ອີກແລ້ວ! ຈັບຄົນລາວ ​7​ ຄົນທີ່ລັກລອບເຂົ້າໄທ​ລັກມານຳລົດບັນທຸກສິນຄ້າ

ເມື່ອ​ວັນທີ່​ 10​ ກັນຍາ 20​ ທີ່ຜ່ານມາເຈົ້າຫນ້າທີ່ໄທໄດ້ທຳການຈັບກຸມ 2​ ຄົນໄທ​ ເປັນຄົນຂັບລົດບັນທຸກສິນຄ້າຂ້າມດ່ານຊາຍແດນ ໄທ​ -​ ລາວ​ ໄດ້ນຳພາຊາວລາວ 7​ ຄົນ​ ລັກລອບເຂົ້າປະເທດໄທໂດຍບໍ່ໄດ້ຮັບອະນຸຍາດ​ ໃຫ້ແອບເຂົ້າໄປນຳລົດບັນທຸກສິນຄ້າ

ທີ່ດ່ານ​ ຊ່ອງເມັກ​- ວັງເຕົ່າ ອຳເພີສິຣິນທອນ ຈັງຫວັດອຸບົນຣາດຊະທານີ ເຈົ້າຫນ້າທີ່ໄດ້ນຳຕົວທັງຫມົດໄປກັ່ນກອງ ໂຄວິດ -​19 ແລະ​ ນຳຕົວໄປດຳເນີນຄະດີ ໃນຂໍ້ຫາລົບຫນີເຂົ້າເມືອງໂດຍຜິດກົດຫມາຍ ແລະ​ຈະຜັກດັນກັບໄປປະເທດຕົ້ນທາງຕໍ່ໄປ.​ ດ່ານຍັງບໍ່ເປີດໃຜລະເມີດອາດຈະຖືກຈັບ