ບໍລິສັດ ບໍລິການຝຶກຊ້ອມຍິງປືນ 5 ເມສາ ຈໍາກັດ ມອບລົດຈັກ 10ຄັນ ໃຫ້ປກສ ນວ

ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດບໍລິການຝຶກຊ້ອມຍິງປືນ 5 ເມສາຈໍາກັດ ແລະ ທັງເປັນປະທານບໍລິສັດທີ່ປຶກສາດ້ານການລົງທືນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ໄດ້ມອບລົດຈັກຍີ່ ຫໍ້ຮອນດາ CB 150 ຈໍານວນ 10 ຄັນ, ລວມມູນຄ່າ 317.790.000 ກີບ ໃຫ້ກອງບັນຊາການ ປກສ ນວເພື່ອເປັນພາຫະນະຮັບໃຊ້ເຂົ້າໃນ ວຽກງານແກ້ໄຂບັນຫາປະກົດການຫຍໍ້ທໍ້ ຢູ່ໃນນະຄອນຫຼວງວຽງຈັນ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ພິທີມອບເຄື່ອງດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ກັນຍາ 2020, ທີ່ກອງບັນຊາການ ປກສ ນວ ໃຫ້ກຽດຕາງໜ້າຮັບໂດຍ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ ໂດຍມີຄະນະທັງ 2 ຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ

ພ້ອມນີ້ ພັອ ສຸກພະຈັນ ບຸດດາຄໍາ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ທີ່ບໍລິສັດດັ່ງກ່າວ ເຫັນໄດ້ຄວາມສໍາຄັນ ຂອງວຽກງານກໍາລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ຂໍສັນຍາວ່າຈະນໍາເອົາລົດຈັກດັ່ງກ່າວໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດຜົນປະໂຫຍດສູງສຸດ

.

.

ພ້ອມທັງ ມອບໃບຍ້ອງຍໍໃຫ້ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ເພື່ອເປັນການຢັ້ງຢືນເຖິງຄຸນງາມຄວາມດີ ທີ່ທ່ານໄດ້ປະກອບສ່ວນຊຸກຍູ້ພາຫະນະຮັບໃຊ້ໃນຄັ້ງນີ້.