ແບດທີເຣຍບຣູເຊລລາ ຫຼຸດຈາກໂຮງງານຜະລິດວັກຊີນເມືອງຫຼານໂຈວຕິດເຊື້ອກວ່າ 3 ພັນຄົນ

ເມື່ອວັນທີ 18 ກັນຍາ 2020 ເວັບໄຊຂ່າວເດລີເມວຂອງອັງກິດ ລາຍ ງານວ່າ ເຈົ້າໜ້າທີ່ສາທາລະນະສຸກໃນເມືອງຫຼານໂຈວ ຢືນຢັນມີຜູ້ຕິດເຊື້ອບຣູເຊລລາ ໃນເມືອງຫຼານໂຈວ ປະມານ 3,245 ຄົນ ຈາກຈຳນວນປະຊາກອນທັງໝົດໃນເມືອງ 2.9 ລ້ານຄົນ ໂດຍເຈົ້າໜ້າທີ່ສາທາລະນະສຸກໄດ້ກວດພົບອີກ 1,401 ຄົນມີຜົນກວດເບື້ອງຕົ້ນເປັນບວກ ແລະ ຍັງບໍ່ພົບຜູ້ເສຍຊີວິດ.

ຕາມການລາຍງານຂອງສຳນັກຂ່າວຊິນຫົວ ລະບຸວ່າ ແກ໊ສທີ່ປົນເປື້ອນເຊື້ອແບດທີເຣຍບຣູເຊລລາ ທີ່ຫຼຸດອອກມາຈາກໂຮງງານຜະລິດວັກຊີນ ສຳລັບສັດແຫ່ງນີ້ ເປັນລະອອງຝອຍທີ່ຖືກລົມພັດໄປຈົນເຖິງສະຖາບັນວິໄຈທາງສັດຫຼານໂຈວ ຈົນເຮັດໃຫ້ມີຜູ້ຕິດເຊື້ອບຣູເຊລລາເກືອບ 200 ຄົນ ໃນເດືອນທັນວາ 2019 ແລະ ຕໍ່ມາເຈົ້າໜ້າ ທີ່ໄດ້ມີການກວດເຊື້ອໃຫ້ແກ່ນັກສຶກສາ, ອາຈານ ແລະ ບຸກຄະລາກອນໃນສະຖາບັນວິໄຈແຫ່ງນີ້.

ຄະນະກຳມະທິການສູນສຸຂະພາບແຫ່ງເມືອງຫຼານໂຈວ ຖະແຫຼງຂ່າວເມື່ອວັນທີ 18 ກັນຍາ ວ່າ ສ່ວນ ໃຫຍ່ແລ້ວ ສັດປະເພດ ແກະ, ງົວ ແລະ ໝູ ມີສ່ວນກ່ຽວຂ້ອງກັບການແຜ່ລະບາດຂອງເຊື້ອແບດທີເຣຍບຣູເຊລລາ ທີ່ກໍ່ໃຫ້ເກີດໂຣກບຣູເຊລໂລຊິສ ເຊິ່ງຈະເຮັດໃຫ້ເກີດມີອາການໄຂ້ເປັນໄລຍະຍາວນານ ເປັນໆ ຫາຍໆ ບໍ່ແນ່ນອນ, ປວດຫົວ, ອ່ອນເພຍ, ເຫື່ອອອກຫຼາຍ, ໜາວສັ່ນ, ປວດຕາມຮ່າງກາຍ ແລະ ອື່ນໆ.

ທາງໂຮງງານຜະລິດວັກຊີນແຫ່ງນີ້ໄດ້ອອກມາຂໍໂທດປະຊາຊົນໃນເມືອງຫຼານໂຈວ ເມື່ອຕົ້ນປີທີ່ຜ່ານມາ ແລະ ທາງລັດຖະບານໄດ້ສັ່ງຖອນໃບອະນຸຍາດໂຮງງານແຫ່ງນີ້ໃນການຜະລິດວັກຊີນປ້ອງກັນໂຣກບຣູເຊລໂລຊິລແລ້ວ ນອກນັ້ນ, ທາງໂຮງງານໄດ້ເລີ່ມຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ປ່ວຍທີ່ຕິດເຊື້ອແລ້ວ.ຮຽບຮຽງຂ່າວ: ພຸດສະດີ