ໃຜ​ມັກ​ກິນ​ຄວນ​ລະ​ວັງ! ພົບ​ວ່າ​ມີ​ການປອມແປງ-ຮຽນແບບ ແກ່ນ​ຕາ​ເວັນ, ແຈ່ວ​ເສ​ສວນ ທຳ​ລາຍ​​ໄປ​ແລ້ວຢ່​າງຫຼວງຫຼາຍ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ໃຜ​ມັກ​ກິນ​ຄວນ​ລະ​ວັງ! ພົບ​ວ່າ​ມີ​ການປອມແປງ-ຮຽນແບບ ແກ່ນ​ຕາ​ເວັນ, ແຈ່ວ​ເສ​ສວນ ທຳ​ລາຍ​​ໄປ​ແລ້ວຢ່​າງຫຼວງຫຼາຍ

Published

on

ກົມການຄ້າພາຍໃນຈັດພິທີທຳລາຍສິນຄ້າເຄື່ອງບໍລິໂພກປະເພດແກ່ນຕາເວັນ ແລະ ເຄື່ອງປຸງແຕ່ງອາຫານມີເຄື່ອງໝາຍການຄ້າເສສວນ ທີ່ປຸງແຕ່ງ, ບັນຈຸຫຸ້ມຫໍ່, ປອມແປງ-ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ມູນຄ່າ 200 ລ້ານກວ່າກີບ.

ພິທີຈັດທຳລາຍສິນຄ້າເຄື່ອງບໍລິໂພກປະເພດແກ່ນຕາເວັນ, ຖົງບັນຈຸແກ່ນຕາເວັນ ແລະ ເຄື່ອງປຸງອາຫານ ປະເພດແຈ່ວເສສວນ, ຖົງບັນຈຸແຈ່ວເສສວນ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2020 ທີ່ສະໜາມຂີ້ເຫຍື້ອ ຫຼັກ 32, ບ້ານນາຜາສຸກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ວິລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສົມຊາຍ ນົງລາດ ຫົວໜ້າພະແນກກວດກາການຄ້າ, ກົມການຄ້າພາຍໃນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການທໍາລາຍສິນຄ້າທີ່ປອມແປງ-ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ວ່າ: ໂດຍປະຕິບັດຕາມພາລະບົດບາດ ແລະ ທິດຊີ້ນຳຂອງຄະນະນໍາກະຊວງອຸດສາຫະກຳ ແລະ ການຄ້າ, ກົມການຄ້າພາຍໃນ ໄດ້ຈັດພິທີທຳລາຍ ສິນຄ້າປະເພດແກ່ນຕາເວັນອົບແຫ້ງ ຍີ່ຫຍໍ້ GNQ ແລະ ເຄື່ອງປຸງອາຫານປະເພດ ແຈ່ວເສສວນ ທີ່ບໍ່ໄດ້ຄຸນນະພາບ ແລະ ທໍາການຜະລິດບໍ່ຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງຊອງເປົ່າ ລວມມູນຄ່າ 208.405.000 ກີບ.

ສິນຄ້າດັ່ງກ່າວ ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງຕິດຕາມ, ກວດກາເປົ້າໝາຍພົບທີ່ ໂຮງງານ ອັດຮ່າຍ ແລະ ປຸງແຕ່ງອາຫານ, ຢູ່ບ້ານແກ້ງໄຄ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ຮ້ານຈຳໜ່າຍ ສິນຄ້າຂອງໂຮງງານດັ່ງກ່າວ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ໃນວັນທີ 16 ມິຖຸນາ 2020 ຜ່ານມາ ເຊິ່ງໂຮງງານດັ່ງກ່າວໄດ້ນໍາໃຊ້ໃບທະບຽນວິສາຫະກິດບໍລິສັດຜະລິດຕະພັນອາຫານຢົງລີ ວຽງຈັນ ຈໍາກັດຜູ້ດຽວ ມີການຜະລິດແກ່ນຕາເວັນອົບແຫ້ງ ແລະ ແຈ່ວເສສວນ ໂດຍບໍ່ໄດ້ຮັບອະນຸຍາດ ການດຳເນີນທຸລະກິດການຜະລິດຈາກຂະແໜງອຸດສາຫະກໍາ, ບໍ່ມີໃບຢັ້ງຢືນ ອຍ ຈາກຂະແໜງສາທາລະນະສຸກ ຈຶ່ງບໍ່ຮັບປະກັນທາງດ້ານຄຸນນະພາບ.

ນອກນັ້ນ, ໃນຊອງບັນຈຸແກ່ນຕາເວັນຍັງລະບຸແອບອ້າງຊື່ຂອງບໍລິສັດນຳເຂົ້າອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຊອງບັນຈຸແຈ່ວເສສວນ ກໍໃສ່ຮູບຄືກັບແຈ່ວທີ່ນໍາເຂົ້າ ຈຶ່ງເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດແຫຼ່ງທີ່ມາ ຖືວ່າເປັນການຫຼອກລວງຜູ້ຊົມໃຊ້.

ສະນັ້ນ, ຄະນະລົງກວດກາ ຈຶ່ງໄດ້ຍຶດສິນຄ້າ ແລະ ຂອງກາງທັງໝົດປະກອບມີ: ແກ່ນຕາເວັນອົບແຫ້ງຍີ່ຫໍ້ (GNQ) ທີ່ໄດ້ບັນຈຸໃນແກັດ ຈໍານວນ 219 ແກັດ; ເຄື່ອງປຸງອາຫານປະເພດ ແຈ່ວເສສວນ 201 ແກັດ; ແກ່ນຕາເວັນຍັງບໍ່ທັນບັນຈຸ 105 ກິໂລ; ຖົງເປົ່າບັນຈຸແກ່ນຕາເວັນ ແລະ ແຈ່ວເສສວນ 22 ເປົາ ໄດ້ທຳລາຍຖີ້ມຕາມລະບຽບການ. ສ່ວນໂຮງງານດັ່ງກ່າວ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ໃສ່ມາດຕະການຕາມລະບຽບກົດໝາຍ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້