ທົ່ວໄປ
ຮູ້ໄວ້! ການສໍ້ລາດບັງຫຼວງມີຜົນຮ້າຍແນວໃດ?

ການສໍ້ລາດບັງຫຼວງມີຜົນຮ້າຍແນວໃດ?
ການສໍ້ລາດບັງຫຼວງ ສ່ວນຫຼາຍແມ່ນເກີດຂຶ້ນຈາກຄວາມໂລບມາກໂລພາຂອງພະນັກງານລັດຖະກອນ ທີ່ມີໜ້າທີ່ແລະໂອກາດກ່ຽວຂ້ອງກັບຊັບສິນຂອງລັດ, ຂອງສ່ວນລວມ ຫຼືຂອງພົນລະເມືອງ. ແຕ່ອີກສ່ວນໜຶ່ງທີ່ບໍ່ໜ້ອຍແມ່ນເກີດຂຶ້ນໂດຍທີ່ບໍ່ຮູ້ສຶກໂຕ ຫຼືເປັນເຫດໃຫ້ເກີດການສໍ້ລາດບັງຫຼວງໂດຍຮູ້ເທົ່າບໍ່ເຖິງການ ເຊັ່ນ:
ສົມມຸດວ່າປະຊາຊົນຜູ້ໜຶ່ງທີ່ບໍ່ຮູ້ເລື່ອງການສໍ້ລາດບັງຫຼວງເລີຍ ແຕ່ເຂົາເອົາເງິນໃສ່ຊອງໃຫ້ເຈົ້າໜ້າທີ່ເພື່ອໃຫ້ຕົນເອງຫຼຸດຈາກການເປັນຜູ້ຮັບຜິດຊອບຕໍ່ລະບຽບກົດໝາຍ ດັ່ງນີ້ເປັນຕົ້ນ ເຊິ່ງໃນກະໂຕຂອງປະຊາຊົນຜູ້ນັ້ນພຽງແຕ່ຢາກໃຫ້ໂຕເອງຫຼຸດພົ້ນຈາກການລົງໂທດ ແຕ່ພັດໄດ້ສ້າງໃຫ້ເກີດການສໍ້ລາດບັງຫຼວງເກີດຂຶ້ນແລ້ວ. ດັ່ງນັ້ນ, ວຽກງານນີ້ຈຶ່ງສົມຄວນທີ່ຈະເຜີຍແຜ່ຕໍ່ສັງຄົມຢ່າງກວ້າງຂວາງທົ່ວເຖິງແລະເຂົ້າໃຈ ແລະພ້ອມກັນເປັນເຈົ້າການນຳກັນ ດັ່ງເນື້ອໃນບາງຕອນຂອງ ຍຸດທະສາດ
ຕ້ານການສໍ້ລາດບັງຫຼວງ ຂອງທ່ານ ນາຍົກລັດຖະມົນຕີ ກ່າວວ່າ: “ຍົກສູງບົດບາດຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ, ການຈັດຕັ້ງວິສາຫະກິດ, ການຈັດຕັ້ງສັງຄົມ ແລະພົນລະເມືອງທຸກຄົນ ໃນການເຂົ້າຮ່ວມວຽກງານຕ້ານການສໍ້ລາດບັງຫຼວງໃຫ້ມີຄວາມຕັ້ງໜ້າ ແລະເປັນເຈົ້າການຂຶ້ນຕື່ມ; ການຈັດຕ້ັງທຸກຂັ້ນແລະພົນລະເມືອງທຸກຄົນ ຕ້ອງຖືເອົາການເຂົ້າຮ່ວມວຽກງານຕ້ານການສໍ້ລາດບັງຫຼວງເປັນພັນທະຂອງຕົນ” .
ຖາມວ່າ ດ້ວຍເຫດອັນໃດ ພັກ-ລັດຖະບານເຮົາ ຈຶ່ງເອົາໃຈໃສ່ຕ້ານການສໍ້ລາດບັງຫຼວງ? ຄຳຕອບງ່າຍໆ ລວມໆ ກໍຈະມີຢູ່ວ່າ: ການສໍ້ລາດບັງຫຼວງເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການຈັດຕັ້ງແລະພະນັກງານ-ລັດຖະກອນຫຼຸດໜ້ອຍຖອຍລົງ, ການຫຼຸດໂຕນກັນລະຫວ່າງຜູ້ຮັ່ງກັບຜູ້ທຸກຈະມີສູງຂຶ້ນ, ການສ້ໍລາດບັງຫຼວງໄດ້ກາຍເປັນສິ່ງກີດຂວາງອັນໃຫຍ່ຫຼວງຕໍ່ການດຳເນີນພາລະກິດປ່ຽນແປງໃໝ່,
ສົ່ງຜົນສະທ້ອນດ້ານລົບຕໍ່ບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະເປັນໄພຂົ່ມຂູ່ຕໍ່ການຄົງຕົວ ແລະຂະຫຍາຍຕົວຂອງລະບອບໃໝ່ຂອງພວກເຮົາ (ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ນີ້ຮອດປີ 2020). ຫຼືສະຫຼຸບສັ້ນໆ ເຂົ້າໄປອີກກໍຄືຈະເຮັດໃຫ້ປະເທດເຮົາບໍ່ສາມາດພັດທະນາໄດ້ສະດວກ ຊີວິດການເປັນຢູ່ຂອງປະຊາຊົນຈະລຳບາກ.
ຂໍຍົກຕົວຢ່າງແບບສົມມຸດຈັກເລື່ອງໜຶ່ງເພື່ອຜູ້ອ່ານຈະເຂົ້າໃຈງ່າຍຂຶ້ນ, ສົມມຸດວ່າ ຈຳນວນເງິນໃນຄັງຂອງປະເທດບໍ່ຫຼາຍຍ້ອນເກັບພາສີບໍ່ໄດ້ຕາມເປົ້າເພາະມີການສໍ້ລາດບັງຫຼວງ ດັ່ງນັ້ນຈຶ່ງມີຄວາມຈຳເປັນຕ້ອງໄດ້ຢືມເງິນຈາກຕ່າງປະເທດມາພັດທະນາ, ຢືມມາແລ້ວພັດຖືກສໍ້ລາດບັງຫຼວງໄປອີກ ຍັງເຫຼືອເງິນດ້າມໜ້ອຍເອົາໄປພັດທະນາກໍບໍ່ພໍ, ແລ້ວກໍຢືມໃໝ່ ແລະຢືມໃໝ່ເລື້ອຍໆ
ແລ້ວສຸດທ້າຍກໍເປັນໜີ້ຫຼາຍຂຶ້ນ, ການຫາເງິນມາໃຊ້ໜີ້ຈະເອົາຢູ່ໃສ? ກໍເອົາຈາກເງິນຄັງຂອງປະເທດເຮົາ ແລ້ວເງິນຄັງຂອງປະເທດເອົາມາແຕ່ໃສ? ກໍແມ່ນເກັບພາສີຈາກສິນຄ້າ, ພາສີທີ່ດິນ, ອາກອນລາຍໄດ້ ຈາກພົນລະເມືອງທີ່ດຳລົງຊີວິດຢູ່ໃນປະເທດ, ເມື່ອເກັບພາສີສູງຂຶ້ນ ລາຄາສິນຄ້າກໍແພງຂຶ້ນ (ເພື່ອໃຫ້ໄດ້ກຳໄລ) ສະຫຼຸບແລ້ວການໃຊ້ໜີ້ກໍແມ່ນປະຊາຊົນລາວທຸກຄົນເປັນຄົນໃຊ້ ແລະປະຊາຊົນກໍດຳລົງຊີວິດຢູ່ດ້ວຍຄວາມຍາກລຳບາກ.
ເວົ້າເລື່ອງການເສຍພາສີໃຫ້ລັດຕາມພັນທະນັ້ນ ເມື່ອບໍ່ມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງແລ້ວ ຜູ້ເສຍກໍບໍ່ຢາກເສຍ ແລ້ວພະຍາຍາມເຮັດທຸກຢ່າງເພື່ອບໍ່ຢາກເສຍພາສີ ເມື່ອເກັບພາສີບໍ່ໄດ້ເຕັມເມັດເຕັມໜ່ວຍ ລັດຖະບານກໍບໍ່ມີລາຍຮັບ, ເມື່ອບໍ່ມີລາຍຮັບກໍບໍ່ມີເງິນ ແລະກໍຕ້ອງກູ້ຢືມເງິນຈາກຕ່າງປະເທດ ແລ້ວກໍເປັນໜີ້ ວຽນໄປວຽນມາ. ນີ້ແມ່ນເວົ້າສະເພາະໃນແງ່ນ້ອຍໆ ເທົ່ານັ້ນ
ເຊິ່ງຄວາມຈິງແລ້ວຜົນຮ້າຍຂອງການສໍ້ລາດບັງຫຼວງມັນຍິ່ງໃຫຍ່ກວ້າງຂວາງ ເກີນກວ່າເຮົາຈະສາມາດຂຽນລົງນີ້ໃຫ້ໝົດໄດ້.ສະຫຼຸບລວມແລ້ວ ການສໍ້ລາດບັງຫຼວງຈະເຮັດໃຫ້ການພັດທະນາຊັກຊ້າ, ສັງຄົມບໍ່ມີຄວາມຍຸດຕິທຳ, ຄົນລວຍບໍ່ໄດ້ເຂົ້າຄຸກ ຄົນທຸກບໍ່ໄດ້ເຂົ້າໂຮງໝໍ, ຄົນຈົນບໍ່ໄດ້ເຂົ້າໂຮງຮຽນ, ຄົນດີຄົນເກັ່ງບໍ່ໄດ້ເຮັດວຽກ, ຄົນທີ່ເຮັດວຽກແທ້ໆ ພັດບໍ່ມີເງິນໃຊ້ພຽງພໍ
ເງິນຈຳນວນຫຼວງຫຼາຍຈະຕົກເຮ່ຍເສຍຫາຍໄປຢູ່ກັບບຸກຄົນໃດໜຶ່ງ ໂດຍບໍ່ຖືກນຳເອົາມາໃຊ້ເຂົ້າໃນການພັດທະນາປະເທດ, ຜູ້ລວຍກໍລວຍເຫຼືອລົ້ນ ຜູ້ຈົນກໍຈົນເຫຼືອຫຼາຍ, ຖະໜົນຫົນທາງແລະສິ່ງປຸກສ້າງບໍ່ມີຄຸນນະພາບສູງ, ການສຶກສາຄຸນນະພາບຕ່ຳ, ສິ່ງແວດລ້ອມຖືກທຳລາຍແບບບໍ່ມີຂອບເຂດ, ການປະຕິບັດກົດໝາຍຈະບໍ່ເປັນທຳ ແລະອື່ນໆ…
ໂດຍ: ດາວແດນດອຍ
ທົ່ວໄປ
An introduction to Gambling slot online space arcade establishment Position Games Mathematics
Blogs
Red-colored, White and you may Blue position on the web was made from the IGT, one of the recommended games slot online space arcade organization global. One of those game try Reddish Light and you can Blue, a server created by IGT. Now, belongings based casinos scarcely could, possibly offer you totally free gaming. (ເພີ່ມເຕີມ…)
ທົ່ວໄປ
Dragon 50 free spins no deposit hells grannies Temple Video slot
Blogs
This may change lives ranging from dropping, playing prolonged otherwise scoring immense effects. For everybody admirers from risk have, the new gaming place gives precisely the thing. After each and every successful range, a player becomes a chance to 50 free spins no deposit hells grannies enjoy a risk game in which the made dollars might be multiplied from time to time. (ເພີ່ມເຕີມ…)
ທົ່ວໄປ
Best British No deposit Incentives November 2023
Articles
At the Fortune.com Local casino, their membership can get you a hundred more revolves to your Glucose Bonanza Deluxe position. The new spins will be divided into 20 revolves each day, for five months. (ເພີ່ມເຕີມ…)
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ