ຄວາມມ່ວນໃນງານລ້ຽງສະຫຼອງມື້ເກີດກັບຈົບລົງດ້ວຍເລື່ອງທີ່ໜ້າເສົ້າ
ມີການສັນນິດຖານວ່າ ງານລ້ຽງສະຫລອງມື້ຄ້າຍມື້ເກີດຂອງຄອບຄົວໜຶ່ງໃນປະເທດບຣາຊິນ ກາຍເປັນຕົ້ນຕໍການແຜ່ເຊື້ອໄວຣັດໂຄໂຣນາສາຍພັນໃໝ່ໃນໝູ່ສະມາຊິກຂອງຄອບຄົວ ແລະ ສ້າງບາດແຜໃນຈິດໃຈໄປຕະຫລອດການ
ກໍລະນີທີ່ເກິດຂື້ນສົ່ງຜົນໃຫ້ພີ່ນ້ອງ 3 ຄົນເສຍຊີວິດ ແລະ ເຮັດໃຫ້ອີກ 10 ຄົນລົ້ມປ່ວຍພາຍໃນລະຍະເວລາ 2 ອາທິດ ຫຼັງຈາກໄປຮ່ວມງານສັງສັນດັ່ງກ່າວ
ທາງການບຣາຊິນ ຢືນຢັນວ່າ ຜູ້ຕາຍຢ່າງນ້ອຍໜຶ່ງຄົນ ເສຍຊີວິດຈາກໄວຣັດໂຄໂຣນາສາຍພັນໃໝ່
ແຜນງານປາຣ໌ຕີ້
ງານລ້ຽງດັ່ງກ່າວຈັດຂຶ້ນເມື່ອວັນທີ 13 ມີນາ ໃນນະຄອນເຊົາເປົາໂລ
ຂະນະນັ້ນມີຂໍ້ມູນຈາກກະຊວງສາທາລະນະສຸກບຣາຊິລວ່າມີຜູ້ໄດ້ຮັບການຢືນຢັນວ່າຕິດເຊື້ອພະຍາດໂຄວິດ-19 ໃນປະເທດຈຳນວນ 98 ຄົນ ແລະ ຍັງບໍ່ມີລາຍງານຜູ້ເສຍຊີວິດ
ໂດຍຜູ້ຕິດເຊື້ອເກືອບ 60 ຄົນ ຢູ່ໃນນະຄອນເຊົາເປົາໂລ ຊຶ່ງເປັນໜຶ່ງໃນເມືອງທີ່ມີປະຊາກອນໜາແໜ້ນທີ່ສຸດໃນໂລກ ຫຼາຍກວ່າ 21 ລ້ານຄົນ
3 ອາທິດຕໍ່ມາ ວັນທີ 8 ເມສາ ໂຕເລກຜູ້ຕິດເຊື້ອໃນບຣາຊິນທະລຸ 16,000 ຄົນ ແລະ ມີຜູ້ເສຍຊີວິດ 800 ກວ່າຄົນ
ຕອນທີ່ຈັດງານ ເວຍຣາ ລູເຊຍ ຮູ້ວ່າເຊື້ອໄວຣັດໂຄໂຣນາສາຍພັນໃໝ່ໄດ້ລະບາດໄປຮອດບຣາຊິນແລ້ວ ແລະ ກຳລັງແຜ່ລາມໄປໃນຫຼາຍພື້ນທີ່ ອັນທີ່ຈິງລາວຄິດທີ່ຈະຍົກເລີກແຜນການຈັດງານມື້ເກີດອາຍຸຄົບ 59 ປີຂອງລາວ
“ເຮົາບໍ່ຄ່ອຍແນ່ໃຈ” ລາວເລົ່າໃຫ້ທີມຂ່າວບີບີຊີຟັງ “ແຕ່ກໍຕັດສິນໃຈຈັດງານຕາມແຜນທີ່ວາງໄວ້”
“ຕອນນັ້ນຍັງມີຜູ້ຕິດເຊື້ອໃນປະເທດບໍ່ຫຼາຍ” ແລະ ຍັງບໍ່ມີການສັ່ງປິດເມືອງ
ຄົນໄປຮ່ວມງານ 28 ຄົນ
ງານລ້ຽງສະຫຼອງວັນເກີດຂອງ ເວຍຣາ ລູເຊຍ ຈັດຂຶ້ນທີ່ສວນຫຼັງບ້ານຂອງລາວໂດຍມີຍາດພີ່ນ້ອງໄປຮ່ວມງານນຳ 28 ຄົນແຂກໃນງານທັງຫມົດເຖິງພີ່ນ້ອງຂອງ ເປົາໂລ ວິເອຣາ ຜົວຂອງລາວ
ທັງເປົາໂລ, ໂຄລວິດ ແລະ ມາເຣຍ ນ້ອງຊາຍກັບນ້ອງສາວຂອງເຂົາ ຕ່າງກໍມ່ວນໄປກັບງານ ໂດຍທີ່ບໍ່ຮູ້ເລີຍວ່າພະຍາດໂຄວິດ-19 ຈະຂ່າຊີວິດຂອງພວກເຂົາທັງສາມຄົນ
ໃນງານຍັງມີນ້ອງສາວຂອງເວຍຣາ ລູເຊຍ ທັງຫມົດຫຼານຊາຍ ແລະ ຫຼານສາວຂອງລາວອີກ
ຫຼັງຮ່ວມງານລ້ຽງພຽງບໍ່ຈັກມື້ ແຂກປະມານເຄິ່ງໜຶ່ງ ໃນງານເລີ່ມມີອາການໄອ ໄຂ້ສູງ ແລະ ຫາຍໃຈລຳບາກ ຊຶ່ງລ້ວນເປັນອາການຂອງພະຍາດໂຄວິດ-19
ສ່ວນໃຫຍ່ມີອາການບໍ່ຮຸນແຮງ ແລະ ບໍ່ຕ້ອງໄປຫາໝໍ
“ພະຍາດທີ່ຮ້າຍກາດ”
ແຕ່ຜົວຂອງເວຍຣາ ລູເຊຍ ແລະ ນ້ອງທັງສອງຄົນຂອງເຮົາໄດ້ເສຍຊີວິດລົງພາຍໃນໄລຍະເວລາ 1 ອາທິດ ຊ່ວງຕົ້ນເດືອນ ເມສາ
ທາງການຢືນຢັນວ່າ ມາເຣຍ ເສຍຊີວິດຈາກພະຍາດໂຄວິດ-19
ຣາຟາເອລາ ລູກສາວຂອງມາເຣຍ ໃຫ້ສຳພາດກັບບີບີຊີວ່າ “ຕອນນີ້ເຮົາແນ່ໃຈແລ້ວວ່າເຊື້ອໄວຣັດໂຄໂຣນາສາຍພັນໃໝ່ຄືສາເຫດການເສຍຊີວິດຂອງແມ່ຂ້ອຍ”
ມາເຣຍ ມີເບົາຫວານເປັນພະຍາດປະຈຳຕົວຢູ່ແລ້ວ ແລະ ອາການຂອງນາງກໍຊຸດລົງຢ່າງວ່ອງໄວໃນຊ່ວງເວລາພຽງບໍ່ຈັກມື້
ຕອນນີ້ຄອບຄົວກຳລັງຖ້າຜົນການຊັນສູດສົບຂອງເປົາໂລ ແລະ ໂຄລວິດ
ເວຍຣາບອກວ່າ “ໝໍເຈົ້າຂອງຄົນເຈັບບອກວ່າພວກເຮົາໝັ່ນໃຈ 99% ວ່າມັນຄືພະຍາດໂຄວິດ-19”
ລູກຊາຍຜູ້ລອດຊີວິດ
ທັງເວຍຣາ ລູເຊຍ ແລະ ລູກຊາຍຂອງລາວ ກໍລົ້ມປ່ວຍເຊັ່ນດຽວກັນ ແຕ່ປິ້ນປົວມາໄດ້
“ອາການທາງກາຍຂອງຂ້ອຍດີຂຶ້ນແລ້ວ ພຽງແຕ່ໄອນ້ອຍໆ ແຕ່ມັນເປັນຊ່ວງເວລາທີ່ຍາກລຳບາກຫຼາຍ” ເວຍຣາ ລູເຊຍ ເລົ່າ “ເຮົາໃຊ້ຊີວິດຍ້ານຫຼາຍມື້ນີ້”