ກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຄັ້ງທີ VIII – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຄັ້ງທີ VIII

Published

on

ໃນວັນທີ 25 ກັນຍາ 2020, ຢູ່ທີ່ຫໍປະຊຸມແຫ່ງຊາດ ຫລັກ 6 ນະຄອນຫລວງວຽງຈັນ ໄດ້ມີິກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຄັ້ງທີ VIII ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ສະພາການຄ້າ ແລະ ອຸດສະຫະກໍາແຂວງ, ສະມາຄົມນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 400 ກວ່າພາກສ່ວນ.

ໃນກອງປະຊຸມ ທ່ານ ອຸເດດ ສຸວັນນະວົງ ໄດ້ລາຍງານການເຄື່ອນໄຫວຂອງວຽກງານ ສຄອຊ ໄລຍະ 3 ປີຜ່ານມາ ແລະ ນຳສະເໜີແຜນຍຸດທະສາດການພັດທະນາທາງທຸລະກິດລາວ 2021-2025 ນັບແຕ່ປີ 2017 ເປັນຕົ້ນມາ ຄະນະບໍລິຫານງານ ສອຄຊ ໄດ້ສຸມໃສ່ສ້າງແຜນຍຸດທະສາດພັດທະນາພາກທຸລະກິດໃນປະເທດລາວ ເປັນຕົ້ນແມ່ນ ການວາງແຜນຈັດຕັ້ງປະຕິບັດວຽກງານຂອງ ສຄອຊ ເປົ້າໝາຍໄລຍະຍາວ ເຊັ່ນ “ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດໃນລາວ ເພືື່ອພັດທະນາເສດຖະກິດແຫ່ງຊາດ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ” ຍຸດທະສາດການພັດທະນາໄດ້ມີ 4 ເສົາຄໍ້າ ເສີມສ້າງສິ່ງແວດລ້ອມທຸລະກິດໃຫ້ດີຂຶ້ນ

ພັດທະນາສົ່ງເສີມທຸລະກິດຂະໜາດນ້ອຍ ຂະໜາດກາງ (SME) ພັດທະນາສົ່ງເສີມຜະລິດຕະພັນລາວ (Made in Laos) ແລະ ສ້າງຂໍໍ້ມູນທຸລະກິດ ພ້ອມກັນນັ້ນຍັງມີ 6 ເປົ້າໝາຍ ເສີມສ້າງການດຳເນີນທຸລະກິດໃຫ້ດີຂຶ້ນ ໂດຍນຳໃຊ້ເວທີກອງປະຊຸມທຸລະກິດລາວ ແລະ ເວທີປຶກສາຫາລືພາກລັດ ພາກທຸລະກິດອື່ືນໆ ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດລາວ ໂດຍສະເພາະຂອງທຸລະກິດ SME

ໂດຍພັດທະນາສູນບໍລິການ SME ພ້ອມທັງຂະຫຍາຍຖານການຜະລິດທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍໃຫ້ຫລາຍຂຶ້ນກວ່າເກົ່າ ພັດທະນາສົ່ງເສີມຜະລິດຕະພັນລາວ ຍີ່ຫໍໍ້ລາວ ເພືື່ອການສົ່ງອອກ ແລະ ຕະຫລາດພາຍໃນ ສ້າງຖານຂໍໍ້ມູນຂອງພາກທຸລະກິດ ເຊືື່ອມໂຍງທຸລະກິດລາວເຂົ້າສູ່ເສດຖະກິດພາກພື້ນປະຊາຄົມອາຊຽນ ກໍ່ຄືໃນໂລກ ແລະ ປັບປຸງລະບົບການຈັດຕັ້ງສົ່ງເສີມການບໍລິການຂອງ ສຄອຊ ສຄອ ແຂວງ ແລະ ສະມາຄົມທຸລະກິດ ແລະ ອື່ນໆ.

ນອກຈາກນີ້ ໃນກອງປະຊຸມໄດ້ປະດັບຫລຽນໄຊແຮງງານ ຫລຽນກາ ແລະ ມອບໃບຍ້ອງຍໍ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານໄລຍະ 3 ປີຜ່ານມາ ໃນນັ້ນ ລັດວິສາຫະກິດໄຟຟ້າລາວ ກໍ່ແມ່ນຫົວໜ່ວຍທຸລະກິດໜຶ່ງທີ່ໄດ້ຮັບລາງວັນດັ່ງກ່າວ ໂດຍການຂື້ນຮັບຂອງ ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ.

ພາບ-ຂ່າວ: ລັດວິສາຫະກິດໄຟຟ້າລາວ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້