ກຽມພົບນະຄອນຫຼວງວຽງຈັນໂສມໃໝ່ ກຳລັງຕິດຕັ້ງໄຟເຍືອງທາງໃໝ່

ຂໍອະໄພໃນຄວາມບໍ່ສະດວກ “ການຈະລາຈອນເຂົ້າ-ອອກຂອງສໍານັກງານຕ່າງໆ ແລະ ລຽບທາງຍ່າງ, ອຳນາດການປົກຄອງນະຄອນຫຼວງວຽງຈັນ ກຳລັງຕິດຕັ້ງໄຟເຍືອງທາງໃໝ່ຕາມຖະໜົນສາຍຫລັກຕ່າງໆໃນຕົວເມືອງ ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານແຫ່ງ ສປຈີນ ເປັນການປະກອບສ່ວນອີກຢ່າງໜຶ່ງໃນການສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 45 ປີ.”

(1). ໂຄງການພັດທະນາໄຟເຍືອງທາງນີ້ ຈະປັບປຸງລະບົບນ້ຳພຸ ແລະ ແສງສະຫວ່າງຢູ່ອະນຸສາວະລີປະຕູໄຊ, ພາກສ່ວນກ່ຽວຂ້ອງກໍາລັງຕິດຕັ້ງສາຍໄຟໃໝ່ຢູ່ 07 ເສັ້ນທາງ ທີ່ເລີ່ມຈາກຈຸດສູນກາງຂອງຖະໜົນໄກສອນພົມວິຫານ ລະຫວ່າງໄຟຈະລາຈອນຖະໜົນ 450 ແລະ ອະນຸສາວະລີປະຕູໄຊເຂົ້າສູ່ຖະໜົນລ້ານຊ້າງ ແລະ ຖະໜົນ 23 ສິງຫາ ແລະຈາກອະນຸສາວະລີປະຕູໄຊ ໄປຈົນເຖິງວົງວຽນທີ່ທາດຫຼວງ,
(2). ນອກຈາກນີ້, ໃນເຂດອື່ນໆຂອງໃຈກາງເມືອງ ກໍ່ຈະມີການຕິດຕັ້ງໄຟເຍືອງທາງໃໝ່ເຊັ່ນກັນຄື:

  1. ຖະໜົນໜອງບອນ ຈາກໄຟຈະລາຈອນໜອງບອນໄປຕາມຖະໜົນ 23 ສິງຫາ,
  2. ຖະໜົນມະໂຫສົດ ຈາກທາງແບ່ງສຳນັກງານປະທານປະເທດໄປຫາໂຮງໝໍມະໂຫສົດ,
  3. ຖະໜົນລຽບແຄມຂອງ ຈາກທາງແຍກສວນເຈົ້າອານຸວົງຫາວົງວຽນປາກປ່າສັກ,
  4. ຖະໜົນເຊດຖາທິລາດ ຈາກວົງວຽນປາກປ່າສັກ ໄປຫາທາງແຍກເຂົ້າສູ່ຖະໜົນມະໂຫສົດ;
    (3). ສາຍໄຟຟ້າທີ່ຈະໃຊ້ຕິດຕັ້ງໄຟເຍືອງທາງໃໝ່ນີ້ ສ່ວນຫລາຍຈະຕິດຕັ້ງໄວ້ໃຕ້ດິນ, ສ່ວນບັນດາສາຍໄຟຟ້າທີ່ມີຢູ່ແລ້ວນັ້ນ ຍັງຈະປັບປຸງໃຫ້ໄດ້ມາດຕະຖານຂຶ້ນກວ່າເກົ່າ;
    (4). ໂຄງການປັບປຸງລະບົບນໍ້າພຸ ແລະໄຟເຍືອງທາງຄັ້ງນີ້ ຄາດວ່າຈະໃຫ້ສຳເລັດກ່ອນວັນຊາດທີ 02 ທັນວາ 2020;
    (5) ເປັນທຶນໂຄງການຊ່ວຍເຫລືອລ້າຈາກລັດຖະບານແຫ່ງ ສປຈີນ ທັງໝົດ 300 ລ້ານຢວນ, ເຊີ່ງພາຍໃນປີ 2020 ມີການອະນຸມັດໃຫ້ກ່ອນຈໍານວນ 87,5 ລ້ານຢວນ ເພື່ອຍົກລະດັບລະບົບນໍ້າພຸ ແລະແສງໄຟໃນຂອບເຂດປະຕູໄຊ ແລະໄຟເຍືອງທາງໃໝ່ຢູ່ຕາມຖະໜົນ 07 ເສັ້ນໃນນະຄອນຫຼວງວຽງຈັນ (CRI-FM93).