ທົ່ວໄປ
ລັດຖະມົນຕີ ກະຊວງການ ຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກ ກ່ຽວກັບການລືບລ້າງຄວາມທຸກຍາກ ແລະ ການຮ່ວມມືແບບໃຕ້-ໃຕ້

ໃນຕອນແລງຂອງວັນທີ 26 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກ ກ່ຽວກັບການລືບລ້າງຄວາມທຸກຍາກ ແລະ ການຮ່ວມມືຂອບໃຕ້-ໃຕ້ ຫລື ຂອບການຮ່ວມມື ລະຫວ່າງ ປະເທດກຳລັງພັດທະນາ, ໃນຫົວຂໍ້: “ການກ້າວໄປສູ່ອະນາຄົດຮ່ວມກັນ ຂອງບັນດາປະເທດກຳລັງພັດທະນາ: ສົ່ງເສີມການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການຮ່ວມມືໃນຂອບໃຕ້-ໃຕ້ (Toward a Shared Future for Developing Countries: Promoting Poverty Eradication and Sustainable Development through Deepened South-South Cooperation)”, ຈຸດປະສົງຕົ້ນຕໍ ແມ່ນເພື່ອຮ່ວມກັນປຶກສາຫາລື ບາງບັນຫາສໍາຄັນ ຄື:

1) ການຮ່ວມຕໍ່ສູ້ຕ້ານກັບ ໂຄວິດ-19 ແລະ ແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ໃນການພັດທະນາເສດຖະກິດ-ສັງຄົມ;
2) ການລຶບລ້າງຄວາມທຸກຍາກ ໂດຍຜ່ານການແລກປ່ຽນປະສົບການ ແລະ ລົງເລິກການຮ່ວມມືໃນຂອບໃຕ້-ໃຕ້; ແລະ
3) ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງ ລະຫວ່າງ ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ວາລະ 2030 ເພື່ອບັນລຸການຫລຸດຜ່ອນຄວາມທຸກຍາກ ແລະ ເປົ້າໝາຍການພັດທະນາອື່ນໆ.
ກອງປະຊຸມທາງໄກຜ່ານວີດີໂອຄັ້ງນີ້, ຈັດໂດຍ ສປ ຈີນ, ພາຍໃຕ້ການເປັນປະທານຂອງ ທ່ານ ຫວັງ ອີ່ ລັດຖະມົນຕີ ການຕ່າງປະເທດແຫ່ງ ສປ ຈີນ, ມີຜູ້ແທນຂັ້ນລັດຖະມົນຕີ ຕ່າງປະເທດຈາກປະ ເທດສະມາຊິກຫລາຍກວ່າ 10 ປະເທດ, ຮອງເລຂາທິການໃຫ່ຍອົງການ ສປຊ ຜູ້ຊີ້ນຳວຽກງານເສດຖະກິດ-ສັງຄົມ ແລະ ອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກຄວາມສຳຄັນຂອງການລຶບລ້າງຄວາມທຸກຍາກ ຊຶ່ງເປັນໜຶ່ງໃນບູລິມະສິດຕົ້ນຕໍຂອງວົງຄະນາຍາດສາກົນເພື່ອບັນລຸວາລະ 2030 ເພື່ອການພັດທະນາ. ການຮ່ວມມືແບບໃຕ້-ໃຕ້ ຖືເປັນແບບຢ່າງແຫ່ງຄວາມສາມັກຄີ ແລະ ເປັນກົນໄກຂອງການຮ່ວມມື ລະຫວ່າງ ບັນດາປະເທດກຳລັງພັດທະນາ ອັນໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການຫລຸດຜ່ອນຄວາມທຸກຍາກ ແລະ ນຳເອົາຄວາມຮຸ່ງເຮືອງສີວິໄລມາສູ່ປະຊາຊົນຂອງວົງຄະນະຍາດສາກົນ ບົນພື້ນຖານຫລັກການ ການຮ່ວມມືແບບຫລາຍຝ່າຍ ພາຍໃຕ້ກົດບັດຂອງອົງການສະຫະປະຊາຊາດ ກໍຄື ຫລັກການແຫ່ງຄວາມສາມັກຄີ, ການເຄົາລົບອະທິປະໄຕ ແລະ ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ບັນດາຜົນສຳເລັດຕ່າງໆ ທີ່ປະເທດກຳລັງພັດທະນາຍາດມາໄດ້ໃນໄລຍະຜ່ານມາ ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ການຮ່ວມມືເພື່ອການພັດທະນາ ໂດຍສະເພາະແມ່ນການຮ່ວມມືໃນຂອບໃຕ້-ໃຕ້, ແຕ່ກໍບໍ່ໄດ້ໝາຍຄວາມວ່າເພື່ອປ່ຽນແທນຂອບການຮ່ວມມືເໜືອ-ໃຕ້. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ບົດບາດທີ່ເປັນແກນກາງ ຂອງການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມືແບບສາມແຈ ຊຶ່ງເປັນທ່າແຮງໜຶ່ງທີ່ສະໜັບສະໜູນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດກຳລັງພັດທະນາ ໂດຍຜ່ານການຖ່າຍທອດແລກປ່ຽນຄວາມຮູ້, ປະສົບການ ແລະ ການຮ່ວມມືລະຫວ່າງ ປະເທດກຳລັງພັດທະນາດ້ວຍກັນ.
ສຳລັບ ສປປ ລາວ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການລົບລ້າງຄວາມທູກຍາກ ແລະ ວາງຄາດໝາຍສູ້ຊົນ ເພື່ອນຳພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ບົດບາດຂອງ ສປ ຈີນ ໃນການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອປະເທດຕ່າງໆ ໂດຍສະເພາະພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຜົນສຳເລັດຂອງ ສປ ຈີນ ໃນການລົບລ້າງຄວາມທຸກຍາກສ່ວນຫລາຍຂອງປະເທດ ໄດ້ພຽງໄລຍະເວລາອັນສັ້ນນັ້ນ ລ້ວນແຕ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກວົງຄະນະຍາດສາກົນ ແລະ ໄດ້ກາຍເປັນບົດຮຽນອັນລ້ຳຄ່າ ໃຫ້ແກ່ປະເທດຕ່າງໆໃນທົ່ວໂລກ.

ດັ່ງນັ້ນ, ສປປ ລາວ ຈຶ່ງຖືສຳຄັນຢ່າງຍິ່ງໃນການສົ່ງເສີມການເປັນຄູ່ຮ່ວມພັດທະນາໃນຂົງເຂດຕ່າງໆ ກັບສປ ຈີນ ແລະ ປະເທດຕ່າງໆ ໃນພາກພື້ນ ເພື່ອບັນລຸຍຸດທະສາດຂອງລັດຖະບານ ເພື່ອປ່ຽນສະຖານະພາບເປັນປະເທດທີ່ບໍ່ມີຊາຍແດນ ຕິດຈອດທະເລ ໃຫ້ກາຍເປັນສູນກາງຂອງການເຊື່ອມຈອດພາກພື້ນ ດ້ວຍການຍົກລະດັບພື້ນຖານໂຄງລ່າງດ້ານການຂົນສົ່ງພາຍໃນປະເທດ, ໂດຍສະເພາະໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນ, ຊຶ່ງຄາດວ່າຈະສຳເລັດສົມບູນໃນປີ 2021.
ຕໍ່ກັບສະພາບການລະບາດຂອງພະຍາດ COVID-19, ທ່ານລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ພ້ອມກັນຍົກສູງບົດບາດການຮ່ວມມືແບບຫລາຍຝ່າຍ ແລະ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາ ແລະ ສິ່ງທ້າທາຍຮ້າຍແຮງນີ້ຢ່າງຮີບດ່ວນ, ແນໃສ່ຫລຸດຜ່ອນຜົນກະທົບ ຕໍ່ຄວາມພະຍາຍາມໃນການບັນລຸເປົ້າໝາຍລົບລ້າງຄວາມທຸກຍາກ ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງສາກົນ.
ໃນໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຍິນດີສະໜັບສະໜູນຕໍ່ຂໍ້ສະເໜີຂອງ ສປ ຈີນ ເພື່ອສະໜັບສະໜູນວຽກງານຕ່າງໆ ຂອງອົງການສະຫະປະຊາຊາດ ໃນຫລາຍຂົງເຂດ, ລວມທັງການຮັບມືພະຍາດ COVID-19 ໃນປັດຈຸບັນ ແລະ ການຟື້ນຟູໃນອະນາຄົດ, ການປະກອບສ່ວນງົບປະມານ ເຂົ້າໃນກອງທຶນຂອບການຮ່ວມມືໃຕ້-ໃຕ້ ແລະ ຂອບອື່ນໆ ຊຶ່ງ ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ປະກາດໃນໂອກາດກ່າວຄຳເຫັນ ຕໍ່ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 75 ໃນຕົ້ນອາທິດຜ່ານມາ. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ຂອງ ສປປ ລາວ ໄດ້ສະແດງໃຫ້ເຫັນບົດບາດ ແລະ ການປະກອບສ່ວນຢ່າງຫ້າວຫັນຂອງ ສປປ ລາວ ເຂົ້າໃນເວທີປຶກສາຫາລືບັນຫາສຳຄັນຂອງສາກົນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ທົ່ວໄປ
ຮູ້ແລ້ວ!ສາເຫດທີ່ຍິ ງກັນຕາຍຍູ່ຮ້ານ ສະນຸກເກີ້

ເຫດອຸກອາດບໍ່ຢ້ານກົວຕໍ່ກົດໝາຍລາຍນີ້ ເກີດຂຶ້ນໃນຄືນວັນທີ່ 02/06/2023 ໄດ້ມີເຫດຍິງກັນຕາຍຢູ່ໜ້າຮ້ານສະນຸກເກີ ຊູໂມ ໂຕ
ໂນ ຂ້າງໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ລາຍ ເຊິ່ງຈາກການເກັບກຳຂໍ້ມູນລັບໆຂອງສາຍ

ຂ່າວພໍ້ວ່າ ຜູ້ເສຍຊີວິດເປັນເພື່ອນກັບເຈົ້າຂອງຮ້ານຊູໂມແຕ່ແບ່ງສັນປັນສ່ວນເງີນໃນທຸລະກິດບໍ່ລົງໂຕ ເຖິງຂັ້ນຜູ້ເສຍຊີວິດມາຍິງ

ລູກນ້ອງເຈົ້າຮ້ານຄັ້ງໜຶ່ງ ວານນີ້ຜູ້ກ່ຽວກໍ່ມີປັນຫາກັບລູກນ້ອງເຈົ້າຂອງຮ້ານອີກ ຈຶ່ງຖືກລູກນ້ອງເຈົ້າຂອງຮ້ານຍິງໄປ 7 ນັດ ກະສຸນສຳຄັນເຂົ້າໜ້າຜາກຜູ້ກ່ຽວຢ່າງຈັງ ເປັນເຫດໃຫ້ເສຍຊີວິດທັນທີ່(ຜູ້ເສຍຊີວິດແມ່ນຄົນໃສ່ຫມວກ)

ທົ່ວໄປ
ຊົມເຊີຍ!ຈັບກຸ່ມແກ້ງລັກ ຊັບໄດ້5ຄົນ ພ້ອມລົດອີກ4ຄັນ

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ….

ທົ່ວໄປ
ລີໂອ!ແນວເມສຊີ່ ຈະອອກຈາກ ປາຣີສໃນລະດູການນີ້
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ