ຈະສ້າງເຂື່ອນໄຟຟ້າອະເນກປະສົງ ຂະໜາດ 5 ເມກາວັດ ຢູ່ເມືອງສັງທອງ

ຈະສ້າງເຂື່ອນໄຟຟ້າອະເນກປະສົງ ຂະໜາດ 5 ເມກາວັດ ຢູ່ ເມືອງສັງທອງ ນະຄອນຫຼວງວຽງຈັນໂຄງການເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 ເມກາວັດ ( MW ) ຕັ້ງຢູ່ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍຈະໃຊ້ທຶນທັງໝົດ 11 ລ້ານໂດລາສະຫະລັດ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດ

ພາຍໃນ 2 ປີ ພາຍຫຼັງເຊັນສັນຍາເພື່ອສະໜອງພະລັງງານໄຟຟ້າໃຫ້ແກ່ ຟຟລ.ພິທີລົງນາມດັ່ງກ່າວໄດ້ ຈັດຂຶ້ນໃນວັນທີ 10 ກັນຍາ 2020 ທີ່ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ລົງນາມໂດຍ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ, ຫົວ ໜ້າພະແນກແຜນການ ແລະ ການລົງທຶນ ນວ, ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ແກ້ວ ພົມມະລາດ ຮອງເຈົ້າເມືອງສັງທອງ, ທ່ານ ພູວົງ ກໍຣະ

ສັກ ຜູ້ອຳນວຍການ ບໍລິສັດ ລາວສະໄໝກໍ່ສ້າງຂົວທາງ ແລະ ບໍລິການ ຈຳກັດ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບ ເລກທີ 496/ຈນວ ລົງວັນທີ 3 ສິງຫາ 2020 ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນ, ພະແນກພະລັງງານ ແລະ ບໍ່ແຮ່ ນວ

ແລະ ເມືອງສັງທອງ ເຊັນສັນຍາພັດທະນາໂຄງການເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 MW ນ້ຳສັງ ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ກັບ ບໍລິສັດ ລາວສະໄໝກໍ່ສ້າງຂົວທາງ ແລະ ບໍລິການ ຈຳກັດ.ທ່ານ ພູວົງ ກໍຣະສັກ ກ່າວວ່າ: ໂຄງການເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 ເມກາວັດ, ຕັ້ງຢູ່ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍຈະໃຊ້ທຶນກໍ່ສ້າງທັງໝົດ 11 ລ້ານໂດລາສະຫະລັດ ສຳລັບການກໍ່ສ້າງຈະໃຫ້ສຳເລັດ

ພາຍໃນ 2 ປີ ພາຍຫຼັງເຊັນສັນຍາ. ສຳລັບຜົນປະໂຫຍດນອກຈາກຈະໄດ້ເຂື່ອນ ເພື່ອສະໜອງໄຟຟ້າໃຫ້ ຟຟລ ແລ້ວ ຍັງໄດ້ຊົນລະກະເສດ ໂດຍສະເພາະປູກຝັງ – ລ້ຽງສັດ ແລະ ການປະມົງ ເພື່ອໃຊ້ອ່າງນ້ຳດັ່ງກ່າວ ແລະ ຖ້າການກະເສດເກີດຂຶ້ນ ແນ່ນອນຕ້ອງໄດ້ເຮັດເສັ້ນທາງຄົມມະນາຄົມ ເພື່ອເຊື່ອມຈອດໃນການຂົນເອົາສິນຄ້າກະສິກຳຂອງພໍ່ແມ່ປະຊາຊົນໃນເຂດດັ່ງກ່າວນຳສູ່ທ້ອງຕະຫຼາດ

ຂ່າວ: ເສດຖະກິດການຄ້າ