ໂຄວິດມາປັນຍາເກີດ ແຕ່ໃຊ້ຜິດທາງໄດ້ນອນຄຸກຍ້ອນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ໂຄວິດມາປັນຍາເກີດ ແຕ່ໃຊ້ຜິດທາງໄດ້ນອນຄຸກຍ້ອນ

Published

on

ທຸກຄົນຮູ້ກັນດີໄລຍະທີ່ເກີດການລະບາດໃໝ່ໆຂອງພະຍາດໂຄວິດ-19 ເຮັດໃຫ້ລາຄາຜ້າອັດປາກຂຶ້ນສູງຢ່າງບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງປະເທດເຮົາ ແລະທົ່ວໂລກກໍ່ເຊັ່ນດຽວກັນຍ້ອນຄວາມຕ້ອງການຊົມໃຊ້ທີ່ເພີ່ມຂຶ້ນເປັນຫຼາຍທົບ ເຮັດໃຫ້ບັນດາພໍ່ຄ້າຊາວຂາຍທັງ ໂຕຈີງ ແລະໂຕປອມຕ່າງກໍ່ສະແຫວງຫາຜ້າອັດປາກມາເກງກຳໄລ ຈິ່ງເຮັດໃຫ້ເກີດມີການສວຍໂອກາດຂຶ້ນ ເຖິງຂັ້ນໄດ້ນອນຄຸກແບບສາວລາຍນີ້.

ຕໍ່ກັບຄະດີສໍ້ໂກງຊັບລາຍໜຶ່ງ ທີ່ການໂຄສະນາຊວນເຊື່ອຫຼອກຂາຍຜ້າອັດປາກ ໃຫ້ຜູ້ເສຍຫາຍໂອນເງິນຄ່າສິນຄ້າຈໍານວນ 122 ລ້ານກີບ, ແຕ່ເມື່ອເຖິງເວລານັດສົ່ງພັດບໍ່ໄດ້ຮັບສິນຄ່າທີ່ສັ່ງຊື້ ຈິ່ງກ້າມາສູ່ການແຈ້ງຄວາມດຳເນີນການຕາມລະບຽບກົດໝາຍບ້ານເມືອງ ເງິນ 100 ກວ່າລ້ານບໍໄດ້ມາງ່າຍໆນໍ!

ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ ປກສ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຈາກຜູ້ເສຍຫາຍ ໃນວັນທີ 18 ພຶດສະພາ 2020 ວ່າ: ນາງ ປາລະມີ, ອາຍຸ 30 ປີ, ປະຊາຊົນຢູ່ບ້ານໂນນຄໍ້ເໜືອ ເມືອງໄຊເສດຖາ ໄດ້ສໍ້ໂກງເງິນຄ່າຜ້າອັດປາກຈໍານວນ 122 ລ້ານກີບ. ເຈົ້າໜ້າທີ່ຮັບຜິດຊອບຄະດີ ກໍ່ໄດ້ກວດກາເອກະສານ ແລະ ເກັບກໍາຂໍ້ມູນຫຼັກຖານຢ່າງລະອຽດແລ້ວ ເຫັນວ່າຄໍາຮ້ອງຟ້ອງນາງ ປາລະມີ ມີພື້ນຖານການກະທໍາຜິດທາງອາຍາ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວໃນວັນທີ 04 ມິຖຸນາ 2020 ມາດໍາເນີນການສອບສວນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ນາງ ປາລະມີ ໃຫ້ການສາລະພາບວ່າ: ຕົນເອງໄດ້ສໍ້ໂກງເງິນແທ້, ໂດຍໄດ້ຕົວະຜູ້ເສຍຫາຍຄື: ທ້າວ ຄໍາຫຼ້າ ອາຍຸ 40 ປີ ພັກເຊົາຢູ່ບ້ານໂນນສະອາດ ເມືອງໄຊທານີ ໃຫ້ຊື້ຜ້າອັດປາກນໍາຈໍານວນ 4.000 ກັບ ໂດຍອ້າງວ່າເປັນສິນຄ້າດີມີຄຸນນະພາບ ແຕ່ລາຄາຖືກ ແລ້ວທ້າວ ຄໍາຫຼ້າ ກໍຕົກລົງຊື້ ແລະ ໄດ້ເຮັດບົດບັນທຶກການຊື້-ຂາຍຮ່ວມກັນຂຶ້ນ, ວັນທີ 25 ມີນາ 2020 ໂດຍສິນຄ້າຈະມາຮອດ. ທ້າວ ຄໍາຫຼ້າ ຈຶ່ງໄດ້ໂອນເງິນໃຫ້ຈໍານວນ 67.500 ບາດ ເພື່ອມັດຈໍາສິນຄ້າ ແລະ ໃນວັນທີ 21 ມີນາ 2020 ກໍ່ໄດ້ຕົວະ ທ້າວ ຄໍາຫຼ້າ ໃຫ້ຊື້ສິນຄ້າເພີ່ມອີກ 4.000 ກັບ.

ຕໍ່ມານາງ ປາລະມີ ກໍໄດ້ຂໍຢືມເງິນນໍາທ້າວ ຄໍາຫຼ້າ ອີກຫຼາຍຄັ້ງ ໂດຍອ້າງວ່າຈະເອົາໄປແລ່ນວຽກທີ່ຈໍາເປັນກ່ຽວກັບຜ້າອັດປາກທີ່ສັ່ງຊື້; ເຊິ່ງລວມເປັນເງິນທັງໝົດຈໍານວນ 122 ລ້ານກີບ. ນອກຈາກນັ້ນ ຜູ້ກ່ຽວຍັງໄດ້ຕົວະຂາຍຜ້າອັດປາກໃຫ້ທ້າວ ບຸນທອນ ໄດ້ເງິນໄປ 18 ລ້ານກີບ; ພ້ອມທັງໄດ້ໄປດາວລົດຈັກ 4 ຄັນນໍາ 4 ບໍລິສັດແລ້ວກໍ່ເອົາໄປປະກາດຂາຍ; ສ່ວນເງິນທີ່ສໍ້ໂກງໄດ້ທັງໝົດ 4 ຮ້ອຍກວ່າລ້ານກີບ, ຕົນເອງໄດ້ເອົາໄປໃຊ້ຈ່າຍແຕ່ລະວັນຈົນໝົດ.

ປັດຈຸບັນເຈົ້າໜ້າທີ່ສາມາດນໍາເກັບກູ້ລົດຈັກຄືນມາໄດ້ແລ້ວ 2 ຄັນ; ສ່ວນອີກ 2 ຄັນ ເຈົ້າໜ້າທີ່ກໍາລັງດໍາເນີນການຕິດຕາມ. ຕໍ່ກັບຄະດີເລື່ອງນີ້ ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພວມສືບສວນ-ສອບສວນ ກຽມສະຫຼຸບສໍານວນ-ສໍາເນົາສົ່ງໃຫ້ໄອຍະການ ເພື່ອສັ່ງຟ້ອງສານໃຫ້ຄົ້ນຄວ້າ ແລະ ພິຈາລະນາຕັດສິນລົງໂທດຜູ້ກ່ຽວຕາມລະບຽບກົດໝາຍ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້