລົດ ລົ້ມຢູ່ໜ້າພັດທະຄານຮຸ່ງທິບ ບ້ານທ່າເມືອງ, ໂດຍໄດ້ຮ່ວມກັບ ທ້າວ ວິຊຸນ ຫຼືຕຸກຊີງຊັບໄດ້ດຶງ ເອົາກະເປົ໋າຢູ່ຮ້ານອາຫານໂຊກໄຊ ບ້ານໂພນສະຫວ່າງໃຕ້ ແລະ ດຶງເອົາເປົ໋າຢູ່ຮ້ານເຊີ້ບ້ານໂນນ ສະຫວາດນະຄອນ ໄກສອນ ພົມວິຫານ, ໄດ້ສໍ້ໂກງຊັບໂດຍໃຊ້ຮູບ ການຕົວະຢືມເອົາລົດຈັກ 01 ຄັນ ແລ້ວເອົາໄປຂາຍເລີຍ, ໄດ້ເຂົ້າໄປລັກໂນດບຸກຂອງຄູບາຢູ່ກຸດຕິ ພາຍໃນວັດໃຫຍ່ໄຊຍະພູມ 01 ຄັ້ງ.

ເຊລວມໆແລ້ວຜູ້ກ່ຽວແມ່ນໄດ້ເຄື່ອນ ໄຫວໂດຍການເລາະຫາລັກລົດ ຈັກໄດ້ທັງໜົດ 23 ຄັ້ງ ແລະຜົນ ເສຍຫາຍລົດຈັກຈຳນວນ 23 ຄັນ ແລະຍັງໄດ້ຮ່ວມກັບເມຍຊື່ນາງ ກຸ້ງໄປລັກລົດຈັກຈຳນວນ02 ຄັນອີກ. ມາຮອດວັນທີ 2 ມິຖຸນາ 2021, ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ ປະສານສົມທົບກັບທຸກພາກສ່ວນ ໄລ່ນຳລົດຈັກທີ່ທ້າວພອນສະຫວັນ ຫຼືອ້າຍໄດ້ນຳໄປຂາຍມີຈຳ ນວນ 19 ຄັນ, ໄດ້ເຄື່ອງຂອງ ກາງລົດ ແລະສາມາດເກັບກູ້ຄືນ ມາໄດ້ຈຳນວນ 08 ຄັນ ແລະທາງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງ ໄດ້ກວດກາ ແລະໄດ້ມອບລົດຈັກຈຳນວນໜຶ່ງຄືນໃຫ້ເຈົ້າຂອງເດີມ.

ສ່ວນຜູ້ກະທຳຜິດ ແມ່ນຈະໄດ້ດຳ ເນີນຄະດີຕາມລະບຽບກົດໜາຍ ແລະສ່ວນພາຫະນະທີ່ຍັງເຫຼືອ ແມ່ນຈະໄດ້ສືບຕໍ່ໄຕ່ນຳເກັບກູ້ຄືນ ເພື່ອສົ່ງຄືນໃຫ້ເຈົ້າຊັບຕໍ່ໄປ. ໃນໂອກາດນີ້, ທ່ານ ພັຕ ພອນ ໄຊ ກຸນນຸວົງ ໄດ້ຮຽກຮ້ອງມາຍັງ ປະຊາຊົນ, ຊາວຄ້າຂາຍ, ນັກ ຮຽນ-ນັກສຶກສາ ແລະຜູ້ປະກອບ ການຕ່າງໆ ໃຫ້ມີສະຕິວັງຕົວໃນ ການຮັກສາຊັບສິນຂອງຕົນເປັນ ຕົ້ນແມ່ນລົດຈັກ ໃຫ້ຈອດໄວ້ບ່ອນ ທີ່ມີຄວາມ ປອດໄພ ພ້ອມທັງເປັນ ຫູເປັນຕາຊ່ວຍເຈົ້າໜ້າທີ່ຖ້າພົບ ເຫັນເຫດການບໍ່ດີໃຫ້ຮີບຮ້ອນ ລາຍງານຕໍ່ເຈົ້າໜ້າທີ່ ເພື່ອແກ້ໄຂ ເຫດການໃຫ້ທັນເວລາ

ຂ່າວເສົ້າ.! ຄົນລາວ ເສ ຍ ຊິ ວິ ດໃນຫ້ອງ ຢູ່ໄທເພາະບໍ່ມີຕຽງທີ່ໂຮງຫມໍຮອງຮັບ

ສະເທືອນໃຈ! ຍິງຊາວລາວຕິດໂຄ ວິ ດ ເສຍຊີວິດຄາຫ້ອງ.

ເພາະບໍ່ມີຕຽງທີ່ໂຮງຫມໍຮອງຮັບ .

ຈົງໃຊ້ຊີວິດຢ່າງມີສະຕິ.

ຊົມຄລິບ

ຂ່າວດີ 2ມື້ແລ້ວທີ່ ສປປລາວ ເຮົາບໍ່ພົບຜູ້ ຕິ ດ ເ ຊື້ ອ ໃນຊົມຊຸມ

​ສະຫຼຸບການລະບາດຂອງ ໂ ຄ ວິ ດ ມື້ນີ້ ຈາກການຖະແຫຼງຂ່າວຂອງຄະນະເພາະກິດ ປະຈຳວັນທີ 26 ມິຖຸນາ 2021 ທົ່ວປະເທດກວດພົບຜູ້ ຕິ ດເ ຊື້ ອໃໝ່​ 6 ກໍລະນີ​ນຳເຂົ້າ​ ຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານແບບຖືກຕ້ອງ.​

ໃນນີ້ມີຢູ່ ແຂວງ​ຈຳປາສັກ​ 3​ ຄົນ​ (ນຳເຂົ້າ) ​ແຂວງສະຫວັນນະເຂດ​ 3​ ຄົນ​ (ນຳເຂົ້າ)

.