ຜົນວິໄຈບອກວ່າ: ບໍ່ກິນເຂົ້າແລງ ບໍ່ອ້ວນບໍ່ເຖົ້າໄວ ແຖມໜ້າເດັກລົງ ແລະ ເຮັດໃຫ້ອາຍຸຍືນ

ບົດຄວາມນີ້ ໄດ້ທຳການອະທິບາຍໄວ້ວ່າຂໍ້ດີຂອງການບໍ່ກິນເຂົ້າແລງ

ສົ່ງຜົນດີຕໍ່ສຸຂະພາບແນວໃດແດ່ ໂດຍໃຫ້ຄຳອະທິບາຍວ່າ

ການທີ່ເຮົາກິນເຂົ້າແລງ ໂດຍຊ່ວງເວລາຄໍ່າ ທີ່ເຮົາຊວນກັນໄປກິນພວກບຸບເຟຈັດຊຸດໃຫຍ່ກັນນັ້ນ ແທ້ແລ້ວ

ຈະເຮັດໃຫ້ຮ່າງກາຍເຮົາເສື່ອມໄວ້ຂຶ້ນ ອາຫານແລງທີ່ກິນໄປນັ້ນແທ້ຈິງ “ບໍ່ຄວນຢ່າງຍິ່ງ” ເພາະຈະຍິ່ງເຮັດໃຫ້ລົດຊ່ວງຊີວິດ

ເຮົາລົງໄປໄວ້ຫຼາຍຂຶ້ນອີກ ຈັ່ງໃດຖ້າເຮັດໄດ້ ບໍ່ກິນອາຫານແລງເລີຍຈະເປັນເລື່ອງດີເພາະຮ່າງກາຍຈະເສື່ອມຊໍ້າ

ອາຍຸຍືນກິນສາຍກາງ ຄື ກິນຕອນເຊົ້າ ແລະ ຕອນທ່ຽງ ງົດຕອນແລງ

ຖ້າເບິ່ງຮ່າງກາຍເຮົາໃຫ້ປຽບ ກໍ່ຄືລົດຍົນຄັນໜຶ່ງ ມາເວລາເຊົ້າກໍ່ຕ້ອງເຕີມນໍ້າມັນເພື່ອຈະໄປເຮັດວຽກ

ພໍຊ່ວງທ່ຽງກໍ່ເຕີມອີກເຖິງແມ່ນວ່ານໍ້າມັນຈະຍັງບໍ່ທັນໝົດກໍ່ຕາມ ແລະ ຕອນແລງກໍ່ເຕີມ ທີ່ປຽບໄວ້ກໍ່ຄືການກິນແຕ່ລະມື້

ຈະອະທິບາຍໃຫ້ຟັງອີກແບບຢ່າງນີ້ລະກັນ

ຖ້າເຮົາກິນໄຂ່ 1 ໜ່ວຍ ຈະໄດ້ພະລັງງານໃຫ້ພະລັງງານ 50 ກິໂລແຄລໍຣີ່ ຈະຕ້ອງແລ່ນປະມານ 60 ນາທີ ຈົນເມື່ອຍຫອບ

ເຫື່ອໄຫຼທ່ວມຕົວ ຈື່ງຈະໃຊ້ພະລັງງານຈາກໄຂ່ຕົ້ມ 1 ໜ່ວຍນີ້ໝົດ ເພະາສະນັ້ນຖ້າກິນຕອນເຊົ້າ ຕອນທ່ຽງ

ພະລັງງານຍັງເຫຼືອຈົນເຖິງແລງ ແນ່ນອນບໍ່ຈຳເປັນຕ້ອງໄປກິນເພີ່ມອີກ ເພະາສ່ວນທີ່ເຫຼືອ

ກໍ່ຈະຖືກເກັບໄວ້ເປັນໄຂມັນ ເຮັດໃຫ້ “ອ້ວນ”

ແລ້ວພໍເຖິງຊ່ວງທີ່ຕ້ອງນອນ ເວລາທີ່ຕ້ອງພັກຜ່ອນ ເປັນຊ່ວງເວລາທີ່ຮ່າງກາຍຕ້ອງຊ່ອມແຊມຕົວເອງ

ຕ້ອງຟື້ນຟູອະໄວຍະວະຕ່າງໆໃນຮ່າງກາຍ ແລະ ຂັບສານພິດຕ່າງໆອອກຈາກຮ່າງກາຍ

ຖ້າເຮົາກິນອາຫານໃນຕອນແລງເຂົ້າໄປ ຮ່າງກາຍຈະບໍ່ໄດ້ພັກຜ່ອນ ເພາະຕ້ອງນຳພະລັງງານທີ່ເຮົາເພີ່ມນັ້ນເຂົ້າໄປໃນນັ້ນ

ແຕ່ໃຊ້ບໍ່ໝົດໄປເກັບໃນບ່ອນຕ່າງໆ ໂດຍຕັບເປັນຜູ້ເຮັດວຽກນີ້ ຖ້າພະລັງງານເຫຼືອຫຼາຍການເອົາໄປເກັບໃນ

ບ່ອນຕ່າງໆກໍ່ຫຼາຍ ເຮັດໃຫ້ອ້ວນ ແລະ ແນ່ນອນຖ້າເກັບບໍ່ໝົດໂດຍສະເພາະພວກໄຂມັນໂຕໃຫຍ່ໆ

ຈະຕ້ອງຄ້າງຢູ່ໃນຫຼອດເລືອດຖ້າຄ້າງສະສົມຫຼາຍເທົ່າໃດ ຮູຫຼອດເລືອດກໍ່ຈະນ້ອຍລົງທຸກມື້

ໄປລ້ຽງອະໄວຍະວະຕ່າງໆໄດ້ນ້ອຍລົງ ອະໄວຍະທັ້ງຫຼາຍ ກໍ່ຈະເສື່ອມສະພາບໄວຂຶ້ນ ຫຼື ແກ່ໄວ້ຂຶ້ນ

ຖ້າມື້ໃດອຸດຕັນເຊັ່ນຖ້າຕັນທີ່ສະໝອງ ຈະກາຍເປັນຄົນພິການອຳມະພາດເຄິ່ງຕົວ ຖ້າຕັນທີ່ກ້າມເນື້ອຫົວໃຈ

ກໍ່ຈະບໍ່ມີໂອກາດໄດ້ສັ່ງລາໃຜ

ການກິນອາຫານແລງຈຶ່ງເປັນການທີ່ເລັ່ງຂະບວນການເສື່ອມຂອງອະໄວຍະວະທຸກສ່ວນໃນຮ່າງກາຍ ຮ່າງກາຍເຮັດວຽກໜັກກວ່າປົກກະຕິ ເຮັດໃຫ້ອາຍຸສັ້ນລົງ

ສະນັ້ນຈຶ່ງໝາຍຄວາມວ່າ ການກິນອາຫານແລງຫຼາຍຍິ່ງຕາຍໄວ ຖ້າບໍ່ກິນອາຫານແລງກໍ່ຈະແກ່ຊ້າເສື່ອມຊ້າ ອາຍຸຍືນ

ການບໍ່ກິນອາຫານແລງເປັນເລື່ອງທີ່ຕ້ອງເອົາຊະນະໃຈຕົວເອງຢ່າງຫຼາຍ ຖ້າໃຜເຮັດໄດ້ຈະຕັດທັງກິເລສ ສຸຂະພາບດີ

ອາຍຸຍືນໄດ້ປະໂຫຍດທັງກາຍ ແລະ ໃຈ ແຕ່ທ່ານຕ້ອງຝືນກະເພາະໃຫ້ເກີດຄວາມເຄີຍຊິນ

ວິທີມີດ້ວຍກັນ 3 ວິທີ ທີ່ໄດ້ຜົນດັ່ງນີ້:

1. ຄ່ອຍລົດປະລິມານອາຫານແລງ ເທື່ອລະນ້ອຍໆເຊັ່ນ: ລົດກິນເຂົ້າຈາກ 2 ຈານ ເຫຼືອ 1/2 ຈານ ປະມານ 3-4 ເດືອນ

ໃຫ້ຮ່າງກາຍຄ່ອຍໆປັບຕົວ ຕໍ່ໄປບໍ່ກິນເຂົ້າເລີຍກິນແຕ່ອາຫານ ຕໍ່ໄປກິນຜັກ, ໝາກໄມ້ ສຸດທ້າຍງົດອາຫານແລງ

ໂດຍມີຂໍ້ແມ້ວ່າ ຫຼັງ 6 ໂມງແລງແລ້ວຫ້າມກິນອາຫານໃດທັງນັ້ນຍົກເວັ້ນນໍ້າລ້າ

2. ເລັ່ງເວລາກິນອາຫານແລງ ເຊັ່ນ: ຈາກ 8 ໂມງ ມາກິນ 7 ໂມງ ຕໍ່ໄປເລື່ອນເປັນ 6 ໂມງ, 5 ໂມງ, 4 ໂມງ, 3 ໂມງ

ຈົນກວ່າກິນລວມເປັນອາຫານທ່ຽງເທື່ອດຽວ(ຄ້າຍໆກັບພະ ທີ່ຫຼັງຈາກສັນທ່ຽງແລ້ວ ກໍ່ບໍ່ກິນອາຫານອີກ)

3. ກິນແກ່ນຜັກອີ່ຕູ່ແທນອາຫານແລງ ໃຊ້ແກ່ນຜັກອີ່ຕູ່ 2 ບ່ວງແກງໃສ່ໃນນໍ້າແກງຫຼື ນໍ້າລ້າຄົນແລ້ວດື່ມທັນທີ

ດື່ມນໍ້າຕາມອີກ 4-5 ຈອກ

ເມື່ອບໍ່ກິນອາຫານແລງ ຮ່າງກາຍກໍ່ມີເວລາພັກຜ່ອນຫຼາຍຂຶ້ນ ບໍ່ຕ້ອງຍ່ອຍອາຫານ

ຕັບອ່ອນກໍ່ບໍ່ຕ້ອງເຮັດວຽກຫຼັກ (ໜ້າທີ່ຄືຂັບສານພິດທີ່ມາກັບອາຫານອອກຈາກຮ່າງກາຍ)

ແລະ ພິດໃນອາຫານທີ່ຕິດມາກັບອາຫານເຊົ້າ ອາຫານທ່ຽງ ກໍ່ຈະຄ່ອຍໆຖືກຂັບອອກໄປໝົດໄດ້ທັນໃນຕອນຄໍ່າ

ເຮັດໃຫ້ຮ່າງກາຍໄດ້ພັກຜ່ອນ ແລະ ຟື້ນຟູ ຊ່ອມແຊມຕົວເອງຢ່າງເຕັມທີ່