ຮູ້ລະຫວ່າ ສີ້ນ ແມ່ນມໍລະດົກຂອງໃຜ?

ໃນຄວາມຮູ້ສຶກຂອງຄົນລາວ ສີ້ນ ແມ່ນເຄື່ອງນຸ່ງຂອງແມ່ຍິງ ທີ່ຖືກຕ່ຳຂຶ້ນຈາກຝ້າຍ ຫຼືໄໝ ມີລວດລາຍຕ່າງໆປະດັບ ທີ່ຖືກພັດທະນາມາຫຼາຍຍຸກຫຼາຍສະໄໝ ນັບວ່າຫຼາຍຮ້ອຍປີມາແລ້ວ, ລາຍສີ້ນປະກອບດ້ວຍລາຍບູຮານ ແລະລາຍທີ່ຖືກປະດິດສ້າງຂຶ້ນມາໃໝ່ ແຕ່ທີ່ນິຍົມກັນແທ້ໆ ທີ່ຮູ້ຈັກກັນຢ່າງກວ້າງຂວາງເປັນຫຼັກ ກໍແມ່ນລາຍມຸກ ແລະລາຍໝີ່ ເຊິ່ງແຕ່ລະລາຍຫຼັກກໍຈະແຍກອອກເປັນລາຍຍ່ອຍອີກ ນັ້ນຄືການເສີມຂະຫຍາຍລີງລາຍ ທີ່ເປັນມູນເຊື້ອມໍລະດົກຕົກທອດມາແຕ່ ສະໄໝບູຮານນະການ.

ຄ່ານິຍົມໃນແມ່ຍິງລາວສະໄໝກ່ອນ ກໍຄືໃນຊົນນະບົດລາວໃນປັດຈຸບັນ ຖືວ່າແມ່ຍິງທຸກຄົນຄວນຈະມີຄວາມຮູ້ ເລື່ອງການຕ່ຳຜ້າແພ, ຕ່ຳສີ້ນ, ຕ່ຳຕີນສິ້ນ… ຢ່າງຂີ້ຮ້າຍກໍຕ້ອງຮູ້ຈັກຕ່ຳ ພາຍຫຼັງທີ່ມີຜູ້ຊ່ຽວຊານກໍ່ ຫຼືສືບໄວ້ໃຫ້ແລ້ວ ແລະແມ່ຍິງລາວທຸກຄົນຮູ້ຈັກລວດລາຍສີ້ນ ຮູ້ເບິ່ງວ່າລາຍແບບໃດຕ່ຳຍາກ ລາຍແບບໃດຕ່ຳງ່າຍ ຫຼືລາຍແບບໃດຊົງຄຸນຄ່າຍິ່ງກວ່າເປັນຕົ້ນ, ແມ່ຍິງລາວທຸກຄົນມີຈິດໃຕ້ສຳນຶກອັນໜຶ່ງ ທີ່ບໍ່ມີໃຜສອນ ບໍ່ມີໃຜສຶກສາອົບຮົມ ແຕ່ມີໃຈມັກ-ຮັກແລະຫວງແຫນທີ່ສຸດ ແມ່ນສີ້ນ ແລະການນຸ່ງສີ້ນທີ່ງາມທີ່ສຸດກໍຕ້ອງແມ່ນແມ່ຍິງລາວ ອັນເປັນການຢືນຢັນວ່າ ສີ້ນໄດ້ຖືກກຳເນີດ ແລະອະນຸລັກຮັກສາ ຕິດພັນກັບແມ່ຍິງລາວມາແຕ່ບູຮານນະການ ເຊັ່ນດຽວກັນກັບແຄນ ເຄື່ອງດົນຕີເອກະລັກສະເພາະຂອງຄົນເຜົ່າລາວ ເຖິງແມ່ນວ່າຄົນສ່ວນຫຼາຍຈະເປົ່າແຄນບໍ່ເປັນ ຫຼືດົນໆ ຈຶ່ງໄດ້ຍິນສຽງແຄນເທື່ອໜຶ່ງ ແຕ່ເມື່ອມີໂອກາດໄດ້ຊົມການເປົ່າແຄນ ຄົນລາວຈະຮູ້ສຶກມ່ວນ ແລະຕົບມືຫຼືຟ້ອນໃສ່ແຄນຖືກຈັງຫວະເປະໆ ຄ້າຍຄືວ່າດົນຕີສິ່ງນີ້ ເປັນພາສາໜຶ່ງຂອງຕົນ ທີ່ເຖິງບໍ່ໄດ້ຮຽນແຕ່ເຂົ້າໃຈໄດ້.

ກັບເຂົ້າມາສູ່ຫົວບົດຂອງເຮົາ ກັບຄຳຖາມແທງຫົວໃຈ “ສີ້ນແມ່ນມໍລະດົກຂອງໃຜ?” ທ່ານຜູ້ອ່ານທີ່ເປັນຄົນລາວ ກໍຄົງໄດ້ຄຳຕອບໃນໃຈແລ້ວວ່າ ສີ້ນເປັນມໍລະດົກທາງດ້ານ ສິລະປະຫັດຖະກຳຂອງລາວ ເຊັ່ນດຽວກັນກັບທ່ານຜູ້ອ່ານ ທີ່ເປັນຄົນໄທ ກໍຄົງຢາກບອກວ່າ ສີ້ນແມ່ນມໍລະດົກທາງດ້ານສິລະປະຫັດຖະກຳຂອງໄທ ເຊິ່ງການຕອບແບບນີ້ແມ່ນຖືກທັງສອງຝ່າຍ ເພາະຕ່າງກໍຄິດວ່າສິລະປະອັນລ້ຳຄ່ານີ້ ເປັນຂອງຕົນເອງ ແລະມັນກໍເປັນແນວນັ້ນແທ້ໆ ເພາະແມ່ຍີງທີ່ນຸ່ງສີ້ນບໍ່ໄດ້ຢູ່ສະເພາະແຕ່ປະເທດລາວ ຫຼືສະເພາະແຕ່ປະເທດໄທ ແຕ່ຍັງຢູ່ຫຼາຍປະເທດທົ່ວໂລກ.

ເວົ້າສະເພາະລາວ-ໄທ ຈະເວົ້າໄດ້ວ່າເປັນມໍລະດົກຂອງໃຜ ເຮົາຄວນຫວນຄືນຫຼັງໄປເບິ່ງປະຫວັດສາດ ສອງປະເທດລາວແລະໄທມີປະຫວັດສາດຕິດພັນກັນມາແຕ່ບູຮານນະການ ໂດຍສະເພາະແມ່ນທາງດ້ານເລືອດເນື້ອເຊື້ອຊາດ, ພາສາ ແລະວັດທະນະທຳ. ເວົ້າໃຫ້ເຂົ້າໃຈງ່າຍໆ ກໍໍຄື ຄົນທີ່ເວົ້າພາສາລາວ ມີຢູ່ທັງສອງຟາກຝັ່ງແມ່ນ້ຳຂອງ ແລະຄົນທີ່ເວົ້າພາສາລາວ ກໍຄືຄົນເຜົ່າລາວນັ້ນເອງ ເຊັ່ນກັນກັບເຜົ່າມົ້ງ ເຖິງຈະຢູ່ລາວຫຼືຢູ່ໄທເຂົາເຈົ້າກໍເວົ້າພາສາມົ້ງ ເຊິ່ງເປັນເອກະລັກຂອງຄວາມເປັນຊົນຊາດ ຊົນເຜົ່າ ດັ່ງຄຳສຸພາສິດລາວທີ່ກ່າວໄວ້ວ່າ ພາສາບອກຊາດ ມາລະຍາດບອກຕະກຸນ (ຄົນເຜົ່າໃດກໍເວົ້າພາສານັ້ນ).

ແມ່ຍິງລາວໃນງານດອງ

ເມື່ອເຮົາມາເບິ່ງຄັກໆ ແລ້ວ ຄົນເຜົ່າລາວບໍ່ໄດ້ມີສະເພາະຢູ່ໃນປະເທດລາວ ເອກະລັກຂອງແມ່ຍິງຊົນເຜົ່າລາວກໍຄືນຸ່ງສີ້ນ ເມື່ອມີຄົນເຜົ່າລາວຢູ່ໃສກໍຍ່ອມມີການນຸ່ງສີ້ນຢູ່ຫັ້ນ ເຊັ່ນກັນກັບມີຄົນລາວຢູ່ໃສ ມີສຽງແຄນຢູ່ຫັ້ນ. ດັ່ງນັ້ນ, ຄົນຊົນເຜົ່າລາວຢູ່ຝັ່ງຂວາຂອງແມ່ນ້ຳຂອງ ເຂົາເຈົ້າກໍມັກ-ຮັກໃນການນຸ່ງສີ້ນເຊັ່ນກັນ ທີ່ແຕກຕ່າງຕາມທີ່ພົບເຫັນ ແລະແຍກໄດ້ງ່າຍໆ ກໍຄື ແມ່ຍິງລາວໃນປະເທດລາວຈະນຸ່ງສີ້ນທີ່ມີຕີນ ສ່ວນແມ່ຍິງໄທມັກຈະນຸ່ງສີ້ນແບບບໍ່ມີຕີນ.

ແລ້ວ “(ລາຍ)ສີ້ນເປັນມໍລະດົກຂອງໃຜ?” ຄຳຕອບທີ່ຖືກທີ່ສຸດກໍຄົງຈະແມ່ນ ຂອງແມ່ຍີງຊົນເຜົ່າລາວທັງໝົດທົ່ວໂລກ ບໍ່ສະເພາະປະເທດລາວກັບປະເທດໄທເທົ່ານັ້ນ. ເມື່ອສີ້ນເປັນມໍລະດົກຂອງແມ່ຍີງເຜົ່າລາວທົ່ວໂລກແລ້ວ ກໍສະແດງໃຫ້ເຫັນວ່າມໍລະດົກທາງດ້ານສິລະປະ ມັນບໍ່ມີເຂດຫຼືເສັ້ນຊາຍແດນມາຂວາງຂັ້ນ ມັນສາມາດເປັນມໍລະດົກຂອງທັງແມ່ຍິງລາວແລະແມ່ຍິງໄທໄດ້ ເຊັ່ນດຽວກັນກັບແຄນ, ເຊັ່ນດຽວກັນກັບຕຳໝາກຫຸ່ງ, ລາບ ແລະຈັງຫວະຮ້ອງລຳ ທີ່ຈະເປັນຄົນລາວສັນຊາດໄທຫຼືຄົນລາວສັນຊາດລາວ ກໍຄົງບໍ່ສາມາດອ້າງສິດວ່າເປັນຂອງຕົນເອງ ໄດ້ພຽງຜູ້ດຽວ ຫຼືອ້າງໄປແລ້ວກໍໄດ້ເປັນພຽງລາຍລັກອັກສອນເທົ່ານັ້ນ ແຕ່ເນື້ອແທ້ແລ້ວ ສີ້ນ ເປັນມໍລະດົກຂອງແມ່ຍີງ ທັງສອງຟາກຝັ່ງແມ່ນ້ຳຂອງ ນັ້ນເອງ.

ແອັດມິນຊຽງ

ໝາຍເຫດ: ນີ້ເປັນຄຳຄິດເຫັນສ່ວນຕົວຂອງຜູ້ຂຽນ ຖ້າທ່ານຜູ້ທ່ານມີຄຳເຫັນຕ່າງກໍສາມາດປະກອບສ່ວນໄດ້ ໃນຊ່ອງປະກອບຂໍ້ຄວາມຕໍ່ລົງໄປນີ້:

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້