ຊາຍອາຍຸ 15ປີ ກັບສາວອາຍຸ 12ປີ ຖືກບັງຄັບໃຫ້ແຕ່ງດອງກັນ ຍ້ອນໄປຫຼິ້ນແລ້ວກັບເຮືອນຊ້າ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຊາຍອາຍຸ 15ປີ ກັບສາວອາຍຸ 12ປີ ຖືກບັງຄັບໃຫ້ແຕ່ງດອງກັນ ຍ້ອນໄປຫຼິ້ນແລ້ວກັບເຮືອນຊ້າ

Published

on

ເດັກໜຸ່ມອາຍຸ 15ປີ ກັບສາວນ້ອຍອາຍຸ 12ປີ ຖືກບັງຄັບໃຫ້ແຕ່ງດອງກັນ ຍ້ອນໄປຫຼິ້ນແລ້ວກັບເຮືອນຊ້າ
ໃນຊ່ວງຊີວິດໄວລຸ່ນ ຫຼາຍຄົນອາດຈະເຄີຍມີປະສົບການທີ່ອອກໄປຫຼິ້ນກັບແຟນ ຈາກນັ້ນກໍ່ພາແຟນໄປສົ່ງເຮືອນ ແຕ່ບາງເທື່ອກໍ່ອາດຈະກັບຮອດຊ້າແດ່ໜ້ອຍໜຶ່ງຈົນສ້າງຄວາມເປັນຫ່ວງໃຫ້ກັບຜູ້ປົກຄອງຂອງທັງສອງຝ່າຍ.

ຄູ່ຮັກໄວລຸ່ນຄູ່ໜຶ່ງຝ່າຍຊາຍອາຍຸ 15ປີ ຝ່າຍຍິງອາຍຸ12ປີ ເຫດການນີ້ເກີດຂຶ້ນວັນທີ 12 ກັນຍາທີ່ຜ່ານມາໃນປະເທດອິນໂດເນເຊຍ ຝ່າຍຊາຍໄດ້ພາຝ່າຍຍິງໄປຫຼິ້ນ ໂດຍອອກຈາກເຮືອນໄປເວລາປະມານຕອນທ່ຽງ ຫຼັງຈາກນັ້ນທັງສອງກໍ່ໄດ້ກັບມາຮອດເຮືອນຕອນເວລາປະມານ 18ໂມງ30(ຕາມເວລາທ້ອງຖິ່ນ) ແລະ ນັ້ນກໍ່ເຮັດໃຫ້ພໍ່ແມ່ຂອງຝ່າຍຍິງເບິ່ງວ່າ ”ພວກເຂົາກັບມາເຮືອນຊ້າຫຼາຍ”ຈົນເກີດຄວາມເປັນຫ່ວງແລະບໍ່ສະບາຍໃຈ.

ພໍ່ແມ່ຝ່າຍຍິງຮັບບໍ່ໄດ້ອອກປາກບັງຄັບໃຫ້ຝ່າຍຊາຍຕ້ອງແຕ່ງດອງກັບລູກສາວຂອງພວກເຂົາ ພໍ່ແມ່ຝ່າຍຍິງໜັກແໜ້ນກັບການຕັດສິນໃຈທີຈະໃຫ້ພວກເຂົາແຕ່ງງານກັນພຽງເພາະວ່າພວກເຂົາກັບມາຮອດເຮືອນຊ້າ.

ທາງດ້ານຜູ້ບ່າວນ້ອຍອາຍຸ 15ປີ ລາວກໍ່ບອກວ່າເດັກຍິງອາຍຸ 12ປີນັ້ນເປັນ ຮັກຄັ້ງທຳອິດຂອງລາວແລະຍິນດີທີ່ຈະແຕ່ງດອງກັບນາງ ເຖິງແມ່ນວ່າໃນສາຍຕາຂອງຜູ້ໃຫ່ຍໃນບ້ານຫຼາຍໆຄົນອາດຈະບໍ່ເຫັນດີນຳ ແຕ່ສຸດທ້າຍການແຕ່ງງານກໍ່ເກີດຂຶ້ນ. ຜູ້ໃຫ່ຍອີກຫຼາຍຄົນຕ່າງກໍ່ພາກັນເບິ່ງວ່າການແຕ່ງງານດ້ວຍອາຍຸສ່ຳນີ້ ມັນອາດຈະເຮັດໃຫ້ພວກເຂົາທັງສອງຜິດພາດທີ່ຈະຮຽນຮູ້ສິ່ງໃໝ່ໆຫຼາຍຢ່າງໃນຊີວິດ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້