ມອບວັດຖຸບູຮານ ຈຳນວນ 7.800 ອັນ ທີ່ພົບໃນຂອບເຂດບໍ່ຄຳເຊໂປນ ໃຫ້ ຖວທ ຄຸ້ມຄອງ ແລະ ຮັກສາ

ວັດຖຸບູຮານເກົ່າແກ່ຈຳນວນ 7.800 ອັນຈາກການຂຸດຄົ້ນພາຍໃນເຂດໂຄງການບໍ່ຄຳເຊໂປນ ແຂວງສະຫວັນນະເຂດ, ບໍລິສັດລ້ານຊ້າງມີ ເນໂຣນສ໌ ໄດ້ໂອນມອບໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາ ແລະ ຄຸ້ມຄອງ.

ວັດຖຸບູຮານທີ່ມາມອບປະກອບມີວັດຖຸພັນປະເພດທອງແດງ, ທອງເຫລືອງ, ເຫລັກ, ດິນເບົ້າຫລໍ່, ແກ້ວປະດັບ-ເຈຍລະໄນ, ເຄື່ອງປັ້ນດິນເຜົາ ແລະ ໄມ້ (ມີອາຍຸເກົ່າແກ່ແຕ່ 1-3 ພັນປີມອບໃຫ້ພາກລັດຄຸ້ມຄອງຄື:

ຫໍພິພິທະພັນແຫ່ງຊາດ 08 ຮ້ອຍກວ່າອັນ, ຫໍພິພິທະພັນສະຫວັນນະເຂດ 04 ຮ້ອຍກວ່າອັນ ແລະ ຫໍວັດທະນະທຳເມືອງວິລະບູລີຫຼາຍກວ່າ 6.600 ອັນ

.

ຂໍ້ມູນ: Souridong Sudara