ຂ່າວບັນເທິງ
ສຸດຍອດ ທັງງາມທັງເກັງສາວກິ່ງຄໍາຄວ້າກຽດນິຍົມອັນດັບ 1

ກ່ອນອື່ນສະແດງຄວາມດີໃຈກັບ ບັນດາບັນດິດໃໝ່ ຈາກ ມະຫາວິທະຍາໄລສຸພານຸວົງ, ເປັນພິເສດ ແມ່ນບັນດິດກຽດນິຍົມອັນດັບ 1 ຈໍານວນ 41 ຄົນ ແລະ ກຽດນິຍົມອັນດັບ 2 ຈໍານວນ 33 ຄົນ (ມີລາຍຊື່ຢູ່ດ້ານລຸ່ມ). ແລະ ເຊື່ອວ່າຫຼາຍຄົນ ຄົງຮູ້ຈັກ ນາງ ກິ່ງຄໍາ ນິດສະຫວັນ ສາວງາມຈາກ ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ. ເຊິ່ງ ເປັນຮອງນາງສັງຂານ ປີ 2018 ແລະ ຮອງນາງສາວລາວ ປີ 2018.

ມື້ນີ້ ທາງຄອບຄົວ ແລະ ໝູ່ເພື່ອນ ທັງແຟນຄລັບ ຂອງສາວກິ່ງ ແມ່ນພາກັນສະແດງຄວາມຍິນດີກັບບັນດິດໃໝ່. ພິເສດ ແມ່ນສາມາດຄວ້າ ກຽດນິຍົມອັນດັບ 1 ມາໃຫ້ພໍ່ແມ່ຍາດພີ່ນ້ອງຂອງ ກິງຄໍາ ເອງໄດ້ພາກພູມໃຈ.

ສາວກິ່ງຄໍາ ໄດ້ໂພດຂໍ້ຄວາມປະທັບໃຈ ທາງເຟສສ່ວນຕົວຂອງລາວວ່າ
” Finally I’ve gotten it.. Bachelor’s Degree. First Class-Honor
ມື້ແຫ່ງຄວາມສຳເລັດອີກຂັ້ນຂອງການຮຽນ ກ່ອນອື່ນຫມົດຕ້ອງລູກຂໍສະແດງຄວາມຮູ້ບຸນຄຸນມາຍັງແມ່ທີ່ໄດ້ອົດທົນລຳບາກສົ່ງລູກຮຳ່ຮຽນຈົນຈົບໂດຍບໍ່ຮູ້ສຶກຂາດຫຍັງຈັກຢ່າງ ແລະ ລູກຂໍມອບຄວາມສຳເລັດຄັ້ງນີ້ໃຫ້ແມ່ເປັນສິ່ງຕອບແທນແລະສັນຍາວ່າຈະຕັ້ງໃຈເຮັດວຽກຕອບແທນທີ່ແມ່ລ້ຽງລູກມາໃຫ້ໄດ້ດີເປັນດີ..ຕໍ່ມາຕ້ອງຂໍຂອງໃຈມາຍັງຄອບຄົວ ແລະ ພີ່ນ້ອງ ແລະ ຫມູ່ເພື່ອນທີ່ມາຮ່ວມຍິນດີໃນມື້ນີ້
ແລະທີ່ສຳຄຳສັນກໍ່ຂໍສະແດງຄວາມຮູ້ບຸນຄຸນມາຍັງອາຈານທຸກໆທ່ານທີ່ໄດ້ຄອຍສິດສອນນັກຮຽນຄົນນີ້ໃຫ້ມີຄວາມຮູ້ຄວາມສາມາດ ຕໍ່ໄປກໍ່ຂໍສັນຍາວ່າຈະນຳເອົາໄປປະຕິບັດໂຕຈິງໃຫ້ເກີດດອກອອກຜົນ….
ຂອບໃຈຕົນເອງທີ່ມີສະຕິຕັ້ງໃຈຮຳ່ຮຽນ ບໍ່ລະເລິຍ ແລະ ບໍ່ເຮັດສິ່ງທີ່ຜິດ ຖ້າຫາກຂາດສະຕິຊີວິດຄົງມີມື້ນີ້ໄດ້ຍາກ. ຂອບໃຈມາຍັງ ອາຈານ ໄພວັນ ປູນນາລີ ອາຈານທີ່ປຶກສາ, ຂອບໃຈທາງ ມະຫາໄລສຸພານຸວົງ ແລະ ອາຈານທຸກໆທ່ານມານະທີ່ນີ້ດ້ວຍ..

ສາວກິ່ງຄໍາ ຈົບການສຶກສາ ຄະນະເສດຖະສາດ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລສຸພານຸວົງ ດ້ວຍກຽດນິຍົມອັນດັບ 1 ຄະແນນ 3.80 . ຫາກທ່ານໄດ້ມີໂອກາດຕິດຕາມເຟສຂອງ ສາວກິ່ງຄໍາ https://www.facebook.com/kking.nitsavanh ນອກຈາກ ຈະງາມ ເກັ່ງແລ້ວ ຍັງມ່ີຄວາມດຸໝັ່ນ ແລະ ຄ້າຂາຍເກັ່ງນໍາອີກ.
ກໍ່ອວຍພອນໃຫ້ ສາວກິ່ງຄໍາ ປະສົບຜົນສໍາເລັດ ໃນໜ້າທີການງານ ໃນອະນາຄົດ.
ພາບປະທັບໃຈ

.

.

ບັດດິດກຽດນິຍົມຂອງ ມະຫາວິທະຍາໄລສຸພານຸວົງ



ຂ່າວບັນເທິງ
ຊົມເຊີຍ! ທັງງານທັງເກັ່ງ Miss Universe Laos ໄດ້ໃຫ້ສະພາດແກ່ລາຍການຊື່ດັງ 3 the CW Las Begas ຂອງ ສ.ອາເມລິກາ

ນາງ ປ່າເຢັ້ງຊ່າ ລໍ່ Miss Universe Laos ໄດ້ໃຫ້ສຳພາດທີ່ປະເທດອາເມຣິກາ ໃນລາຍການ KSNV News 3 Las Vegas ເຊິ່ງໄດ້ເວົ້າກ່ຽວກັບຄວາມສຳຄັນທາງວັດທະນະທຳ ຂອງການໄດ້ຮັບມົງກຸດ.

ໃນວັນທີ 29 ທັນວາ 2022 ໃນການໃຫ້ສະພາດກັບ News 3 Today ນາງ ປ່າເຢັ້ງຊ່າ ໄດ້ບອກຕໍ່ພິທີກອນເຖິງຄວາມມັກຮັກໃນກິລາເທຄວນໂດ ເຊິ່ງມັນເປັນສິ່ງສຳຄັນຫຼາຍໃນການຮັກສາສຸຂະພາບກາຍ ແລະ ໃຈໃຫ້ແຂງແຮງ ລວມເຖິງງານຊ່ວຍເຫຼືອຕ່າງຂອງລາວ.

ນາງ ປ່າເຢັ້ງຊ່າ ລໍ່ ເປັນນາງງາມຊົນເຜົ່າມົ້ງທຳອິດຂອງລາວ ທີ່ໄດ້ຄວ້າຕຳແໜ່ງ Miss Universe Laos.

ພິທີກອນ Kim Wagner ໄດ້ຍ້ອງກ່ຽວກັບ ຄວາມສາມາດທັກສະການໃຊ້ພາສາອັງກິດຂອງນາງ.

ການປະກວດ Miss Universe Laos ຄັ້ງທີ 71 ຈະຈັດຂຶ້ນທີ່ເມືອງນິວອໍລີນ ລັດລຸຍເຊຍນາ ໃນວັນທີ 14 ມັງກອນ 2023.

….

ຄລິບ:
ทั่วไป
ບໍ່ສົນຄຳຄົນ ມຸ່ງເຮັດຕາມຝັນ ຊື້ລົດຊື້ເຮືອນ ເພື່ອໃຫ້ພໍ່ແມ່ສະບາຍ

ຊົມເຊີຍ! ນັກຮ້ອງໜຸ່ມ STS73 ເຮັດຕາມຝັນຮ້ອງເພງ ຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໄດ້ ເປັນຕົວຢ່າງທີ່ດີແກ່ໄວໜຸ່ມລາວ

STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ ນັກຮ້ອງໄວໜຸ່ມທີ່ມີຜົນງານເພງດັງຫຼາກຫຼາຍ ແລະ ມີຖານແຟນຄັບ ທັງລາວ ແລະ ປະເທດເພື່ອນບ້ານອີກຫຼາຍ ແຕ່ຊີວິດຂອງນ້ອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ

ທຸກຄົນມີຄວາມຝັນເປັນຂອງຕົນເອງນ້ອງສຸລິກໍ່ເຊັ່ນດຽວກັນນ້ອງແຈ້ງເກີດຈາກການຮ້ອງເພງນໍາໝູ່ເພງ ບ່າວກໍາມະກອນ

ຕອນນັ້ນດັງຢູ່ Tiktok ທັງປະເທດໄທ ແລະ ລາວ ໃນພາບ MV ມີແຕ່ສຽງເພງແລະນໍ້າສຽງທີ່ສໍາຜັດເຖິງຄຸນະພາບໄດ້ເພາະ ພາບ MV ແມ່ນນ້ອງເອົາໂທລະສັບຖ່າຍພາບມັນຄ່ອນຂ້າງບໍ່ແຈ້ງ ແຕ່ດ້ວຍນໍ້າສຽງ ແລະ ຄວາມໝາຍຂອງເນື້ອເພງໄດ້ກິນໃຈທັງຄົນລາວ ແລະ ໄທ ຈົນຕອນນີ້ເຮັດໃຫ້ເພງນີ້ມີຍອດວິວຫຼາຍເຖິງ 31,000,000 ວິວ

ດ້ວຍຄວາມສຳເລັດນີ່ຈຶ່ງເຮັດໃຫ້ STS73 ສາມາດຊື້ລົດໃຫຍ່ຄັນງາມ ຈາກເງິນໃນການຮ້ອງເພງນັ້ນເອງ ແລະຈັ່ງໃດຕ້ອງຂໍສະແດງຄວາມຍິນດີນໍາ STS73 ທີ່ບອກເລີຍວ່າວົງການຮ້ອງເພງໄວໜຸ່ມ

ແມ່ນປະສົບຜົນສໍາເລັດຫຼາຍ ແລະໜຶ່ງໃນນັ້ນກໍໜຸ່ມຄົນນີ້ແຫຼະ ຊົມເຊີຍ ແລະ ຝາກຕິດຕາມຜົນງານ ສະໜັບສະໜຸນຜົນງານຂອງ Sts73 ແນ່ເດີ້ ເຊື່ອວ່າທຸກຄົນຈະມີມື້ນີ້ ຂຶ້ນກັບເວລາໃຜມັນ
ຂໍອະນຸຍາດໃຊ້ຮູບພາບແດ່ເດີ້ນ້ອງສຸລິ
ຂ່າວບັນເທິງ
ພິ້ງກີ້ ສາວິກາ ດາລາສາວຊື່ດັງຂອງໄທ ໄດ້ຮັບປະກັນໂຕແລ້ວ ເງິນປະກັນຕົວຈຳນວນ 5 ລ້ານບາດ.

ພິ້ງກີ້ ສາວິກາ ຖືກກັກໂຕ ວັນທີ 18 ສິງຫາ 2022 ໃນຂໍ້ຫາຄະດີ ແຊຕ່ອງໂສ້ (Forex 3D).

ການປະກັນຕົວຄັ້ງນີ້ ຕ້ອງເປັນໄປຕາມກຳນົດຂອງສານຄື:
– ຫາກມີການຍ້າຍຖິ່ນຖານຕ້ອງແຈ້ງພາຍໃນ 7 ວັນ

– ຕ້ອງລາຍງານຕົວທຸກໆເດືອນ ຈົກວ່າຈະມີການປ່ຽນແປງ
– ຕ້ອງແຈ້ງຕຳຫລວດ ຕມ ຮັບຮູ້ນຳ.

Cr: Thairath
-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ