ຫຼອກຂາຍຜ້າອັດປາກ ໃຫ້ຜູ້ເສຍຫາຍໂອນເງິນຄ່າສິນຄ້າຈໍານວນ 122 ລ້ານກີບ

ຕໍ່ກັບຄະດີສໍ້ໂກງຊັບລາຍໜຶ່ງ ທີ່ການໂຄສະນາຊວນເຊື່ອຫຼອກຂາຍຜ້າອັດປາກ ໃຫ້ຜູ້ເສຍຫາຍໂອນເງິນຄ່າສິນຄ້າຈໍານວນ 122 ລ້ານກີບ, ເຖິ່ງເວລານັດສົ່ງພັດບໍ່ໄດ້ຮັບສິນຄ່າທີ່ສັງຊື້. ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ ປກສ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຈາກຜູ້ເສຍຫາຍ ໃນວັນທີ 18 ພຶດສະພາ 2020 ວ່າ: ນາງ ປາລະມີ, ອາຍຸ 30 ປີ, ປະຊາຊົນຢູ່ບ້ານໂນນຄໍ້ເໜືອ ເມືອງໄຊເສດຖາ ໄດ້ສໍ້ໂກງເງິນຄ່າຜ້າອັດປາກຈໍານວນ 122 ລ້ານກີບ.

ເຈົ້າໜ້າທີ່ຮັບຜິດຊອບຄະດີ ກໍ່ໄດ້ກວດກາເອກະສານ ແລະ ເກັບກໍາຂໍ້ມູນຫຼັກຖານຢ່າງລະອຽດແລ້ວ ເຫັນວ່າຄໍາຮ້ອງຟ້ອງນາງ ປາລະມີ ມີພື້ນຖານການກະທໍາຜິດທາງອາຍາ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວໃນວັນທີ 04 ມິຖຸນາ 2020 ມາດໍາເນີນການສອບສວນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ນາງ ປາລະມີ ໃຫ້ການສາລະພາບວ່າ: ຕົນເອງໄດ້ສໍ້ໂກງເງິນແທ້, ໂດຍໄດ້ຕົວະຜູ້ເສຍຫາຍຄື: ທ້າວ ຄໍາຫຼ້າ ອາຍຸ 40 ປີ ພັກເຊົາຢູ່ບ້ານໂນນສະອາດ ເມືອງໄຊທານີ ໃຫ້ຊື້ຜ້າອັດປາກນໍາຈໍານວນ 4.000 ກັບ ໂດຍອ້າງວ່າເປັນສິນຄ້າດີມີຄຸນນະພາບ ແຕ່ລາຄາຖືກ ແລ້ວທ້າວ ຄໍາຫຼ້າ ກໍຕົກລົງຊື້ ແລະ ໄດ້ເຮັດບົດບັນທຶກການຊື້-ຂາຍຮ່ວມກັນຂຶ້ນ, ວັນທີ 25 ມີນາ 2020 ໂດຍສິນຄ້າຈະມາຮອດ.

ທ້າວ ຄໍາຫຼ້າ ຈຶ່ງໄດ້ໂອນເງິນໃຫ້ຈໍານວນ 67.500 ບາດ ເພື່ອມັດຈໍາສິນຄ້າ ແລະ ໃນວັນທີ 21 ມີນາ 2020 ກໍ່ໄດ້ຕົວະ ທ້າວ ຄໍາຫຼ້າ ໃຫ້ຊື້ສິນຄ້າເພີ່ມອີກ 4.000 ກັບ; ຕໍ່ມານາງ ປາລະມີ ກໍໄດ້ຂໍຢືມເງິນນໍາທ້າວ ຄໍາຫຼ້າ ອີກຫຼາຍຄັ້ງ ໂດຍອ້າງວ່າຈະເອົາໄປແລ່ນວຽກທີ່ຈໍາເປັນກ່ຽວກັບຜ້າອັດປາກທີ່ສັ່ງຊື້; ເຊິ່ງລວມເປັນເງິນທັງໝົດຈໍານວນ 122 ລ້ານກີບ.

ນອກຈາກນັ້ນ ຜູ້ກ່ຽວຍັງໄດ້ຕົວະຂາຍຜ້າອັດປາກໃຫ້ທ້າວ ບຸນທອນ ໄດ້ເງິນໄປ 18 ລ້ານກີບ; ພ້ອມທັງໄດ້ໄປດາວລົດຈັກ 4 ຄັນນໍາ 4 ບໍລິສັດໃນຕົ້ນປີ 2018 ແລ້ວກໍ່ເອົາໄປປະກາດຂາຍ; ສ່ວນເງິນທີ່ສໍ້ໂກງໄດ້ທັງໝົດ 4 ຮ້ອຍກວ່າລ້ານກີບ, ຕົນເອງໄດ້ເອົາໄປໃຊ້ຈ່າຍແຕ່ລະວັນຈົນໝົດ. ປັດຈຸບັນເຈົ້າໜ້າທີ່ສາມາດນໍາເກັບກູ້ລົດຈັກຄືນມາໄດ້ແລ້ວ 2 ຄັນ

ສ່ວນອີກ 2 ຄັນ ເຈົ້າໜ້າທີ່ກໍາລັງດໍາເນີນການຕິດຕາມ. ຕໍ່ກັບຄະດີເລື່ອງນີ້ ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພວມສືບສວນ-ສອບສວນ ກຽມສະຫຼຸບສໍານວນ-ສໍາເນົາສົ່ງໃຫ້ໄອຍະການ ເພື່ອສັ່ງຟ້ອງສານໃຫ້ຄົ້ນຄວ້າ ແລະ ພິຈາລະນາຕັດສິນລົງໂທດຜູ້ກ່ຽວຕາມລະບຽບກົດໝາຍ.