10 ປະເທດອາຊຽນ ມີພຽງ 2 ປະເທດຄື: ສປປ ລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 – ສື່ລາວ.ຄອມ
Connect with us

ທົ່ວໄປ

10 ປະເທດອາຊຽນ ມີພຽງ 2 ປະເທດຄື: ສປປ ລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19

Published

on

ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ໃນຂົງເຂດອາຊີ ແລະ ໃນໂລກຍັງໜ້າເປັນຫ່ວງຊຶ່ງຍັງພົບຜູ້ຕິດເຊື້ອເພີ່ມຂຶ້ນຈໍານວນຫຼາຍ ແລະ ຍັງມີຜູ້ເສຍຊີວິດໃນແຕ່ລະວັນ. ສະເພາະການລະບາດຂອງພະຍາດໂຄວິດ-19 ຢູ່ 10 ປະເທດອາຊຽນທີ່ປະກອບມີ ຟີລິບປິນ, ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ໄທ, ສິງກະໂປ, ມຽນມາ, ກໍາປູເຈຍ, ບຣູໄນ ດາຣູຊາລາມ ແລະ ລາວ ພົບວ່າ ປະເທດ ຟີລິບປິນພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າປະເທດອື່ນ, ແຕ່ຜູ້ເສຍຊີວິດຫຼາຍແມ່ນປະເທດອິນໂດເນເຊຍ ແລະ ມີ ພຽງ ສປປ ລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດນີ້.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ແຈ້ງໃຫ້ຮູ້ກ່ຽວກັບຜູ້ຕິດເຊື້ອໂຄວິດ-19 ຢູ່ 10 ປະເທດອາຊຽນປະຈໍາວັນອາທິດວັນທີ 13 ກັນຍາ ວ່າ:

ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອດເວລາ 12 ໂມງຂອງວັນອາທິດວັນທີ 13 ກັນຍາ ພົບວ່າ ປະເທດຟີລິບປິນມີຜູ້ຕິດເຊື້ອຫຼາຍກວ່າປະເທດອື່ນ ມີເຖິງ 257.863 ຄົນ, ເສຍຊີວິດ 4. 929 ຄົນ ແລະ ປິ່ນປົວຫາຍດີແລ້ວ 187.116 ຄົນ, ຮອງລົງມາແມ່ນປະເທດ ອິນໂດເນເຊຍ ມີຜູ້ຕິດເຊື້ອ 214.746 ຄົນ, ເສຍຊີວິດ 8.650 ຄົນ, ປິ່ນປົວຫາຍດີ 152. 458 ຄົນ, ສິງກະໂປ ມີຜູ້ຕິດເຊື້ອ 57.357 ຄົນ, ເສຍຊີວິດ 27 ຄົນ, ປິ່ນປົວຫາຍດີ 56.699 ຄົນ, ມາເລເຊຍ ພົບຜູ້ຕິດເຊື້ອ 9.868 ຄົນ, ເສຍຊີວິດ 128 ຄົນ, ປິ່ນປົວຫາຍດີ 9.189 ຄົນ,

ໄທ ພົບຜູ້ຕິດເຊື້ອ 3.473 ຄົນ, ເສຍຊີວິດ 58 ຄົນ, ປິ່ນປົວຫາຍດີ 3.312 ຄົນ, ມຽນມາ ພົບຜູ້ຕິດເຊື້ອ 2.595 ຄົນ, ເສຍຊີວິດ 16 ຄົນ, ປິ່ນປົວຫາຍດີ 676 ຄົນ, ຫວຽດນາມ ພົບຜູ້ຕິດ ເຊື້ອ 1.060 ຄົນ, ເສຍຊີວິດ 35 ຄົນ, ປິ່ນປົວຫາຍດີ 910 ຄົນ, ກໍາປູເຈຍ ພົບຜູ້ຕິດເຊື້ອ 275 ຄົນ, ປິ່ນປົວຫາຍດີ 274 ຄົນ, ບຣູໄນ ດາຣູຊາລາມ ພົບຜູ້ຕິດເຊື້ອ 145 ຄົນ, ເສຍຊີວິດ 3 ຄົນ, ປິ່ນປົວຫາຍດີ 139 ຄົນ, ສປປ ລາວ ພົບຜູ້ຕິດເຊື້ອ 23 ຄົນ, ປິ່ນປົວຫາຍດີແລ້ວ 21 ຄົນ.

ສັງລວມແລ້ວ ຢູ່ 10 ປະເທດອາຊຽນ ມີພຽງ 2 ປະເທດຄື: ສປປ ລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດນີ້.

ຂ່າວ: ວຽງຈັນທາຍ

Continue Reading

ທົ່ວໄປ

ການບິນໄທ!ກຽມຍຸບສາຍ ໄທສະມາຍ ໃນທ້າຍປີ2023ນີ້

Published

on

By

ສຳນັກຂ່າວໄທລາຍງານ: ວັນທີ 14 ພຶດສະພາ 2023 ຜ່ານມາ, ທ່ານ ຊາຍ ອ່ຽມສິຣິ ປະທານຜູ້ບໍລິຫານ (CEO)

ບໍລິສັດການບິນໄທ ໄດ້ເປີດເຜີຍຄວາມຄືບໜ້າຂອງແຜນຄວບລວມສາຍການບິນໄທ ກັບສາຍການບິນໄທສະມາຍ …

Continue Reading

ທົ່ວໄປ

ຊົມເຊີຍ!ເຈົ້າຫນ້າທີມອບ ຄືນລົດຈັກ2ຄັນ ທີ່ຖືກລັກໃຫ້ເຈົ້າຂອງ

Published

on

By

ໃນວັນທີ 25 ເມສາ 2023 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຜົ້ງສາລີ ໄດ້ມອບລົດຈັກ ເວັບ 100 ສີດໍາແດງ 1 ຄັນ ແລະ ສີຂຽວດໍາ 1 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ.

ຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເດືອນກຸມພາ 2023 ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີຄົນຮ້າຍໄດ້ລັກລົດຈັກທີ່ຈອດໄວ້ຢູ່ເຮືອນໄປ. ສະນັ້ນ, ຄະນະຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາການ ລົງເກັບກໍາຂໍ້ມູນ ແລະ ມາໃນວັນທີ 18 ກຸມພາ 2023 ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ມີ ວົງສາ ອາຍຸ 48 ປີ………

Continue Reading

ທົ່ວໄປ

ປະໂທ້!ອັດຕາເງີນບາດ ມື້ນີ້ສູງຂຶ້ນເຖີງ +518ແລ້ວ

Published

on

By

ອັດຕາແລກປ່ຽນເງິນຕາ ປະຈຳວັນທີ 26 ເມສາ 2023

#ຂ່າວຮູບພາບລາວພັດທະນາ#ອັດຕາແລກປ່ຽນ

อาจเป็นรูปภาพของ ข้อความ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້