ໃນຊ່ວງນີ້ຈະມີຝົນຕົກທົ່ວທຸກພາກຂອງປະເທດ

ສູນພະຍາກອນອາກາດອົງການອຸຕຸນິຍົມໂລກ ໄດ້ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ ໃນທ້າຍເດືອນກັນຍາ ແລະ ຕົ້ນເດືອນຕຸລາ 2020 ນີ້ຍັງຈະມີພະຍຸລະດູຮ້ອນ ເຂົ້າມາປະເທດລາວອີກ 2 ລູກ ຊຶ່ງຈະເຮັດໃຫ້ມີຝົນຕົກ ໜັກ ແລະ ຫຼຸດເກນປົກກະຕິ ອາດຈະເຮັດໃຫ້ມີລົມແຮງ

ດິນໄຫຼເຈື່ອນ, ນໍ້າຖ້ວມຊູ, ນໍ້າຖ້ວມອັ່ງ, ໂດຍສະເພາະ ຢູ່ເຂດ ພາກກາງ ແລະ ພາກໃຕ້. ກົມອຸຕິນິຍົມ ແລະ ອຸທົກກະສາດແຈ້ງໃຫ້ຮູ້ໃນຕອນເຊົ້າວັນທີ 11 ກັນຍາ 2020 ນີ້ວ່າ ນັບແຕ່ວັນທີ 11 ຫາ 17 ກັນຍາ,

ທົ່ວທຸກ ພາກຂອງປະເທດຈະມີຝົນຕົກເປັນບໍລິເວນກວ້າງໃນລະດັບຄ່ອຍຫາປານກາງ, ຫຼາຍທ້ອງຖິ່ນຈະມີຝົນຕົກໃນລະດັບປານກາງ ລວມທັງຈະມີຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ ໂດຍສະເພາະຢູ່ພາກກາງ ແລະ ພາກໃຕ້.