ຂ່າວການສຶກສາ
ປະກາດ ການແຕ່ງຕັ້ງ ຄະນະບໍດີ ສຶກສາສາດ(ຄສສ)

ໃນຕອນເຊົ້າວັນທີ 9 ກັນຍາ 2020 ນີ້, ຄະນະສຶກສາສາດ(ຄສສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປະກາດຕໍາແໜ່ງ ແລະມອບ-ຮັບໜ້າທີ່ ຄະນະບໍດີ ຄສສ, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມຕຶກສຳນັກຄະນະບໍດີ ຄສສ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີບັນດາທ່ານ ຮອງຄະນະບໍດີ, ຫົວໜ້າພະແນກ, ຫົວໜ້າພາກວິຊາ ແລະຜູ້ອໍານວຍການໂຮງຮຽນສາທິດທີ່ຂຶ້ນກັບ ຄສສ ເຂົ້າຮ່ວມ.

ໃນພິທີ ທ່ານ ຮສ. ປອ. ຄໍາແສງ ທະລັງສີ ຮັກສາການ ຄະນະບໍດີ ຄສສ ໄດ້ລາຍງານວຽກງານພົ້ນເດັ່ນທີ່ໄດ້ຊີ້ນໍາໆພາໃນໄລຍະຜ່ານມາ ແລະນໍາສະເໜີທິດທາງແຜນການໃນຕໍ່ໜ້າຂອງ ຄສສ; ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານທາງດ້ານການເມືອງແນວຄິດ, ວຽກງານການຈັດຕັ້ງ ແລະຄຸ້ມຄອງພະນັກງານ, ວຽກງານວິຊາການ, ວຽກງານການເງິນ ແລະຊັບສິນ ແລະວຽກງານພົວພັນຕ່າງປະເທດ. ພ້ອມທັງໄດ້ຍົກໃຫ້ເຫັນຜົນສໍາເລັດທາງດ້ານກິດຈະກໍາຕ່າງໆ ທີ່ເປັນຜົນງານດີເດັ່ນທີ່ສ້າງຊື່ສຽງໃຫ້ແກ່ ຄສສ ກໍຄື ມຊ.
ໃນໂອກາດດັ່ງກ່າວ ທ່ານ ຄໍາເຟືອງ ລໍວັນໄຊ ວ່າການຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ໄດ້ຜ່ານດໍາລັດຂອງນາຍົກລັດມົນຕີ ວ່າດ້ວຍການແຕ່ງຕັ້ງ ຄະນະບໍດີ ຄສສ. ມຊ ສະບັບເລກທີ 482/ນຍ, ລົງວັນທີ 20 ສິງຫາ 2020 ໂດຍໄດ້ແຕ່ງຕັ້ງ ທ່ານ ຮສ. ປອ. ສີຖານ ສຸຂະວົງ ຮອງຄະນະບໍດີ ຄສສ ເປັນຄະນະບໍດີ ຄສສ. ມຊ; ໃນພິທີສໍາຄັນນີ້ ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຜົນສຳເລັດ ຂອງຄະນະນໍາ, ພະນັກງານ, ຄູ-ອາຈານ ທົ່ວ ຄສສ ໄດ້ຖຸ່ມເທສະຕິປັນຍາ ແລະເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການພັດທະນາ ຄສສ ເວົ້າລວມ
ເວົ້າສະເພາະແມ່ນໄດ້ເອົາໃຈໃສ່ໃນການພັດທະນາ, ສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນການສ້າງຄູສາຂາວິຊາຕ່າງໆອອກຮັບໃຊ້ສັງຄົມຕະຫຼອດໄລຍະຜ່ານມາ, ພ້ອມນັ້ນ ທ່ານໄດ້ຮຽກຮ້ອງມາຍັງຄະນະບໍດີທີ່ໄດ້ຮັບຕໍາແໝ່ງໃໝ່ ພ້ອມດ້ວຍພະນັກງານ, ຄູ-ອາຈານ ຈົ່ງສືບຕໍ່ຂະຫຍາຍມູນເຊື້ອຜົນສໍາເລັດທີ່ທາງ ຄສສ ຍາດມາໄດ້, ພ້ອມທັງສືບຕໍ່ເອົາໃຈໃສ່ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບ, ເຮັດວຽກເປັນໝູ່ຄະນະ, ເອົາໃຈໃສ່ປັບປຸງກົງຈັກກການຈັດຕັ້ງ, ພັດທະນາວຽກງານດ້ານວິຊາການ, ລະບຽບ-ນິຕິກໍາ ໃຫ້ຕິດພັນກັບແນວທາງການເມືອງຂອງພັກ ແລະສອດຄ່ອງກັບຊີວິດຕົວຈິງຂອງສັງຄົມ, ພ້ອມນັ້ນ ທ່ານໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ໃນ ຄສສ ຮັດແໜ້ນຄວາມສາມັກຄີ ທັງພາຍໃນ ແລະພາຍນອກ ໃຫ້ກວ້າງຂວາງ ແລະເລິກເຊິ່ງ, ສ້າງໃຫ້ພະນັກງານໃຫ້ມີຄຸນສົມບັດ ສິນທໍາປະຕິວັດ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄວາມພ້ອມພຽງຮ່ວມແຮງ-ຮ່ວມໃຈກັນ ສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ໃຫ້ມີຄວາມກ້າວໜ້າ ແລະໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.
ຂ່າວການສຶກສາ
ກົດໄລ້ ກົດແຊຣ໌ ທະແມ້ ເກັ່ງຫຼາຍໄດ້ຮັບລາງວັນນັກອອກແບບດີເດັ້ນ ພ້ອມກຽມຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ

ຊົມເຊີຍເດີ້ ທະນາພອນ ຊວ້ານສວນດາວ ນັກສຶກສາ ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ
ຄວ້າລາງວັນນັກສຶກສາທີ່ສາມາດອອກແບບໄດ້ດີເດັ່ນ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດໂຄວິດ-19” ຄວ້າລາງວັນນັກອອກແບບດີເດັ່ນ ຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ.

ການແຂ່ງຂັນລາຍການນີ້, ໄດ້ມີການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລຈຳປາສັກ ແຂວງຈຳປາສັກ, ຊຶ່ງໃນຮອບຄັດເລືອກໄດ້ມີການແຂ່ງຂັນມາແຕ່ເດືອນກໍລະກົດ 2022 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄົນ, ຍິງ 7 ຄົນ. ຫຼັງຈາກນັ້ນ, ສາມາດຄັດເລືອກໄດ້ ຈຳນວນ 10 ຄົນ, ຍິງ 4 ຄົນ ທີ່ຜ່ານເຂົ້າຮອບສຸດທ້າຍ ແລະ ຜົນການແຂ່ງຂັນໃນຮອບສຸດທ້າຍນີ້ ປະກົດວ່າ:
ຊະນະເລີດ ຕົກເປັນຂອງນາງ ທະນາພອນ ຊວ້ານສວນດາວ ໄດ້ຮັບໃບຍ້ອງຍໍ ແລະ ກາຍເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ທີ່ມະຫາວິທະຍາໄລລາດກະບັງ ປະເທດໄທ ໃນລະຫວ່າງວັນທີ 19-20 ພະຈິກ 2022 ນີ້.
ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ
ຂ່າວການສຶກສາ
ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

ຂໍສະແດງຄວາມຍິນດີກັບ ນ້ອງ ຈັນນາລີ ຈັນທະປັນຍາ ທີ່ຄວ້າ ໃບປະກາດແດງ ພຽງຄົນດຽວ ຢູ່ໃນພາກວິຊາບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ 2022.

ຈັນນາລີ ກ່າວຕໍ່ໜັງສືພິມວຽງຈັນໃຫມ່ວ່າ ຕົນເອງມີຄວາມຝັນ ຢາກເຮັດ ວຽກຢູ່ອົງການລັດ ຫຼື ເອກະຊົນ ບ່ອນທີ່ດີດີ ແລະ ຢາກມີທຸລະກິດ ເປັນຂອງຕົນເອງ ໃນອະນາຄົດ ຈຶ່ງເລືອກຮຽນ ສາຍວິຊານີ້ ແລະ ຈະນໍາເອົາຄວາມຮູ້ທີ່ຮຽນມາ

ໄປສືບຕໍ່ສານຝັນຂອງຕົນເອງ ໃຫ້ເປັນຈິງ ຄືກັບລຸ້ນອ້າຍເອື້ອຍ ທີ່ຈົບໄປກ່ອນໜ້າ
.

Cr ຮູບ: Ly Channaly
ຂ່າວການສຶກສາ
ອ່ານດ່ວນ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ປະກາດຜົນການສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7)

ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2021-2022, ສະບັບເລກທີ 3615/ສສກ, ລົງວັນທີ 02 ສິງຫາ 2022.

ສາມາດກວດເບິ່ງຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ເວັບໄຊ້ ກົມສາມັນສຶກສາ http://www.moes.edu.la/dge/exam-results.php

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ