ຕົ້ນເຫດ ທີ່ເຮັດໃຫ້ຄົນລາວທຸກແບບນີ້…

ມີຫຼາຍໆທ່ານທີ່ເວົ້າໃນສະພາກາເຟ ກ່ຽວກັບຄວາມຫຍຸ້ງຍາກ ໃນການລຶບລ້າງຄວາມທຸກຍາກ ຊຶ່ງບາງຄົນກໍ່ເວົ້າວ່າເປັນຍ້ອນນະ ໂຍບາຍຂອງລັດຖະບານ ແລະ ບາງພວກກໍ່ຖິ້ມໂທດໃສ່ນະໂຍບາຍພັດທະນາເສດຖະກິດ, ພູມສັນຖານຂອງປະເທດ, ໄພທຳມະຊາດ ແລະບັນຫາອື່ນໆອີກແຕ່ວ່າ ຖ້າຈະເບິ່ງປະເທດລາວ ແບບເລິກແລ້ວ ຄວາມທຸກ ຍາກທັງປວງ ແມ່ນເກີດຈາກຄວາມດ້ອຍທາງພູມປັນຍາຂອງ ປະຊາຊົນ.

ຫມາຍຄວາມວ່າ ຖ້າປະຊາຊົນ ມີພູມປັນຍາດີ ເຂົາເຈົ້າຈະ ຮູ້ຈັກວິທີທີ່ຈະເອົາຕົວລອດ ແລະ ສ້າງຮັ່ງຄູນມີໃຫ້ກັບຕົນເອງ, ເຂົາ ເຈົ້າຈະຮູ້ເລືອກບ່ອນຢູ່, ເລືອກອາຊີບ ແລະ ເຫັນທ່າແຮງຂອງຕົນເອງ. ປະເທດລາວ ມີຊົນເຜົ່ານ້ອຍໆ ຈຳນວນຫຼວງຫຼາຍທີ່ດຳລົງຊີວິດ ແບບກະແຈກກະຈາຍ ແລະອາໄສຢູ່ໃນເຂດທີ່ຫ່າງໄກຈາກຊຸມຊົນ ເມືອງໃຫຍ່. ບາງທີ ເຂົາເຈົ້າເຫຼົ່ານັ້ນ ບໍ່ຮູ້ຕົນເອງຊຳ້ວ່າ ເຂົາເຈົ້າທຸກຍາກ ຫຼື ຮັ່ງມີ ແຕ່ພວກທີ່ຢູ່ເມືອງໃຫຍ່ ແລະ ອົງການພັດທະນາຕ່າງໆໄປຈັດແບ່ງເຂົາເຈົ້າ ວ່າ: “ພວກທີ່ທຸກຍາກ” ເພາະມີລາຍໄດ້ ຕ່ຳກວ່າ 1 ໂດລາຕໍ່ມື້.

ອົງການພັດທະນາຕ່າງໆ ເປັນຫ່ວງປະຊາຊົນພວກນີ້ ຍ້ອນວ່າ ຢ້ານເຂົາເຈົ້າຈະມີຊີວິດສັ້ນ ເຊັ່ນ: ຕາຍດ້ວຍພະຍາດລະບາດ,ຕາຍ ດ້ວຍການອອກລູກຕາມມີຕາມເກີດ, ຕາຍຍ້ອນບໍ່ໄດ້ຮັບສານອາຫານທີ່ຄົບຖ້ວນ ຫຼື ອາດເປັນພວກທີ່ທຳລາຍສິ່ງແວດລ້ອມ ແລະອື່ນໆ.

ສະນັ້ນ ທັງລັດຖະບານ ແລະ ອົງການພັດທະນາຕ່າງໆ ຈຶ່ງເນັ້ນ ລົງທຶນໃສ່ການສ້າງສຸກສາລາ ແລະ ການມີນຳ້ດື່ມທີ່ສະອາດໃຫ້ແກ່ ເຂົາເຈົ້າ, ແຕ່ກໍ່ເປັນພາລະອັນຫນັກຫນ່ວງທີ່ຈະເຮັດໃຫ້ໄດ້ຕາມຄວາມປະສົງ ເພາະວ່າປະຊາຊົນທີ່ທຸກຍາກເຫຼົ່ານັ້ນ ຢູ່ກັນເປັນກຸ່ມນ້ອຍໆ ຊຶ່ງ ບາງບ້ານ ບໍ່ຮອດ 20 ຫຼັງຄາເຮືອນ ແລະ ອາໄສຢູ່ໃນເຂດທີ່ສອກຫຼີກ ຊຶ່ງລັດຖະບານບໍ່ມີງົບປະມານພໍທີ່ຈະສ້າງເສັ້ນທາງເຂົ້າຫາເຂົາເຈົ້າໄດ້.

ຈະໄປຝຶກອົບຮົມໃຫ້ຄວາມຮູ້ ແກ່ເຂົາເຈົ້າ ກໍ່ໄປບໍ່ເຖິງ ເພາະພະນັກງານ ລົງຮາກຖານຈະອິດອ່ອນໂຮຍແຮງ ຫຼືອາດເຈັບປ່ວຍໄຂ້ກ່ອນທີ່ຈະໄປ ເຖິງຫມູ່ບ້ານຂອງເຂົາເຈົ້າ. ປະມານ 70 ສ່ວນຮ້ອຍຂອງປະເທດເຮົາ ແມ່ນເປັນເຂດພູດອຍ ຊຶ່ງຖ້າຄິດເບິ່ງແລ້ວ ກໍ່ເຫັນວ່າຍາກທີ່ສຸດທີ່ລັດຖະບານຈະສ້າງທາງ ຈາກບ້ານສູ່ບ້ານ ເພື່ອໃຫ້ໄປມາຫາກັນສະດວກ ແລະ ຮຽນຮູ້ຈາກ ກັນແລະກັນ, ບໍ່ທັນເວົ້າເຖິງວ່າຈະພັດທະນາລະບົບການສຶກສາຂອງ ເຂົ້າເຈົ້າແນວໃດ.

ນອກຈາກນີ້ ພື້ນທີ່ເຂດພູດອຍຍັງເປັນອຸປະສັກຕໍ່ການທຳມາ ຫາກິນຂອງປະຊາຊົນອີກດ້ວຍ. ເມື່ອເວົ້າເຖິງພູດອຍ ຕ້ອງນຶກອອກວ່າ ມີພື້ນທີ່ປູກຝັງໜ້ອຍທີ່ສຸດ ແລະ ທຳມະຊາດກໍ່ບໍ່ອຸດົມສົມບູນຄືໃນອະ ດີດ ເພາະປະຊາຊົນທຳລາຍທຳມະຊາດຫຼາຍແລ້ວ. ປັດຈຸບັນ ແນວທາງແກ້ໄຂທີ່ເລັ່ງດ່ວນຂອງລັດຖະບານ ແມ່ນການພະຍາຍາມຮວມບ້ານນ້ອຍເຂົ້າຫາກັນ, ພະຍາຍາມສ້າງທາງໃຫ້ ເຂົ້າເຖິງກຸ່ມບ້ານທີ່ຮວມຕົວກັນເປັນກຸ່ມໃຫຍ່, ພະຍາຍາມນຳເອົາລະ ບົບສາທາລະນະສຸກໄປໃຫ້ເຂົາເຈົ້າ ແລະ ພະຍາຍາມສ້າງໂຮງຮຽນ ໃຫ້ຊຸມຊົນນັ້ນໆ.

ສ່ວນທາງອ້ອມກໍແມ່ນການສົ່ງເສີມໃຫ້ພາກສ່ວນທຸລະກິດທັງ ພາຍໃນ ແລະຕ່າງປະເທດເຂົ້າໄປສ້າງທຸລະກິດໃດໜຶ່ງໃນຊຸມຊົນ ນັ້ນໆ ເພື່ອເປັນການສ້າງວຽກເຮັດງານທຳໃຫ້ແກ່ເຂົາເຈົ້າ. ພ້ອມກັນນັ້ນ ທາງພາກສ່ວນທຸລະກິດ ກໍຍັງຈົກຖົງໂຕເອງອອກມາຊ່ວຍຊຸມຊົນນັ້ນໆລ້າໆອີກດ້ວຍ ຊຶ່ງອັນທີ່ເຫັນໄດ້ຊັດເຈນຈາກໂຄງການໃຫຍ່ໆ ກໍແມ່ນ ໂຄງການເຂື່ອນໄຟຟ້ານຳ້ເທີນ 2, ໂຄງການຂຸດຄົ້ນບໍ່ແຮ່ເຊໂປນ ແລະ ໂຄງການອື່ນໆອີກ.

ທ່ານ ຄຳຮຸ່ງ ເຮືອງວົງສີ ເຈົ້າແຂວງ ແຂວງຫົວພັນ ໃຫ້ ສຳພາດກັບໜັງສືພິມ ປະຊາຊົນ ສະບັບວັນທີ 24 ຕຸລາ 2012 ວ່າ: ທາງແຂວງຫົວພັນ ກໍ່ມີຄວາມພະຍາຍາມແກ້ໄຂຄວາມທຸກຍາກຢູ່ແຂວງຫົວພັນ ແຕ່ກໍ່ສາມາດເຮັດໃຫ້ຄວາມທຸກຍາກຫຼຸດລົງຈາກ 49 ສ່ວນຮ້ອຍໃນປີກາຍ ມາເປັນ 44,84 ສ່ວນຮ້ອຍ. ແຂວງຫົວພັນ ມີ 4 ເມືອງທີ່ຍັງບໍ່ທັນມີທາງປູຢາງເທື່ອ ຊຶ່ງສິ່ງດັ່ງກ່າວສະແດງເຖິງວ່າ ລະດັບແຕກໂຕນດ້ານພັດທະນາຕ່າງໆແມ່ນຫຼຸດແຂວງອື່ນໆໃນທົ່ວປະເທດ. ທ່ານ ບຸນເຮືອງ ດວງພະຈັນ, ລັດຖະມົນຕີປະຈຳຫ້ອງວ່າການ ລັດຖະບານ ທັງເປັນຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ ກ່າວຕໍ່ນັກຂ່າວທີ່ນະຄອນຫຼວງວຽງ ຈັນ ເມື່ອວັນທີ 17 ຕຸລາ 2012 ຜ່ານມາ ວ່າ:

ບົນພື້ນຖານຄວາມພະ ຍາຍາມຂອງລັດຖະບານ ໄດ້ເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນຢູ່ໃນໂຕເມືອງ ແລະ ຊົນນະບົດ ນັບມື້ນັບໄດ້ຮັບການປັບ ປຸງໃຫ້ດີຂຶ້ນເປັນກ້າວໆ, ລະດັບຄວາມຫຼຸດໂຕນກັນດ້ານການພັດທະນາ ລະຫວ່າງຊົນນະບົດ ແລະ ໂຕເມືອງໄດ້ຄ່ອຍໆຫຍັບເຂົ້າໃກ້ກັນ ເຮັດໃຫ້ອັດຕາຄວາມທຸກຍາກ, ບ້ານທຸກຍາກ ໄດ້ຫຼຸດລົງໃນແຕ່ລະປີ. 

ຈາກກວດກາປະເມີນຄວາມທຸກຍາກປະຈຳປີ 2012, ອັດ ຕາ ຄອບຄົບທຸກຍາກຫຼຸດລົງຍັງເຫຼືອ 13,01%, ບ້ານທຸກຍາກ ໄດ້ຫຼຸດລົງຍັງເຫຼືອ 30,27%, ເມືອງທຸກຍາກຍັງກວມ 31,72%.

ໃນຂະນະດຽວກັນນີ້ ບ້ານພັດທະນາໄດ້ເພີ່ມຂຶ້ນກວມ 18,97%, ຄອບຄົວພັດທະນາ ເພີ່ມຂຶ້ນກວມ 57,31%. “ຜົນສຳເລັດນີ້ມາຈາກການປະກອບສ່ວນອັນສຳຄັນຂອງສັງຄົມ ທັງພາຍໃນ ແລະຕ່າງປະເທດ, ພິເສດແມ່ນການຊ່ວຍເຫຼືອຂອງ ປະເທດເພື່ອນມິດ, ສະຖາບັນການເງິນ ແລະອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມພັດທະນາ,” ທ່ານ ບຸນເຮືອງ ກ່າວ.

ທ່ານ ເຈືອງ ສົມບູນຂັນ ຫົວຫນ້າຄະນະ ໂຄສະນາອົບຮົມ ສູນກາງພັກ ກ່າວວ່າ “ພາລະກິດລຶບລ້າງຄວາມທຸກຍາກ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ ແລະສັງຄົມ” ນີ້ເປັນຄຳຂວັນຂອງພັກ ແລະ ລັດຖະບານເຮົາທີ່ມີຕໍ່ວຽກງານການລຶບລ້າງຄວາມທຸກຍາກ ຊຶ່ງຖືເປັນວຽກງານທີ່ສຳຄັນທີ່ສຸດ ແລະເປັນວຽກ ຮີບດ່ວນທີ່ພວກເຮົາຈະຕ້ອງຊ່ວຍກັນ.

ວຽກງານນີ້ ຄື 1 ໃນ 11 ແຜນງານບູລິມະສິດຂອງລັດຖະບານ ຄື ແຜນງານທີ 6 ໄດ້ລະບຸເຖິງ “ແຜນງານແກ້ໄຂຄວາມທຸກຍາກຂອງ ຄອບຄົວ, ຂອງຊຸມຊົນ ແລະ ຢຸດຕິການຖາງປ່າເຮັດໄຮ່ປູກເຂົ້າ.” ຄວາມຈິງແລ້ວ ຄວາມທຸກຍາກ ແລະ ຄວາມອຶດຫິວ ແມ່ນ ມີທົ່ວໂລກ ແລະກໍເປັນບັນຫາໃຫຍ່ມາໄດ້ຫຼາຍທົດສະວັດແລ້ວ. 

ປັດຈຸບັນ ຍັງມີປະຊາກອນທີ່ມີລາຍຮັບຕຳ່ກວ່າ 1 ໂລດາຕໍ່ຄົນຕໍ່ມື້ກໍຍັງມີ, ມີຫຼາຍລ້ານຄົນຍັງອຶດຫິວ, ຂາດສານອາຫານ ແລະ ລົ້ມຕ້າຍເປັນຈຳ ນວນຫຼວງຫຼາຍໃນແຕ່ລະປີ.

ໂດຍ: ສີທອງ ວົງພະຈັນ, ວາລະສານອັບເດດ

error: ເນື້ອຫາໄດ້ຮັບການປົກປ້ອງ !!