ສອງອ້າຍນ້ອງຖີບລົດມາແຕ່ເມືອງພຽງ ມາໄດ້ 2 ຄືນແລ້ວ ຈະໄປຕາມຫາພໍ່ຢູ່ວຽງຈັນ

ຜູ້ໃຊ້ເຟສບຸກຊື່ K Lee BC BC ໄດ້ໂພສໃນວັນທີ 29 ກັນຍາ 2020 ວ່າ: ມີເດັກນ້ອຍມາຕາມຫາພໍ່, ພໍ່ ຊື່ ທ້າວຊານ ສອງອ້າຍນ້ອງຊື່ ທ້າວ ເກົ້າ ແລະ ທ້າວຕຸດ ມາແຕ່ ບ້ານຂຸນພອນ, ເມືອງພຽງ ,ແຂວງໄຊຍະບູລີ ,ຈະໄປຫາພໍ່ ຢູ່ວຽງຈັນ ຂີ່ລົດຖີບມາໄດ້ 2 ຄືນແລ້ວ ເຂົ້າກະບໍ່ໄດ້ກິນ ຕອນນີ້ຜູ້ກ່ຽວ ໄດ້ແລ່ນໜີເຂົ້າປ່າ ຢູ່ພູໃຫ່ຍ ລູກຫຼານໃຜມາຊອກຫາແດ່ເດີ້ ປະຈຸບັນຢູ່ປ່າເຂດພູໃຫ່ຍ ທາງປາກລາຍ-ຊະນະຄາມ.

.

ນີ້ແມ່ນປ່າທີ່ສອງອ້າຍນ້ອງແລ່ນເຂົ້າໄປ

ຈອດລົດຖີບຖີ້ມໄວ້ແລ້ວພາກັນແລ້ວເຂົ້າໄປໃນປ່າ (ຊ່ວຍກັນແຊຣ໌ໃຫ້ພໍ່ແມ່ພີ້ນ້ອງເພີ່ນເຫັນແດ່ເດີ້)

.

ທີ່ມາ: