ຂ່າວຕ່າງປະເທດ
ລີນາ ເມດີນາ ແມ່ທີ່ອາຍຸໜ້ອຍທີ່ສຸດໃນໂລກອາຍຸພຽງ 5ປີ

ທໍາມະຊາດສ້າງເພດຊາຍ-ຍິງເພື່ອສືບຂະຫຍາຍເຜົ່າພັນຂອງມະນຸດໃຫ້ເປັນໄປຕາມທໍາມະຊາດແຕ່ບາງຄັ້ງທໍາມະຊາດກໍ່ຫຼິ້ນຕະລົກກັບບາງຄົນດັ່ງເດັກສາວທີ່ຊື່ວ່າລີນາເມດິນ່າຊາວເປຣູຜູ້ຊຶ່ງເກີດລູກຄົນທໍາອິດ ໃນໄວອາຍຸພຽງ 5ປີເທົ້ານັ້ນ

ຍ້ອນກັບໄປໃນປີ 1933 ທີ່ປະເທດເປຣູເດັກຍິງລີນາ ເມດີນ່າອາຍຸ 5ປີເກີດອາການທ້ອງບວມຜິດປົກກະຕິຄອວຄົວຂອງລາວຄິດວ່າ ເດັກຍິງຄົນນີ້ຄົງປ່ວຍເປັນເນື້ອງອກຂະໜາດໃຫຍ່ຈຶ່ງພາໄປໂຮງໝໍໃນກຸງລິມາປະເທດເປຣູເພື່ອກວດສອບເບິ່ງຢ່າງລະອຽດແຕ່ທັງ ໝົດກັບໄດ້ຮັບຄໍາຕອບທີ່ບໍ່ຄາດຄິດເມື່ອທ່ານໝໍຢືນຢັນວ່າ ເດັກຍິງລີນາ ຕັ້ງທ້ອງມາແລ້ວໄດ້ 7ເດືອນຄວາມຈິງແລ້ວ ເດັກຍິງລີນາ ມີພັດທະນາການທາງຮ່າງກາຍທີ່ຄ່ອນຂ້າງແປກເພາະລາວມີປະຈໍາເດືອນມາຄັ້ງທໍາອິດໃນຂະນະທີ່ອາຍຸພຽງ 8 ເດືອນເລີ່ມມີເອິກ ຕອນອາຍຸ 4ປີ ແລະມີກະດູກໃນລັກສະນະການທີ່ພັດທະນາເຕັມທີ່ຄືກັບຜູ່ໃຫຍ່ໃນໄວອາຍຸພຽງ5ປີ ຊຶ່ງຫຼັງຈາກຖືກກວດພົບວ່ານາງຕັ້ງທ້ອງອີກເດືອນເຄິ່ງຕໍ່ມານາງກໍ່ໃຫ້ກໍາເນີດລູກຊາຍດ້ວຍວິທີຜ່າຄອດ ຊື່ວ່າ ເຄຼົາຣ໌ໂດ ທີ່ມີນໍ້າໜັ້ກ 2.7 ກິໂລໂດຍວັນທີ່ລີນາ ເກີດລູກລາວມີອາຍຸພຽງ 5ປີ 7ເດືອນ ກັບ 21ວັນເທົ້ານັ້ນ

ສໍາລັບຜູ້ເປັນພໍ່ຂອງເຄຼົາຣ໌ໂດ ໂຕຂອງເດັກຍິງ ລີນາບໍ່ເຄີຍຖືກເປີດເຜີຍວ່າແມ່ນເປັນໃຜເພາະສະໄໝນັ້ນຍັງບໍ່ມີເທັກໂນໂລຢີ່ໃນການກວດສອບ DNA ແຕ່ທາງຕໍາລວດສົງໃສພໍ່ຂອງລີນາເປັນຄົນທໍາອິດເຂົາຈຶ່ງຖືກຈັບກຸມໃນຂໍ້ຫາຂົ່ມຂືນແຕ່ເນື່ອງຈາກຫຼັກ ຖານບໍ່ພຽງພໍ ລາວຈຶ່ງໄດ້ຮັບການປ່ອຍໂຕ ໃນທີ່ສຸດ ຊຶ່ງ ລີນາ ແລະ ເຄຼົາຣ໌ໂດ ຖືກລ້ຽງມາໂດຍເຮັດໃຫ້ຄິດວ່າທັງສອງເປັນພີ່ນ້ອງກັນຈົນທາງຄອບຄົວມາເປີດເຜີຍຄວມຈິງດັ່ງກ່າວໃນອີກ 10ປີພາຍຫຼັງ ແລະ ເມື່ອລີນາໃຫຍ່ຂຶ້ນນາງກໍ່ໄດ້ເຂົ້າເຮັດວຽກໃນຄລີນິກຂອງ ດຣ.ໂລຊາດ້າ ໝໍທີ່ຜ່າຕັດເຮັດການຄອດລູກໃຫ້ກັບນາງ ແລະ ຍັງສົງໃຫ້ເຄຼົາຣ໌ໂດ ໄດ້ຮຽນຈົນຈົບຊັ້ນມັດທະຍົມອີກດ້ວຍ

ຕໍ່ມາທາງ ລີນາ ໄດ້ແຕ່ງງານກັບຊາຍຄົນໜຶ່ງຊື່ ຣາອູລ ຈູຣາໂດ້ ກໍ່ຈະມີລູກຊາຍຄົນທີ່ສອງໃນປີ 1972 ຫຼືອີກ 33 ປີຕໍ່ມານັ້ນເອງ ສ່ວນລູກຊາຍ ເຄຼົາຣ໌ໂດ້ ກໍ່ມີຊີວິດດໍາເນີນໄປແບບປົກກະຕິ ກ່ອນທີ່ລາວຈະເສຍຊີວິດໃນປີ 1979 ຈາກໂລກໄຂກະດູກນັ້ນເອງ
ປັດຈຸບັນ ລີນາ ເມດິນາ ໃນໄວອາຍຸ 81ປີ ຍັງຄົງໃຊ້ຊີວິດໃນກຸງລິນາ ປະເທດເປຣູ ກັບຄອບຄົວ ຂອງລາວ ແຕ່ລາວເອງບໍ່ຄ່ອຍເປີດເຜີຍໂຕຕໍ່ສາທາລະນະຊົນອີກເລີຍ ເຖີງແມ່ນຈະມີສື່ຫຼາຍລາຍເຂົ້າໄປສໍາພາດເຖີງເລື່ອງລາວຊີວິດຂອງລາວກໍ່ຕາມ ແຕ່ກໍ່ຖືກປະຕິເສດກັບມາທັງໝົດ ເຮັດໃຫ້ປັດຈຸບັນມີພຽງຮູບຖ່າຍຂອງນາງ ໃນຂະນະຕັ້ງທ້ອງ ແລະ ຮູບຖ່າຍຄູ່ກັບເຄຼົາຣ໌ໂດ້ ໃນໄວເດັກເທົ່ານັ້ນ ແນ່ນອນວ່າເລື່ອງລາວຂອງນາງ ຍັງຄົງສ້າງຄວາມປະຫຼາດໃຈທັ້ງໃນວົງການແພດ ແລະ ສາທາລະນະຊົນ ຈວບຈົນປັດຈຸບັນ
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ