ເກີດອຸບັດຕິເຫດ ວີໂກ້ປີ້ນກາງເດິກທາງໄປເມືອງປາກແຊງ ບາດເຈັບ 1 ຄົນ

ໃນວັນທີ່ 21.​09.2020 ເວລາ 23:52 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າ​ມີ ອຸບັດຕິເຫດ​ລົດກະບະ VIGO ປີ້ນ ຢູ່​ບ້ານ​ ວຽງສະຫວັນ ເສັ້ນທາງໄປເມືອງປາກແຊງ ນະຄອນຫລວງພະບາງ

ເມື່ອຫນ່ວຍກູ້ຊີບອົງການກາແດງລາວ ອອກກວດສອບເຫດ​ພົບ​ຄົນເຈັບ​ເພດຊາຍ​ ​ 01ຄົນ​ ອາການ​ບາດ​ເຈັບ​ເບື້ອງ​ຕົ້ນ​ແມ່ນ​: ເຈັບບາໄຫລ່ເບື້ອງຊ້າຍ ແລະ ເຈັບຫນ້າເອີກ.

ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວແດງ​ລາວ​ຫຼວງ​ພະ​ບາງ​ຈຶ່ງ​ ໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງ​ໂຮງໝໍ​ 107.
ສ່ວນລົດແມ່ນປີ້ນຫງ່ຽງຂ້າງ ແລະ ເປເພສົມຄວນ.

ສາເຫດຂອງການປີ້ນເຈົ້າໜ້າທີ່ຈະສອບສວນຜູ່ຂັບຂີ່ຕື່ມພາຍຫຼັງປິ່ນປົວ.