ເຂດພັດທະນາກວມລວມໄຊເຊດຖາ ສາມາດສ້າງວຽກເຮັດງານທໍາໄດ້ 1.500 ຄົນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເຂດພັດທະນາກວມລວມໄຊເຊດຖາ ສາມາດສ້າງວຽກເຮັດງານທໍາໄດ້ 1.500 ຄົນ

Published

on

ໃນວັນທີ 23 ກັນຍາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ຂຽງຄຳ ພຸດຈັນທະວົງສາ ຮອງອຳນວຍການບໍລິສັດ ຮ່ວມລົງທຶນລາວ-ຈີນ ເຂດພັດທະນາ ກວມລວມໄຊເຊດຖາ ໄດ້ໃຫ້ສຳພາດ ມີບາງຕອນສຳຄັນວ່າ: ປັດຈຸບັນ, ໂຄງການເຂດພັດທະນາ ກວມລວມໄຊເຊດຖາ ສໍາເລັດການລົງທຶນ 1,2 ຕື້ໂດລາສະຫະລັດ. ໃນນັ້ນ, ລວມທັງການລົງທຶນ ພື້ນຖານໂຄງລ່າງ 530 ລ້ານໂດລະສະຫະລັດ, ມີຫົວໜ່ວຍວິສາຫະກິດ ທີ່ຈົດທະບຽນເຂົ້າມາ ລົງທຶນໃນເຂດ ລວມທັງໝົດ 82 ຫົວໜ່ວຍ ແລະ ເປັນວິສາຫະກິດທີ່ມາຈາກ 7 ປະເທດ ໃນພາກພື້ນທົ່ວໂລກ, ສາມາດສ້າງວຽກເຮັດງານທໍາໄດ້ 1.500 ຄົນ ໃນນັ້ນຄົນລາວ ກວມ 80%.

ການພັດທະນາຂອງໂຄງການ ແມ່ນຈັດຕັ້ງປະຕິບັດ ຕາມແຜນທິດສະດີ ພັດທະນາສຸມໃສ່ການພັດທະນາ ຂະແໜງການອຸດສາຫະກໍາ ພັດທະນາ ເປັນຕົວເມືອງ ແບບກົມກຽວກັນ, ໂດຍການແບ່ງວຽກງານ ກໍ່ສ້າງອອກເປັນ 3 ໄລຍະ ໃນການພັດທະນາ. ໄລຍະທີ 1 ແມ່ນສຸມໃສ່ໃນການພັດທະນາ ໃນຂະແໜງ ການອຸດສາຫະກໍາ, ໄລຍະທີ 2 ແລະ 3 ແມ່ນພັດທະນາ ໃນຂະແໜງການຂົນສົ່ງ, ເຂດການຄ້າ, ເຂດທີ່ຢູ່ອາໃສ, ເຂດທ່ອງທ່ຽວ ແລະ ຈະພະຍາຍາມສ້າງ ເປັນຕົວເມືອງໃໝ່ ຂອງນະ ຄອນຫລວງວຽງຈັນ.

ໃນປັດຈຸບັນ, ທາງໂຄງການ ໄດ້ສໍາເລັດການພັດທະນາ ພື້ນຖານໂຄງລ່າງ ກວມເອົາເນື້ອທີ່ 400 ເຮັກຕາ, ລວມທັງຜົນສໍາເລັດ ການກໍ່ສ້າງໃນໄລຍະທີ 1 ເຊັ່ນ: ບັນດາເສັ້ນທາງເຊື່ອນຈອດ, ເຂດສີຂຽວ, ລະບົບທໍ່ນໍ້າລວມ, ໂຄງການສະຖານີໄຟຟ້າ 115 ກິໂລວັດ. ສໍາເລັດການກໍ່ສ້າງ ໂຮງງານມາດຕະຖານ ໂດຍມີເນື້ອທີ່ 80.000 ຕາແມັດ, ສໍາເລັດການກໍ່ສ້າງຕຶກ ຫໍພັກພະນັກງານ ເພື່ອຮັບຮອງ ແລະ ສາມາດຕອບສະໜອງ ການບໍລິການ ພື້ນຖານຄວາມ ຕ້ອງການດ້ານການບໍລິການ ໃຫ້ບັນດາວິສາ ຫະກິດຕ່າງໆໃນເຂດ. ເຊິ່ງໃນປັດຈຸບັນ, ໂຄງການເຂດພັດທະນາພວກເຮົາ ກໍາລັງດໍາເນີນວຽກງານ ການພັດທະນາໂຄງການ ໃນໄລຍະທີ 2 ແລະ 3 ຄື: ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການກໍ່ ສ້າງເຂດລິເລີ່ມຕົວເມືອງໃໝ່.

ທ່ານ ຂຽງຄຳ ພຸດຈັນທະວົງສາ ໃຫ້ຮູ້ຕື່ມວ່າ: ເຂດພັດທະນາກວມລວມ ໄຊເຊດຖາ ຕັ້ງຢູ່ໃຈການເມືອງ ຂອງນະຄອນຫລວງວຽງຈັນ, ເຊິ່ງກວມ ເນື້ອທີ່ທັງໝົດ 1.149 ເຮັກຕາ, ແຜນການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ. ເປັນໂຄງການທີ່ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ ແຂວງຢູນານ ຫຸ້ນສ່ວນຈໍາກັດ ກັບອົງການ ນະຄອນຫລວງວຽງຈັນ ຮ່ວມທຶນກັນສ້າງຕັ້ງຂຶ້ນ ແລະ ເປັນໂຄງການຮ່ວມມືລະດັບປະເທດ ທີ່ສອງລັດຖະບານລາວ-ຈີນ ໄດ້ຮັບຮູ້ຮ່ວມກັນ, ຍັງເປັນ ເຂດເສດຖະກິດ ການຄ້າຕ່າງ ປະເທດໜຶ່ງດຽວຂອງຈີນ ຢູ່ໃນ ສປປ ລາວ.

ປັດຈຸບັນ, ເຂດພັດທະນາກວມລວມ ໄຊເຊດຖາ ເປັນເຂດໜຶ່ງ ທີ່ເປັນແຫລ່ງດຶງດູດ ນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນຢູ່ໃນປະເທດລາວ ຂອງພວກເຮົາ ໃຫ້ນັບມື້ນັບຫລາຍຂຶ້ນ, ໂດຍມີຫລາຍຫົວໜ່ວຍ ທີ່ເຂົ້າມາລົງທຶນແລ້ວ ຄື: ບໍລິສັດໂຮຢາ ຂອງຍີ່ປຸ່ນ, ບໍລິສັດ ເປໂຕຣ ເຄມີລາວ ຈໍາກັດ, ບໍລິສັດຢາສູບ ລາວ-ຈີນ, ບໍລິສັດ ຄວາມຫວັງໃໝ່, ບໍລິສັດ ໂກເດີນ ລາວ ແລະ ບໍລິສັດອື່ນໆ ທີ່ມີຊື່ສຽງໃນ ພາກພື້ນ ແລະ ໄດ້ສ້າງເງື່ອນໄຂໜຶ່ງ ໃນການພັດທະນາໃຫ້ວຽກງານ ຂະແໜງອຸດສາຫະກໍາຂອງ ສປປ ລາວ ໃຫ້ມີຄວາມອຸດົມ ສົມບູນຂຶ້ນກວ່າເກົ່າ.

ປັດຈຸບັນໂຄງການດັ່ງກ່າວ, ໄດ້ສ້າງວຽກເຮັດງານທຳປະມານ 1.500 ຄົນ ແລະ ໃນທ້າຍປີນີ້ ຈະສາມາດ ສ້າງວຽກເຮັດງານທໍາຕື່ມອີກ ຫລາຍກວ່າ 5.000 ກວ່າຄົນ.

ຂ່າວ: ສົມຫວັງ ພາບ: ອ່າຍຄຳ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້