ມີຜູ້ເສຍຊີວິດຈາກໂຄວິດ-19 ລວມກັນກ່ວາ 200.000 ຄົນ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ເມສາ 2020 ວ່າ ສູນຂໍ້ມູນພະຍາດຕິດເຊື້ອໄວຣັດໂຄໂຣນາແຫ່ງມະຫາວິທະຍາໄລຈອນ ຮ໊ອບກິນສ ລາຍງານສະຖານະການ ການແຜ່ລະບາດຂອງໄວຣັດໂຄວິດ-19 ວ່າ ມີຜູ້ເສຍຊີວິດສະສົມໃນທົ່ວໂລກເພີ່ມເປັນຫລາຍກ່ວາ 200.000 ຄົນ ຈາກຈຳນວນຜູ້ຕິດເຊື້ອເກືອບ 2.900.000 ຄົນ ແລະມີຜູ້ໄດ້ຮັບການປິ່ນປົວລວມແລ້ວຫລາຍກ່ວາ 800.000 ຄົນ

ດ້ານອົງການອານາໄມໂລກ ອອກຖະແຫລງການເມື່ອວັນເສົາວ່າ ຍັງບໍ່ມີຫລັກຖານຢືນຢັນທາງວິທະຍາສາດວ່າ ຜູ້ທີ່ຫາຍດີຈາກການຕິດເຊື້ອໂຄວິດ-19 ແລ້ວຈະມີການສ້າງສານພູມຕ້ານທານໃນຮ່າງກາຍ ປ້ອງກັນໃຫ້ບໍ່ມີການກັບມາຕິດເຊື້ອ ແລະເຈັບປ່ວຍຊ້ຳອີກ ແຕ່ຫວັງວ່າ ຢ່າງຫນ້ອຍທີ່ສຸດຮ່າງກາຍຂອງຄົນເຈັບການພະຍາດນີ້ຈະສ້າງພູມຄຸ້ມກັນຂື້ນມາໃນລະດັບຫນຶ່ງ

ອົງການອານາໄມໂລກຍັງສະແດງຄວາມກັງວົນ ພ້ອມທັງເຕືອນການທີ່ລັດຖະບານບາງປະເທດມີນະໂຍບາຍອອກເອກະສານຮັບຮອງໃຫ້ກັບຜູ້ທີ່ປົວດີແລ້ວ ວ່າຈະຍິ່ງເພີ່ມຄວາມສ່ຽງ ແລະຄວາມຊະລ້າໃຈໃຫ້ກັບປະຊາຊົນ ກາຍເປັນການຫລຸດຄວາມລະມັດລະວັງໃນເລື່ອງນີ້ໄປໃນໂຕ