ຕາແພງເດ ໜຸ່ມທະຫານ ກັບ ສາວທະນາຄານເຖິງຢູ່ໄກກັນຄົນລະປະເທດ ແຕ່ຮັກຫວານ 6 ປີທີ່ບໍ່ຄ່ອຍໄດ້ຢູ່ນຳກັນ ແຕ່ຮັກກັນບໍ່ເຄີຍປ່ຽນ

ໜຸ່ມທະຫານ ກັບ ສາວທະນາຄານ ໂພສຫວານ ANY6year ຫວານໃຈ 6 ປີທີ່ບໍ່ຄ່ອຍໄດ້ຢູ່ນຳກັນ ແຕ່ຮັກກັນບໍ່ເຄີຍປ່ຽນ

.

ແຕ່ສັນຍາເດີ້ ອີກບໍ່ດົນຈະກັບໄປ ຢູ່ນຳທຸກຯມື້ ທຸກຯເທດສະການຂອບໃຈທີ່ຢູ່ນຳກັນມາຕະຫຼອດແລະຂໍໃຫ້ຢູ່ແບບນິຕະຫຼອດໄປ

ສາວທະນາຄານ ຢູ່ລາວ
ບ່າວທະຫານສຶກສາຢູ່ປະເທດລັດເຊຍ

ຮັກບໍ່ເຄີຍປ່ຽນແລະຈະຮັກຕະຫຼອດໄປ ແຟນສຸດທີ່ຮັກKong Alanya

ຄົບຮອບ6ປີຂອງເຮົາ ຂອບໃຈໃນຄວາມສະເຫມີຕົ້ນສະເຫມີປາຍ

ຄລິບ

ຝາກເຕືອນໄວ້ ໃຜມີລູກຫລານນ້ອຍເດັກກິນເຂົ້າໜົມຊະນິດນີ້ ແລ້ວ ເສຍຊີວິດ

ຝາກເຕືອນໄວ້ ໃຜມີລູກຫລານນ້ອຍ ເຫດເກີດ ທີ່ບ້ານເມືອງປາ ເມືອງປາກລາຍ ແຂວງໄຊຍະບູລີ..ວັນທີ່ 2 /11/2021ຕອນເວລາປະມານ 3 ໂມງແລງ ນ້ອງນິຊາ ອາຍຸ 3 ປີ ໄດ້ໄປຊື້ເຂົ້າຫນົມຈີນ(ບໍ່ຮູ້ຊື່ເພາະເປັນພາສາຈີນ)

ທີ່ຮ້ານຂາຍເຂົ້າຫນົມໂຮງຮຽນແລ້ວກິນຕາມປະສາເດັກນ້ອຍ ເວລາ 6 ໂມງແລງນ້ອງເກີດອາການວິ່ງວຽນນ້ຳລາຍໄຫລປອດອອກມາ ແລະຮາກບໍ່ເຊົາ ພໍ່ແມ່ຍາດພີ່ນ້ອງຈຶ່ງນຳນ້ອງໄປສຸກສາລາ ປະຈຳຫມູ່ບ້ານ ສູດທ້າຍແພດຫມໍທີ່ປະຈຳສຸກສາລາຊ່ວຍບໍ່ໄດ້ຈຶງນຳສົ່ງໂຮງຫມໍເມືອງ ແຕ່ນ້ອງຍັງບໍ່ທັນຮອດໂຮງຫມໍເມືອງຊ້ຳ ນ້ອງຈາກໄປໂດຍບໍ່ມີວັນກັບ.

ສິ່ງທີ່ຫນ້າສັ່ງເກດ ຊອງເຂົ້າຫນົມທີ່ປ້າຂອງຫລານນ້ອຍສົ່ງໃຫ້ນັ້ນມີຂາຍຕາມໂຮງຮຽນປະຖົມ ອະນຸບານທົ່່ວໄປເດັກນ້ອຍມັກກິນຫລາຍຄັກວັນເດືອນປີທີ່ໂຊທາງດ້ານຫນ້ານີ້ຈະເປັນວັນຜະລິດ ຫລື ຫມົດອາຍຸກະບໍ່ຮູ້ແນ່ຊັດ 02/06/2021ຮ້ານໃດກໍຕາມທີ່ຈະໄປຈຳຫນ່າຍສິນຄ້າໃນໂຮງຮຽນໂດຍສະເພາະໂຮງຮຽນປະຖົມຕາມບ້ານນອກ

ຄວນຈະມີຫນ່ວຍງານ ຫລື ອົງການຈັດຕັ້ງທີ່ກ່ຽວຂ້ອງ ກວດສອບຄຸນນະພາບສິນຄ້າແດ່ ທັງຫມົດນີ້ກໍເພື່ອຮັກສຸກຂະພາບ ອະນາໄມຂອງລູກຫລານຂອງເຮົາເຊີ່ງເປັນນ້ອງນ້ອຍເຍົາວະຊົນ ທີ່ຈະເປັນກຳລັງສຳຄັນຂອງຊາດໃນອະນາຄົດ..(ຂໍມູນທັງຫມົດໄດ້ມາຈາກປ້າຂອງຫລານນ້ອຍ ນ້ອງນິຊາທີ່ຈາກໄປ ຫລືຈະສອບຖາມເພີ່ນໂດຍກົງກະໄດ້ເດີ..

ຜູ້ຂ້າ ຮ່ວມກິນທານນຳເພີ່ນຕາມກຳລັງ ຂໍໃຫ້ຫລານນ້ອຍ ນິຊາ ໄປເກີດດີເຖີງສຸກ ສູ່ພົບພູມທີ່ດີເດີ

ສອບຖາມນຳປ້າຂອງນ້ອງນິຊາ ຕາມເຟສນີ້ເດີ.. https://www.facebook.com/profile.php?id=100042419118804

ປາດໂທ໋ ຊົມເຊີຍເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ

ໃນວັນທີ 2 ພະຈິກ 2021 ນີ້ເຈົ້າໜ້າທີ ປກຊ-ປກສ ເມືອງ, ທະຫານກອງພັນງໍ 617 ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ໄດ້ສົມທົບກັບອໍານາດການປົກຄອງບ້ານອຸດົມໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ລົງກວດກາແກ້ໄຂບັນຫາການລັກລອບປູກຝິ່ນ, ປູກກັນຊາ ຂອງປະຊາຊົນຢູ່ເຂດບ້ານດັ່ງກ່າວ.

ໃນການລົງໄປກວດກາຄັ້ງນີ້ໄດ້ພົບເຫັນສວນປູກກັນຊາ ຈໍານວນ 8 ສວນ ມີເນື້ອທີ ປະມານ 4,2 ເຮັກຕາ, ມີ 4.447 ຂຸມ, ປະເມີນນໍ້າໜັກປະມານ 22.235 ກິໂລກຼາມ, ພ້ອມທັງກັກຕົວເຈົ້າຂອງສວນໄດ້ 1 ຄົນ, ສ່ວນ 7 ສວນແມ່ນຍັງບໍ່ທັນຮູ້ເຈົ້າຂອງສວນ ຕໍ່ກັບສວນທີ່ຍັງບໍ່ທັນຮູ້ເຈົ້າຂອງນັ້ນເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາຄືນເພື່ອນໍາມາດໍາເນີນຄະດີຕາມລະບຽບກົດໝາຍ.

ຕໍ່ກັບສວນກັນຊາທີ່ພົບເຫັນ ເຈົ້າໜ້າທີໄດ້ພ້ອມກັນທໍາລາຍດ້ວຍການຕັດ, ຈູດໄຟຖີ້ມ. ການລົງແກ້ໄຂການລັກລອບປູກຝິ່ນ, ປູກຄັນຊາ ຂອງປະຊາຊົນຄັ້ງນີ້ແມ່ນເພື່ອເປັນການເຮັດໃຫ້ການລັັກລອບປູກຝິ່ນ, ປູກຄັນຊາ ຂອງປະຊາຊົນຢູ່ເມືອງວຽງທອງຫຼຸດໜ້ອຍຖອຍລົງຈົນກ່ວາບໍ່ມີ ແລະ ກໍ່ເປັນການປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ລັດຖະບານ ແຫ່ງ ສປປ ລາວ ວາງອອກ.

ຂ່າວ-ພາບ: ນັກຂ່າວ ເມືອງວຽງທອງ

ສຶກສາອົບຮົມຜູ້ລະເມີດແຈ້ງການ ຈໍານວນ 6 ຄົນ

ໃນວັນທີ 2 ພະຈິກ 2021 ປກສ ກຸ່ມທ່າເດື່ອ ໄດ້ສົມທົບກັບການຈັດຕັ້ງບ້ານທ່າເດື່ອ ສຶກສາອົບຮົມກຸ່ມຄົນທີ່ຕັ້ງວົ ງຊຸ ມແຊວ ດື່ ມເ ບ ຍ ຈໍານວນ 6 ຄົນ ຢູ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລະເມີດຕໍ່ແຈ້ງຂອງຄະນະສະເພາະກິດ ເຊິ່ງການກະທໍາຂອງພວກກ່ຽວ ເປັນການເຈດຕະນາລະເມີດແຈ້ງການ ເລກທີ 40/ສພກ.ນວ ລົງວັນທີ 30 ຕຸລາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດເລີ່ມແຕ່ວັນທີ 31 ຕຸລາ-14 ພະຈິກ 2021.

ປກສ ກຸ່ມທ່າເດື່ອ ໃຫ້ຮູ້ວ່າ ໃນວັນທີ 30 ຕຸລາ 2021 ໄດ້ສົມທົບກັບການຈັດຕັ້ງບ້ານທ່າເດື່ອ ອອກກວດກາໃນຂອບເຂດພື້ນທີ່ຄວາມຮັບຜິດຊອບຂອງຕົນ ເພື່ອຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ, ມາຮອດເວລາ 23:00 ໂມງ ພົບເຫັນກຸ່ມຄົນຈໍານວນໜຶ່ງ ກໍາລັງຕັ້ງວົງຊຸມແຊວດື່ມເບຍ ຢູ່ເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ເຈົ້າໜ້າທີ່ຈິ່ງໄດ້ສຶກສາອົບຮົມກ່າວເຕືອນ ແລະ ບັນທຶກປະຫວັດການເຄື່ອນໄຫວ ພ້ອມທັງແນະນໍາໃຫ້ພວກກ່ຽວຢຸດເຊົາພຶດຕິກໍາດັ່ງກ່າວ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວ ນວ ຈົ່ງພ້ອມກັນຮ່ວມມືຮ່ວມໃຈກັນ ແລະ ປະຕິບັດຄຳສັ່ງ, ແຈ້ງການ ຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອເປັນການສະກັດກັ້ນການແຜ່ລະບາດເຊື້ອໂຄວິດ ທີ່ກຳລັງແຜ່ລະບາດໃນປັດຈຸບັນ. ຖ້າພົບເຫັນສະພາບ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃນນະຄອນຫຼວງວຽງຈັນ ແຈ້ງໄດ້ຊ່ອງທາງ whatsapp 020 2889 9774 ຫຼື ທາງຂໍ້ຄວາມ Facebook ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂສະພາບຢ່າງທັນເຫດການ.

ຜູ້ນຳກວ່າ 100 ປະເທດ ໃຫ້ຄຳໝັ້ນສັນຍາ ຈະຢຸດຕິການຕັດໄມ້ທຳລາຍປ່າພາຍໃນປີ 2030

ຜູ້ນຳກວ່າ 100 ປະເທດທີ່ເຂົ້າຮ່ວມກອງປະຊຸມສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດໂລກ (COP26) ຈະຮ່ວມກັນລົງນາມໃນຂໍ້ຕົກລົງສຳຄັນໃນປະຫວັດສາດໂລກອີກຄັ້ງ ດ້ວຍການໃຫ້ຄຳໝັ້ນສັນຍາ ຈະຢຸດຕິການຕັດໄມ້ທຳລາຍປ່າໃຫ້ໄດ້ພາຍໃນປີ 2030.

ທັງນີ້ ການຕັດໄມ້ທຳລາຍປ່າ ມີສ່ວນສຳຄັນຕໍ່ການປ່ຽນແປງດິນຟ້າອາກາດ ເພາະປ່າໄມ້ຊ່ວຍດູດຊຶມກາກບອນໄດອ໊ອກໄຊຈຳນວນຫຼວງຫຼາຍ ເຊິ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ເກີດພາວະໂລກຮ້ອນ, ນອກຈາກນີ້ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະໜູນເງິນ ເພື່ອປົກປັກຮັກສາ ແລະ ຟື້ນຟູປ່າອີກດ້ວຍ.

ລາຍງານລະບຸວ່າ ມີຜູ້ນຳກວ່າ 100 ປະເທດ ໄດ້ເຫັນດີລົງນາມໃນຂໍ້ຕົກລົງດັ່ງກ່າວ ເຊິ່ງຈະຄອບຄຸມປ່າໄມ້ປະມານ 85% ຂອງໂລກ, ຂະນະທີ່ລັດຖະບານອີກ 28 ປະເທດ ໃຫ້ຄຳໝັ້ນສັນຍາວ່າ ຈະຢຸດຕິການຕັດໄມ້ທຳລາຍປ່າເພື່ອທຳການຜະລິດກະສິກຳ ເຊັ່ນ: ປາມນ້ຳມັນ, ປູກຖົ່ວເຫຼືອງ ແລະ ການປູກພືດອື່ນໆທີ່ເປັນການທຳລາຍປ່າໄມ້ເປັນວົງກວ້າງ.

ນາຍົກລັດຖະມົນຕີອັງກິດ ໃນນາມປະທານກອງປະຊຸມ ກ່າວວ່າ: ຂໍ້ຕົກລົງດັ່ງກ່າວ ຖືວ່າມີຄວາມສຳຄັນເປັນຢ່າງຍິ່ງທີ່ຈະຊ່ວຍປົກປັກຮັກສາ ແລະ ຟື້ນຟູປ່າໄມ້ຂອງໂລກ ເຊິ່ງຖືວ່າມີຄວາມສຳຄັນຕໍ່ລະບົບນິເວດ ແລະ ເປັນປອດຂອງໂລກ.

.

.

ນະຄອນຫຼວງວຽງຈັນ ຢູ່ຍາກແລ້ວຕິດເຊື້ອມື້ນີ້ 520 ຄົນ New Hight

ວັນທີ 02/11/21 ໄດ້ກວດວິເຄາະທັງໝົດ 6602 ຕົວຢ່າງ, ນະຄອນຫຼວງ 2620 ຕົວຢ່າງ, ສະຫວັນນະເຂດ 319, ຈໍາປາສັກ 224, ຫຼວງພະບາງ 893, ຄໍາມ່ວນ 212:

ກວດພົບເຊື້ອ 1062 ຕົວຢ່າງ

– ນະຄອນຫຼວງ: 520 (ຊຸມຊົນ)

– ຫຼວງພະບາງ: 122 (ຊຸມຊົນ)

– ບໍ່ແກ້ວ: 53 (ຊຸມຊົນ)

– ອຸດົມໄຊ: 24 (ຊຸມຊົນ)

– ຫຼວງນໍ້າທາ: 134 (ຊຸມຊົນ)

– ວຽງຈັນ: 100 (ຊຸມຊົນ)

– ຊຽງຂວາງ: 1 (ຊຸມຊົນ)

– ໄຊຍະບູລີ: 5 (ນໍາເຂົ້າ)

– ໄຊສົມບູນ: 13 (ຊຸມຊົນ)

– ຄໍາມ່ວນ: 20 (ຊຸມຊົນ)

– ສາລະວັນ: 5 (ຊຸມຊົນ)

– ສະຫວັນນະເຂດ: 20 (ຊຸມຊົນ)

– ຈໍາປາສັກ: 27 ກໍລະນີ 1 (ນໍາເຂົ້າ) 26 (ຊຸມຊົນ)

– ເຊກອງ: 18 (ຊຸມຊົນ).

ທຸບສະຖິຕິໃໝ່ ຜູ້ຕິດເຊື້ອມື້ນີ້ ສູງເຖິງ 1,062 ຄົນ ຢ່າງໜັກໜ່ວງ.

ວັນທີ 02/11/21 ໄດ້ກວດວິເຄາະທັງໝົດ 6602 ຕົວຢ່າງ, ນະຄອນຫຼວງ 2620 ຕົວຢ່າງ, ສະຫວັນນະເຂດ 319, ຈໍາປາສັກ 224, ຫຼວງພະບາງ 893, ຄໍາມ່ວນ 212:

ກວດພົບເຊື້ອ 1062 ຕົວຢ່າງ – ນະຄອນຫຼວງ: 520 (ຊຸມຊົນ) – ຫຼວງພະບາງ: 122 (ຊຸມຊົນ) – ບໍ່ແກ້ວ: 53 (ຊຸມຊົນ) – ອຸດົມໄຊ: 24 (ຊຸມຊົນ) – ຫຼວງນໍ້າທາ: 134 (ຊຸມຊົນ) – ວຽງຈັນ: 100 (ຊຸມຊົນ)

ຊຽງຂວາງ: 1 (ຊຸມຊົນ) – ໄຊຍະບູລີ: 5 (ນໍາເຂົ້າ) – ໄຊສົມບູນ: 13 (ຊຸມຊົນ) – ຄໍາມ່ວນ: 20 (ຊຸມຊົນ) – ສາລະວັນ: 5 (ຊຸມຊົນ) – ສະຫວັນນະເຂດ: 20 (ຊຸມຊົນ) – ຈໍາປາສັກ: 27 1 (ນໍາເຂົ້າ) 26 (ຊຸມຊົນ) – ເຊກອງ: 18 (ຊຸມຊົນ).

ກະຊວງສາທາລະນະສຸກອະນຸຍາດໃຫ້ແພດທີ່ໄດ້ຜ່ານການອົບຮົມເທົ່ານັ້ນທີ່ສາມາດນໍາໃຊ້ຊຸດກວດແບບໄວ.

ປັດຈຸບັນ ກະຊວງສາທາລະນະສຸກອະນຸຍາດໃຫ້ແພດທີ່ໄດ້ຜ່ານການອົບຮົມເທົ່ານັ້ນທີ່ສາມາດນໍາໃຊ້ຊຸດກວດແບບໄວ.

ຈຸດປະສົງຫຼັກຂອງການນຳໃຊ້ແມ່ນເພື່ອໃຫ້ສາມາດຄົ້ນຫາຜູ້ຕິດເຊື້ອ ແລະ ແຍກປ່ຽວຜູ້ຕິດເຊື້ອອອກຈາກຄົນອື່ນໄດ້ແຕ່ຫົວທີ ໂດຍສະເພາະຈຸດທີ່ມີຄວາມສ່ຽງຢູ່ເຂດຫ່າງໄກສອກຫຼີກ ທີ່ເຂົ້າເຖິງການກວດຫາເຊື້ອໄດ້ຍາກ ແລະ ຕ້ອງໄດ້ເວລາຫຼາຍໃນຂົນສົ່ງຕົວຢ່າງເຂົ້າມາຫ້ອງວິເຄາະ. ຊຸດກວດແບບໄວຈຶ່ງເປັນໜຶ່ງຍຸດທະສາດທີ່ນຳໃຊ້ເພື່ອຈຳກັດການແຜ່ເຊື້ອອອກສູ່ວົງກ້ວາງ.

ມີຫຼາຍຄົນຊື້ຊຸດກວດແບບໄວມາກວດເອງ ຊຶ່ງເປັນສິ່ງທີ່ພວກເຮົາບໍ່ແນະນໍາມາຕັ້ງແຕ່ຕົ້ນ. ມີຫຼາຍເຫດຜົນທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງຍ້ອນວ່າ:

  • ຊຸດກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດ ບໍ່ໄດ້ຜ່ານການພິຈາລະນາ ແລະ ອະນຸມັດຈາກກົມອາຫານ ແລະ ຢາ.
  • ຊຸດກວດທີ່ເຫັນໂຄສະນາຂາຍນີ້ ສ່ວນໃຫຍ່ແມ່ນບຸກຄົນນໍາເຂົ້າແບບບໍ່ໄດ້ຮັບການອະນຸຍາດ.
  • ຊຸດກວດແບບໄວທັງໝົດທີ່ມີໃນປະຈຸບັນ ບໍ່ມີໂຕໃດທີ່ໃຫ້ຜົນຖືກຕ້ອງ 100%, ໝາຍຄວາມວ່າ ມັນມີສາມາດຜິດພາດໄດ້ສູງ ໂດຍສະເພາະຖ້າຜົນກວດເປັນລົບ (ອອກເປັນລົບແຕ່ບໍ່ໄດ້ໝາຍຄວາມວ່າບໍ່ຕິດເຊື້ອ).
  • ບຸກຄົນທີ່ຊື້ມາກວດເອງບໍ່ມີຄວາມຊໍານານໃນການເກັບຕົວຢ່າງຊຶ່ງຖ້າເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ຜົນກວດກໍຈະບໍ່ຖືກຕ້ອງ.
  • ການຖີ້ມໄມ້ຕ້ອຍຕົວຢ່າງ ແລະ ຊຸດກວດທີ່ໃຊ້ແລ້ວລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນແມ່ນຍິ່ງອັນຕະລາຍ ເພາະຊຸດກວດທີ່ມີເຊື້ອນັ້ນສາມາດກາຍເປັນແຫຼ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອລາມເປັນວົງກວ້າງໃນຄອບຄົວ ແລະ ຄົນອ້ອມຂ້າງໄດ້.

ທ່ານຄວນຊາບວ່າ ການກວດເພື່ອຢັ້ງຢືນສຸດທ້າຍຕ້ອງແມ່ນການກວດໃນຫ້ອງວິເຄາະດ້ວຍເຕັກນິກສະເພາະເທົ່ານັ້ນ.

ສະນັ້ນ, ເຖິງທ່ານຈະໄດ້ກວດແບບໄວມາແລ້ວ ທ່ານມີຄວາມຈໍາເປັນຕ້ອງໄປກວດໃນຈຸດບໍລິການຂອງພວກເຮົາຕື່ມອີກເທື່ອໜຶ່ງ ໂດຍສະເພາະທ່ານທີ່ໄດ້ກວດເອງແລ້ວພົບວ່າຕິດເຊື້ອ ເພື່ອຢັ້ງຢືນສຸດທ້າຍວ່າຕິດເຊື້ອແທ້. ທ່ານສາມາດແຈ້ງຕໍ່ເຈົ້າໜ້າທີ່ໃນຈຸດທີ່ທ່ານຈະໄປກວດນັ້ນຊາບກ່ອນວ່າທ່ານໄດ້ກວດດ້ວຍເຄື່ອງກວດແບບໄວພົບຜົນບວກ ເພື່ອເຈົ້າໜ້າທີ່ໃນຈຸດບໍລິການນັ້ນຈະໄດ້ອໍານວຍຄວາມສະດວກໃຫ້ທ່ານໄດ້ກວດ ແລະ ຫຼີກເວັ້ນການໄກ້ຊິດກັບຄົນອື່ນ.

ຖ້າຜົນຢັ້ງຢືນອອກມາວ່າທ່ານຕິດເຊື້ອແພດ ແລະ ລົດແພດຈະຕິດຕໍ່ມາຫາທ່ານເພື່ອມາຮັບເຂົ້າໄປປິ່ນປົວໂດຍໄວ.

ອີຕົນແທ້ ລູກ 7 ຄົນ ຕິດໂຄວິດ ຂໍເປັນກຳລັງໃຈໃຫ້ນ້ອງ

ພະຍາດນີ້ ພັດພາກເຈົ້າຈາກພໍ່ແມ່ນໍ້ລູກເອີ້ຍ ຂໍເປັນກຳລັງໃຈໃຫ້ນ້ອງໆທັງ7ຄົນຫາຍດີ ແຂງແຮງໄວໆເດີ້

ໂອ້ຍເຫັນແລ້ວໃຈຄ້ອຍ…ລູກຂ້ອຍ4ຫລານ2ນອ້ງ1ລວມເປັນ7ຄົນ ມື້ດຽວ

ຊົມຄລິບ

ຄລິບ2

ຂອບໃຈຄຳດູຖູກໃນມື້ນັ້ນ ເປີດໃຈໝຸ່ມລ້ຽງງົວຈົນລວຍ ບໍ່ລູລາແຕ່ມີກິນມີໃຊ້ສຸກໃຈ

ໝຸ່ມເປີດໃຈເກັບຄຳດູຖູກ ມາເປັນແຮງພັກດັນ ສອນລ້ຽງງົວຈາກ 1 ໂຕ ກາຍເປັນ 285 ໂຕ ໃຫ້ແງ່ຄິດເຖິ່ງຈະແຕ່ງຕົວບໍ່ລູລາ ແຕ່ສຸກໃຈມີເງິ່ນລ້ຽງຄອບຄົວ

ກໍລະນີໂລກອອນໄລນ໌ ຮ່ວມກັນແບ່ງປັນເລື່ອງລາວຂອງຊາວຫນຸ່ມ ອາຊີບລ້ຽງງົວ ເພື່ອສະຫນອງໃຫ້ແກ່ຄອບຄົວ ຈົນກາຍເປັນອາຊີບທີ່ສ້າງຄວາມຮັ່ງມີ ໂດຍອ້າງອີງໃສ່ເຟສບຸກໝື່ງ

ໄດ້ໂພສຄລິບສອນຄວາມຄິດກ່ຽວກັບອາຊີບນີ້ ທີ່ຫຼາຍຄົນມັກດູຖູກ ພ້ອມຂໍ້ຄວາມວ່າ ” ຖ້າເຈົ້າບໍ່ເລີ່ມຈາກ 1 ເຈົ້າຈະຮອດ 100 ໄດ້ແນວໃດ?” ມີລາຍໄດ້ຫຼາຍລ້ານ ແລະ ມີເງິນຝາກເປັນຫຼາຍ 100 ລ້ານ

ກ່ຽວກັບເລື່ອງນີ້, ວັນທີ 18 ພຶດສະພາ, “ຂ່າວປະຈໍາວັນອອນໄລນ໌” ໄດ້ຕິດຕໍ່ສຳພາດກັບ ທ້າວ ເທບພອນ ສີທອງ ອາຍຸ 25 ປີ, ຜູ້ລ້ຽງງົວນ້ອຍຄົນນີ້ ເປີດເຜີຍວ່າ:

ລາວເປັນຊາວກະສິກອນຢູ່ແຂວງ ຊົນບູລີ. ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 18 ປີ​ ຫຼື 7 ປີ​ກ່ອນ​ຫນ້າ​ນີ້​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຮຽນ​ຈົບ​ພຽງ​ແຕ່​ຊັ້ນ​ຮຽນ​ທີ​ສາມ​ ສະນັ້ນ ລາວ​ຈຶ່ງ​ອອກ​ມາ​ລ້ຽງ​ງົວ​ຊ່ວຍ​ພໍ່.

​ໃນ​ເວລາ​ນັ້ນ, ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ກູ້​ຢືມ​ເງິນ​ເປັນ​ຮ້ອຍ​ພັນ​ເພື່ອ​ເຮັດ​ກະສິກຳ. ແຕ່ບໍ່ເຄີຍມີກໍາໄລ, ແຕ່ມີການສູນເສຍ ມາ​ຮອດ​ປະຈຸ​ບັນ, ມີ​ງົວ 285 ​ໂຕ, ​ໄດ້​ຈ້າງ​ຜູ້​ລ້ຽງ​ອີກ 3 ​ຄົນ,

​ຕອນ​ຕົ້ນ ກໍມີຄວາມທໍ້ ແຕ່ອາໃສ່ຄວາມທີ່ໃຈມັກ ແລະ ລໍຖ້າໃຫ້ງົວແມ່ອອກລູກ ລາຍໄດ້ສູງສຸດທີ່ເຄີຍຂາຍແມ່ນຫຼາຍກວ່າ 1 ລ້ານບາດ. ການຜະລິດລຸ້ນຕໍ່ໄປ, ຕົວຢ່າງ, ຖ້າເຈົ້າມີເງິນ 5.000.000 ກີບ

ຊື້ຄໍາ ແລະ ຂາຍໃນລາຄາຕໍ່າກວ່າ. ແຕ່ຖ້າເອົາໄປລົງທຶນຊື້ງົວໃຫ້ລູກລ້ຽງອີກ 6-7 ເດືອນກໍຂາຍໄດ້. ຫຼືລໍຖ້າອີກໜ້ອຍໜຶ່ງ, ງົວຄວາຍສາມາດກາຍເປັນງົວສຳລັບໄວໜຸ່ມ. ເພາະສະນັ້ນ, ບໍ່ແມ່ນທຸກຄົນສາມາດເຮັດໄດ້.

ຕ້ອງມີຄວາມອົດທົນຫຼາຍ ແຕ່ລາວພູມໃຈໃນອາຊີບນີ້ຫຼາຍ. ເຖິງແມ່ນວ່າລາວຈະໄດ້ຮັບການດູຖູກຕັ້ງແຕ່ລຸ້ນພໍ່ແມ່ ມື້ນີ້, ລາວຍິ້ມຢ່າງມີຄວາມສຸກ, ລ້ຽງພໍ່ແມ່ຂອງລາວ. ແລະ ພັນລະຍາແລະລູກສາວ

ລາງວັນການລ້ຽງງົວມີຫຍັງແດ່? ຖ້າ​ທຽບ​ໃສ່​ການ​ປູກ​ພືດ​ພາກ​ພື້ນ​ກໍ​ຕ້ອງ​ມີ​ເງິນ​ຊື້​ຝຸ່ນ ​ແລະ​ ລໍ​ຖ້າ​ຝົນ. ແຕ່ງົວສາມາດຍ່າງດ້ວຍຕົນເອງເພື່ອຫຍ້າ ແລະ ນ້ໍາໄດ້. ຖ້າປຽບທຽບກັບຄໍາ ງົວເກີດລູກທຸກໆປີ.

ແຕ່ຄໍາທີ່ເກັບຮັກສາໄວ້ເປັນເວລາຫນຶ່ງປີບໍ່ໄດ້ຮັບລູກ. ບວກຊື້ແພງແລະຂາຍລາຄາຖືກ. ງົວຖືກລ້ຽງດົນເທົ່າໃດ, ຈະເກີດລູກຫຼາຍຂຶ້ນ. ສະນັ້ນ, ຈຶ່ງ​ບໍ່​ຢາກ​ມອງ​ຂ້າມ​ອາຊີບ​ທີ່​ຍ່າງ​ເທິງ​ດິນ, ​ເປື້ອນ​ເປິ​ດ້ວຍ​ຂີ້​ງົວ,

ມີ​ກິ່ນ​ເໝັນ, ​ເລີ່​ມ​ແຕ່​ເລກ 1 ​ເຖິງ​ວ່າ​ຈະ​ບໍ່​ແຕ່ງ​ຕົວ​ຄື​ຄົນ​ອື່ນ​ກໍ​ເບິ່ງ​ດີ. ນຸ່ງແບບນີ້ໄປຖອນເງິນຢູ່ທະນາຄານ. ແຕ່ຕ້ອງກິນ ແລະ ຕ້ອງລ້ຽງຄອບຄົວ ແລະ ທີ່ສຳຄັນແມ່ນເຮັດໃຫ້ພວກເຂົາມີຄວາມສຸກ ໄດ້ເຫັນຄວາມອິດເມື່ອຍ ນັ້ນແມ່ນຂ້ອຍ,”

ແນວໃດກໍ່ຕາມລາວ ຍັງໄດ້ໂພສຂໍ້ຄວາມວ່າ ເອົາຄວາມອິດເມື່ອຍເຂົ້າໄປເປັນແຮງພັກດັນ ຮັກສາຄໍາເວົ້າທີ່ດູຖູກເປັນກໍາລັງໃຈ. ແລະ ເກັບກໍາຄໍານິນທາເພື່ອເຕີມເງິນແລະຍ່າງໄປສູ່ຄວາມຝັນ ຢ່າເປັນຄົນຊັ້ນສູງທີ່ບໍ່ມີຫຍັງກິນ.

ແຕ່ພວກເຮົາຄວນໃຊ້ຊີວິດຂອງພວກເຮົາທີ່ຕົກຢູ່ໃນໂລກ. ມີ​ຂອງ​ກິນ ​ແລະ​ ຕ້ອງ​ເກັບ​ຮັກ​ສາ​ຄອບ​ຄົວ