About Us

ຂໍ້ກຳນົດແລະເງື່ອນໄຂການໃຊ້ບໍລິການ suelao.com ເປັນຜູ້ໃຫ້ບໍລິການເວັບໄຊ, ແອບພລິເຄຊັ່ນ, ໂຊຊ່ຽວມີເດຍ ລວມທັງການບໍລິການອື່່ນໆ ພາຍໃຕ້ບໍລິສັດແລະບໍລິສັດໃນເຄືອຂອງເຮົາ, ທ່ານຍົມຮັບວ່າການໃຊ້ບໍລິການເວັບໄຊ, ແອບພລິເຄຊັ່ນ, ໂຊຊ່ຽວມີເດຍ ແລະຊ່ອງທາງອື່ນຂອງບໍລິສັດຖືເປັນການຍອມຮັບຂໍ້ກຳນົດແລະເງື່ອນໄຂສະບັບນີ້ແລະການທີ່ທ່ານໃຊ້ບໍລິການຢ່າງຕໍ່ເນື່ອງພາຍຫຼັງຈາກທີ່ມີການປະກາດແກ້ໄຂເພິ່ມເຕີມດັ່ງກ່າວຍ່ອມືວ່າເປັນການຍອມຮັບການແກ້ໄຂແຕ່ລະຄັ້ງເຊັ່ນກັນ.

1. ຊັບສິນທາງປັນຍາ ທ່ານຕົກລົງແລະຍອມຮັບວ່າຂໍ້ມູນ, ຂໍ້ຄວາມ, ຮູບພາບ, ສຽງ, ໂລໂກ້ ແລະສ່ວນໜຶ່ງສ່ວນໃດຂອງເວັບໄຊ, ແອບພລິເຄຊັ່ນ, ແລະຊ່ອງທາງອື່ນໃນອະນາຄົດລວມທັງແຕ່ບໍ່ຈຳກັດສະເພາະລິຂະສິດເຄື່ອງໝາຍການຄ້າ ເຄື່ອງໝາຍບໍລິການຊື່ທາງການຄ້າ ຖານຂໍ້ມູນ ແລະຄວາມລັບທາງການຄ້າ ສິດທິບັດ ໂນຮາວ ແລະອື່ນໆ ທີ່ປາກົດເທິງຊ່ອງທ່າງຂອງເຮົາ ເປັນງານທີ່ໄດ້ຮັບການຄຸ້ມຄອງຕາມກົດໝາຍຊັບສິນທາງປັນຍາເຊິ່ງເປັນກຳມະສິດລິຂະສິດແລະຊັບສິນຂອງເຮົາ. ທ່ານຕົກລົງແລະຮັບຊາບວ່າ ບໍລິການຂອງເຮົາເປັນພຽງສື່ກາງໃນການເຜີຍແພ່ຂ່າວ, ບົດຄວາມ, ສື່ປະຊາສຳພັນ ລວມທັງບໍລິການອື່ນໃນອະນາຄົດຂອງບໍລິສັດແກ່ຜູ້ໃຊ້ບໍລິການເທົ່ານັ້ນ ໃນກໍລະນີທີ່ເກີດຂໍ້ຜິດພາດໃດໆໃນທາງກົດໝາຍ ທ່ານຕົກລົງສະລະສິດຮຽກຮ້ອງໃນການດຳເນີນຄະດີໃດໆ ບໍ່ວ່າທາງແພ່ງຫຼືອາຍາຕໍ່ພວກເຮົາ.

2. ການໃຊ້ບໍລິການ ທ່ານຕົກລົງແລະຍອມຮັບວ່າ ທ່ານຈະໃຊ້ບໍລິການຂອງພວກເຮົາເພື່ອປະໂຫຍດສ່ວນຕົວຫຼືວັດຖຸປະສົງທີ່ຖືກຕ້ອງຕາມກົດໝາຍພາຍໃຕ້ຂໍ້ກຳນົດແລະເງື່ອນໄຂສະບັບນີ້ ແລະຈະບໍ່ໃຊ້ຊ່ອງທາງຂອງພວກເຮົາເພື່ອປະໂຫຍດໃນທາງການຄ້າຫຼືປະໂຫຍດອື່ນໃດທີ່ຂັດຕໍ່ກົດໝາຍແລະສິນທຳອັນດີງາມຂອງປະເທດລາວ ນອກຈາກນີ້ທ່ານຕົກລົງວ່າບໍ່ກະທຳການຢ່າງໃດຢ່າງໜຶ່ງຕໍ່ໄປນີ້:

2.1 ທ່ານບໍ່ຄັດລອກຈັດພິມຂຶ້ນໃໝ່, ດັດແປງ, ດາວໂຫຼດ, ອັບໂຫຼດ, ຕິດປະກາດ, ເຜີຍແພ່, ທຸກຢ່າງ ເຊັ່ນ ຂໍ້ມູນສ່ວນບຸກຄົນ, ຂໍ້ຄວາມ, ຊັອບແວ, ສຽງ, ເພງ, ຮູບພາບ, ກຣາບຟິກ, ວິດີໂອ ຫຼືເຮັດໃຫ້ປາກົດຕໍ່ສາທາລະນະຊົນເຊິ່ງຂັດຕໍ່ກົດໝາຍຫຼືສິນທຳໂດຍບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນຈາກພວກເຮົາລ່ວງໜ້າ.

2.2 ກະທຳລະເມີດລິຂະສິດໃນຊັບສິນທາງປັນຍາ ເຊັ່ນລິຂະສິດ ສິດທິບັດ ເຄື່ອງໝາຍການຄ້າ ຄວາມລັບທາງການຄ້າ ຫຼືຊັບສິນທາງປັນຍາອື່ນຕາມກົດໝາຍກຳນົດບໍ່ວ່າໂດຍວິທີການໃດ.

2.3 ດາວໂຫຼດ ອັບໂຫຼດ ຕິດປະກາດ ຫຼືກະທຳການໃດໆ ເພື່ອສະແຫວງຫາປະໂຫຍດໂດຍບໍ່ຖືກຕ້ອງ ຈາກເນື້ອໃນຫຼືາຂໍ້ຄວາມໃດໆ ຈາກເວັບໄຊນີ້ໂດຍປາສະຈາກການຍິນຍອມເປັນລາຍລັກອັກສອນລ່ວງໜ້າຈາກພວກເຮົາ ຫຼືຕັ້ງກະທູ້ຫຼືເຮັດໃຫ້ປາກົດເຊິ່ງຂໍ້ມູນທີ່ເຮັດໃຫ້ເກີດຄວາມເສຍຫາຍຕໍ່ພວກເຮົາ, ສະມາຊິກຜູ້ໃຊ້ບໍລິການອິນເຕີເນັດ ຫຼືບຸກຄົນພາຍນອກ.

2.4 ອັບໂຫຼດ ຕິດປະກາດ ສົ່ງອີເມວ ຫຼືດຳເນີນການອື່ນໃດອັນມີຜົນເຮັດໃຫ້ເປັນການລົບກວນ ຫຼືແຊກແຊງການເຮັດວຽກຂອງລະບົບຄອມພິວເຕີ ໂດຍການສົ່ງໄວຣັສ (Virus) ຫຼືໂປຣແກຣມຄອມພິວເຕີແບບຕ່າງໆ ທີ່ອອກແບບມາເພື່ອຂັດຂວາງ ທຳລາຍ ຈຳກັດການເຮັດວຽກຂອງລະບົບຄອມພິວເຕີ ຫຼືຄອມພິວເຕີຮາດແວຫຼືໂປຣແກຣມຊັອບແວໃນການສື່ສານຂອງສະມາຊິກຂອງພວກເຮົາ ຫຼືຜູ້ໃຊ້ໃຊ້ບໍລິການອິນເຕີເນັດຫຼືບຸກຄົນພາຍນອກ.

2.5 ໃຊ້ໂປຣແກຣມຄອມພິວເຕີຊັອບແວ ຂັດຂວາງ ແຊກແຊງ ການເຮັດວຽກຫຼືການໃຫ້ບໍລິການຂອງພວກເຮົາ ຫຼືເຄື່ອງຄອມພິວເຕີແລະລະບົບຄອມພິວເຕີຂອງບຸກຄົນພາຍນອກ ເຊັ່ນ ໃຊ້ໂປຣແກຣມຊັອບແວປະເພດມ້າໂທຣຈັນ (Trojan Horse) ໄວຣັສໃນຮູບແບບຂອງທາມບອມ (Time Bombs) ແລະອື່ນໆ

2.6 ກະທຳການໃດໆ ອັນຂັດຕໍ່ປະກາດຫຼືນະໂຍບາຍຂອງພວກເຮົາທີ່ລະບຸໄວ້ໃນຂໍ້ກຳນົດແລະເງື່ອນໄຂສະບັບນີ້ ຫຼືການແກ້ໄຂເພິ່ມເຕີມຂໍ້ກຳນົດແລະເງື່ອນໄຂທີ່ພວກເຮົາຈະປະກາດຫຼືກຳນົດຂຶ້ນພາຍຫຼັງ. ຖ້າບໍລິສັດຮູ້ວ່າທ່ານດຳເນີນການຢ່າງໃດຢ່າງໜຶ່ງອັນເປັນການຂັດຕໍ່ຂໍ້ກຳນົດແລະເງື່ອນໄຂທີ່ກຳນົດໃນເວັບໄຊນີ້ ພວກເຮົາຈະລະງັບການໃຫ້ບໍລິການແກ່ທ່ານໂດຍບໍ່ບອກກ່າວລ່ວງໜ້າຫຼືອາດຈະດຳເນີນການໃນທາງກົດໝາຍກັບທ່ານຕາມທີ່ພວກເຮົາເຫັນສົມຄວນໄດ້ທັນທີ.

3. ການເຊື່ອມຕໍ່ກັບເວັບໄຊຫຼືຊ່ອງທາງອື່ນທີ່ບໍ່ຢູ່ໃນເຄືອຂອງບໍລິສັດ ການບໍລິການຂອງເຮົາມີການເຊື່ອມຕໍ່ໄປຍັງເວັບໄຊ, ແອບພລິເຄຊັ່ນ ຫຼືຊ່ອງທາງອື່ນຂອງບຸກຄົນພາຍນອກ ເມື່ອທ່ານອອກຈາກເວັບໄຊ, ແອບພລິເຄຊັ່ນ ຫຼືຊ່ອງທາງອື່ນຂອງພວກເຮົາ ທາງເຮົາຈະຂໍສະຫວງວນສິດບໍ່ຮັບຜິດຊອບຕໍ່ເນື້ອໃນ ບໍລິການ ຄວາມສູນເສຍທີ່ເກີດຈາກໄວຣັສ ຫຼືໂປຣແກຣມຊັອບແວເຊິ່ງຂັດຂວາງ ທຳລາຍລະບົບຄອມພິວເຕີຂອງບຸກຄົນພາຍນອກ ເຖິງແມ່ນວ່າບຸກຄົນພາຍນອກຈະເປັນມັນທະມິດຫຼືຮ່ວມທຸລະກິດບາງຢ່າງພາຍໃຕ້ຊື່ຂອງພວກເຮົາ ເຮົາຂໍແນະນຳໃຫ້ທ່ານສຶກສາເງື່ອນໄຂແລະຂໍ້ກຳນົດໃນການໃຫ້ບໍລິການພາຍໃນເວັບໄຊ ຫຼືຊ່ອງທາງຂອງບຸກຄົນພາຍນອກຢ່າງລະອຽດຖີ່ຖ້ວນ.

4. ການຈຳກັດຄວາມຮັບຜິດຊອບ ທ່ານຕົກລົງແລະຍອມຮັບວ່າ ບັນດາຂໍ້ມູນບາງສ່ວນທີ່ປາກົດໃນເວັບໄຊ, ແອບພລິເຄຊັ່ນ ຫຼືຊ່ອງທາງອື່ນຂອງພວກເຮົາ ຂໍ້ຄວາມດັ່ງກ່າວເປັນຂໍ້ຄວາມທີ່ຂຽນຫຼືສ້າງຂຶ້ນໂດຍບຸກຄົນພາຍນອກຫຼືຜູ້ໃຊ້ບໍລິການເວັບໄຊບາງສ່ວນເຊິ່ງບໍ່ກ່ຽວຂ້ອງແລະຢູ່ເໜືອຄວາມຄວບຄຸມຂອງເຮົາ ພວກເຮົາບໍ່ມີຄວາມຮັບຜິດຊອບໃດໆ ທີ່ເກີດຈາກເນື້ອໃນຫຼືຂໍ້ຄວາມດັ່ງກ່າວ ບໍ່ວ່າຈະເປັນຄວາມເສຍຫາຍ ການຟ້ອງຮ້ອງ ຮຍກຮ້ອງ ຫຼືການກະທຳລະເມີດໃດໆ ບໍ່ວ່າທາງແພ່ງຫຼືທາງອາຍາ ອາຊະຍາກຳທາງຄອມພິວເຕີຫຼືຄວາມຮັບຜິດຊອບໃດໆ ໃນທາງກົດໝາຍ ເຊິ່ງມີຜົນກະທົບຕໍ່ອຸປະກອນຄອມພິວເຕີ ຊັບສິນ ສິດ ຫຼືຊັບສິນໃດໆ ທີ່ກ່ຽວຂ້ອງກັບທ່ານຫູືບຸກຄົນພາຍນອກ ບໍ່ວ່າຈະໂດຍຄວາມຜູກພັນຕາມສັນຍາ ລະເມີດ ຄວາມຮັບຜິດຊອບທາງອາຍາ ຫຼືໂດຍປະການອື່ນ. ຂໍ້ຍົກເວັ້ນຄວາມຮັບຜິດຊອບຂອງເຮົາດັ່ງກ່າວນີ້ໃຫ້ລວມໄປເຖິງຄວາມຜິດພາດຈາກການໃຫ້ບໍລິການຂ່າວ ຫຼືບົດຄວາມ ຮັບ-ສົ່ງຂໍ້ມູນຫຼືການກະທຳການໃດໆ ຂອງພວກເຮົາ ພັນທະມິດທາງທຸລະກິດຂອງເຮົາ ຜູ້ໃຫ້ບໍລິການຮ່ວມ ຫຼືຜູ້ໃຊ້ບໍລິການອິນເຕີເນັດອື່ນໆ.

5. ຂໍ້ສະຫຼະສິດໃນເນື້ອຫາຂອງເຮົາ ຂໍ້ຄວາມ, ຮູບແຕ້ມ ຫຼືຂໍ້ມູນຕ່າງໆ ເທິງເວັບໄຊ, ແອບພລິເຄຊັ່ນ ແລະຊ່ອງທາງອື່ນຂອງເຮົາບາງສ່ວນເປັນການລວມຂໍ້ມູນຈາກແຫຼ່ງຕ່າງໆ ມາເພື່ອເປັນຂໍ້ມູນ ຄວາມຮູ້ ແລະປະໂຫຍດແກ່ຜູ້ໃຊ້ບໍລິການ ເຊິ່ງພວກເຮົາໄດ້ໃຊ້ຄວາມພະຍາຍາມຢ່າງເຕັມທີ່ໃນການສັງຮວມຂໍ້ມູນຕ່າງໆ ໃຫ້ຖືກຕ້ອງ ແລະທັນສະໄໝ (Update) ຢູ່ສະເໝີ ຈັ່ງໃດກໍຕາມ ບໍລິສັດບໍ່ຮັບຮອງຄວາມຖືກຕ້ອງ ໜ້າເຊື່ອຖື ແລະຄວາມທັນສະໄໝ ຂອງຂໍ້ມູນດັ່ງກ່າວ ທ່ານຕົກລົງແລະຍອມຮັບວ່າ ພວກເຮົາບໍ່ມີອຳນາດໃນການເບິ່ງແຍງຄວບຄຸມຂໍ້ມູນທັງໝົດເທິງເວັບໄຊນີ້ເນື່ອງຈາກການໃຫ້ບໍລິການຂອງພວກເຮົາເປັນພຽງສື່ກາງໃນການໃຫ້ບໍລິການຂໍ້ມູນຂ່າວສານ ຫຼືບົດຄວາມແກ່ຜູ້ໃຊ້ບໍລິການອິນເຕີເນັດເທົ່ານັ້ນ.

6. ນະໂຍບາຍລະງັບຂໍ້ຜິດພາດ ທ່ານຮັບຊາບວ່າການດຳເນີນການໃຫ້ບໍລິການເນື້ອຫາຕ່າງໆ ເທິງຊ່ອງທາງຂອງເຮົາເປັນການປະມວນໂດຍເຄື່ອງຄອມພິວເຕີອຸປະກອນອື່ນ ເຊັ່ນ ສະມາດໂຟນ, ໂທລະສັບມືຖື ຫຼືອຸປະກອນອື່ນໃນອະນາຄົດໂດຍອັດຕະໂນມັດ ເຊິ່ງຢູ່ເໜືອຄວາມຄວບຄຸມຂອງກຳມະການແລະຜູ້ບໍລິຫານຂອງບໍລິສັດເຮົາ, ພວກເຮົາບໍ່ສາມາດກວດກາເນື້ອໃນ, ຮູບພາບ ຫຼືຂໍ້ຄວາມທັງໝົດໄດ້. ດັ່ງນັ້ນ, ເພື່ອເປັນການລະງັບຂໍ້ຜິດພາດຕ່າງໆ ທີ່ອາດຈະເກີດຂຶ້ນຈາການໃຫ້ບໍລິການຂອງເຮົາ ຖ້າຫາກຜູ້ໃຊ້ບໍລິການປະສົບບັນຫາຫຼືໄດ້ຮັບຄວາມເສຍຫາຍຈາກຂໍ້ຄວາມ ເນື້ອໃນ ຫຼືບໍລິການໃດໆ ລວມເຖິງການລະເມີດສິດແລະສິດຊັບສິນທາງປັນຍາໃດໆ ທີ່ປາກົດເທິງຊ່ອງທາງຂອງພວກເຮົາ ເຊັ່ນ ເວັບໄຊ ແອບພລິເຄຊັ່ນ ໂຊຊ່ຽວມີເດຍ ຫຼືຊ່ອງທາງອື່ນຂອງເຮົາ ເຮົາຈະມີນະໂຍບາຍສະຫງວດສິດໃນການລະງັບຂໍ້ຜິດພາດຕ່າງໆ ນັ້ນດ້ວຍໂຕຂອງເຮົາເອງ ໂດຍບໍ່ໄດ້ບອກກ່າວແກ່ຜູ້ໃຊ້ບໍລິການ.

7. ການຊົດເຊີຍຄ່າເສຍຫາຍ ທ່ານຕົກລົງແລະຍອມຮັບວ່າ ທ່ານຈະໃຫ້ຄວາມຮ່ວມມືກັບພວກເຮົາໃນການດຳເນີນການຕ່າງໆ ເພື່ອແກ້ໄຂແລະຢຸດບັນຫາ ທີ່ເກີດຈາກການຜິດສັນຍາການລະເມີດ ຫຼືບັນຫາຂໍ້ກົດໝາຍອື່ນໆ ກັບພວກເຮົາຢ່າງເຕັມທີ່ລວມທັງຕົກລົງແລະປົກປ້ອງບໍ່ໃຫ້ພວກເຮົາຖືກຮ້ອງຟ້ອງ ຫຼືຮຽກຄ່າເສຍຫາຍຈາກບຸກຄົນພາຍນອກ ຖ້າຫາກທ່ານກະທຳຜິດຂໍ້ກຳໜົດແລະເງື່ອນໄຂໃດໆ ໃນເວັບໄຊນີ້ທ່ານຈະຊົດເຊີຍຄ່າເສຍຫາຍໃຫ້ແກ່ພວກເຮົາຕາມທີ່ກົດໝາຍກຳນົດ.

8. ການແກ້ໄຂເພິ່ມເຕີມ ພວກເຮົາຂໍສະຫງວນສິດໄວ້ເຊິ່ງສິດໃນການແກ້ໄຂປ່ຽນແປງ ເພິ່ມເຕີມ ຕັດຮອນ ບັນດາຂໍ້ກຳໜົດແລະເງື່ອນໄຂໃດໆ ທີ່ລະບຸໄວ້ໃນເວັບໄຊນີ້ ໂດຍບໍ່ຈຳເປັນຕ້ອງບອກກ່າວລ່ວງໜ້າ.

9. ກົດໝາຍທີ່ໃຊ້ບັງຄັບ ຖ້າເກີດບັນຫາຜິດພາດໃດໆ ທີ່ເກີດຈາກການໃຫ້ບໍລິການຂອງພວກເຮົາ ອັນເນື່ອງມາຈາກເວັບໄຊ, ແອບພລິເຄຊັ່ນ ແລະຊ່ອງທາງອື່ນຂອງພວກເຮົາ ທ່ານແລະພວກເຮົາຕົກລົງໃຊ້ກົດໝາຍຂອງ ສປປ ລາວໃນການລະງັບບັນຫາໃນການໃຊ້ບໍລິການເວັບໄຊ, ແອບພລິເຄຊັ່ນ ຫຼືຊ່ອງທາງອື່ນຂອງພວກເຮົາ ຖືເປັນການຕົກລົງແລະຍອມຮັບຂໍ້ກຳນົດແລະເງື່ອນໄຂສະບັບນີ້ແລະການທີ່ທ່ານໃຊ້ບໍລິການພາຍຫຼັງຈາກການມີການແກ້ໄຂເພິ່ມເຕີມ ຂໍ້ກຳໜົດແລະເງື່ອນໄຂສະບັບນີ້ຂອງພວກເຮົາໃນອະນາຄົດ ຍ່ອມຖືວ່າທ່ານຍອມຮັບຂໍ້ກຳນົດແລະເງື່ອນໄຂຂອງບໍລິສັດທີ່ໄດ້ມີການແກ້ໄຂເພິ່ມເຕີມດັ່ງກ່າວ.