ຊ່ວຍກັນແຊຮ໌ ອອກໄປໃຫ້ຍາດພີນ້ອງລາວເຫັນແດ່ເດີ

ວອນຜູ້ໃນບຸນຊ່ວຍລາວແດ່ ລາວເປັນຄົນຢູ່ເມືອງຫີນເຫີບ.

.

ລາວມາຊອກວຽກເຮັດຢູ່ນະຄອນຫຼວງພະບາງແຕ່ບໍໄດ້ວຽກ.ລາວບໍມີເງີນຈັກກີບຕິດໂຕເລີຍ.ໄດ້2ມື້ແລ້ວບໍໄດ້ກີນເຂົ້າ.ຂ້ອຍກໍຊ່ວຍຊື້ເຂົ້າຊື້ນ້ຳໃຫ້ລາວກີນ.

ຕອນນີ້ກຳລັງຍ່າງກັບບ້ານ.ຮອດເມື່ອງຊຽງເງີນຖ້າຜູ້ໃດໄປວຽງຈັນແລ້ວເຫັນລາວຍ່າງຕາມທາງຊ່ວຍເອົາລາວໄປນຳເເດ່.

ສຸດຍອດ..! ເຈົ້ານາຍແຫ່ງຊາດ ແຈກລົດ ແລະ ເຮືອນໃຫ້ລູກນ້ອງ

ເວົ້າໄດ້ວ່າເປັນເລື່ອງທີ່ຫລາຍຄົນໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກ ການເປັນຜູ້ນໍາທີ່ດີນັ້ນ. ບໍ່ພຽງແຕ່ຕ້ອງບໍລິຫານບໍລິສັດໃຫ້ກ້າວໄປຂ້າງໜ້າ. ແຕ່ຍັງດູແລພະນັກງານທຸກຄົນໃນບໍລິສັດ ເພາະວ່າຖ້າບໍ່ມີພະນັກງານ, ມັນເປັນການຍາກທີ່ບໍລິສັດສຳຈະປະສົບຜົນສຳເລັດໄດ້ ຄືແນວຄິດທີ່ຫນ້າຊື່ນຊົມສຸດຍອດເຈົ້ານາຍແຫ່ງຊາດ

ທ່ານ ລັດຕະນະພອນ ລີເສັດເສີດ ເປັນປະທານບໍລິສັດຊ່ອງທາງການບັນຊີ ຈຳກັດ ຄືເປັນຫົວໜ້າ ພະນັກງານ ຖືວ່າເປັນນາຍຈ້າງທີ່ດີທີ່ສຸດ ເນື່ອງຈາກຄວາມໃຈປ້ຳຂອງລາວ, ໄດ້ມອບເຮືອນຫຼາຍກວ່າ 15 ຫຼັງເປັນໂບນັດໃຫ້ກັບພະນັກງານ ພາຍໃຕ້ແນວຄວາມຄິດ “ໃຈແລກໃຈ” ກັບລູກນ້ອງ.

ແຈກເຮືອນໃຫ້ພະນັກງານທ່ານລັດຕະນະພອນ ກ່າວວ່າຕົນເຄີຍເປັນລູກນ້ອງກ່ອນສ້າງຕັ້ງບໍລິສັດນີ້. ສະນັ້ນຂ້ອຍເຂົ້າໃຈຂອງພະນັກງານເປັນຢ່າງດີ. ລາວເວົ້າວ່າຕັ້ງແຕ່ເຮັດວຽກມາ, ຂ້ອຍມີຫົວໜ້າ 2 ຄົນ. ໜຶ່ງ ຄົນຫນຶ່ງໃຫ້ຂ້ອຍມີອິດສະລະພາບໃນການເຮັດວຽກ ແລະ ໃຫ້ມີອຳນາດໃນການຕັດສິນໃຈດ້ວຍຕົນເອງ ແລະ ອີກຄົນຫນຶ່ງໃຫ້ກຽດ ພໍໄດ້ມາຕັ້ງບໍລິສັດນີ້ຈຶ່ງເອົາສອງຢ່າງນີ້ມາລວມເຂົ້າກັນ

ຕອນຂ້ອຍຍັງນ້ອຍ, ຫຼັງຈາກເລີກຮຽນ ທ່ານລັດຕະນະນພອນມີນິໄສການເຮັດບຸນແລະການໃຫ້ທານແກ່ຄົນຂໍທານ, ໄດ້ຮັບສິນ 5 ສິນ 8 ເພາະຢາກຊອກຫາຫົນທາງໄປສູ່ນິບພານໃນຊີວິດທີ່ຕົນໄດ້ຕັ້ງໄວ້. ເພາະສະນັ້ນ, ເມື່ອມີເງິນແລະຊັບສິນ ຈຳ ນວນ ໜຶ່ງ, ມັນງ່າຍຫຼາຍທີ່ຈະຕັດສິນໃຈມອບໃຫ້ພະນັກງານຂອງລາວເພາະວ່າພະນັກງານແມ່ນຄົນທີ່ຢູ່ໃກ້ແລະ ສຳ ຄັນສະເຫມີ.

ໃຫ້ກັບຄົນອື່ນໄດ້, ເປັນຫຍັງຈຶ່ງໃຫ້ພະນັກງານບໍ່ໄດ້ ເຮັດວຽກກັບພະນັກງານທຸກມື້ ເບິ່ງສີຫນ້າກະອອກວ່າມີຄວາມທຸກ ໃນການຜ່ອນບ້ານຜ່ອນລົດ ສົ່ງຜົນເຮັດໃຫ້ເຮັດວຽກຈະບໍ່ມີຄຸນນະພາບສູ້ກັບເຮົາຊື້ໃຫ້ພວກເຂົາໄປເລີຍເວລາເຮັດວຽກຈຶ່ງບໍ່ຕ້ອງມາກັງວົນແມ່ນຫຍັງອີກ

ເຝົ້າລະວັງ ເຂື່ອນຫ້ວຍລຳພັນໃຫຍ່ ຈະປ່ອຍນ້ຳອອກຈາກເຂື່ອນ

ເຕືອນ ປະຊາຊົນ ທີ່ຢູ່ເຂດໃຕ້ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ໃຫ້ຕຽມພ້ອມຣະວັງນ້ຳຖ້ວມກະທັນຫັນ, ໃຫ້ຍ້າຍສັດລ້ຽງອອກຈາກແຄມຫ້ວຍ ເພາະທາງ ບໍຣິສັດຜລິດໄຟຟ້າລາວມະຫາຊົນ ຈະໄດ້ລະບາຍນ້ຳໃນເຂື່ອນອອກ.

ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ໄດ້ອອກແຈ້ງການເຖິງຫຼາຍພາກສ່ວນ ໃນແຂວງເຊກອງຮວມທັງປະຊາຊົນໃນພື້ນທີ່ 7 ບ້ານ ຂອງເມືອງທ່າແຕງ ແລະ ເມືອງລະມາມ ໃຫ້ຕຽມຄວາມພ້ອມຮັບມືຈາກການປ່ອຍນໍ້າອອກຈາກ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ນັບແຕ່ວັນທີ 17-22 ຕຸລາ 2021 .

ຊາວບ້ານທີ່ອາສັຍຢູ່ ແລະຫາກິນຕາມສາຍຫ້ວຍລຳພັນໃຫຍ່ ໃຫ້ຫຼີກລ້ຽງການຫາປາ ຢູ່ໃນສາຍນໍ້າຫ້ວຍລຳພັນ ແລະໃຫ້ຍ້າຍສັດລ້ຽງອອກຈາກແຄມຫ້ວຍ ເພື່ອຄວາມປອດພັຍ.

ໜ້າເປັນຫ່ວງ ນັກຮຽນນັກສຶກສາ ຕິດໂຄວິດ 66 ຄົນ

ຈາກການຖະແຫຼ່ງຂ່າວໂ ຄວິ ດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 20/10/2021 ພົບວ່າມີຜູ້ຕິດເຊື້ ອໂ ຄວິ ດເພີ່ມໃໝ່ +635 ຄົນ ແລະ ຊຸມຊົນ +628 ຄົນ.

ຂໍ້ມູນຜູ້ຕິດໂ ຄວິ ດ ຢູ່ນະຄອນຫລວງວຽງຈັນ ວັນທີ 20 ຕຸລາ 2021​ແຍກຕາມອາຊີບ ແລະ ບ່ອນເຮັດວຽກ

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ

ແຂວງຫຼວງພະບາງ ເສຍຊີວິດເພີ່ມ ອີກ 1 ຄົນ ຍ້ອນໂຄວິດ-19

ມື້ນີ້ ສປປລາວ ເສຍຊີວິດ ແມ່ນມີ 2 ຄົນ . ໃນນັ້ນ ແຂວງຫຼວງພະບາງ ເສຍຊີວິດເພີ່ມ ອີກ 1 ຄົນ ຍ້ອນໂຄວິດ.

ເສຍຊີວິດໃໝ່ 1 ຄົນ, ລວມຜູ້ເສຍຊີວິດສະສົມມາເຖີງປັດຈຸບັນມີ 2 ຄົນ, ສຳລັບ ຜູ້ເສຍຊີວິດໃໝ່ແມ່ນ ເພດຍີງ, ອາຍຸ 51 ປີ, ສັນຊາດລາວ, ອາຊີບແມ່ເຮືອນ, ຢູ່ບ້ານໂພນໄຊ ຫຼື ບ້ານປາກມູດ, ນະຄອນ ຫຼວງພະບາງ

ພາຍຫຼັງກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ໄດ້ເຂົ້າປີ່ນປົວຢູ່ໂຮງໝໍແຂວງ ໃນວັນທີ 12 ຕຸລາ 2021 ແລະເສຍຊີວິດໃນວັນທີ 18 ຕຸລາ 2021 ປະຫວັດຜ່ານມາຄົນເຈັບມີພະຍາດປະຈໍາຕົວເປັນເບົາຫວານ ແລະໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ.

ນອກນັ້ນ, ດຣ ທອງພຸດ ສຸກກະເສີມ ອຳນວຍການໂຮງໝໍ ແຂວງຫລວງພະບາງ ໄດ້ຕາງໜ້າ ຄະນະສະເພາະກິດເພື່ອ ປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫຼງຂ່າວປະຈໍາວັນທີ 19 ຕຸລາ 2021 ນີ້ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນແຂວງຫຼວງພະບາງ ທ່ານກ່າວວ່າ:

ຄັ້ງວັນທີ 18 ຕຸລາ 2021 ແຂວງຫຼວງພະບາກວດພົບຜູ້ຕິດເຊື້ອໃໝ່ 72 ກໍລະນິ, ໃນນີ້ ນະຄອນຫຼວງ ພະບາງ 41 ກໍລະນີ, ເມືອງປາກອູ 22 ກໍລະນີ, ເມືອງ ວຽງຄຳ 2 ກໍລະນີ, ເມືອງງອຍ 5 ກໍລະນີ ແລະເມືອງນ້ຳບາກ 2 ກໍລະນີ, ເຮັດໃຫ້ຈຳນວນ ຜູ້ຕິດເຊື້ອສະສົມມີທັງໝົດ 1,945 ຄົນ, ປີ່ນປົວຫາຍດີ 347 ກໍລະນີ, ສືບຕໍ່ປີ່ນປົວຢູ່ 1.593 ກໍລະນີ,

ໜັກໜ່ວງ ແລະ ໜ້າເປັນຫ່ວງ ນະຄອນຫຼວງວຽງຈັນ +439 ຄົນ

ໜັກໜ່ວງ ນະຄອນຫຼວງວຽງຈັນ +439 ຄົນ

ວັນທີ 20.10.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ ທັງໝົດ ຄົນ ພາຍໃນ 24 ຊມ

ພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ ຄົນ ! ຜູ້ຕິດເຊື້ອສະສົມ ທັງໝົດ , ເສຍຊີວິດ 47 ຄົນ.

ສະຫລຸບຫຍໍ້ ສະຖານະການ ໂຄວິດ-19 ໃນມື້ນີ້ຖະແຫຼງຂ່າວສະຖານະການແຜ່ລະບາດ ຂອງພະຍາດໂຄວິດ-19 ປະຈຳວັນ​ທີ​ 20/10/2021​ ໃຫ້ຮູ້ວ່າ:​

ກວດພົບຜູ້ເຊື້ອໃຫມ່ ຕົວຢ່າງ.​ ໃນນັ້ນມີ,

ເກີດເຫດນໍ້າຖ້ວມຢູ່ ອິນເດຍ ເສຍຊີວິດ 20 ກວ່າຄົນ

ເກີດເຫດນໍ້າຖ້ວມຢູ່ ອິນເດຍ ເສຍຊີວິດ 20 ກວ່າຄົນ

ຂປລ.ອ້າງຕາມຂ່າວ ໂຄຊີ ຂອງອິນເດຍ, ວັນທີ 18 ຕຸລາ, ເຈົ້າໜ້າທ່ີ ອິນເດຍ ລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 22 ຄົນ ຫລັງຈາກ ຝົນຕົກລົງມາ ຢ່າງໜັກ ໃນລັດເກຣລະ ທາງພາກໃຕ້ຂອງ ອິນເດຍ ເມື່ອທ້າຍອາທິດ ຜ່ານມາ ເຮັດໃຫ້ ເກີດນໍ້າຖ້ວມ ຢ່າງຮຸນແຮງ ແລະ ດິນເຈື່ອນ.

ອຸທົກກະໄພ ທີ່ເກີດຂຶ້ນ ໃນຫລາຍພື້ນທີ່ ທົ່ວລັດ ສົ່ງຜົນໃຫ້ ກອງທັບບົກ ແລະ ກອງທັບເຮືອ ຕ້ອງສົ່ງກຳລັງທະຫານ ລົງໄປຊ່ວຍເຫລືອ ປະຊາຊົນ ຢ່າງຮິບດ່ວນ. ຄະນະ ກຳມະການ ຈັດການໄພພິບັດ ຂອງ ລັດດັ່ງກ່າວ ໄດ້ຖະແຫລງວ່າ: ຝົນຕົກ ຈະຄ່ອຍຫລຸດລົງ ແລະ ອື່ນໆ.

ຫຼວງພະບາງ ພົບຜູ້ຕິດເຊື້ອໂຄວິດ + 72 ຄົນ

ຂ່າວດ່ວນ.! ຫຼວງພະບາງ ພົບຜູ້ຕິດເຊື້ອໂຄວິດ + 72 ຄົນ.

ມື້ນີ້ຈະລາຍງານການຕິດ ເ ຊື້ອ ໂ ຄ ວ ິດ ຂອງຫນ່ວຍສະເພາະກິດ ຢູ່ສປປລາວ ເຊີ່ງລາຍລະອຽດແມ່ນມີດັ່ງລຸ່ມນີ້.

ສະຫລຸບຫຍໍ້ ສະຖານະການ ໂຄວິ ດ ຫລວງພະບາງ ໃນມື້ນີ້ຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິ ດປະຈຳວັນ​ທີ​ 20/10/2021​ ໃຫ້ຮູ້ວ່າ:​

ແມ່ນຄວາມຈິງແທ້ບໍ? ລົດເມຂຽວ ຮັບຄົນຕິດໂຄວິດແຖມເກັບເງິນຜູ້ລະ 60.000ກີບ ແລ້ວໄລ່ລົງກາງທາງ

ຈາກເຟສ Tui sengdala ສະບາຍດີພີ່ນ້ອງຂໍຖາມແດ່ ໃຜໄປປິ່ນປົວໂຄວິດມາ ແລ້ວຖືກຖິ່ມຄືຂ້ອຍບໍ່? ເກັບເງິນຄົນລະ 60.000ກີບລະໄລ່ລົງກາງທາງ ເງິນກະໝົດວຽກກະບໍ່ໄດ້ເຮັດແຮງມາເຮັດນຳປະຊາຊົນແບບນີ້ ຖ້າຖືກລູກຫຼານເຈົ້າຊິຄິດແບບໃດ

ບ້ານກໍ່ຢູ່ໄກແລ້ວຊິໃຫ້ຍ່າງເມື່ອບ້ານບໍ່ ໄກແທ້ໄກວ່າຕັ້ງ7ກິໂລ ມານຳກັນຕັ້ງວ່າ15ຄົນ

.

ທີ່ມາ

ອັບເດດລາຄາໂດຍສານ ລົດໄຟ ລາວ-ຈີນ (ລາຄາບໍ່ເປັນທາງການ)

#ອັດຕາຄ່າຂົນສົ່ງໂດຍສານ ລົດໄຟລາວ-ຈີນ ຕາມເອກະສານໂຄສະນາເຜີຍແຜ່ນຳພາແນວຄິດ ກ່ຽວກັບໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ກໍານົດການຄຸ້ມຄອງການບໍລິການ ດັ່ງນີ້:

ຈໍານວນສະຖານີລົດໄຟຂອງໂຄງການ, ມີທັງໝົດ 33 ສະຖານີ, ໃນນີ້ 21 ສະຖານີ ຈະເປີດນຳໃຊ້ໃນໄລຍະຕົ້ນ ແລະ 12 ສະຖານີຈະເປີດໃນໄລຍະຕໍ່ໄປ. ໃນຈຳນວນ 33 ສະຖານີ, ມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນຳກັນ 11 ແຫ່ງ ແລະ ສະຖານີສິນຄ້າ ສະເພາະ 1 ແຫ່ງ ຢູ່ນະຄອນຫລວງວຽງຈັນ. ຈຸດສະຫລັບລາງ ແລະ ຈຸດຫລີກ ມີທັງໝົດ 284 ແຫ່ງ.

ສຳລັບການຈັດແຜນ ແລະ ຄຸ້ມຄອງການແລ່ນລົດໄຟ ໂດຍສະເພາະ ການບໍລິການຂົນສົ່ງໂດຍ ສານສ່ວນໃຫຍ່ແມ່ນຈະເປັນເວລາກາງເວັນ, ການບໍລິການຂົນສົ່ງສິນຄ້າຈະເປັນເວລາກາງຄືນ.

ສ່ວນການຈັດຖ້ຽວແລ່ນລົດສິນຄ້າ ແລະ ໂດຍສານ ຂອງຈຳນວນຖ້ຽວໄປ-ກັບ ໃນການບໍລິການຂົນສົ່ງ ແມ່ນອີງຕາມແຜນຄວາມຕ້ອງການຕົວຈິງຂອງຜູ້ໂດຍສານ ແລະ ສິນຄ້າ ໃນແຕ່ລະຊ່ວງ ແລະ ແຕ່ລະຕອນທາງ, ເຊິ່ງຈຳນວນຂະບວນລົດໄຟ ໃນເບື້ອງຕົ້ນ ຈະມີ 18 ຂະບວນ, ໃນນັ້ນຂະບວນຂົນສົ່ງໂດຍສານ ມີ 4 ຂະບວນ ແລະ ຂົນສົ່ງສິນຄ້າ ມີ 14 ຂະບວນ, ຄວາມສາມາດດັດປັບການອອກແບບຈັດຖ້ຽວ ໄປ-ກັບ ເດີນລົດໄຟຕໍ່ວັນ ແມ່ນອີງຕາມສະພາບເງື່ອນໄຂຂອງຈຳນວນສະຖານີ ທີ່ເປີດນຳໃຊ້ແຕ່ລະໄລຍະ ແລະ ອີງໃສ່ການອອກແບບຄິດໄລ່ ຈໍານວນຂະບວນລົດໄຟໃນແຕ່ລະປີ ແລະ ຄວາມສາມາດໃນການດັດປັບການຈັດຖ້ຽວໄປ-ກັບ ຂອງຂະບວນລົດໄຟຕໍ່ວັນ.

ໃນສະພາບເງື່ອນໄຂຂອງຈຳນວນສະຖານີ ທີ່ເປີດນໍາໃຊ້ໃນໄລຍະເລີ່ມຕົ້ນ ມີ 21 ສະຖານີ ແມ່ນສາມາດອອກແບບຈໍານວນຖ້ຽວ ແລ່ນລົດໄດ້ 23 ຖ້ຽວ/ວັນ, ແຕ່ວ່າໃນໄລຍະຍາວຫາກມີການເປີດນຳໃຊ້ສະຖານີຄົບຕາມຈໍານວນ 33 ສະຖານີ ແມ່ນສາມາດເພີ່ມຖ້ຽວການແລ່ນລົດໄດ້ເຖິງ 39 ຖ້ຽວ/ວັນ. ສຳ ລັບອັດຕາຄ່າຂົນສົ່ງໂດຍສານ ແມ່ນ 0.3 ຢວນ/ຄົນ.ກມ (ປະມານ 350 ກີບ/ຄົນ.ກມ), ລວມຄ່າໂດຍ ສານແຕ່ວຽງຈັນ-ບໍ່ເຕ່ນ ປະມານ 140.000 ກີບ, ສົມທຽບໃສ່ການຂົນສົ່ງທາງລົດ ແມ່ນຖືກກວ່າເທົ່າໂຕ ແລະ ໃຊ້ເວລາເດີນທາງສັ້ນກວ່າປະມານ 20 ຊົ່ວໂມງ.

ອັດຕາການຂົນສົ່ງສິນຄ້າ ແມ່ນ 0.5 ຢວນ/ໂຕນ.ກມ (ປະມານ 600 ກີບ/ໂຕນ.ກມ), ຖືກກວ່າການຂົນສົ່ງທາງລົດ 2 ເທົ່າໂຕ ແລະ ໃຊ້ເວລາສັ້ນກວ່າ 45 ຊົ່ວໂມງ.ອອກຈາກນະຄອນຫລວງ ວຽງຈັນ ຫາ ວັງວຽງ 1 ຊົ່ວໂມງ; ແຂວງຫຼວງພະບາງ 2 ຊົ່ວໂມງ 30 ນາທີ; ຮອດແຂວງອຸດົມໄຊ 3 ຊົ່ວໂມງ 30 ນາທີ ແລະ ຮອດແຂວງຫຼວງນໍ້າທາ 4 ຊົ່ວໂມງ 30 ນາທີ.

ສະຖານີທັງໝົດມີດັ່ງນີ້:

ລາຄາເປັນທາງການຂຶງແຕ່ລະສະຖານີ​ ດັ່ງນີ້:

ທີ່ມາ