ຄະນະສະເພາະກິດ ກໍານົດ 2 ໄລຍະ ການຜ່ອນຜັນ ມາດຕະການ ໂຄວິດ-19 – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຄະນະສະເພາະກິດ ກໍານົດ 2 ໄລຍະ ການຜ່ອນຜັນ ມາດຕະການ ໂຄວິດ-19

Published

on

ໃນຕອນບ່າຍວັນທີ 27 ເມສາ 2020, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບ ແຜນການຜ່ອນຜັນບາງມາດຕະການ ຫລັງວັນທີ 3 ພຶດສະພາ 2020, ຖ້າບໍ່ມີລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19 ໃໝ່ ໃນ ສປປ ລາວ, ເຊິ່ງກອງປະຊຸມຈດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງຄະນະດັ່ງກ່າວ.
ຈຸດປະສົງຂອງແຜນການຜ່ອນຜັນບາງມາດຕະການ ຫລັງວັນທີ 3 ພຶດສະພາ 2020 ແມ່ນເພື່ອໃຫ້ມີຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເພື່ອເປັນທິດທາງ ແລະ ບ່ອນອີງໃນການຜ່ອນຜັນມາດຕະການໃນຂອງເຂດທົ່ວປະເທດ, ພ້ອມກັນນັ້ນ ກໍເພື່ອເປັນການຈຳກັດບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ ແລະ ກັບຄືນມາຮອບໃໝ່ຂອງພະຍາດໂຄວິດ-19, ເຮັດໃຫ້ຊຸມຊົນໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ ແລະ ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ເພື່ອໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຊາດ.
ສຳລັບການກຳນົດໄລຍະເວລາຜ່ອນຜັນ ແມ່ນມີ 2 ໄລຍະຄື: ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະ ໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020, ໃນນັ້ນ ມາດຕະການຜ່ອນຜັນສຳລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ປະກອບມີ: ການອະນຸຍາດໃຫ້ສຳນັກງານ-ອົງການ ເປີດດຳເນີນການໃຫ້ພະນັກງານ-ລັດຖະກອນມາເຮັດວຽກປົກກະຕິ, ອະນຸຍາດໃຫ້ພໍ່ແມ່ປະຊາຊົນ, ພະນັັກງານ-ລັດຖະກອນ, ທະຫານ-ຕຳຫລວດ ສາມາດອອກຈາກເຮືອນ ເດີນທາງຢູ່ໃນແຂວງກໍລະນີຈຳເປັນ, ອະນຸຍາດໃຫ້ມີການຈັດຝຶກອົບຮົມ, ຈັດກອງປະຊຸມທາງການ ແລະ ກິດຈະກຳທາງສາສະໜາ, ອະນຸຍາດໃຫ້ອອກກຳລັງກາຍ ຫລື ຫລິ້ນກິລາກາງແຈ້ງ, ອະນຸຍາດເປີດໂຮງງານ ແລະ ໂຄງການໃຫຍ່ ແລະ ການອະນຸຍາດເປີດໂຮງຮຽນ.


ສ່ວນໄລຍະທີ 2 ຖ້າບໍ່ມີລາຍງານກໍລະນີຜູ້ຕິດເຊື້ອໃໝ່ຮອດວັນທີ 31 ພຶດສະພາ 2020 ແລະ ສະພາບການເກີດພະຍາດໂຄວິດ-19 ໃນບັນດາປະເທດໃກ້ຄຽງມີທ່າອ່ຽງຫລຸດລົງນັ້ນ ແມ່ນຈະໄດ້ຍົກເລີກບັນດາມາດຕະການທັງໝົດ ໃນຄຳສັ່ງເລກທີ 06/ນຍ ແລະ ຍົກເວັ້ນມາດຕະການຫ້າມການເດີນທາງເຂົ້າປະເທດຂອງຜູ້ເດີນທາງທົ່ວໄປ.
ພາຍຫລັງປຶກສາຫາລືກັນແລ້ວ ກໍຈະໄດ້ສະເໜີຕໍ່ ກອງປະຊຸມນາຍົກ, ຮອງນາຍົກລັດຖະມົນຕີ ທີ່ຈະຈັດຂຶ້ນໃນວັນທີ 28 ເມສາ 2020 ເພື່ອພິຈາລະນາ ວ່າອັນຄວນຜ່ອນຜັນໄດ້ ແລະ ອັນໃດຍັງຕ້ອງສືບຕໍ່ປະຕິບັດ.
ເຖິງແນວໃດກໍຕາມ, ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດແຂວງໜຶ່ງ ແມ່ນຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນ, ຖ້າຫາກເກີດມີການລາຍງານຜູ້ຕິດເຊື້ອເກີດເປັນຈຸ້ມຫລາຍກວ່າ 2 ແຂວງ ແມ່ນຈະໄດ້ກັບມາປະຕິບັດຄຳສັ່ງເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ.

ຂ່າວ: ສິງຄຳ, ພາບ: ຂັນໄຊ

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້