ສາຍການບິນ Virgin Australia ລົ້ມລະລາຍ ຫຼັງບິນຝ່າວິກິດໄວຣັສບໍ່ໄຫວ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ສາຍການບິນ Virgin Australia ລົ້ມລະລາຍ ຫຼັງບິນຝ່າວິກິດໄວຣັສບໍ່ໄຫວ

Published

on

ມົນ​ລະສຸມ​ລູກ​ໃຫຍ່​ໃນ​ອຸດສາຫະກຳ​ການ​ບິນ​ທີ່​ເກີດ​ຈາກ​ການ​ລະ​ບາດ​ຂອງ​ໄວ​ຣັສ Covid-19 ຍັງ​ບໍ່​ຜ່ານ​ໄປ ແລະ ​ຕອນ​ນີ້​ເປັນ​ສາຍ​ການ​ບິນ​ອັນ​ດັບ 2 ຂອງ​ Australia ​ທີ່​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ

ສາຍ​ການ​ບິນ Virgin Australia ຖະແຫລ່ງ​ວ່າ​ກຳ​ລັງ​ລົ້ມ​ລະ​ລາຍ​ຫຼັງ​ບໍ່​ສາມາດຕໍ່ການ​ບິນ​ໄດ້​ຕາມ​ປົກກະຕິ​ຈາກ​ສະຖານນະການ​ລະ​ບາດ ແລະ ​ຍິນຍອມ​ໃຫ້ Deloitte ບໍລິສັດ​ທີ່​ປຶກ​ສາ​ດ້ານ​ການ​ບໍລິຫານ​ຈັດການ ເຂົ້າ​ມາ​ປັບ​ໂຄງ​ສ້າງ ພ້ອມ​ຫາ​ບໍລິສັດ​ທີ່​ຈະ​ເຂົ້າ​ມາ​ຊື້​ກິດຈະການ​ເພື່ອ​ໃຫ້​ພົ້ນ​ຈາກ​ວິກ​ີດ​ເທື່ອ​ນີ້

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ຂອງ Virgin Australia ມີ​ຂຶ້ນ​ຫຼັງ​ລັດຖະບານ Australia ​ບໍ່​ອະ​ນຸ​ມ​ັດ​ເງີນ​ກູ້​ກ້ອນ​ໃຫຍ່​ມູນ​ຄ່າ 888 ລ້ານ ສະຫາລັດ (ຫຼືປະມານ 7,945,301 ລ້ານກີບ) ໃຫ້ Virgin Australia ນຳ​ໄປ​ແກ້​ໄຂ​ບັນຫາ​ໜີ້​ສະ​ສົມ​ແລະ​ຂາດ​ສະພາບ​ຄ່ອງ

Grounded Virgin Australia aircraft are seen parked at Brisbane Airport in Brisbane, Tuesday, April 7, 2020. Brisbane Airport Corporation (BAC) is working with airlines by accommodating up to 100 grounded aircraft free of charge in response to government-mandated travel restrictions that have grounded a significant proportion of Australia’s airline fleet because of the Coronavirus (COVID-19). (AAP Image/Darren England) NO ARCHIVING

ແມ່ນ​ມີກ​ະ​ແສ​ຮຽກ​ຮ້ອງ​ໃຫ້​ລັດຖະບານ​ຢືນ​ມື​ເຂົ້າ​ມາ​ຊ່ວຍ ເພື່ອ​ບໍ່​ໃຫ້​ພະ​ນັກ​ງານ Virgin Australia ນັບ​ໝື່ນ​ຄົນ​ຕ້ອງ​ຕົກ​ງານ

ສຳລັບ Virgin Australia ເປັນ​ສາຍ​ການ​ບິນ​ໃນ​ກຸ່ມ​ທຶນ​ກິດຈະການ​ບິນ​ຂອງ Virgin Group ແລະ​ ເປັນ​ສາຍ​ການ​ບິນ​ທີ່​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ Australia ​ຮອງ​ຈາກ Qantas ກວມ​ສ່ວນ​ຕະ​ລາດ​ເສັ້ນ​ທາງ​ບິນ​ໃນ​ປະເທດ​ຢູ່​ທີ່ 31%

Virgin Australia ກໍ່​ຕັ້ງ​ເມື່ອ​ປີ 2000 ແລະ​ ມີ​ອີກ 4 ບໍລິສັດ​ທີ່​ຖື​ຫຸ້ນ​ຢູ່ ໃນ​ຈຳນວນ​ນີ້​ມີ​ສາຍ​ການ​ບິນ Singapore Airlines ແລະ Etihad Airways ທັງໝົດ​ຢູ່​ນຳ ໂດຍ​ມີພະນັກ​ງານ​ຢູ່​ປະມານ 16,000 ຄົນ ແລະ ​ມີ​ເຮືອບິນຢູ່ 130 ລຳ

ສ່ວນ​ໃນ​ກໍລະນີ​ທີ່ Virgin Australia ບໍ່​ຟື້ນ​ຈາກ​ວິກິດເທື່ອ​ນີ້ ​ແລະ​ ຕ້ອງ​ປິດ​ໂຕ​ໄປ ຈະ​ເຮັດໃຫ້​ທຸລະກິດ​ສາຍ​ການ​ບິນ​ຂອງ​ Australia  ມີສາຍການບິນ​ຜູກ​ຂາດ ໂດຍ​ມີ Qantas ເປັນ​ການ​ສາຍ​ການ​ບິນ​ໃຫຍ່​ພຽງ​ຜູ້​ດຽວ

ທີ່ມາ: ap ,bbc ,abc, Marketeer

ຮຽກຮຽງໂດຍ: Suelao.com

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້