ສະມາຄົມນັກຂ່າວ ປຶກສາຫາລືທິດຊີ້ນຳຂອງທ່ານນາຍົກ ເພື່ອອອກຈາກການເຮັດຂ່າວແບບເກົ່າ ທີ່ເນື້ອໃນແຂງກະດ້າງ ຮູບແບບແຫ້ງກະແດ້ງ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ສະມາຄົມນັກຂ່າວ ປຶກສາຫາລືທິດຊີ້ນຳຂອງທ່ານນາຍົກ ເພື່ອອອກຈາກການເຮັດຂ່າວແບບເກົ່າ ທີ່ເນື້ອໃນແຂງກະດ້າງ ຮູບແບບແຫ້ງກະແດ້ງ

Published

on

ວັນທີ 10 ກັນຍາ 2020 ທີ່ຜ່ານມາ, ສະມາຄົມນັກຂ່າວ ສປປ ລາວ ໄດ້ຈັດກອງປະຊຸມຄົ້ນຄ້ວາທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີທີ່ວ່າ: ສື່ມວນຊົນຕ້ອງເປັນ: “ຜູ້ກ້າ ປາກອອກແສງ, ຜູ້ຮູ້ແທງ ຈິດໃຈ, ຜູ້ສະດຸ້ງໄວ ເມື່ອອ່ານ, ຜູ້ຮູ້ຜ່ານ ອຸປະສັກ, ຜູ້ທີ່ຮັກ ຄວາມຈິງ, ຜູ້ຍິງ ຖືກເປົ້າ”, ໂດຍແນໃສ່ໃຫ້ນັກສໍາມະນາກອນໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທິດທາງແຜນພັດທະນາຄຸນນະພາບວຽກງານສື່ມວນຊົນ ທີ່ໄດ້ສະເຫນີໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ ທີ່ຜ່ານມາ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທັງເປັນປະທານສະມາຄົມນັກຂ່າວໄດ້ກ່າວໃນກອງປະຊຸມວ່າ: ຕໍ່ຄວາມເວົ້າຂອງທ່ານນາຍົກທີ່ວ່າ: “ຜູ້ກ້າ ປາກອອກແສງ, ຜູ້ຮູ້ແທງ ຈິດໃຈ, ຜູ້ສະດຸ້ງໄວ ເມື່ອອ່ານ, ຜູ້ຮູ້ຜ່ານ ອຸປະສັກ, ຜູ້ທີ່ຮັກ ຄວາມຈິງ, ຜູ້ຍິງ ຖືກເປົ້າ” ພວກເຮົາຈະໄດ້ເອົາແນວທາງ, ມະຕິ, ກົດຫມາຍ ທີ່ກ່າວມາຂ້າງເທິງນັ້ນ ມາເຍືອງເບິ່ງຄວາມເປັນຈິງໃນການເຮັດຫນ້າທີ່ຂອງສື່ມວນຊົນເຮົາເພື່ອໃຫ້ເຫັນຈຸດແຂງທີ່ຕ້ອງເສີມຂະຫຍາຍ ແລະ ຈຸດອ່ອນທີ່ຕ້ອງແກ້ໄຂໃຫ້ສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄລຍະໃຫມ່, ໂດຍສະເພາະໃນໄລຍະທີມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ

ທ່ານກ່າວຕື່ມວ່າ: ພວກເຮົາຕ້ອງປັບປຸງປ່ຽນແປງ ໂດຍລຸກໃຫມ່ ນັ່ງໃຫມ່ ໃນການສະຫນອງ ຂໍ້ມູນຂ່າວຜ່ານຜະລິດຕະພັນສື່ຂອງຕົນສູ່ສັງຄົມ ໂດຍພະຍາຍາມອອກຈາກແບບແຜນການເຮັດຂ່າວ ກໍ່ຄືການໂຄສະນາແບບເກົ່າ ດັ່ງທີ່ທ່ານນາຍົກໄດ້ກ່າວວ່າ: ເນື້ອໃນແຂງກະດ້າງ ຮູບແບບແຫ້ງກະແດ້ງ,ຂ່າວຊໍ້າຊາກແຕ່ອັນເກົ່າ ບໍ່ມີໃຜຢາກເບິ່ງ, ຢາກອ່ານ ໄດ້ຟັງເທື່ອຫນຶ່ງ ເບິ່ງເທື່ອດຽວ ກໍ່ເຊົາ ຫຼື ວ່າການຈັດລໍາດັບການອອກຂ່າວຖືກແລ້ວບໍ່?

ການຈັດໜ້າໜັງສືພິມ, ຜັງລາຍການວິທະຍຸ ແລະ ໂທລະພາບຖືກຕາມຫຼັກວິຊາການທີ່ດຶງດູດຄົນເເລ້ວບໍ່? ຫຼື ໜ້າໜັງສືພິມ, ລາຍການຂ່າວວິທະຍຸ ແລະ ໂທລະພາບ ສ່ວນຫຼາຍມີແຕ່ຂ່າວຈັດຂອງກອງປະຊຸມ ພັກ-ລັດ, ຊື່ງເຮັດໃຫ້ສັງຄົມເຂົ້າໃຈວ່າລັດຖະບານລາວບໍ່ເຮັດຫຍັງມີແຕ່ປະຊຸມເປັນຕົ້ນ ແລະ ອື່ນໆ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້